Return   Facebook   Zip File

Obligatory

ສໍາລັບສວດທຸກວັນ, ຕອນເຊົ້າ, ຕອນທ່ຽງວັນ, ແລະຕອນຄໍ້າ

ຜູ້ໃດປາດຖະໜາທີ່ຈະອະທິຖານ, ຂໍໃຫ້ເຂົາລ້າງມື, ແລະຂະນະ ທີ່ລ້າງມື, ຂໍໃຫ້ເຂົາກ່າວວ່າ:

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ, ຂໍຊົງປະທານ ພະລັງ ໃຫ້ແກ່ມືຂອງຂ້າພະອົງ, ເພື່ອວ່າມືນີ້ຈະໄດ້ຖືພຣະ ຄໍາພີຂອງພຣະອົງໄວ້ໝັ້ນ ຈົນກອງທັບຂອງໂລກຈະມີ ອໍາ ນາດເໜືອມືນີ້ບໍ່ໄດ້, ຂໍຊົງປົກປ້ອງບໍ່ໃຫ້ມືນີ້ ເຂົ້າໄປຫຍຸ້ງກັບສິ່ງໃດກໍຕາມທີ່ບໍ່ແມ່ນຂອງຕົນ. ແທ້ຈິງແລ້ວ, ພຣະອົງຄື, ພຣະຜູ້ຊົງມະຫິທານຸພາບ, ພຣະຜູ້ຊົງອານຸພາບສູງສຸດ.

ແລະຂະນະລ້າງໜ້າ, ຂໍໃຫ້ເຂົາກ່າວວ່າ:

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂ້າພະອົງໄດ້ ຫັນໜ້າມາຫາພຣະອົງ, ຂໍຊົງເຮັດໃຫ້ໃບໜ້າຂອງຂ້າພະອົງ ແຈ່ມໃສດ້ວຍແສງຈາກພຣະພັກຂອງພຣະອົງ. ຂໍຊົງຄຸ້ມຄອງບໍ່ໃຫ້ໃບໜ້ານີ້ ຫັນໄປຫາຜູ້ອື່ນໃດ ນອກຈາກພຣະ ອົງ.

ຈາກນີ້ ຂໍໃຫ້ເຂົາຢືນຂຶ້ນ, ຫັນໜ້າໄປທາງ ເກເບຣ

(ຕໍາແໜ່ງຂອງການບູຊາ,ຄື.. ບາຈີ, ອັກຄາ), ຂໍໃຫ້ເຂົາກ່າວວ່າ:

ພຣະຜູ້ເປັນເຈົ້າຊົງເປັນພະຍານວ່າ ບໍ່ມີພຣະຜູ້ເປັນເຈົ້າ ອື່ນໃດນອກຈາກພຣະອົງ. ອານາຈັກແຫ່ງການເປີດເຜີຍ ພຣະທັມ ແລະ ສັບພາວະເປັນຂອງພຣະອົງ. ຄວາມຈິງແລ້ວ, ພຣະອົງ, ຊົງສະແດງບໍລົມພຣະສາສະດາ ຜູ້ເປັນອະລຸໂນໄທ ແຫ່ງການເປີດເຜີຍພຣະທັມໃຫ້ປາກົດ, ຜູ້ຊົງສົນທະນາບົນ ໄຊໄນ, ຜູ້ຊົງບັນດານ ໃຫ້ຂອບຟ້າອັນກຽງໄກທີ່ສຸດ ສາດລັດ ສະໝີ ແລະ ພຶກສາທີ່ບໍ່ມີຜູ້ໃດປະເສີດກວ່າໄດ້ເປັ່ງພຣະວັດ

ຈະນະ ແລະ ສຽງຮຽກຮ້ອງໄດ້ປະກາດຜ່ານມາທາງພຣະອົງຕໍ່ທຸກຄົນທີ່ອາໄສຢູ່ໃນສະຫວັນ ແລະ ບົນໂລກວ່າ: “ດູກ່ອນ ພຣະຜູ້ຊົງຄອບຄອງທຸກສັບພະສິ່ງສະເດັດມາແລ້ວ. ໂລກ ແລະ ສະຫວັນ, ຄວາມຮຸ່ງເຮືອງ ແລະ ອານາຈັກເປັນຂອງ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນນາຍຂອງມວນມະນຸດ, ພຣະຜູ້ ຄອບຄອງບັນລັງເບື້ອງບົນ ແລະ ໂລກເບື້ອງລຸ່ມ!”

ຈາກນີ້, ຂໍໃຫ້ເຂົາກົ້ມຕົວລົງ, ເອົາມືວາງເທິງຫົວເຄົ່າທັງສອງຂ້າງ, ແລ້ວກ່າວວ່າ:

ພຣະອົງຊົງຄວາມປະເສີດ ເໜືອການສັນລະເສີນ ຂອງ ຂ້າພະອົງ ແລະ ການສັນລະເສີນຂອງຜູ້ໃດຜູ້ໜຶ່ງນອກຈາກ ຂ້າພະອົງ, ເໜືອການພັນລະນາຂອງຂ້າພະອົງ ແລະ ເໜືອການພັນລະນາຂອງຜູ້ໃດທັງໝົດ ທີ່ຢູ່ໃນສະຫວັນ ແລະ ຜູ້ໃດທັງໝົດທີ່ຢູ່ໃນໂລກ!

ຈາກນີ້, ຂໍໃຫ້ເຂົາຢືນໂດຍຍົກມືທັງສອງຂ້າງຂຶ້ນ,

ເປີດຝາມືເຂົ້າຫາໃບໜ້າ, ແລ້ວກ່າວວ່າ:

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ, ຂໍຊົງຢ່າໃຫ້ຜູ້ທີ່ ຢຶດໜ່ຽວຊາຍຜ້າແຫ່ງຄວາມປານີ ແລະ ຄວາມກະລຸນາຂອງ ພຣະອົງ, ດ້ວຍນິ້ວທີ່ວິງວອນ ຕ້ອງພົບກັບຄວາມຜິດຫວັງ. ຂ້າແດ່ພຣະຜູ້ຊົງປານີທີ່ສຸດ ໃນບັນດາຜູ້ທີ່ສະແດງຄວາມ ປານີ!

ຈາກນີ້, ຂໍໃຫ້ເຂົາ, ນັ່ງລົງ ແລະ ກ່າວວ່າ:

ຂ້າພະອົງ ຂໍເປັນພະຍານຕໍ່ເອກະພາບ ແລະ ຄວາມ ເປັນໜຶ່ງຂອງພຣະອົງ, ແລະພຣະອົງຄືພຣະຜູ້ເປັນເຈົ້າ, ແລະ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ. ແທ້ຈິງແລ້ວ, ພຣະອົງໄດ້ຊົງເປີດເຜີຍສາສະໜາຂອງພຣະອົງ, ກະທໍາ ຕາມພຣະປະທິນຍາຂອງພຣະອົງ, ແລະ ເປີດປະຕູແຫ່ງ ຄວາມກະລຸນາຂອງພຣະອົງ ໃຫ້ແກ່ທຸກຄົນທີ່ອາໄສຢູ່ໃນ ສະຫວັນ ແລະ ໂລກ. ພຣະພອນ ແລະ ສັນຕິສຸກ ການຄາລະ ວະ ແລະ ຄວາມຮຸ່ງເຮືອງ, ສະຖິດຢູ່ກັບບັນດາຜູ້ທີ່ເປັນທີ່ຮັກ ຂອງພຣະອົງ, ຜູ້ເຊິ່ງບໍ່ຖືກຄວາມປ່ຽນແປງ ແລະ ຄວາມບັງ ເອີນຂອງໂລກ ຢັບຢັ້ງບໍ່ໃຫ້ຫັນມາຫາພຣະອົງ, ແລະ ຜູ້ເຊິ່ງໄດ້ໃຫ້ທຸກຢ່າງ, ດ້ວຍຄວາມຫວັງຈະໄດ້ຮັບສິ່ງທີ່ຢູ່ກັບພຣະອົງ, ຄວາມຈິງແລ້ວ, ພຣະອົງຄື, ພຣະຜູ້ຊົງອະໄພສະເໝີ, ພຣະຜູ້ຊົງອາລີທີ່ສຸດ.

#12752
- Bahá'u'lláh

 

ສໍາລັບໃຊ້ສວດໜຶ່ງຄັ້ງທຸກ 24 ຊົ່ວໂມງ

( ລະຫວ່າງເວລາທ່ຽງວັນເຖິງຕາເວັນຕົກດິນ )

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍເປັນສັກຂີພະຍານວ່າ, ພຣະອົງໄດ້ຊົງສ້າງ ຂ້າພະອົງຂຶ້ນມາເພື່ອໄດ້ຮູ້ຈັກ ແລະ ນະມັດສະການພຣະອົງ.

ບັດນີ້,ຂ້າພະອົງໄດ້ຮູ້ແຈ້ງເຫັນຈິງ ເຖິງຄວາມປາສະຈາກອໍານາດວາດສະໜາຂອງຂ້າພະອົງ, ຕໍ່ການຊົງສັກດາ ນຸພາບຂອງພຣະອົງ, ຄວາມທຸກຍາກ ຂອງ ຂ້າພະອົງ ຕໍ່ຄວາມອຸດົມຮັ່ງມີຂອງພຣະອົງ.

ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ, ພຣະຜູ້ຊົງ ຊ່ວຍເຫຼືອໃນໄພອັນຕະລາຍ, ພຣະຜູ້ຊົງເປັນຢູ່ດ້ວຍພຣະອົງເອງ.

#12751
- Bahá'u'lláh

 

ສໍາລັບສວດໜຶ່ງຄັ້ງໃນ 24 ຊົ່ວໂມງ

ຜູ້ທີ່ຕ້ອງການສວດບົດອະທິຖານນີ້, ຂໍໃຫ້ເຂົາຢືນຂຶ້ນ ແລະຕັ້ງຈິດສູ່ ພຣະຜູ້ເປັນເຈົ້າ,ແລະຂະນະຢືນຢູ່ກັບທີ່ຂອງເຂົາ, ຂໍໃຫ້ເຂົາຫລຽວ ໄປທາງຂວາ ແລະ ຊ້າຍ, ຄືກັບວ່າກໍາລັງລໍຄອຍ ຄວາມປານີຈາກ ພຣະຜູ້ເປັນນາຍຂອງເຂົາ, ພຣະຜູ້ຊົງປານີທີ່ສຸດ, ພຣະຜູ້ຊົງ ເຫັນໃຈ, ຈາກນັ້ນຈົ່ງກ່າວວ່າ :

ຂ້າແດ່ພຣະຜູ້ເປັນນາຍແຫ່ງນາມທັງປວງ ແລະ ເປັນ ພຣະຜູ້ຊົງສ້າງ ສະຫວັນທັງຫຼາຍ! ຂ້າພະອົງຂໍວິງວອນ ພຣະອົງ ຕໍ່ບໍລົມພຣະສາສະດາທັງຫຼາຍ ພຣະຜູ້ເຊິ່ງເປັນອະລຸໂນໄທສະຖານແຫ່ງສາລະ ທີ່ເບິ່ງບໍ່ເຫັນຂອງພຣະອົງ, ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງຄວາມຮຸ່ງເຮືອງທີ່ສຸດ ຂໍຊົງ ບັນດານໃຫ້ການອະທິຖານຂອງຂ້າພະອົງເປັນໄຟທີ່ເຜົາມ່ານທີ່ປິດກັ້ນຂ້າພະອົງຈາກຄວາມງາມຂອງພຣະອົງ, ແລະ ເປັນແສງສະຫວ່າງທີ່ຈະນໍາຂ້າພະອົງ ໄປສູ່ມະຫາສະໝຸດແຫ່ງສະຖິດສະຖານ ຂອງພຣະອົງ.

ຈາກນີ້ ຂໍໃຫ້ເຂົາຍົກມືຂຶ້ນ ວິງວອນ ພຣະຜູ້ເປັນເຈົ້າ ພຣະພອນ ແລະ ຄວາມປະເສີດ ຂອງພຣະອົງ ແລະ ກ່າວວ່າ:

ຂ້າແດ່ ພຣະຜູ້ເປັນຍອດປາດຖະໜາ ຂອງໂລກ ແລະ ເປັນທີ່ຮັກຍິ່ງຂອງຊາດທັງຫຼາຍ! ພຣະອົງຊົງເຫັນແລ້ວວ່າ ຂ້າພະອົງຫັນມາຫາພຣະອົງ, ຕັດຄວາມຜູກພັນຈາກທຸກ ຄົນນອກຈາກພຣະອົງ, ແລະ ຢຶດໜ່ຽວສາຍໃຍຂອງພຣະອົງ, ເຊິ່ງການເຄື່ອນໄຫວຂອງສາຍໃຍນີ້ ໄດ້ປຸກທຸກສັບພະສິ່ງໃຫ້ ຕື່ນຂຶ້ນ, ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ, ຂ້າພະ ອົງເປັນຄົນຮັບໃຊ້ຂອງພຣະອົງ, ເປັນບຸດຫຼານແຫ່ງບໍລິວານ ຂອງພຣະອົງ. ຂໍຊົງໄດ້ທອດພຣະເນດເຫັນວ່າ ຂ້າພະອົງ ຢືນຢູ່ພ້ອມທີ່ຈະທໍາຕາມພຣະປະສົງ ແລະ ຄວາມປາດຖະ ໜາຂອງພຣະອົງ, ແລະ ບໍ່ຕ້ອງການສິ່ງໃດນອກຈາກ ການ ເປັນທີ່ຍິນດີຂອງພຣະອົງ. ຂ້າພະອົງຂໍວິງວອນ ຕໍ່ມະຫາ ສະໝຸດແຫ່ງຄວາມປານີ ແລະ ດວງຕາເວັນ ແຫ່ງຄວາມ ກະລຸນາຂອງພຣະອົງ. ຂໍຊົງກະທໍາຕໍ່ຄົນຮັບໃຊ້ ຕາມທີ່ພຣະ ອົງປາດຖະໜາ ແລະ ຍິນດີ ເຊິ່ງອໍານາດຂອງພຣະອົງຢູ່ ເໜືອກວ່າ ການກ່າວເຖິງ ແລະ ສັນລະເສີນເປັນພະຍານ! ແມ່ນຫຍັງກໍ່ຕາມທີ່ພຣະອົງເປີດເຜີຍ ເປັນທີ່ປາດຖະໜາ ຂອງຫົວໃຈ ແລະ ເປັນທີ່ຮັກຍິ່ງຂອງວິນຍານຂອງຂ້າພະອົງ. ຂ້າແດ່ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ! ຂໍຊົງຢ່າຖືຄວາມຫວັງ ແລະ ການກະທໍາຂອງຂ້າພະອົງ, ຂໍຊົງຖືແຕ່ພຣະປະສົງຂອງພຣະອົງ ທີ່ຫ້ອມລ້ອມສະຫວັນ ແລະໂລກ. ພຣະນາມອັນຍິ່ງໃຫຍ່ທີ່ສຸດ ຂອງພຣະອົງ ເປັນ ພະຍານ, ຂ້າແດ່ພຣະອົງ ພຣະຜູ້ຊົງເປັນນາຍແຫ່ງຊາດທັງ ປວງ! ຂ້າພະອົງປາດຖະໜາ ແຕ່ສິ່ງທີ່ພຣະອົງປາດຖະໜາ, ແລະ ຮັກແຕ່ສິ່ງທີ່ພຣະອົງຊົງຮັກ.

ຂໍໃຫ້ເຂົາຄຸກເຄົ່າລົງ, ເອົາໜ້າຜາກແປະພື້ນ, ແລ້ວກ່າວວ່າ:

ພຣະອົງຊົງປະເສີດ ເໜືອການພັນລະນາ ຂອງຜູ້ໃດ ນອກຈາກພຣະອົງເອງ, ແລະ ເໜືອຄວາມເຂົ້າໃຈຂອງ ທຸກຄົນ ນອກຈາກພຣະອົງ.

ຂໍໃຫ້ເຂົາຢືນຂຶ້ນ ແລະ ກ່າວວ່າ:

ຂ້າແດ່ພຣະຜູ້ເປັນນາຍ ຂອງຂ້າພະອົງ, ຂໍຊົງບັນດານ ໃຫ້ການອະທິຖານຂອງຂ້າພະອົງ ເປັນນໍ້າພຸແຫ່ງຊີວິດທີ່ຈະ

ຫຼໍ່ລ້ຽງຂ້າພະອົງ ຕາບນານເທົ່າທີ່ອະທິປະໄຕຂອງພຣະອົງ

ຍັງຢູ່ ແລະ ຊ່ວຍໃຫ້ຂ້າພະອົງກ່າວເຖິງພຣະອົງ ໃນທຸກພົບ.

ຂໍໃຫ້ເຂົາຍົກມືຂຶ້ນວິງວອນອີກຄັ້ງ ແລະກ່າວວ່າ:

ຂ້າແດ່ພຣະຜູ້ເຊິ່ງຫົວໃຈ ແລະ ວິນຍານຕ້ອງແຕກສະ ລາຍຫາກແຍກຈາກພຣະອົງ, ແລະເພີງແຫ່ງຄວາມຮັກຂອງ ພຣະອົງ ໄດ້ເຮັດໃຫ້ທົ່ວພິພົບ ຖືກຈຸດໃຫ້ສະຫວ່າງສະໄຫວ ຂຶ້ນ! ຂ້າພະອົງຂໍວິງວອນຕໍ່ພຣະນາມຂອງພຣະອົງ ທີ່ຊົງຜາບ ແພ້ສັບພະສິ່ງທັງປວງ, ຂໍຊົງຢ່າພາກສິ່ງທີ່ຢູ່ກັບພຣະອົງ ໄປຈາກຂ້າພະອົງ, ຂ້າແດ່ພຣະອົງ ພຣະຜູ້ຊົງປົກຄອງ ມວນມະນຸດ! ຂ້າແດ່ພຣະຜູ້ເປັນນາຍ ຂອງຂ້າພະອົງ, ພຣະອົງຊົງເຫັນແລ້ວວ່າ, ຄົນແປກໜ້າຜູ້ນີ້ ຮີບໄປຍັງບ້ານທີ່ ປະເສີດສຸດຂອງເຂົາ ພາຍໃຕ້ຊາຍຄາ ຂອງຣາຊສັກດາຂອງ ພຣະອົງ ໃນອານາບໍລິເວນແຫ່ງຄວາມປານີ ຂອງພຣະອົງ; ແລະ ຜູ້ລະເມີດຜູ້ນີ້ ສະແຫວງຫາມະຫາສະໝຸດ ແຫ່ງການ ອະໄພຂອງພຣະອົງ; ແລະຄົນຕໍ້າຕ້ອຍຜູ້ນີ້ ສະແຫວງຫາ ຣາຊສໍານັກແຫ່ງ ຄວາມຮຸ່ງເຮືອງຂອງພຣະອົງ; ແລະຄົນ ຍາກໄຮ້ຜູ້ນີ້ສະແຫວງຫາ ບົວລະພາ ແຫ່ງຄວາມມັ່ງຄັ່ງຂອງ ພຣະອົງ. ພຣະອົງຊົງອໍານາດໃນການບັນຊາ ຕາມທີ່ພຣະ ອົງຊົງປາດຖະໜາ. ຂ້າພະອົງ ຂໍເປັນສັກຂີພະຍານວ່າ ການກະທໍາຂອງພຣະອົງ ຄວນໄດ້ຮັບການສັນລະເສີນ, ແລະ ບັນຍັດຂອງພຣະອົງຄວນເປັນທີ່ເຊື່ອຟັງ, ແລະພຣະອົງຊົງ ບັນຊາໄດ້ໂດຍບໍ່ມີຂໍ້ຈໍາກັດ.

ຈາກນີ້ຂໍໃຫ້ເຂົາຍົກມືທັງສອງຂຶ້ນ, ແລະກ່າວພຣະນາມອັນຍິ່ງໃຫຍ່ ທີ່ສຸດ (ອັລລາຫ໌ ໂອອັບຮາ ) ສາມຄັ້ງ ຈາກນັ້ນກົ້ມລົງ ເອົາມືວາງ ເທິງຫົວເຄົ່າທັງສອງຂ້າງ ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ - ພຣະ ພອນ ແລະ ຄວາມປະເສີດເປັນຂອງພຣະອົງ - ແລະກ່າວວ່າ:

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ, ພຣະອົງຊົງເຫັນ ແລ້ວວ່າ, ວິນຍານຂອງຂ້າພະອົງໄດ້ຟື້ນຂຶ້ນມາໃນແຂນຂາ ແລະອະໄວຍະວະຕ່າງໆຢ່າງໃດ, ດ້ວຍຄວາມປາດຖະໜາ ຈະບູຊາພຣະອົງ, ລະນຶກເຖິງແລະສະດຸດີພຣະອົງ; ວິນຍານ ນີ້ຢືນຢັນ ສິ່ງທີ່ຊິວຫາແຫ່ງບັນຍັດຂອງພຣະອົງ ໄດ້ຢືນຢັນ ໃນອານາຈັກແຫ່ງວາທະ ແລະ ນະພາແຫ່ງຄວາມຮູ້ຂອງ ພຣະອົງຢ່າງໃດ, ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ, ຂ້າພະອົງຮັກ, ໃນສະພາວະເຊັ່ນນີ້, ຂ້າພະອົງຢາກຂໍ ທຸກສິ່ງທີ່ຢູ່ກັບພຣະອົງ, ເພື່ອວ່າຂ້າພະອົງຈະໄດ້ສາທິດ ຄວາມຍາກໄຮ້ຂອງຂ້າພະອົງ, ແລະສັນລະເສີນຄວາມອາ ລີແລະຄວາມຮັ່ງມີຂອງພຣະອົງ, ແລະຈະໄດ້ປະກາດຄວາມ ໄຮ້ອໍານາດຂອງຂ້າພະອົງ, ແລະ ສະແດງອານຸພາບ ແລະ ອໍານາດຂອງພຣະອົງໃຫ້ເປັນທີ່ປະຈັກແຈ້ງ.

ຈາກນີ້ຂໍໃຫ້ເຂົາຢືນຂຶ້ນ ແລະ ຍົກມືທັງສອງ ສອງຄັ້ງເພື່ອວິງ:ວອນ, ແລະກ່າວວ່າ:

ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ, ພຣະຜູ້ ຊົງມະຫິທານຸພາບ, ພຣະຜູ້ຊົງອາລີທີ່ສຸດ, ບໍ່ມີພຣະຜູ້ເປັນ ເຈົ້າອື່ນໃດນອກຈາກພຣະອົງ, ພຣະຜູ້ຊົງບັນຍັດ, ທັງໃນເລີ່ມ ຕົ້ນ ແລະ ອາວະສານ. ຂ້າແດ່ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນ ເຈົ້າຂອງຂ້າພະອົງ! ການອະໄພຂອງພຣະອົງ ເຮັດໃຫ້ກ້າ ແກ່ຂ້າພະອົງ, ແລະຄວາມປານີຂອງພຣະອົງ ເສີມພະລັງ ໃຫ້ຂ້າພະອົງ ແລະ ສຽງຮຽກຮ້ອງຂອງພຣະອົງໄດ້ປຸກຂ້າ ພະອົງ, ແລະ ຄວາມກະລຸນາຂອງພຣະອົງ ໄດ້ເຮັດໃຫ້ ຂ້າພະອົງລຸກຂຶ້ນ ແລະ ນໍາຂ້າພະອົງມາສູ່ພຣະອົງ ບໍ່ເຊັ່ນນັ້ນແລ້ວ, ຂ້າພະອົງເປັນໃຜ, ທີ່ບັງອາດ ກ້າມາຢືນຢູ່ທີ່ປະຕູ ຂອງນະຄອນ ແຫ່ງຄວາມໃກ້ຊິດພຣະອົງ ແລະຫັນໜ້າມາຫາດວງຕາເວັນທີ່ເຮືອງແສງມາຈາກນະພາ ແຫ່ງພຣະປະສົງຂອງພຣະອົງ ! ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ພຣະອົງຊົງເຫັນແລ້ວວ່າ ຜູ້ໜ້າເວທະນາຄົນນີ້ກໍາລັງເຄາະປະຕູ

ແຫ່ງຄວາມກະລຸນາຂອງພຣະອົງ ແລະ ວິນຍານທີ່ບໍ່ຈີລັງນີ້ກໍາລັງສະແຫວງຫາແມ່ນໍ້າແຫ່ງຊີວິດນິລັນດອນ ຈາກພຣະຫັດແຫ່ງຄວາມອາລີຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍແຫ່ງນາມທັງປວງ; ບັນຊາເປັນຂອງພຣະອົງທຸກເວລາ, ແລະ ການຍອມຈໍານົນ ແລະໝອບກາບ ພຣະປະສົງຂອງພຣະອົງ ເປັນຂອງພຣະອົງ, ຂ້າແດ່ພຣະຜູ້ສ້າງສະຫວັນທັງຫຼາຍ!

ຈາກນີ້ຂໍໃຫ້ເຂົາຍົກມືຂຶ້ນສາມຄັ້ງ, ແລະກ່າວວ່າ:

ພຣະຜູ້ເປັນເຈົ້າຊົງຍິ່ງໃຫຍ່່ເໜືອຜູ້ຍິ່ງໃຫຍ່ທັງປວງ!

ຈາກນີ້ຂໍໃຫ້ເຂົາຄຸເຄົ່າແລະ, ກົ້ມຫົວລົງແປະພື້ນ, ກ່າວວ່າ:

ພຣະອົງຊົງຄວາມສູງສົ່ງ ເກີນກວ່າຄໍາສັນລະເສີນຂອງ ບັນດາຜູ້ທີ່ຢູ່ໃກ້ ຈະຂຶ້ນໄປເຖິງນະພາແຫ່ງຄວາມໃກ້ຊິດພຣະ ອົງ ຫຼື ວິຫົກແຫ່ງຫົວໃຈ ຂອງບັນດາຜູ້ທີ່ອຸທິດຕົນ ຕໍ່ພຣະອົງ ຈະໄປເຖິງປະຕູຂອງພຣະອົງ ຂ້າພະອົງຂໍຢືນຢັນວ່າ ພຣະ ອົງຊົງຄວາມບໍລິສຸດເໜືອຄຸນລັກສະນະ ແລະ ນາມທັງປວງ, ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງປະ ເສີດສຸດ, ພຣະຜູ້ຊົງຄວາມຮຸ່ງເຮືອງທີ່ສຸດ.

ຈາກນີ້ຂໍໃຫ້ເຂົານັ່ງລົງ ແລະ ກ່າວວ່າ:

ຂ້າພະອົງ ຂໍຢືນຢັນ ດັ່ງເຊັ່ນທຸກສັບພະສິ່ງ ແລະໝູ່ເທວັນເບື້ອງບົນ ບັນດາຜູ້ທີ່ຢູ່ໃນສະຫວັນຊັ້ນສູງສຸດ ແລະ ທີ່ສູງໄປກວ່ານັ້ນຄື ຊິວຫາແຫ່ງຄວາມໂອລານຈາກຂອບຟ້າອັນຮຸ່ງ ເຮືອງ ຕ່າງກໍ່ຢືນຢັນເຊັ່ນກັນວ່າ, ພຣະອົງຄືພຣະຜູ້ເປັນເຈົ້າ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ແລະ ບໍລົມພຣະສາສະດາທີ່ຖືກສະແດງໃຫ້ປະກົດ ຄືຄວາມເລິກລັບທີ່ຊ້ອນເລັ້ນ ຄືສັນຍາລັກທີ່ຖະໜອມໄວ້ ເຊິ່ງຕົວອັກສອນຈົງ ແລະ ເປັນ (ຈົງເປັນ) ໄດ້ເຊື່ອມເຂົ້າດ້ວຍກັນໂດຍພຣະອົງ ຂ້າພະອົງຂໍເປັນພະຍານວ່າ ພຣະອົງຄືຜູ້ທີ່ປາກກາຂອງພຣະຜູ້ຊົງຄວາມສູງສົ່ງ ໄດ້ລິຂິດພຣະນາມໄວ້ ແລະໄດ້ຮັບການກ່າວເຖິງ ໃນພຣະຄັມພີທັງຫຼາຍຂອງພຣະຜູ້ເປັນເຈົ້າພຣະຜູ້ເປັນນາຍແຫ່ງບັນລັງເບື້ອງບົນ ແລະ ໂລກເບື້ອງລ່າງ.

ຈາກນີ້ຂໍໃຫ້ເຂົາຢືນຕົງ ແລະກ່າວວ່າ:

ຂ້າແຕ່ພຣະຜູ້ເປັນນາຍຂອງຊີວິດທັງປວງ ພຣະຜູ້ຊົງ ຄອບຄອງຮູປະທັມ ແລະນາມທັມທັງປວງ! ພຣະອົງຊົງເຫັນ

ນໍ້າຕາ ແລະ ສຽງຖອນຫາຍໃຈຂອງຂ້າພະອົງ, ຊົງໄດ້ຍິນສຽງ ໂອດຄວນຂອງຂ້າພະອົງ ແລະ ຮ້ອງໃຫ້ຂອງຂ້າພະອົງ ແລະ ຄວາມໂສກເສົ້າໃນຫົວໃຈຂອງຂ້າພະອົງ.ໂດຍອໍານາດຂອງພຣະອົງຊົງເປັນພະຍານ! ອະກຸສົນກັມຂອງຂ້າພະອົງ ໄດ້ໜ່ວງໜ່ຽວຂ້າພະອົງ ບໍ່ໃຫ້ໃກ້ເຂົ້າໄປຫາພຣະອົງ ແລະບາບຂອງຂ້າພະອົງໄດ້ພາຂ້າພະອົງ ໄກອອກໄປຈາກຣາຊສໍານັກແຫ່ງຄວາມວິສຸດຂອງພຣະອົງ. ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຄວາມຮັກຂອງພຣະອົງ ບໍາລຸງຂ້າພະອົງ, ການແຍກຈາກພຣະອົງທໍາລາຍຂ້າພະອົງ ແລະ ຄວາມຫ່າງໄກຈາກພຣະອົງເຜົາຜານຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ຮອຍພຣະບາດຂອງພຣະອົງໃນທີ່ຮົກຮ້າງນີ້ ຕໍ່ວາຈາ“ຂ້າພະອົງຢູ່ນີ້” ທີ່ບັນດາຜູ້ທີ່ພຣະອົງເລືອກສັນໄດ້ເປັ່ງໃນຄວາມໄພສານນີ້ ຕໍ່ລົມຫາຍໃຈແຫ່ງການເປີດເຜີຍພຣະທັມຂອງພຣະອົງ ແລະ ສາຍລົມແຫ່ງອະຣຸໂນທັຍ ແຫ່ງການປະກົດຂອງພຣະອົງ ຂໍຊົງບັນຍັດໃຫ້ຂ້າພະອົງ ໄດ້ພິສູດຄວາມງາມຂອງພຣະອົງ ແລະ ປະຕິບັດຕາມສິ່ງທີ່ຢູ່ໃນພຣະຄໍາພີ

ຂອງພຣະອົງ.

ຈາກນີ້ ຂໍໃຫ້ເຂົາກ່າວພຣະນາມ ອັນຍິ່ງໃຫຍ່ທີ່ສຸດ (ອັລລາຫ໌ໂອອັບຮາ) ສາມຄັ້ງ, ແລະ ກົ້ມລົງເອົາມືວາງເທິງຫົວເຄົ່າ ທັງສອງຂ້າງ ແລ້ວກ່າວວ່າ:

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນລະ ເສີນຈົ່ງມີແດ່ພຣະອົງ ທີ່ຊົງຊ່ວຍໃຫ້ຂ້າພະອົງລະນຶກເຖິງ ແລະສັນລະເສີນພຣະອົງ ແລະໃຫ້ຂ້າພະອົງຮູ້ຈັກບໍລົມພຣະສາດສະດາ ຜູ້ເປັນອະຣຸໂນທັຍແຫ່ງສັນຍາລັກຂອງພຣະອົງ, ແລະ ທໍາໃຫ້ຂ້າພະອົງນ້ອມຄໍານັບ ອິສຣິຍະຂອງພຣະອົງ ຖ່ອມຕົວຕໍ່ຄວາມເປັນເຈົ້າຂອງພຣະອົງ ແລະ ຍອມຮັບສິ່ງທີ່

ເອີ່ຍ ຈາກຊິວຫາແຫ່ງຄວາມໂອລານຂອງພຣະອົງ.

ຈາກນີ້ຂໍໃຫ້ເຂົາລຸກຂຶ້ນແລະກ່າວວ່າ:

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຫຼັງຂອງຂ້າພະອົງງໍດ້ວຍນໍ້າໜັກຂອງບາບ, ແລະຄວາມລືມ ສະຕິໄດ້ທໍາລາຍຂ້າພະອົງ. ເມື່ອໃດທີ່ຂ້າພະອົງຕຶກຕອງ ເບິ່ງກັມຊົ່ວຂອງຂ້າພະອົງ ແລະ ຄວາມເມດຕາຂອງພຣະ ອົງ ຫົວໃຈຂອງຂ້າພະອົງ ແຕກສະຫຼາຍຢູ່ໃນຕົວຂອງຂ້າ ພະອົງ ແລະໂລຫິດຂອງຂ້າພະອົງ ເດືອດຜ່ານໃນເສັ້ນ ເລືອດຂອງຂ້າພະອົງ, ຄວາມງາມຂອງພຣະອົງເປັນພະຍານ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງເຫັນແລ້ວວ່າ ນໍ້າຕາຂອງຂ້າພະອົງ ກີດກັ້ນບໍ່ໃຫ້ຂ້າພະອົງລະນຶກເຖິງພຣະອົງ ແລະ ສະດຸດີຄຸນຄວາມດີຂອງພຣະອົງຢ່າງໃດ ຂ້າ

ແດ່ພຣະຜູ້ເປັນນາຍແຫ່ງບັນລັງເບື້ອງບົນ ແລະ ໂລກເບື້ອງລ່າງ! ຂ້າພະອົງຂໍວິງວອນຕໍ່ສັນຍາລັກ ແລະ ຄວາມເລິກລັບຂອງອານາຈັກຂອງພຣະອົງ ຂໍຊົງກະທໍາຕໍ່ບັນດາຜູ້ທີ່ພຣະອົງຮັກໃຫ້ສົມກັບຄວາມອາລີ ແລະ ຄູ່ຄວນກັບພຣະກະລຸນາຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງທຸກຊີວິດ, ຂ້າແດ່ ພຣະຜູ້ເປັນລາຊາແຫ່ງຮູປທັມແລະນາມທັມ.

ຈາກນີ້ໃຫ້ເຂົາກ່າວ ພຣະນາມອັນຍິ່ງໃຫຍ່ທີ່ສຸດ (ອັລລາຫ໌ໂອອັບຮາ) ສາມຄັ້ງ,

ແລ້ວຄຸເຄົ່າ ເອົາໜ້າຜາກແປະພື້ນ ແລະກ່າວ່າ:

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງທັງຫຼາຍ, ຂໍຄວາມສັນລະເສີນຈົ່ງມີແດ່ພຣະອົງ, ທີ່ຊົງປະທານສິ່ງທີ່ພາ ຂ້າພະອົງທັງຫຼາຍເຂົ້າໄປໃກ້ພຣະອົງ, ແລະສິ່ງດີງາມທຸກ ຢ່າງທີ່ຢູ່ໃນພຣະຄັມພີຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ, ຂ້າພະອົງທັງຫຼາຍຂໍວິງວອນພຣະອົງ, ຂໍຊົງ ຄຸ້ມຄອງຂ້າພະອົງທັງຫຼາຍ, ໃຫ້ພົ້ນຈາກຄວາມເພີ້ຝັນ ແລະ ຈິນຕະນາການອັນໄຮ້ສາລະ, ຄວາມຈິງແລ້ວ, ພຣະອົງ, ຄືພຣະຜູ້ຊົງອໍານາດ, ພຣະຜູ້ຊົງຮອບຮູ້.

ຈາກນີ້ຂໍໃຫ້ເຂົາເງີຍຫົວຂຶ້ນ ແລະນັ່ງລົງ ແລະກ່າວວ່າ:

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍຢືນ

ຢັນ ສິ່ງທີ່ບັນດາຜູ້ທີ່ພຣະອົງເລືອກສັນຢືນຢັນ ແລະ ຍອມຮັບ ສິ່ງທີ່ບັນດາຜູ້ທີ່ອາໄສຢູ່ໃນສະຫວັນຊັ້ນສູງສຸດ ແລະ ລາຍລ້ອມບັນລັງຂອງພຣະອົງຍອມຮັບ. ຂ້າແດ່ພຣະຜູ້ເປັນ ນາຍຂອງພົບທັງປວງ, ອານາຈັກຂອງໂລກ ແລະ ສະຫວັນ ເປັນຂອງພຣະອົງ!

#12753
- Bahá'u'lláh

 

General

ຂໍຄວາມຄຸ້ມຄອງ

(ອອກຈາກເຮືອນ)

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງໄດ້ອອກຈາກບ້ານ ດ້ວຍຄວາມຢຶດໝັ້ນ ໃນສາຍ ໃຍແຫ່ງຄວາມຮັກຂອງພຣະອົງແລະມອບກາຍຖະຫວາຍຕົນໄວ້ໃນການດູແລ ແລະ ຄວາມຄຸ້ມຄອງຂອງພຣະອົງ ຂ້າພະ ອົງຂໍວິງວອນ ຕໍ່ອານຸພາບທີ່ພຣະອົງ ໃຊ້ຄຸ້ມຄອງບັນດາຜູ້ທີ່ ເປັນທີ່ຮັກຂອງພຣະອົງ ໃຫ້ພົ້ນຈາກຜູ້ທີ່ຖືທິດຖິແລະວິປະຣິດ ຜູ້ກົດຂີ່ທີ່ຮຸນແຮງ ແລະ ຜູ້ກະທໍາຄວາມຊົ່ວຮ້າຍທີ່ຫຼົງທາງ ໄກອອກໄປຈາກພຣະອົງ ຂໍຄວາມອາລີ ແລະຄວາມກະລຸນາຂອງ ພຣະອົງຄຸ້ມຄອງຂ້າພະອົງໃຫ້ປອດໄພ ຂໍອານຸພາບ ແລະ ອໍານາດຂອງພຣະອົງ ຊ່ວຍໃຫ້ຂ້າພະອົງ ໄດ້ກັບບ້ານ ດ້ວຍຄວາມປອດໄພ.

ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງຊ່ວຍເຫຼືອ ໃນໄພອັນຕະລາຍ ພຣະຜູ້ດໍາລົງຢູ່ດ້ວຍ ພຣະອົງເອງ

#12770
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ!

ພຣະອົງຊົງເຫັນ ແລະ ຮູ້ແລ້ວວ່າ ຂ້າພະອົງຮຽກຮ້ອງບັນ ດາຄົນຮັບໃຊ້ຂອງພຣະອົງ ບໍ່ໃຫ້ຫັນໄປທາງໃດ ນອກຈາກ ໄປຮັບພອນຈາກພຣະອົງ ຂ້າພະອົງບອກພວກເຂົາບໍ່ໃຫ້ ປະຕິບັດຕາມສິ່ງໃດ ນອກຈາກທີ່ພຣະອົງບັນຍັດໄວ້ໃນພຣະ

ຄໍາພີທີ່ແຈ່ມແຈ້ງ ເປັນພຣະຄໍາພີທີ່ສົ່ງລົງມາ ຕາມປະກາສິດ ທີ່ຢັ່ງບໍ່ເຖິງ ດ້ວຍຈຸດປະສົງ ທີ່ປ່ຽນແປງບໍ່ໄດ້ຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພະອົງບໍ່ສາມາດເອີ່ຍຖ້ອຍ ຄໍາໃດ ນອກຈາກຈະໄດ້ຮັບອະນຸຍາດຈາກພຣະອົງ ແລະບໍ່ ສາມາດເຄື່ອນໄຫວໄປທິດທາງໃດ ນອກຈາກຈະໄດ້ຮັບອະ ນຸມັດຈາກພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຄືຜູ້ທີ່ບັນດານໃຫ້ຂ້າພະອົງເກີດຂຶ້ນມາ ໂດຍອານຸ ພາບແຫ່ງອໍານາດຂອງພຣະອົງ ແລະຊົງປະສາດຄວາມກະ ລຸນາໃຫ້ຂ້າພະອົງ ສະແດງສາສະໜາຂອງພຣະອົງ ດ້ວຍ ເຫດນີ້ ຂ້າພະອົງຈຶ່ງຕ້ອງຮັບເຄາະກັມ ຈົນລີ້ນຂອງຂ້າພະອົງ ຖືກຢຸດຢັ້ງບໍ່ໃຫ້ສະດຸດີພຣະອົງ ຫຼື ສັນລະເສີນຄວາມຮຸ່ງ ເຮືອງຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນລະ ເສີນທັງປວງຈົ່ງມີແດ່ພຣະອົງ ສໍາລັບສິ່ງທີ່ຊົງບັນຍັດໃຫ້ແກ່ ຂ້າພະອົງໂດຍປະກາສິດ ແລະ ອານຸພາບຂອງອະທິປະໄຕ ຂອງພຣະອົງ ຂ້າພະອົງຂໍວິງວອນພຣະອົງ ຂໍຊົງທໍາໃຫ້ ຂ້າພະອົງ ແລະ ບັນດາຜູ້ທີ່ຂ້າພະອົງຮັກເຂັ້ມແຂງໃນ ຄວາມຮັກທີ່ມີຕໍ່ພຣະອົງ ຂໍຊົງຄໍ້າຈຸນໃຫ້ຂ້າພະອົງໝັ້ນຄົງ ໃນສາສະໜາຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງ ຂ້າພະອົງ! ຂ້າພະອົງຂໍປະຕິຍານຕໍ່ອໍານາດຂອງພຣະອົງ! ຄວາມໜ້າລະອາຍຂອງຄົນຮັບໃຊ້ ຄືການທີ່ຖືກມ່ານປິດກັ້ນຈາກພຣະອົງ ແລະ ຄວາມຮຸ່ງເຮືອງຂອງເຂົາ ຄືການໄດ້ຮູ້ຈັກພຣະອົງ ເມື່ອມີອານຸພາບແຫ່ງພຣະນາມຂອງພຣະອົງຢູ່ດ້ວຍ ບໍ່ມີສິ່ງໃດທໍາຮ້າຍຂ້າພະອົງໄດ້ ແລະ ດ້ວຍຄວາມຮັກຂອງພຣະອົງໃນຫົວໃຈຂອງຂ້າພະອົງ ຄວາມທຸກທໍລະມານທັງປວງໃນໂລກ ກໍບໍ່ສາມາດທໍາໃຫ້ຂ້າພະອົງຕື່ນສະດຸ້ງໄດ້.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງປະທານສິ່ງ ທີ່ຈະຄຸ້ມຄອງຂ້າພະອົງ ແລະ ບັນດາຜູ້ທີ່ຂ້າພະອົງຮັກ ໃຫ້ພົ້ນຈາກການປອງຮ້າຍ ຂອງຜູ້ທີ່ປະຕິເສດສັດຈະທັມ ຂອງພຣະອົງ ແລະ ບໍ່ເຊື່ອໃນສັນຍາລັກຂອງພຣະອົງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງອາລີທີ່ສຸດ.

#12771
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງບັນຍັດໃຫ້ ແກ່ຂ້າພະອົງ ແລະບັນດາຜູ້ທີ່ເຊື່ອໃນພຣະອົງ ດ້ວຍສິ່ງທີ່ ພຣະອົງຖືວ່າດີທີ່ສຸດສໍາລັບເຂົາ ດັ່ງທີ່ຖະແຫລງໄວ້ໃນພຣະຄໍາພີແມ່ບົດ ເພາະພຣະອົງຊົງກໍານົດກົດເກນຂອງທຸກສັບພະສິ່ງໄວ້ໃນເອື້ອມມືຂອງພຣະອົງ ຂອງຂວັນຫຼວງຫຼາຍຈາກ

ພຣະອົງ ຫລັ່ງລົງມາຢ່າງບໍ່ຂາດສາຍ ໃຫ້ແກ່ຜູ້ທີ່ຖະໜອມຄວາມຮັກຂອງພຣະອົງ ແລະ ສັນຍາລັກອັນໜ້າພິດສະຫວົງ

ຂອງພຣະພອນຈາກພຣະອົງ ປະທານມາໃຫ້ຢ່າງລົ້ນເຫຼືອສໍາລັບຜູ້ທີ່ຍອມຮັບ ເອກະພາບສະຫວັນຂອງພຣະອົງ ຂ້າພະອົງຂໍມອບສິ່ງທີ່ພຣະອົງກໍານົດໄວ້ສໍາລັບຂ້າພະອົງ ໃຫ້ຢູ່ໃນຄວາມດູແລຂອງພຣະອົງ ແລະ ຂໍວິງວອນພຣະອົງ ຂໍຊົງປະທານສິ່ງດີງາມທັງປວງໃຫ້ແກ່ຂ້າພະອົງ ເທົ່າທີ່ມີຢູ່ໃນຄວາມຮູ້ຂອງ ພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງຄຸ້ມຄອງ ຂ້າພະອົງ ໃຫ້ພົ້ນຈາກຄວາມຊົ່ວຮ້າຍທຸກຢ່າງ ທີ່ຄວາມ ຮອບຮູ້ຂອງພຣະອົງມອງເຫັນ ເພາະບໍ່ມີອານຸພາບ ຫລືພະ ລັງໃດ ເວັ້ນແຕ່ໃນພຣະອົງ ບໍ່ມີໄຊຊະນະໃດຈະມາເຖິງເວັ້ນ ແຕ່ມາຈາກທີ່ສະຖິດຂອງພຣະອົງ ແລະພຣະອົງເທົ່ານັ້ນທີ່ ບັນຊາໄດ້ ອັນໃດກໍຕາມທີ່ພຣະຜູ້ເປັນເຈົ້າຕັ້ງພຣະປະສົງໄວ້ ກໍຈະເປັນໄປຕາມນັ້ນ ອັນໃດທີ່ພຣະອົງບໍ່ໄດ້ຕັ້ງພຣະປະສົງ ໄວ້ກໍຈະບໍ່ເປັນໄປຕາມນັ້ນ.

ບໍ່ມີອານຸພາບ ຫລື ພະລັງໃດນອກຈາກໃນພຣະຜູ້ເປັນ ເຈົ້າ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງອໍານາດສູງສຸດ.

#12772
- The Báb

 

ຂໍຄວາມຮຸ່ງເຮືອງຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ເຈົ້າ! ພຣະອົງຄື ພຣະຜູ້ເປັນເຈົ້າທີ່ດໍາລົງຢູ່ກ່ອນທຸກສັບພະ ສິ່ງແລະດໍາລົງຢູ່ຫຼັງທຸກສັບພະສິ່ງ ແລະ ຈະຄົງຢູ່ຍືນນານ ກວ່າທຸກສັບພະສິ່ງ ພຣະອົງຄືພຣະຜູ້ເປັນເຈົ້າທີ່ຮູ້ທຸກສັບພະ ສິ່ງແລະຊົງຍິ່ງໃຫຍ່ເໜືອທຸກສັບພະສິ່ງ ພຣະອົງຄືພຣະຜູ້ ເປັນເຈົ້າທີ່ປານີຕໍ່ທຸກສັບພະສິ່ງ ຜູ້ຊົງວິນິໄສທຸກສັບພະສິ່ງ ພຣະອົງຄືພຣະຜູ້ເປັນເຈົ້າ ພຣະຜູ້ເປັນນາຍຂອງຂ້າພະອົງ ພຣະອົງຮູ້ຕໍາແໜ່ງຂອງຂ້າພະອົງ ພຣະອົງເຫັນຮ່າງ ກາຍ ແລະ ວິນຍານຂອງຂ້າພະອົງ.

ໂປດຊົງອະໄພຂ້າພະອົງ ແລະສາສະນິກະຊົນທີ່ຕອບ ສະໜອງສຽງຮຽກຮ້ອງຂອງພຣະອົງ ຂໍພຣະອົງຊົງເປັນຜູ້ ຊ່ວຍເຫຼືອຂ້າພະອົງ ໃຫ້ພົ້ນຈາກການປອງຮ້າຍ ຂອງໃຜກໍ ຕາມທີ່ຕ້ອງການທໍາໃຫ້ຂ້າພະອົງທຸກໂສກ ຫຼື ບໍ່ປາຖະໜາ ດີຕໍ່ຂ້າພະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນນາຍ ຂອງສັບພະສິ່ງທັງປວງ ພຣະອົງພຽງພໍສໍາລັບທຸກຄົນ ແຕ່ບໍ່ມີ ໃຜພຽງພໍສໍາລັບຕົນເອງ ຫາກປາສະຈາກພຣະອົງ.

#12773
- The Báb

 

ໃນນາມຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນນາຍແຫ່ງ ຣາຊສັກດາທີ່ຊົງອານຸພາບ ພຣະຜູ້ຊົງບັນຊາ ຂໍຄວາມວິສຸດ ຈົ່ງມີແດ່ພຣະຜູ້ເປັນນາຍ ຊຶ່ງໃນພຣະຫັດຂອງພຣະອົງຄື ຕົ້ນກໍາເນີດຂອງອານາຈັກ ພຣະອົງຊົງສ້າງສັບພະສິ່ງ ຕາມທີ່ ພຣະອົງປາຖະໜາ ໂດຍພຣະວັດຈະນະແຫ່ງບັນຊາຂອງ ພຣະອົງ “ຈົ່ງເປັນ” ແລະເປັນໄປຕາມນັ້ນ ອານຸພາບແຫ່ງອໍາ ນາດເປັນຂອງພຣະອົງຕາບຈົນບັດນີ້ ແລະຈະເປັນຂອງພຣະ ອົງນັບແຕ່ນີ້ໄປ ພຣະອົງຊົງອວຍພອນໃຫ້ແກ່ຜູ້ທີ່ພຣະອົງ ປາດຖະໜາໂດຍອານຸພາບຂອງບັນຊາຂອງພຣະອົງ ຄວາມ ຈິງແລ້ວ ພຣະອົງຄືພຣະຜູ້ຊົງອານຸພາບ ພຣະຜູ້ຊົງມະຫິທາ ນຸພາບ ຄວາມຮຸ່ງເຮືອງທັງປວງ ແລະ ຣາຊສັກດາໃນອານາ ຈັກແຫ່ງທັມມະແລະສັບພາວະ ແລະ ສິ່ງທີ່ຢູ່ລະຫວ່າງອານາ ຈັກເຫລົ່ານີ້ລ້ວນກ່ຽວກັບພຣະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງເດຊານຸພາບ ພຣະຜູ້ຊົງຄວາມຮຸ່ງເຮືອງ ຕັ້ງແຕ່ ນິລັນດອນການ ພຣະອົງເປັນແຫລ່ງກໍາເນີດຂອງຄວາມເຂັ້ມ ແຂງທີ່ບໍ່ຫໍ້ຍທໍ້ ແລະ ຈະເປັນຕໍ່ໄປ ຕາບຈົນນິລັນດອນການ ອານາຈັກທັງປວງໃນສະຫວັນ ແລະ ໂລກ ແລະ ທີ່ຢູ່ລະ ຫວ່າງອານາຈັກເຫລົ່ານີ້ ລ້ວນເປັນຂອງພຣະຜູ້ເປັນເຈົ້າ ແລະອານຸພາບຂອງພຣະອົງ ຍິ່ງໃຫຍ່ເໜືອທຸກສັບພະສິ່ງ ຊັບສົມບັດທັງປວງໃນໂລກ ແລະ ສະຫວັນ ແລະ ທຸກສິ່ງທີ່ຢູ່ ລະຫວ່າງໂລກ ແລະ ສະຫວັນເປັນຂອງພຣະອົງ ແລະ ຄວາມຄຸ້ມຄອງຂອງພຣະອົງ ແຜ່ໄປເຖິງທຸກສັບພະສິ່ງ ພຣະອົງຄືພຣະຜູ້ສ້າງສະຫວັນແລະໂລກ ແລະ ສິ່ງທີ່ຢູ່ລະ ຫວ່າງສະຫວັນ ແລະໂລກ ແລະ ຄວາມຈິງແລ້ວພຣະອົງຊົງ ເຫັນທຸກສັບພະສິ່ງ ພຣະອົງຄືພຣະຜູ້ເປັນນາຍ ທີ່ຄິດບັນຊີ ທຸກຄົນທີ່ອາໃສຢູ່ໃນສະຫວັນ ແລະ ບົນໂລກ ແລະຜູ້ທີ່ຢູ່ລະ ຫວ່າງສະຫວັນ ແລະ ໂລກ ແລະ ຄວາມຈິງແລ້ວ ພຣະຜູ້ເປັນ ເຈົ້າໄວທັນໃດໃນການຄິດບັນຊີ ພຣະອົງຊົງກໍານົດເກນໃຫ້ ທຸກຄົນທີ່ຢູ່ໃນສະຫວັນ ແລະ ໂລກ ແລະ ທີ່ຢູ່ລະຫວ່າງສະ ຫວັນແລະໂລກ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຄຸ້ມ ຄອງຜູ້ຍິ່ງໃຫຍ່ທີ່ສຸດ ພຣະອົງຄືກຸນແຈຂອງສະຫວັນ ແລະ ໂລກ ແລະ ທຸກສິ່ງທີ່ຢູ່ລະຫວ່າງສະຫວັນ ແລະໂລກ ໄວ້ໃນ ເອື້ອມມືຂອງພຣະອົງ ພຣະອົງຊົງປະທານຂວັນລາບຕາມ ທີ່ພຣະອົງປາຖະໜາ ໂດຍອານຸພາບແຫ່ງບັນຊາຂອງພຣະ ອົງ ແທ້ຈິງແລ້ວ ພຣະກະລຸນາຂອງພຣະອົງຫ້ອມລ້ອມທຸກ ສັບພະສິ່ງ ແລະ ພຣະອົງຄືພຣະຜູ້ຊົງຮອບຮູ້.

ພຣະຜູ້ເປັນເຈົ້າພຽງພໍສໍາລັບຂ້າພະອົງ ພຣະອົງຄືຜູ້ທີ່ ຖືອານາຈັກຂອງທຸກສັບພະສິ່ງ ໄວ້ໃນກໍາມືຂອງພຣະອົງ ພຣະອົງຄຸ້ມຄອງຄົນຮັບໃຊ້ທີ່ພຣະອົງປາດຖະໜາ ໂດຍອາ ໄສອານຸພາບຂອງກອງທັບຂອງພຣະອົງໃນສະຫວັນ ແລະ ໂລກ ແລະທີ່ຢູ່ລະຫວ່າງສະຫວັນ ແລະ ໂລກ ຄວາມຈິງ ແລ້ວ ພຣະຜູ້ເປັນເຈົ້າຄອຍຄຸ້ມຄອງທຸກສັບພະສິ່ງ.

ຂ້າແດ່ພຣະຜູ້ເປັນນາຍ! ພຣະອົງຊົງຄວາມປະເສີດ ເຫລືອປະມານ ຂໍຊົງຄຸ້ມຄອງຂ້າພະອົງໃຫ້ພົ້ນຈາກໄພທີ່ຢູ່ຂ້າງໜ້າ ແລະ ຂ້າງຫລັງ ທີ່ຢູ່ເໜືອຫົວ ຢູ່ຂວາ ແລະ ຊ້າຍ ໃຕ້ຝາເທົ້າ ແລະ ທຸກດ້ານ ແທ້ຈິງແລ້ວ ຄວາມຄຸ້ມຄອງທີ່ພຣະອົງໃຫ້ ແກ່ທຸກສັບພະສິ່ງ ບໍ່ມີທີ່ສິ້ນສຸດ.

#12774
- The Báb

 

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ!ຂໍຊົງປົກປ້ອງຄົນຮັບໃຊ້ທີ່ພຣະອົງໄວ້ໃຈ ໃຫ້ພົ້ນຈາກຄວາມ ຊົ່ວຮ້າຍທີ່ເກີດຈາກກິເລດ ແລະຄວາມເຫັນແກ່ຕົວ ຂໍຊົງເຝົ້າ ເບິ່ງພວກຂ້າພະອົງ ດ້ວຍຄວາມເມດຕາຮັກໃຄ່ ແລະຄຸ້ມຄອງພວກຂ້າພະອົງ ໃຫ້ພົ້ນຈາກຄວາມເຈັບແຄ້ນ ຊິງຊັງ ແລະອິດສາຂໍພຣະອົງຊົງດູແລ ແລະ ພິທັກພວກຂ້າພະອົງໄວ້ ໃນປາການທີ່ປອດໄພ ຈາກຄົມອາວຸດແຫ່ງຄວາມສົງໃສ ຂໍຊົງບັນດານໃຫ້ພວກຂ້າພະອົງເປັນເຄື່ອງໝາຍ ແຫ່ງຄວາມຮຸ່ງເຮືອງຂອງພຣະອົງ ຂໍຊົງໃຫ້ລັງສີຈາກອະລຸໂນໄທແຫ່ງເອກະພາບຂອງພຣະອົງ ທອດລັດສະໝີອັນເຈີດຈ້າມາທີ່ໃບໜ້າຂອງພວກຂ້າພະອົງ ໃຫ້ຫົວໃຈຂອງພວກຂ້າພະອົງເບີກບານ ດ້ວຍບົດກອນທີ່ຫລັ່ງມາຈາກອານາຈັກອັນວິ

ເສດສຸດຂອງພຣະອົງ ພຣະອົງຄືພຣະຜູ້ຊົງອາລີ ພຣະຜູ້ ຊົງຄຸ້ມຄອງ ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງກະລຸນາ.

#12775
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ພຣະອົງຊົງຮູ້ວ່າ ປະຊາຊົນຖືກຫ້ອມລ້ອມດ້ວຍຄວາມເຈັບປວດ ແລະ ຄວາມ ຫາຍຍະນະ ຖືກຫ້ອມລ້ອມດ້ວຍຄວາມທຸກທໍລະມານ ແລະຄວາມຫຍຸ້ງຍາກ ຄວາມທຸກຍາກ ແລະ ເຄາະຮ້າຍທຸກຢ່າງໂຈມຕີມະນຸດ ປະດຸດດັ່ງງÑຮ້າຍ ບໍ່ມີທີ່ກໍາບັງ ຫຼື ທີ່ລີ້ໄພໃດສໍາລັບມະນຸດ ນອກຈາກພາຍໃຕ້ປີກແຫ່ງການປົກປ້ອງຄຸ້ມ

ຄອງ ແລະ ອາລັກຂາຂອງພຣະອົງ.

ຂ້າແດ່ພຣະຜູ້ຊົງປານີ! ຂ້າແດ່ພຣະຜູ້ເປັນນາຍຂອງຂ້າ ພະອົງ! ຂໍໃຫ້ຄວາມຄຸ້ມຄອງຂອງພຣະອົງ ເປັນເກາະປ້ອງ ກັນຂ້າພະອົງ ການປົກປ້ອງຄຸ້ມຄອງຂອງພຣະອົງ ເປັນໂລ່ ກໍາບັງຂ້າພະອົງ ຄວາມຖ່ອມຕົວຕໍ່ປະຕູແຫ່ງຄວາມເປັນ ໜຶ່ງຂອງພຣະອົງ ເປັນຜູ້ອະພິບານຂ້າພະອົງ ການປົກປ້ອງ ແລະອາລັກຂາຂອງພຣະອົງເປັນປາການ ແລະທີ່ອາໄສຂອງ ຂ້າພະອົງ ຂໍຊົງປົກປ້ອງຂ້າພະອົງ ໃຫ້ພົ້ນຈາກການ ຊັກຈູງຂອງຄວາມເຫັນແກ່ຕົວ ແລະ ກິເລດ ຂໍຊົງອະພິບານ ຂ້າພະອົງ ໃຫ້ພົ້ນຈາກຄວາມເຈັບປ່ວຍ ຄວາມທຸກຍາກ

ຄວາມຫຸ້ຍງຍາກ ແລະ ການທົດສອບທີ່ສາຫັດ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຄຸ້ມຄອງ ພຣະຜູ້ອະພິບານ ພຣະຜູ້ອາລັກຂາ ພຣະຜູ້ຊົງພຽງພໍ ແລະ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງປານີ ຂອງພຣະຜູ້ຊົງປານີທີ່ສຸດ.

#12776
- `Abdu'l-Bahá

 

ຂໍຄວາມຊ່ວຍເຫຼືອ

ຂ້າແດ່ພຣະຜູ້ເຊິ່ງພຣະພັກຂອງພຣະອົງ ຄືຈຸດໝາຍຂອງ ການບູຊາຂອງຂ້າພະອົງ, ຄວາມງາມຂອງພຣະອົງ ຄືທີ່ ຫລົບໄພຂອງຂ້າພະອົງ, ທີ່ສະຖິດຂອງພຣະອົງຄືເປົ້າໝາຍ ຂອງຂ້າພະອົງ, ການສັນລະເສີນພຣະອົງ ຄືຄວາມຫວັງ ຂອງຂ້າພະອົງ, ການປົກປ້ອງຄຸ້ມຄອງຂອງພຣະອົງຄືສະ ຫາຍຂອງຂ້າພະອົງ, ຄວາມຮັກຂອງພຣະອົງຄືເຫດແຫ່ງຊີ ວິດຂອງຂ້າພະອົງ, ການກ່າວເຖິງພຣະອົງຄືການປອບ ໂຍນຂ້າພະອົງ, ການຢູ່ໃກ້ພຣະອົງຄືຄວາມຕ້ອງການຂອງ ຂ້າພະອົງ, ການເຂົ້າເຝົ້າພຣະອົງ ຄືຄວາມປາດຖະໜາ ແລະ ຄວາມໃຝ່ຝັນອັນສູງສຸດຂອງຂ້າພະອົງ ຂ້າພະອົງຂໍວິງວອນພຣະອົງ ຂໍຊົງຢ່າພາກຂ້າພະອົງ ຈາກສິ່ງທີ່ພຣະອົງກໍານົດໄວ້ ສໍາລັບຄົນຮັບໃຊ້ທີ່ພຣະອົງເລືອກສັນ. ຂໍຊົງປະທານ, ສິ່ງທີ່ດີງາມທັງໃນໂລກນີ້ ແລະ ໂລກໜ້າ ໃຫ້ແກ່ ຂ້າພະອົງ. ແທ້ຈິງແລ້ວ, ພຣະອົງ, ຄືລາຊາຂອງມວນມະນຸດ. ບໍ່ມີ ພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ, ພຣະຜູ້ຊົງອະໄພ ສະເໝີ, ພຣະຜູ້ຊົງເອື້ອເຟື້ອທີ່ສຸດ.

#12754
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນທີ່ບູຊາ, ພຣະຜູ້ເປັນ ລາຊາ, ແລະ ຍອດປາດຖະໜາຂອງຂ້າພະອົງ! ວາຈາໃດ ທີ່ສາມາດເປັ່ງຄໍາຂອບພຣະຄຸນຕໍ່ພຣະອົງໄດ້? ຂ້າພະອົງ ລືມສະຕິ, ພຣະອົງກໍ່ຊົງເຕືອນສະຕິຂ້າພະອົງ. ຂ້າພະອົງ ຫັນຫຼັງໃຫ້ພຣະອົງ, ພຣະອົງກໍຊົງກະລຸນາໃຫ້ຂ້າພະອົງຫັນ ມາຫາພຣະອົງ. ຂ້າພະອົງເປັນເໝືອນດັ່ງຄົນຕາຍ, ພຣະ ອົງກໍຊົງຊຸບຂ້າພະອົງດ້ວຍນໍ້າແຫ່ງຊີວິດ ຂ້າພະອົງສະຫຼົດໃຈ, ພຣະອົງກໍ່ຊົງຟື້ນກໍາລັງໃຈໃຫ້ຂ້າພະອົງ ດ້ວຍສາຍ ທາລາສະຫວັນ ແຫ່ງພຣະວັດຈະນະ ຂອງພຣະອົງ ທີ່ຫຼັ່ງມາ ຈາກປາກກາຂອງພຣະຜູ້ຊົງປານີ.

ຂ້າແດ່ພຣະຜູ້ເປັນເຈົ້າຜູ້ຊົງປົກປ້ອງຄຸ້ມຄອງ! ທຸກສັບພະ ສິ່ງກໍາເນີດຂຶ້ນໂດຍຄວາມອາລີຂອງພຣະອົງ; ໂປດຢ່າພາກ ທາລາແຫ່ງຄວາມເອື້ອເຟື້ອ, ແລະມະຫາສະໝຸດແຫ່ງຄວາມ ປານີໄປເສັຽຈາກສັບພະສິ່ງທັງຫຼາຍ. ຂ້າພະອົງຂໍວິງວອນ ພຣະອົງ ຂໍຊົງຊ່ວຍເຫຼືອຂ້າພະອົງໃນທຸກເວລາ ແລະ ທຸກ ສະພາບການ, ແລະ ອ້ອນວອນ ຂໍກະລຸນາທິຄຸນ ທີ່ມີມາແຕ່ ບູຮານນະການ ຈາກນະພາແຫ່ງຄວາມກະລຸນາຂອງພຣະ

ອົງ.ຄວາມຈິງແລ້ວ, ພຣະອົງຄື, ພຣະຜູ້ເປັນນາຍແຫ່ງຄວາມ ອາລີ, ພຣະຜູ້ເປັນປະມຸກແຫ່ງອານາຈັກອະນັນ.

#12755
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍຮ້ອງຕໍ່ພຣະນາມ ອັນຮຸ່ງເຮືອງທີ່ສຸດຂອງພຣະອົງ ຂໍຊົງຊ່ວຍເຫຼືອຂ້າພະອົງ ໃນສິ່ງທີ່ຈະທໍາໃຫ້ກິດຈະການ ຂອງຄົນຮັບ ໃຊ້ຂອງພຣະອົງຮຸ່ງເຮືອງ, ແລະບ້ານເມືອງຂອງພຣະອົງຈະ ເລີນຂຶ້ນ. ແທ້ຈິງແລ້ວ, ພຣະອົງ, ຊົງອານຸພາບເໜືອທຸກສັບ ພະສິ່ງ !

#12756
- Bahá'u'lláh

 

ຂໍຄວາມສະດຸດີຈົ່ງມີແດ່ພຣະນາມຂອງພຣະອົງ, ຂ້າແດ່ ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າ ຂອງຂ້າພະອົງທັງຫຼາຍ! ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງຮອບຮູ້ ແຫ່ງນາມມະ ທັມທັງປວງ. ຂໍຊົງກໍານົດສິ່ງທີ່ດີງາມໃຫ້ແກ່ພວກຂ້າພະອົງ ທັງຫຼາຍ ເທົ່າທີ່ມີຢູ່ໃນຄວາມຮອບຮູ້ຂອງພຣະອົງ. ພຣະອົງຄື ພຣະຜູ້ເປັນນາຍສູງສຸດ, ພຣະຜູ້ຊົງມະຫິທານຸພາບ, ພຣະຜູ້ ເປັນທີ່ຮັກຍິ່ງ.

ຂໍຄວາມສັນລະເສີນທັງປວງຈົ່ງມີແດ່ພຣະອົງ, ຂ້າແດ່ ພຣະຜູ້ເປັນນາຍ! ຂ້າພະອົງທັງຫຼາຍອ້ອນວອນຂໍຄວາມ ກະລຸນາຂອງພຣະອົງ ເມື່ອເຖິງວັນທີ່ກໍານົດ ແລະ ຂໍຝາກ ຄວາມຫວັງທັງໝົດໄວ້ກັບພຣະອົງ, ພຣະຜູ້ເປັນນາຍຂອງຂ້າ ພະອົງທັງຫຼາຍ. ຂໍຄວາມສັນລະເສີນຈົ່ງມີແດ່ພຣະອົງ, ຂ້າແດ່ພຣະຜູ້ເປັນເຈົ້າ! ໂປດປະທານສິ່ງທີ່ດີງາມ ແລະ ເໝາະສົມ ໃຫ້ແກ່ພວກຂ້າພະອົງ ເພື່ອວ່າຂ້າພະອົງທັງ ຫຼາຍຈະໄດ້ບໍ່ຕ້ອງອາໄສສິ່ງໃດ ນອກຈາກ ພຣະອົງ. ແທ້ຈິງ ແລ້ວ, ພຣະອົງຄືພຣະຜູ້ເປັນນາຍແຫ່ງພົບທັງປວງ.

ຂ້າແດ່ພຣະຜູ້ເປັນເຈົ້າ! ໂປດຕອບແທນບັນດາຜູ້ທີ່ຍືນ ຍົງອົດທົນໃນຍຸກຂອງພຣະອົງ, ໂປດໃຫ້ກໍາລັງໃຈເພື່ອວ່າ ພວກເຂົາຈະໄດ້ເດີນໃນວິຖີທັມຢ່າງແນ່ວແນ່. ຂ້າແດ່ພຣະຜູ້ ເປັນນາຍ,ໂປດປະທານ, ພອນສະຫວັນທີ່ດີງາມທັງຫລາຍທີ່ ຈະຊ່ວຍໃຫ້ພວກເຂົາ ໄດ້ເຂົ້າໄປສູ່ວິມານ ອັນສຸກສັນ ຂອງ ພຣະອົງ. ຂ້າແດ່ພຣະຜູ້ເປັນເຈົ້າ ຜູ້ຊົງອໍານາດ, ພຣະອົງຊົງ ຄວາມປະເສີດ. ຂໍໃຫ້ພຣະພອນຂອງພຣະອົງລັ່ງລົງມາຍັງ ບ້ານຂອງຜູ້ທີ່ເຊື່ອໃນພຣະອົງ. ແທ້ຈິງແລ້ວ, ບໍ່ມີຜູ້ໃດ ເໜືອກວ່າພຣະອົງໃນການປະທານພອນ. ຂ້າແດ່ພຣະຜູ້ ເປັນເຈົ້າ ໂປດສົ່ງທູດສະຫວັນມາຊ່ວຍ ຄົນຮັບໃຊ້ທີ່ຊື່ສັດຂອງພຣະອົງ ໃຫ້ໄດ້ຮັບໄຊຊະນະ ພຣະອົງຊົງອອກແບບສັບພະສິ່ງທັງຫຼາຍ ຕາມທີ່ພຣະອົງຊົງປາດຖະໜາ ໂດຍອານຸພາບຂອງປະກາສິດຂອງພຣະອົງ ຄວາມຈິງແລ້ວ ພຣະອົງ

ຄືພຣະຜູ້ເປັນປະມຸກ ພຣະຜູ້ສ້າງ ພຣະຜູ້ຊົງອັດສະຣິຍະພາບ.

ພຣະຜູ້ເປັນເຈົ້າ ຄືຜູ້ປະດິດ ທຸກສັບພະສິ່ງ ໂດຍແທ້ຈິງ. ພຣະອົງຫຼໍ່ລ້ຽງຜູ້ທີ່ພຣະອົງປະສົງຢ່າງອຸດົມສົມບູນ ພຣະອົງຄືພຣະຜູ້ສ້າງ ພຣະຜູ້ເປັນຕົ້ນກໍາເນີດ ຂອງຊີວິດທັງປວງພຣະຜູ້ຊົງອອກແບບ ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງ

ປະດິດ ພຣະຜູ້ຊົງອັສລິຍະພາບ ພຣະອົງຄືພຣະຜູ້ສະແດງອະພິໄທອັນວິເສດສຸດທັງຫຼາຍ ທົ່ວທັງສະຫວັນ ແລະ ໂລກ ແລະ ທີ່ຢູ່ລະຫວ່າງພົບເຫຼົ່ານີ້, ທຸກຄົນປະຕິບັດຕາມບັນຊາ ຂອງພຣະອົງ ທຸກຄົນທີ່ອາໄສຢູ່ໃນໂລກ ແລະ ສະຫວັນສັນລະເສີນພຣະອົງ ແລະ ທຸກຄົນຈະກັບໄປສູ່ພຣະອົງ.

#12757
- The Báb

 

ຂ້າແດ່ພຣະຜູ້ເປັນນາຍ ! ຂ້າພະອົງທັງຫຼາຍໜ້າສົງສານ ໂປດຊົງເມດຕາຕໍ່ຂ້າພະອົງທັງຫຼາຍ ພວກຂ້າພະອົງຍາກໄຮ້ ໂປດປະທານສ່ວນແບ່ງຈາກມະຫາສະໝຸດ ແຫ່ງຄວາມມັ່ງຄັ່ງຂອງພຣະອົງ ຂ້າພະອົງທັງຫຼາຍຂັດສົນ ໂປດຄໍ້າຈຸນຂ້າພະອົງທັງຫຼາຍ ຂ້າພະອົງທັງຫຼາຍຕົກຕໍ້າ ໂປດຊ່ວຍໃຫ້ຂ້າພະອົງທັງຫຼາຍຮຸ່ງເຮືອງ ສັດປີກໃນທ້ອງຟ້າ ແລະ ສັດປ່າໃນທົ່ງໄດ້ຮັບອາຫານແຕ່ລະວັນ ຈາກພຣະອົງ, ແລະ ທຸກຊີວິດໄດ້ຮັບການດູແລ ແລະ ຄວາມເມດຕາຮັກໃຄ່ຈາກພຣະອົງ.

ຂໍຊົງຢ່າພາກພຣະກະລຸນາ ອັນລໍ້າເລີດ ຂອງພຣະອົງ ໄປຈາກຜູ້ທີ່ອ່ອນແອ ຂໍຊົງເອື້ອເຟື້ອເພື່ອແຜ່ ຜູ້ທີ່ຊ່ວຍຕົວ ເອງບໍ່ໄດ້ນີ້ ດ້ວຍອໍານາດຂອງພຣະອົງ.

ຂໍຊົງປະທານອາຫານ ແລະ ປັດໃຈໃນການດໍາລົງຊີວິດ ແກ່ຂ້າພະອົງທັງຫຼາຍ ເພື່ອວ່າຂ້າພະອົງທັງຫຼາຍຈະບໍ່ຕ້ອງເພິ່ງຜູ້ໃດນອກຈາກພຣະອົງ ຈະໄດ້ສົນທະນາກັບພຣະອົງຜູ້ດຽວ ຈະໄດ້ເດີນໃນວິຖີຂອງພຣະອົງ ແລະ ປະກາດຄວາມເລິກລັບຂອງພຣະອົງ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງປ່ຽມໄປດ້ວຍຄວາມຮັກ ພຣະຜູ້ຊົງຈັດຫາປັດໃຈໃຫ້ມະນຸດຊາດທັງປວງ.

#12758
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງກະລຸນາ! ຂ້າພະອົງທັງ ຫຼາຍຄືຄົນຮັບໃຊ້ນະທໍລະນີປະຕູຂອງພຣະອົງ, ອາໃສປະຕູ ສັກສິດຂອງພຣະອົງເປັນທີ່ກໍາບັງ. ຂ້າພະອົງທັງຫຼາຍບໍ່ສະ ແຫວງຫາທີ່ເພິ່ງໃດ ນອກຈາກຫຼັກສີລາທີ່ແຂງແກ່ນນີ້, ບໍ່ຫັນ ໄປຫາຮົ່ມໄມ້ຊາຍຄາໃດ ນອກຈາກການປົກປັກຮັກສາ ຂອງ ພຣະອົງ. ຂໍຊົງຄຸ້ມຄອງພວກຂ້າພະອົງທັງຫຼາຍ, ຂໍຊົງ ປະທານພອນ, ຂໍຊົງຄໍ້າຈຸນຂ້າພະອົງທັງຫຼາຍ, ຂໍຊົງທໍາໃຫ້ ຂ້າພະອົງທັງຫຼາຍຮັກແຕ່ຄວາມຍິນດີຂອງພຣະອົງ, ເອີ່ຍ ແຕ່ຄໍາສັນລະເສີນພຣະອົງ, ໄປຕາມວິຖີທັມຂອງພຣະອົງ ເທົ່ານັ້ນ, ເພື່ອວ່າ ຂ້າພະອົງທັງຫຼາຍ ຈະອຸດົມຮັ່ງມີພຽງພໍ ທີ່ຈະຕ້ອງບໍ່ອາໃສຜູ້ໃດນອກຈາກພຣະອົງ, ແລະ ໄດ້ຮັບ ພອນຈາກຊົນລະທີແຫ່ງຄວາມເມດຕາຂອງພຣະອົງ, ເພື່ອ ວ່າຂ້າພະອົງທັງຫຼາຍ ອາດຈະໄດ້ພະຍາຍາມ ເຊີດຊູສາສະ ໜາ ແລະ ແຜ່ກະຈາຍສຸຄົນທະລົດຂອງພຣະອົງໄປກວ້າງໄກ ຢູ່ສະເໝີ ບໍ່ຄິດເຖິງຕົວເອງ ແລະ ລະນຶກເຖິງແຕ່ພຣະອົງ, ລະຈາກທຸກສິ່ງ ແລະ ມອບໃຈໄວ້ກັບພຣະອົງ.

ຂ້າແຕ່ພຣະຜູ້ຊົງຈັດຫາ, ພຣະຜູ້ຊົງອະໄພ! ຂໍຊົງປະທານ ກະລຸນາທິຄຸນຄວາມເມດຕາຮັກໃຄ່, ຂອງຂວັນ ແລະ ພຣະ ພອນຂອງພຣະອົງ, ຂໍຊົງຄໍ້າຈຸນຂ້າພະອົງທັງຫຼາຍ, ເພື່ອວ່າ ຂ້າພະອົງທັງຫຼາຍ ຈະໄດ້ບັນລຸເປົ້າໝາຍ ພຣະອົງຄືພຣະ

ຜູ້ຊົງອານຸພາບ ພຣະຜູ້ຊົງປີຊາສາມາດ ພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງເຫັນ ແລະ ແທ້ຈິງແລ້ວ, ພຣະອົງຄືພຣະຜູ້ຊົງປານີ ແລະແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອະໄພສະເໝີ ພຣະຜູ້ຊື່ງຜູ້ສໍານຶກຜິດຫັນໄປຫາ ພຣະຜູ້ຊົງອະໄພແມ່ນແຕ່ບາບທີ່ຮ້າຍແຮງທີ່ສຸດ.

#12759
- `Abdu'l-Bahá

 

ຊົງອໍານາດ.

ຂ້າແດ່ພຣະຜູ້ເປັນເຈົ້າ ບັດນີ້ ຂ້າພະອົງຂໍເປັນພະ ຍານຕໍ່ຄວາມໝົດຫົນທາງຂອງຂ້າພະອົງ ແລະອະທິປະ ໄຕຂອງພຣະອົງ ຄວາມອ່ອນແອຂອງຂ້າພະອົງ ແລະອານຸ ພາບຂອງພຣະອົງ ຂ້າພະອົງບໍ່ຮູ້ວ່າສິ່ງໃດເປັນປະໂຫຍດ ຫຼືເປັນໄພຕໍ່ຂ້າພະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງ ຮອບຮູ້ ພຣະຜູ້ຊົງອັດສະລິຍະພາບ ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງປະກາສິດສິ່ງທີ່ຈະເຮັດ

ໃຫ້ຂ້າພະອົງພໍໃຈ ກັບຄໍາປະກາສິດອະນັນ ຂອງ ພຣະອົງ ແລະ ທໍາໃຫ້ຂ້າພະອົງຮຸ່ງເຮືອງ ໃນທຸກພົບຂອງພຣະອົງ ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງກະລຸນາ ພຣະຜູ້ຊົງອາລີ ພຣະຜູ້ເປັນນາຍ! ຂໍຊົງຢ່າພັກໄສຂ້າພະອົງໄປຈາກມະຫາສະໝຸດແຫ່ງຄວາມມັ່ງຄັ່ງ ແລະ ນະພາແຫ່ງຄວາມປານີ

ຂອງພຣະອົງ ຂໍຊົງບັນຍັດສິ່ງທີ່ດີງາມໃຫ້ແກ່ຂ້າພະອົງ ທັງໃນໂລກນີ້ແລະໂລກໜ້າ ແທ້ຈິງແລ້ວ ພຣະອົງຄືພຣະຜູ້ເປັນນາຍແຫ່ງຄວາມປານີ ທີ່ຄອງບັນລັງເບື້ອງບົນສຸດ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ເປັນໜຶ່ງ ພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງອັດສະລິຍະພາບ

#12792
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນນາຍ ຂອງຂ້າພະອົງ! ຂໍຊົງໃຫ້ ຄວາມງາມຂອງພຣະອົງ ເປັນອາຫານສໍາລັບຂ້າພະອົງ ການເຂົ້າເຝົ້າພຣະອົງ ເປັນນໍ້າທິບທີ່ຫລໍ່ລ້ຽງຂ້າພະອົງ ຄວາມຍິນດີຂອງພຣະອົງ ເປັນຄວາມຫວັງຂອງຂ້າພະອົງ ການສັນລະເສີນພຣະອົງ ເປັນການກະທໍາຂອງຂ້າພະອົງ ການລະນຶກເຖິງພຣະອົງ ເປັນສະຫາຍຂອງຂ້າພະອົງ ອານຸພາບແຫ່ງອະທິປະໄຕຂອງພຣະອົງ ເປັນຜູ້ຊ່ວຍເຫຼືອຂ້າ ພະອົງ ທີ່ອາໄສຂອງພຣະອົງ ເປັນບ້ານຂອງຂ້າພະອົງ ແລະທີ່ຢູ່ຂອງຂ້າພະອົງ ເປັນບໍລິເວນອັນບໍລິສຸດໄຮ້ຊຶ່ງຂໍ້ ຈໍາກັດ ຂອງບັນດາຜູ້ທີ່ຖືກມ່ານປິດກັ້ນຈາກພຣະອົງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງ

ຄວາມຮຸ່ງເຮືອງ ພຣະຜູ້ຊົງອານຸພາບສູງສຸດ.

#12793
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງເຮັດໃຫ້ຈິດໃຈຂອງຂ້າພະ ອົງສົດຊື່ນແລະເບີກບານ ຂໍຊົງສໍາລະຫົວໃຈຂອງຂ້າພະອົງ ໃຫ້ບໍລິສຸດ ຂໍຊົງປະທານພະລັງຄວາມສາມາດ ໃຫ້ແກ່ຂ້າພະອົງ ຂ້າພະອົງຂໍມອບວຽກງານທຸກຢ່າງ ໄວ້ໃນພຣະຫັດຂອງພຣະອົງ ພຣະອົງຊົງເປັນຜູ້ນໍາທາງ ແລະ ເປັນທີ່ເພິ່ງຂອງຂ້າພະອົງ ຂ້າພະອົງຈະບໍ່ມີຄວາມໂສກເສົ້າເສັຽໃຈ ຕໍ່ໄປອີກແລ້ວ ຂ້າພະອົງຈະມີແຕ່ຄວາມສຸກ ແລະ ລື້ນເລິງຕະຫລອດ

ໄປ ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້າພະອົງຈະບໍ່ເຕັມໄປດ້ວຍຄວາມວິຕົກກັງວົນ ແລະ ຈະບໍ່ຍອມໃຫ້ຄວາມຫຍຸ້ງຍາກມາລົບກວນຂ້າພະອົງອີກ ຂ້າພະອົງຈະບໍ່ໝົກມຸ່ນຢູ່ກັບສິ່ງທີ່ບໍ່ລຶ້ນເລິງສໍາລັບຊີວິດ.

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນມິດຕໍ່ຂ້າພະອົງ ຍິ່ງກວ່າຂ້າພະອົງມີຕໍ່ຕົນເອງ ຂ້າແດ່ພຣະຜູ້ເປັນນາຍຂອງ

ຂ້າພະອົງ ຂ້າພະອົງຂໍອຸທິດຕົນໃຫ້ແກ່ພຣະອົງ.

#12794
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍ! ຂ້າພະອົງທັງຫລາຍອ່ອນແອ ຂໍຊົງປະທານຄວາມເຂັ້ມແຂງໃຫ້ແກ່ພວກຂ້າພະອົງ ຂ້າແດ່ ພຣະຜູ້ເປັນເຈົ້າ ຂ້າພະອົງທັງຫລາຍດ້ອຍປັນຍາ ຂໍຊົງຊ່ວຍ ໃຫ້ພວກຂ້າພະອົງຮອບຮູ້ ຂ້າແດ່ພຣະຜູ້ເປັນນາຍ! ຂ້າພະ ອົງທັງຫລາຍຍາກໄຮ້ ຂໍຊົງປະທານຄວາມມັ່ງຄັ່ງໃຫ້ແກ່ພວກ ຂ້າພະອົງ ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້າພະອົງທັງຫລາຍໄຮ້ຊີ ວິດ ຂໍຊົງຟື້ນພວກຂ້າພະອົງໃຫ້ ມີຊີວິດຊີວາ ຂ້າແດ່ພຣະຜູ້ ເປັນນາຍ! ຂ້າພະອົງທັງຫຼາຍລະອາຍໃຈ ຂໍຊົງເຊີດຊູພວກ ຂ້າພະອົງໃນຣາຊອານາຈັກຂອງພຣະອົງ ຂ້າແດ່ພຣະຜູ້ເປັນ ນາຍຫາກພຣະອົງຊ່ວຍເຫຼືອ ພວກຂ້າພະອົງຈະກາຍເປັນ ດວງດາວທີ່ສ່ອງແສງ ຫາກພຣະອົງບໍ່ຊົງຊ່ວຍເຫຼືອ ພວກຂ້າ ພະອົງຈະຕໍ້າກວ່າພື້ນດິນ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງປະ ທານຄວາມເຂັ້ມແຂງ ໃຫ້ແກ່ພວກຂ້າພະອົງ ຂ້າແດ່ພຣະຜູ້ ເປັນເຈົ້າ! ຂໍຊົງປະທານໄຊຊະນະໃຫ້ແກ່ພວກຂ້າພະອົງຂ້າ ແດ່ພຣະຜູ້ເປັນເຈົ້າ! ຂໍຊົງຊ່ວຍໃຫ້ພວກຂ້າພະອົງຊະນະຕົນ ເອງ ແລະຂົ່ມກິເລດຂອງພວກຂ້າພະອົງ ຂ້າແດ່ພຣະຜູ້ເປັນ ນາຍ! ຂໍຊົງປົດພວກຂ້າພະອົງ ຈາກຄວາມເປັນທາດໂລກີ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຟື້ນຊີວິດໃຫ້ແກ່ພວກຂ້າພະອົງ ດ້ວຍລົມຫາຍໃຈຂອງພຣະວິນຍານບໍລິສຸດ ເພື່ອວ່າພວກຂ້າ ພະອົງຈະໄດ້ລຸກຂຶ້ນຮັບໃຊ້ພຣະອົງ ບູຊາພຣະອົງພະຍາຍາມ ຢ່າງຈິງໃຈ ໃນຣາຊອານາຈັກ ຂອງພຣະອົງ ຂ້າແດ່ພຣະຜູ້ ເປັນນາຍ! ພຣະອົງຊົງອານຸພາບຂ້າແດ່ພຣະຜູ້ເປັນເຈົ້າພຣະ ອົງຊົງອະໄພ ຂ້າແດ່ພຣະຜູ້ເປັນນາຍ ພຣະອົງຊົງເຫັນໃຈ.

#12795
- `Abdu'l-Bahá

 

ທ່ຽງຄືນ

ດູກ່ອນຜູ້ສະແຫວງຫາສັດຈະທັມ! ຫາກເຈົ້າປາດຖະໜາໃຫ້ ພຣະຜູ້ເປັນເຈົ້າເປີດຕາຂອງເຈົ້າ ເຈົ້າຕ້ອງວິງວອນພຣະຜູ້ເປັນເຈົ້າ ອະທິຖານແລະສົນທະນາກັບພຣະອົງຕອນທ່ຽງຄືນໂດຍກ່າວວ່າ:

ຂ້າແດ່ພຣະຜູ້ເປັນນາຍ ຂ້າພະອົງຫັນໜ້າມາສູ່ອານາ ຈັກແຫ່ງຄວາມເປັນໜຶ່ງຂອງພຣະອົງ ແລະ ດໍາດິ່ງລົງສູ່ມະ ຫາສະມຸດແຫ່ງຄວາມປານີຂອງ ພຣະອົງຂ້າແດ່ພຣະຜູ້ເປັນນາຍ ຂໍຊົງເຮັດໃຫ້ຂ້າພະອົງຕາສະຫວ່າງ ດ້ວຍການໄດ້ເຫັນດວງປະທີບຂອງພຣະອົງ ໃນລາຕີທີ່ມືດມິດນີ້ ແລະມີ

ຄວາມສຸກດ້ວຍອໍາມະລິດ ແຫ່ງຄວາມຮັກຂອງພຣະອົງ ໃນ ຍຸກອັນໜ້າພິດສະຫວົງນີ້ ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງໃຫ້ຂ້າພະອົງໄດ້ຍິນສຸລະສຽງຂອງພຣະອົງ ຂໍຊົງເປີດປະຕູໄປສູ່ສະຫວັນຂອງພຣະອົງ ຕໍ່ໜ້າຂອງຂ້າພະອົງ ເພື່ອວ່າ ຂ້າພະອົງ ຈະໄດ້ເຫັນອາພາ ແຫ່ງຄວາມຮຸ່ງເຮືອງຂອງພຣະອົງແລະ ຫັນໄປຫາຄວາມງາມຂອງພຣະອົງແທ້ຈິງແລ້ວ ພຣະອົງຄື ພຣະຜູ້ໃຫ້ ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງປານີ ພຣະຜູ້ຊົງອະໄພ.

#12835
- `Abdu'l-Bahá

 

ບົດອະທິຖານຂໍການຮັກສາປິ່ນປົວ

ພຣະນາມຂອງພຣະອົງ ຄືການຮັກສາປິ່ນປົວຂອງຂ້າ ພະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ແລະການ ລະນຶກເຖິງພຣະອົງ ຄືທິບພຣະໂອສົດແກ່ຂ້າພະອົງ ການ ເຂົ້າໃກ້ພຣະອົງ ຄືຄວາມຫວັງຂອງຂ້າພະອົງ ແລະຄວາມ ຮັກທີ່ມີຕໍ່ພຣະອົງນັ້ນ ຄືການຮັກສາປິ່ນປົວ ແລະຊ່ວຍເຫຼືອ ຂ້າພະອົງທັງໃນໂລກນີ້ ແລະໂລກໜ້າ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງກະລຸນາ ພຣະຜູ້ຊົງ ຮອບຮູ້ ພຣະຜູ້ຊົງປຣີຊາຍານເໜືອສັບພະສິ່ງທັງປວງ.

#12797
- Bahá'u'lláh

 

ບົດອະທິຖານຍາມຄໍ່າຄືນ

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນນາຍຂອງຂ້າພະອົງ! ຂ້າພະອົງເປັນຄົນຮັບໃຊ້ຂອງພຣະອົງ ເປັນບຸດຫລານຂອງ

ບໍລິວານຂອງພຣະອົງ ຂ້າພະອົງລຸກຂຶ້ນຈາກທີ່ນອນ ເຊົ້ານີ້ ຍາມທີ່ດວງຕາເວັນແຫ່ງເອກພາບ ສາຍແສງມາຈາກອະຣຸ ໂນໄທແຫ່ງພຣະປະສົງຂອງພຣະອົງ ແລະ ສາດລັດສະໝີ ໄປທົ່ວພິພົບ ຕາມທີ່ບັນຍັດໄວ້ໃນພຣະຄັມພີແຫ່ງປະກາສິດ ຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນລະ ເສີນຈົງມີແດ່ພຣະອົງ ທີ່ຊົງຊ່ວຍໃຫ້ພວກຂ້າພະອົງຕື່ນຂຶ້ນມາ ເຫັນຄວາມງາມຂອງແສງທັມພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງຊ່ວຍໃຫ້ພວກຂ້າພະອົງບໍ່ຕ້ອງເພິ່ງຜູ້ໃດ ນອກຈາກພຣະອົງ ແລະຕັດຄວາມຜູກພັນຈາກທຸກສິ່ງນອກຈາກພຣະອົງ ຂໍຊົງລິຄິດສິ່ງທີ່ດີງາມໃນໂລກນີ້ ແລະໂລກໜ້າ ໃຫ້ແກ່ຂ້າພະອົງ ແກ່ຜູ້ເປັນທີ່ຮັກຂອງຂ້າພະອົງ ແກ່ວົງຕະກູນຂອງຂ້າພະອົງທັງຍິງ ແລະ ຊາຍ ຂ້າແດ່ພຣະຜູ້ ເປັນທີ່ຮັກຍິ່ງຂອງສັບພະສິ່ງທັງມວນ ພຣະອົງເປັນຍອດປາດ ຖະໜາຂອງເອກກະພົບ ຂໍຊົງຄຸ້ມຄອງໃຫ້ຂ້າພະອົງປອດ ໄພຈາກພວກທີ່ພຣະອົງຖືວ່າ ເປັນຜູ້ກະຊິບຄວາມຊົ່ວຮ້າຍ ໃນ ຈິດໃຈຂອງມະນຸດ ພຣະອົງຊົງອໍານາດໃນການກະທໍາ ຕາມທີ່ພຣະອົງຊົງປາດຖະໜາ ແທ້ຈິງແລ້ວ ພຣະອົງຄື ພຣະ ຜູ້ຊົງມິຫິທານຸພາບ ພຣະຜູ້ຊົງຊ່ວຍເຫຼືອໃນໄພອັນຕະລາຍ ພຣະຜູ້ຊົງດໍາລົງຢູ່ດ້ວຍພຣະອົງເອງ.

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງປະສາດພອນໃຫ້ແກ່ ພຣະຜູ້ຊຶ່ງພຣະອົງໄດ້ຂະໜານ ພຣະນາມອັນວິເສດສຸດໃຫ້ ພຣະຜູ້ເຊິ່ງ ພຣະອົງໃຊ້ແຍກ ຜູ້ມີສິລທັມ ອອກຈາກຜູ້ຊົ່ວຮ້າຍ ຂໍຊົງຊ່ວຍເຫຼືອພວກຂ້າພະອົງໃຫ້ກະທໍາ ແຕ່ສິ່ງທີ່ພຣະອົງຮັກ ແລະ ປາດຖະໜາ

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງປະສາດພອນໃຫ້ແກ່ບັນດາຜູ້ທີ່ເປັນພຣະວັດຈະນະ ແລະ ພະຍັນຊະນະຂອງພຣະອົງ ແກ່ບັນດາຜູ້ທີ່ຕັ້ງຈິດສູ່ພຣະອົງ ຫັນໜ້າມາຫາພຣະພັກຂອງພຣະອົງ ແລະ ສະດັບຟັງສຸລະສຽງຂອງພຣະອົງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນນາຍ ແລະ ລາຊາຂອງມະນຸດທັງປວງ ແລະ ຊົງອໍານາດເໜືອທຸກສັບພະສິ່ງ.

#12833
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພຣະອົງຄືຄວາມຫວັງ ແລະ ເປັນທີ່ຮັກຍິ່ງຂອງຂ້າພະ ອົງຄືຈຸດໝາຍ ແລະ ຄວາມປາດຖະໜາອັນສູງສຸດ ຂອງຂ້າ ພະອົງ! ຂ້າພະອົງຂໍອະທິຖານດ້ວຍຄວາມຖ່ອມຕົວແລະ ອຸທິດຕົນທັງໝົດ ຂໍຊົງທໍາໃຫ້ໂດມແຫ່ງຄວາມຮັກໃນດິນ ແດນຂອງພຣະອົງ ເປັນຕາກຽງແຫ່ງຄວາມຮູ້ຂອງພຣະອົງ ໃນໝູ່ປະຊາຊົນ ເປັນທຸງແຫ່ງຄວາມອາລີສະຫວັນໃນອານາ ຈັກຂອງພຣະອົງ.

ຂໍຊົງນັບຂ້າພະອົງເປັນຄົນຮັບໃຊ້ ທີ່ຕັດຄວາມຜູກພັນ ຈາກທຸກສິ່ງນອກຈາກພຣະອົງ ບໍລິສຸດພົ້ນຈາກສິ່ງທີ່ບໍ່ທ່ຽງ ໝັ້ນໃນໂລກນີ້ ແລະເປັນອິດສະລະຈາກຄໍາເວົ້າທີ່ຊັກຈູງມາ ຈາກຄວາມເພີ້ຝັນອັນໄຮ້ສາລະ ຂໍຊົງເຮັດໃຫ້ຫົວໃຈຂອງຂ້າພະອົງ ເບີກບານດ້ວຍການ ເສີມພະລັງ ຈາກອານາຈັກຂອງພຣະອົງ ຂໍຊົງໃຫ້ດວງຕາ ຂອງຂ້າພະອົງສົດໃສ ດ້ວຍການໄດ້ເຫັນກອງທັບຈາກອານາ ຈັກແຫ່ງອໍານາດ ອັນຮຸ່ງເຮືອງຂອງພຣະອົງ ທະຍອຍກັນລົງ ມາຊ່ວຍເຫຼືອຂ້າພະອົງ.

ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງອານຸພາບ.

#12789
- `Abdu'l-Bahá

 

ບົດອະທິຖານຕອນເຊົ້າ

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງໄດ້ຕື່ນ ຂຶ້ນມາພາຍໃຕ້ຮົ່ມເງົາ ແຫ່ງພຣະປາລະມີຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ແລະ ຜູ້ທີ່ສະແຫວງຫາໂພທິສົມພານຂອງພຣະອົງ ເຂົາຜູ້ນັ້ນ ຈະດໍາລົງຊີວິດຢູ່ຢ່າງປອດໄພ ພາຍໃຕ້ຄວາມຄຸ້ມຄອງ ປ້ອງກັນໄພຈາກພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງປະທານແສງສະຫ່ວາງເຂົ້າໄສຈິດວິນຍານຂອງຂ້າພະອົງ ດ້ວຍແສງແຫ່ງພຣະທັມອັນປະເສີດ ແຫ່ງການເປີດເຜີຍຂອງພຣະອົງ ເຊັ່ນດຽວທີ່ພຣະອົງ ຊົງໂປດປະທານແສງສະຫ່ວາງໃຫ້ແກ່ຮູບກາຍພາຍນອກຂອງຂ້າພະອົງ ດ້ວຍແສງລັດສະໝີຮຸ່ງອາລຸນ ແຫ່ງພຣະກະລຸນາຂອງພຣະອົງ.

#12834
- Bahá'u'lláh

 

ບົດອະທິຖານປິດປະຊຸມທັມມະສະພາສະພາ

ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງ ທອດພຣະເນດເບິ່ງພວກຂ້າພະອົງ ຈາກອານາຈັກແຫ່ງ ຄວາມເປັນໜຶ່ງຂອງພຣະອົງ ພວກຂ້າພະອົງຊຸມນຸມກັນຢູ່ໃນ ການປະຊຸມແຫ່ງທັມມະນີ້ ດ້ວຍຄວາມເຊື່ອໃນພຣະອົງໝັ້ນ ໃຈໃນເຄື່ອງໝາຍຂອງພຣະອົງ ໝັ້ນຄົງຢູ່ໃນພຣະປະທິນຍາ ແລະ ພິໄນກໍາຂອງພຣະອົງ ຢຶດໝັ້ນໃນພຣະອົງ ສະຫວ່າງສະໄຫວດ້ວຍໄຟແຫ່ງຄວາມຮັກ ແລະ ຈິງໃຈໃນສາສະໜາ

ຂອງພຣະອົງ ພວກຂ້າພະອົງຄືຄົນຮັບໃຊ້ ໃນສວນອະຫງຸ່ນຂອງພຣະອົງ ຄືຜູ້ເຜີຍແຜ່ສາສະໜາຂອງພຣະອົງ ຄືຜູ້ອຸທິດຕົນບູຊາພຣະພັກຂອງພຣະອົງ ຖ່ອມຕົວລົງຕໍ່ໜ້າບັນດາຜູ້ເປັນທີ່ຮັກຂອງພຣະອົງ ໝອບຂາບດ້ວຍຄວາມອ່ອນນ້ອມຢູ່ຕໍ່ໜ້າທໍລະນີປະຕູຂອງພຣະອົງ ແລະ ກໍາລັງວິງວອນພຣະ

ອົງ ຂໍຊົງຄໍ້າຊູພວກຂ້າພະອົງໃນການຮັບໃຊ້ ບັນດາຜູ້ທີ່ພຣະອົງເລືອກສັນ ຂໍຊົງສະໜັບສະໜຸນພວກຂ້າພະອົງດ້ວຍກອງທັບທັມ ທີ່ເບິ່ງບໍ່ເຫັນຂອງພຣະອົງ ຂໍຊົງສົ່ງເສີມຄວາມເຂັ້ມແຂງຂອງພວກຂ້າພະອົງ ໃນການເປັນທາດທີ່ຮັບໃຊ້ຂອງພຣະອົງ ຂໍຊົງດົນບັນດານໃຫ້ພວກຂ້າພະອົງ

ເປັນຂ້າແຜ່ນດິນທີ່ໝອບຂາບບູຊາ ແລະ ສົນທະນາກັບພຣະ ອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງພວກຂ້າພະອົງ! ພວກຂ້າພະອົງອ່ອນແອ ແລະ ພຣະອົງຄືພຣະຜູ້ຊົງອໍານາດ ພຣະຜູ້ຊົງອານຸພາບ ພວກຂ້າພະອົງບໍ່ມີຊີວິດ ແລະ ພຣະອົງຄືພຣະວິນຍານທີ່ໃຫ້ຊີວິດ ພວກຂ້າພະອົງທຸກຍາກຂັດສົນ ແລະ ພຣະອົງຄືພຣະຜູ້ຊົງຄໍ້າຊູ ພຣະຜູ້ຊົງອານຸພາບ.

ຂ້າແດ່ພຣະຜູ້ເປັນນາຍຂອງພວກຂ້າພະອົງ! ຂໍຊົງ ດົນບັນດານໃຫ້ພວກຂ້າພະອົງ ຫັນໜ້າມາຫາຄວາມກະລຸນາແຫ່ງພຣະພັກຂອງພຣະອົງ ຂໍຊົງປະທານອາຫານໃຫ້ແກ່ພວກຂ້າພະອົງຈາກໂຕະສະຫວັນດ້ວຍພຣະກະລຸນາອັນລົ້ນເຫລືອຂອງພຣະອົງ ຂໍຊົງສົ່ງກອງທັບແຫ່ງເທບທິດາອັນສູງສົ່ງມາຊ່ວຍພວກຂ້າພະອົງ ແລະ ຂໍໃຫ້ດວງວິນຍານທີ່ບໍລິສຸດ ໃນອານາຈັກອາພາຄໍ້າຊູ ພວກຂ້າພະອົງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງ ປານີ ພຣະອົງຄື ພຣະຜູ້ຊົງຄອບຄອງຄວາມອາລີອັນຍິ່ງ ໃຫຍ່ ແລະ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງເມດຕາ ແລະ ພຣະ ຜູ້ຊົງກະລຸນາ.

#12820
- `Abdu'l-Bahá

 

ບົດອະທິຖານວັນໄອຍັມມີຮາ

ວັນໄອຍັມມີຮາ ຢູ່ລະຫວ່າງວັນທີ່ 26 ກຸມພາ ເຖິງ 1 ມີນາ ຄວນເປັນວັນ ສໍາລັບການຕຽມຕົວຖືສິນອົດ ເປັນວັນສໍາລັບການ ຕ້ອນຮັບຂັບສູ່ການກຸສົນ ແລະ ໃຫ້ຂອງຂວັນ.

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນອັກຄີ ພຣະຜູ້ເປັນ ແສງສະຫວ່າງຂອງຂ້າພະອົງ! ວັນທີ່ພຣະອົງໃຫ້ຊື່ໄວ້ໃນພຣະ ຄໍາພີວ່າ ໄອຍັມມີຮາ ໄດ້ເລີ້ມຂຶ້ນແລ້ວ ຂ້າແດ່ພຣະຜູ້ເປັນ

ຣາຊາແຫ່ງນາມທັງຫລາຍ ແລະການຖືສິນອົດທີ່ປາກກາອັນ ປະເສີດສຸດຂອງພຣະອົງ ໄດ້ບັນຊາໃຫ້ທຸກຄົນ ທີ່ຢູ່ໃນອານາ ຈັກຂອງພຣະອົງປະຕິບັດ ກໍາລັງໃກ້ເຂົ້າມາ ຂ້າແດ່ພຣະຜູ້ ເປັນນາຍຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ວັນເຫລົ່ານີ້ ຕໍ່ທຸກຄົນທີ່ຢຶດຖືສາຍໃຍ ແຫ່ງພຣະບັນຍັດຂອງພຣະອົງ ໃນຊ່ວງເວລານີ້ ແລະ ຢຶດຖືສິນຂອງພຣະອົງ ຂໍຊົງໃຫ້ວິນຍານທຸກດວງ ໄດ້ຢູ່ໃນອານາບໍລິເວນແຫ່ງຣາຊສໍານັກຂອງພຣະອົງ ໃນຕໍາແໜ່ງທີ່ປາກົດແສງສະຫວ່າງ ຈາກພຣະພັກຂອງພຣະອົງ. ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ບຸກຄົນເຫລົ່ານີ້ ຄືຄົນຮັບໃຊ້ຂອງພຣະອົງ ຜູ້ຊຶ່ງບໍ່ຖືກຄວາມໃຝ່ຕໍ້າຊັກຈູງ ໃຫ້ລະເລີຍພຣະທັມ ທີ່ພຣະອົງລີຄິດໄວ້ໃນພຣະຄັມພີ ພວກຂ້າພະອົງນ້ອມຄໍານັບຕໍ່ສາສະໜາຂອງພຣະອົງ ຮັບພຣະຄັມພີຂອງພຣະອົງ ດ້ວຍຄວາມມຸ່ງໝັ້ນທີ່ກໍ່ກໍາເນີດຈາກພຣະອົງ ປະຕິບັດຕາມສິ່ງທີ່ພຣະອົງບັນຍັດ ໃຫ້ແກ່ພວກຂ້າພະອົງ ແລະ ຕັດສິນໃຈປະພຶດຕົນຕາມພຣະທັມທີ່ພຣະອົງປະທານໃຫ້.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ພຣະອົງຊົງເຫັນແລ້ວວ່າ ພວກຂ້າພະອົງຍອມຮັບສິ່ງທີ່ພຣະອົງເປີດເຜີຍໄວ້ ໃນພຣະຄັມພີຢ່າງໃດ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງໃຫ້ພວກຂ້າພະອົງໄດ້ດື່ມສາຍນໍ້າ ແຫ່ງນິລັນດອນການຈາກພຣະຫັດ ແຫ່ງຄວາມກະລຸນາຂອງພຣະອົງ ຂໍຊົງລິຂິດລາງວັນໃຫ້ແກ່ພວກຂ້າພະອົງ ຕາມທີ່ກໍານົດໄວ້ໃຫ້ຜູ້ທີ່ດໍາດິ່ງລົງສູ່ມະຫາສະໝຸດ ອັນເປັນທີ່ສະຖິດຂອງພຣະອົງ ແລະໄດ້ດື່ມນໍ້າອໍາມະລິດ ແຫ່ງການເຂົ້າເຝົ້າພຣະອົງ.

ຂ້າແດ່ພຣະຜູ້ເປັນຈອມກະສັດ ຂອງ ກະສັດທັງຫລາຍ ພຣະຜູ້ຊົງສົງສານຜູ້ຖືກກົດຂີ່ ຂ້າພະອົງຂໍວິງວອນພຣະອົງ ຂໍຊົງບັນຍັດສິ່ງທີ່ດີງາມທັງໃນໂລກນີ້ ແລະ ໂລກໜ້າໃຫ້ແກ່ ພວກຂ້າພະອົງ ຍິ່ງກວ່ານັ້ນ ຂໍຊົງລິຂິດສິ່ງທີ່ບໍ່ມີປະຊາຊົນຄົນໃດ ຄົ້ນພົບໃຫ້ແກ່ພວກຂ້າພະອົງ ແລະຂໍຊົງນັບພວກຂ້າພະອົງເປັນພວກທີ່ຫ້ອມລ້ອມພຣະອົງ ແລະ ຢູ່ຮອບບັນລັງຂອງພຣະອົງໃນທຸກພົບ.

ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງຮອບຮູ້ທຸກສັບພະສິ່ງທັງປວງ

#12860
- Bahá'u'lláh

 

ບົດອະທິຖານສໍາລັບຄູ່ສົມລົດ

ຄໍາປະຕິຍານຂອງການສົມລົດ ເຊິ່ງຈະກ່າວໂດຍເຈົ້າ ສາວ ແລະ ເຈົ້າບ່າວເທື່ອລະຄົນ ຕໍ່ໜ້າພະຍານຢ່າງໜ້ອຍສອງຄົນ ທີ່ທັມມະສະພາຍອມຮັບ ຕາມທີ່ກໍານົດໄວ້ໃນ ພຣະຄັມພີ ຄີຕາບີ ອັກດັສ ຄື:

“ພວກຂ້າພະອົງ ຈະຢຶດຖື ພຣະປະສົງຂອງພຣະຜູ້ເປັນເຈົ້າ ດ້ວຍຄວາມສັດຈິງ”

ພຣະອົງຄື ພຣະຜູ້ຊົງປະທານພອນ ພຣະຜູ້ຊົງອາລີ! ຂໍຄວາມສັນລະເສີນຈົງມີແດ່ພຣະຜູ້ເປັນເຈົ້າ ພຣະຜູ້ຊົງບໍລົມບູລານ ພຣະຜູ້ຊົງດໍາລົງຢູ່ຊົ່ວນິລັນດອນ ພຣະຜູ້ບໍ່ມີປ່ຽນແປງ ພຣະຜູ້ຊົງອະນັນ! ພຣະອົງຊົງຢືນຢັນດ້ວຍສະພາວະ ຂອງພຣະອົງເອງວ່າ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງເປັນໜຶ່ງ ພຣະຜູ້ຊົງສະຖິດຢູ່ໂດຍລໍາພັງ ພຣະຜູ້ບໍ່ມີສິ່ງໃດໜ່ວງໜ່ຽວໄດ້ ພຣະຜູ້ຊົງຄວາມປະເສີດ ພວກຂ້າພະອົງ ຂໍເປັນພະຍານວ່າ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ຂໍຍອມຮັບຄວາມເປັນໜຶ່ງ ແລະ ຄວາມລໍາພັງຂອງພຣະອົງ ພຣະອົງຊົງສະຖິດຢູ່ນະເບື້ອງບົນສຸດ ທີ່ເຂົ້າບໍ່ເຖິງ ຢູ່ບົນຍອດສຸດ ຂອງຄວາມສູງສົ່ງຂອງພຣະອົງ ບໍລິສຸດພົ້ນຈາກການກ່າວເຖິງຂອງຜູ້ໃດ ນອກຈາກພຣະອົງເອງ ພົ້ນຈາກການພັນລະນາຂອງຜູ້ໃດ ນອກຈາກພຣະອົງ.

ແລະເມື່ອພຣະອົງຕ້ອງການ ແຜ່ຄວາມເມດຕາກະລຸນາມາໃຫ້ມວນມະນຸດ ຕ້ອງການຈັດໂລກໃຫ້ເປັນລະບຽບ ພຣະອົງຊົງເປີດເຜີຍວິໄນ ແລະ ບັນຍັດກົດ ເຊິ່ງໃນຈໍານວນນີ້ຄື ການສະຖາປານາກົດຂອງການສົມລົດ ເພື່ອໃຫ້ເປັນກໍາແພງແຫ່ງຄວາມຜາສຸກ ແລະ ຄວາມລອດພົ້ນ ແລະຊົງບັນ

ຍັດໄວ້ໃຫ້ພວກຂ້າພະອົງ ໃນພຣະທັມທີ່ມາຈາກນະພາແຫ່ງຄວາມບໍລິສຸດ ໃນພຣະຄັມພີ ທີ່ສັກສິດທີ່ສຸດຂອງພຣະອົງຂໍຄວາມຮຸ່ງເຮືອງຂອງພຣະອົງ ຈົງກຽງໄກ ພຣະອົງຊົງກ່າວວ່າ: “ດູກ່ອນ ປະຊາຊົນ ຈົງສົມລົດເຖີດ ເພື່ອວ່າ ເຈົ້າຈະໄດ້ໃຫ້ກໍາເນີດ ຜູ້ທີ່ຈະລະນຶກເຖິງເຮົາພຣະອົງ ໃນໝູ່ຄົນຮັບໃຊ້ ນີ້ຄືໜຶ່ງໃນບັນຍັດຂອງເຮົາ ສໍາລັບເຈົ້າ ຈົງເຊື່ອຟັງ ເໝືອນດັ່ງ ເປັນການຊ່ວຍເຫຼືອຕົວເຈົ້າເອງ”

#12836
- Bahá'u'lláh

 

ພຣະອົງຄືພຣະຜູ້ເປັນເຈົ້າ! ຂ້າແດ່ພຣະຜູ້ເປັນນາຍ ຜູ້ບໍ່ ມີປຽບປານ! ດ້ວຍອັດສະລິຍະພາບອັນຍິ່ງໃຫຍ່ຂອງພຣະ ອົງ ພຣະອົງຊົງບັນຍັດການສົມລົດໃຫ້ແກ່ປະຊາຊົນ ເພື່ອວ່າ ຈະໄດ້ມີທາຍາດສືບທອດຢ່າງບໍ່ຂາດສາຍ ໃນໂລກທີ່ບໍ່ຈີລັງ

ນີ້ ແລະ ຕາບທີ່ໂລກຍັງຢູ່ ພວກເຂົາຈະໄດ້ສາລະວົນຢູ່ກັບທໍ ລະນີປະຕູແຫ່ງຄວາມເປັນໜຶ່ງຂອງພຣະອົງ ດ້ວຍການເປັນ ຜູ້ຮັບໃຊ້ແລະບູຊາ ດ້ວຍການຄາລະວະເທີດທູນ ແລະສັນລະ ເສີນ “ເຮົາພຣະອົງ ບໍ່ໄດ້ສ້າງວິນຍານ ແລະ ມະນຸດຂຶ້ນມາ ເພື່ອອື່ນໃດນອກຈາກບູຊາເຮົາ” ດັ່ງນັ້ນ ຂໍພຣະອົງຊົງສົມລົດ ວິຫົກຄູ່ນີ້ ໃນຮັງແຫ່ງຄວາມຮັກຂອງພຣະອົງ ພາຍໃຕ້ຟາກ ຟ້າແຫ່ງຄວາມປານີຂອງພຣະອົງ ຂໍໃຫ້ທັງສອງເປັນຄູ່ຊີວິດ ທີ່ດຶງດູດພຣະກະລຸນາອັນຍິ່ງຢືນນານ ເພື່ອວ່າການສະໝັກ ສະໝານຂອງສອງທະເລແຫ່ງຄວາມຮັກນີ້ ຈະມີຄື້ນແຫ່ງ ຄວາມປານີສາດຊັດ ແລະ ພັດພາໄຂ່ມຸກ ເຊິ່ງເປັນທາຍາດບໍ ລິສຸດ ຜຸດຜ່ອງມາຍັງຊາຍຝັ່ງຂອງຊີວິດ “ພຣະອົງຊົງໃຫ້ທະ ເລທັງສອງມາພົບກັນໄດ້: ລະຫວ່າງທັງສອງມີສິ່ງຂວາງ ກັ້ນ ທີ່ລ່ວງລໍ້າບໍ່ໄດ້ ເຈົ້າຈະປະຕິເສດພຣະພອນໃດ ຂອງພຣະຜູ້

ເປັນເຈົ້າ ຫຼື ບໍ່? ໃນແຕ່ລະທະເລນີ້ພຣະອົງຊົງເພາະລ້ຽງໄຂ່

ມຸກນ້ອຍ ໃຫຍ່”

ຂ້າແດ່ພຣະຜູ້ເປັນນາຍ ຜູ້ຊົງເມດຕາ ຂໍໃຫ້ການສົມລົດ ນີ້ ກໍ່ກໍາເນີດປະກາລັງ ແລະ ໄຂ່ມຸກ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະຜູ້ຊົງຄວາມຍິ່ງໃຫຍ່ ພຣະຜູ້ຊົງອະ ໄພສະເໝີ.

#12837
- `Abdu'l-Bahá

 

ຂໍຄວາມຮຸ່ງເຮືອງຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ເຈົ້າຂອງຂ້າພະອົງ ແທ້ຈິງແລ້ວ ຄົນຮັບໃຊ້ຊາຍຍິງຄູ່ນີ້ ມາ ຢູ່ດ້ວຍກັນພາຍໃຕ້ຮົ່ມເງົາ ແຫ່ງຄວາມປານີຂອງພຣະອົງ ລວມເປັນໜຶ່ງດຽວກັນ ດ້ວຍພຣະກະລຸນາທິຄຸນ ແລະຄວາມ ເອື້ອເຟື້ອຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຊ່ວຍ

ເຫຼືອເຂົາທັງສອງໃນໂລກນີ້ ແລະ ໃນອານາຈັກຂອງພຣະອົງ ຂໍຄວາມອາລີ ແລະພຣະກະລຸນາຂອງພຣະອົງ ກໍານົດສິ່ງທີ່ດີ ງາມທຸກຢ່າງ ໃຫ້ແກ່ເຂົາທັງສອງ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຄໍ້າຊູເຂົາທັງສອງ ໃນການເປັນຄົນຮັບໃຊ້ ຂອງພຣະອົງ ຂໍຊົງໃຫ້ເຂົາທັງສອງໄດ້ເປັນເຄື່ອງໝາຍ ແຫ່ງພຣະນາມໃນ

ພົບຂອງພຣະອົງ ຂໍຊົງຄຸ້ມຄອງເຂົາທັງສອງ ດ້ວຍພຣະພອນ ອັນບໍ່ຮູ້ສິ້ນຂອງພຣະອົງ ໃນໂລກນີ້ ແລະ ໂລກໜ້າ ຂ້າແດ່ ພຣະຜູ້ເປັນນາຍ! ຊາຍຍິງຄູ່ນີ້ ກໍາລັງວິງວອນອານາຈັກແຫ່ງ ຄວາມປານີ ແລະ ຂໍຮ້ອງຕໍ່ອານາຈັກແຫ່ງຄວາມເປັນໜຶ່ງ ຂອງພຣະອົງ ແທ້ຈິງແລ້ວ ທັງສອງສົມລົດກັນດ້ວຍຄວາມ ເຊື່ອຟັງບັນຊາຂອງພຣະອົງ ຂໍຊົງບັນດານໃຫ້ເຂົາທັງສອງ ເປັນສັນຍາລັກ ແຫ່ງຄວາມສາມັກຄີປອງດອງ ຕາບຈົນສິ້ນ ການເວລາ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບສູງ ສຸດ ພຣະຜູ້ຊົງສະຖິດຢູ່ທຸກແຫ່ງຫົນ ພຣະຜູ້ຊົງມະຫິທານຸ ພາບ!

#12838
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າແດ່ພຣະຜູ້ ເປັນນາຍຂອງຂ້າພະອົງ! ຈັນທາທີ່ສຸກໃສສອງດວງນີ້ ສົມ ລົດກັນໃນຄວາມຮັກຂອງພຣະອົງ ກົມກຽວກັນເປັນຄົນຮັບ ໃຊ້ທໍລະນີປະຕູສັກສິດຂອງພຣະອົງ ສາມັກຄີກັນຮັບໃຊ້ສາ ສະໜາຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ພຣະຜູ້ຊົງປານີ ພຣະອົງຊົງບັນດານໃຫ້ການສົມລົດນີ້ເປັນ ດັ່ງດວງໄຟແຫ່ງກະລຸນາທິຄຸນ ອັນລົ້ນເຫລືອຂອງພຣະອົງ ແລະເປັນລັງສີແຫ່ງພຣະພອນ ທີ່ຮຸ່ງເຮືອງຂອງພຣະອົງຂ້າ ແດ່ພຣະຜູ້ຊົງເມດຕາ ພຣະຜູ້ຊົງໃຫ້ສະເໝີ ເພື່ອວ່າຕົ້ນໄມ້ທີ່ ຍິ່ງໃຫຍ່ນີ້ ຈະແຕກກິ່ງທີ່ຂຽວສົດ ແລະ ງອກງາມໂດຍພຣະ ພອນທີ່ຫລັ່ງມາຈາກເມກ ແຫ່ງຄວາມກະລຸນາຂອງພຣະອົງ.

ແທ້ຈິງແລ້ວ ພຣະອົງຄືພຣະຜູ້ຊົງເອື້ອເຟື້ອ ແທ້ຈິງແລ້ວ ພຣະອົງຄືພຣະຜູ້ຊົງມະຫິທານຸພາບ ແທ້ຈິງແລ້ວ ພຣະອົງ ຄືພຣະຜູ້ຊົງເຫັນໃຈ ພຣະຜູ້ຊົງປານີ.

#12839
- `Abdu'l-Bahá

 

ບົດອະທິຖານສໍາລັບຄອບຄົວ

ຂໍຄວາມຮຸ່ງເຮືອງຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍຮ້ອງ ພຣະອົງ ຂໍຊົງໃຫ້ອະໄພຂ້າພະອົງ ແລະ ບັນດາຜູ້ທີ່ຄໍ້າຈຸນ ສາສະໜາຂອງພຣະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນ ນາຍສູງສຸດ ພຣະຜູ້ຊົງອະໄພ ພຣະຜູ້ຊົງເອື້ອເຟື້ອທີ່ສຸດ ຂ້າ ແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂໍຊົງຊ່ວຍໃຫ້ຄົນຮັບໃຊ້ ທີ່ບໍ່ໄດ້ຮັບຄວາມຮູ້ ໃຫ້ເຂົ້າມາໃນສາສະໜາຂອງພຣະອົງ ເພາະເມື່ອພວກເຂົາຮຽນຮູ້ກ່ຽວກັບພຣະອົງ ພວກເຂົາຈະ ເປັນພະຍານຕໍ່ສັດຈະທັມ ຂອງວັນແຫ່ງການພິພາກສາ ແລະ ຈະບໍ່ໄດ້ໂຕ້ແຍ້ງການເປີດເຜີຍຄວາມອາລີຂອງພຣະອົງຂໍຊົງ ປະທານສັນຍາລັກແຫ່ງພຣະກະລຸນາຂອງພຣະອົງ ໃຫ້ແກ່ ພວກເຂົາ ແລະ ໃຫ້ພວກເຂົາໄດ້ຮັບສ່ວນແບ່ງອັນເຫລືອລົ້ນທີ່ພຣະອົງກໍານົດໄວ້ ໃຫ້ຄົນຮັບໃຊ້ ທີ່ເຄັ່ງຄັດສັດທາຂອງພຣະອົງ ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ປົກຄອງສູງສຸດ ພຣະຜູ້ຊົງອາລີ ພຣະຜູ້ຊົງເມດຕາທີ່ສຸດ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂໍໃຫ້ຄວາມອາ ລີ ແລະພຣະພອນຂອງພຣະອົງ ຫລັ່ງລົງມາຍັງບ້ານຂອງຜູ້ທີ່ ຍອມຮັບສາສະໜາຂອງພຣະອົງ ເປັນດັ່ງໜຶ່ງສັນຍາລັກ ແຫ່ງພຣະກະລຸນາຂອງພຣະອົງ ແລະ ເຄື່ອງໝາຍແຫ່ງ ຄວາມເມດຕາຮັກໃຄ່ ຈາກທີ່ສະຖິດຂອງພຣະອົງ ແທ້ຈິງ ແລ້ວ ບໍ່ມີໃຜເໜືອກວ່າພຣະອົງໃນການອະໄພ ຫາກຜູ້ໃດຖືກພາກຈາກຄວາມອາລີຂອງພຣະອົງ ເຂົາຈະໄດ້ຮັບການນັບວ່າ ເປັນສາສະນິກະຊົນ ໃນຍຸກສາສະໜາຂອງພຣະອົງ ໄດ້ຢ່າງໃດ?

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງປະສາດ ພອນໃຫ້ແກ່ຂ້າພະອົງ ໃຫ້ແກ່ບັນດາຜູ້ທີ່ເຊື່ອໃນສັນຍາ ລັກຂອງພຣະອົງ ໃນວັນທີ່ກໍານົດໄວ້ ແລະ ແກ່ບັນດາຜູ້ທີ່ຖະ ໜອມຄວາມຮັກຂອງພຣະອົງ ໄວ້ໃນຫົວໃຈ ເປັນຄວາມຮັກ ທີ່ພຣະອົງ ຊຶມຊາບເຂົ້າໄປໃນຫົວໃຈນັ້ນ ແທ້ຈິງແລ້ວ ພຣະ ອົງຄື ພຣະຜູ້ເປັນນາຍແຫ່ງຄວາມຊອບທັມ ພຣະຜູ້ຊົງປະ ເສີດສູງສຸດ.

#12840
- The Báb

 

ບົດອະທິຖານສໍາລັບຍິງຖືພາ

ພຣະຜູ້ເປັນນາຍຂອງຂ້າພະອົງ! ພຣະຜູ້ເປັນນາຍ ຂອງຂ້າພະອົງ! ຂ້າພະອົງຂໍສັນລະເສີນ ແລະ ຂອບພຣະ ຄຸນສໍາລັບສິ່ງທີ່ພຣະອົງໂປດປານ ໃຫ້ຍິງຮັບໃຊ້ທີ່ຕໍ້າຕ້ອຍຜູ້ ນີ້ ຜູ້ເປັນຄົນຮັບໃຊ້ທີ່ວິງວອນພຣະອົງ ເພາະພຣະອົງຊົງນໍາ ທາງໃຫ້ຂ້າພະອົງມາສູ່ອານາຈັກຂອງພຣະອົງ ແລະ ບັນດານ

ໃຫ້ຂ້າພະອົງໄດ້ຍິນສົມໂພດ ອັນປະເສີດຂອງພຣະອົງ ໃນໂລກທີ່ບໍ່ທ່ຽງໝັ້ນນີ້ ແລະໄດ້ເຫັນສັນຍາລັກທີ່ພິສູດການມາເຖິງຂອງຍຸກສະໄໝຂອງພຣະອົງ ທີ່ມີໄຊເໜືອທຸກສັບພະສິ່ງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງຂໍອຸທິດທາລົກທີ່ຢູ່ໃນຄັນຂອງຂ້າພະອົງໃຫ້ແກ່ພຣະອົງ ຂໍຊົງ ບັນດານໃຫ້ທາລົກນີ້ ເຕີບໂຕເປັນເດັກທີ່ໜ້າສັນລະເສີນໃນ ອານາຈັກຂອງພຣະອົງ ເປັນຜູ້ໂຊກດີທີ່ໄດ້ຮັບພຣະກະລຸນາ ແລະຄວາມເອື້ອເຟື້ອຂອງພຣະອົງ ພັດທະນາແລະເຕີບໂຕ ພາຍໃຕ້ການອົບຮົມລ້ຽງດູຂອງພຣະອົງ ແທ້ຈິງແລ້ວ ພຣະ ອົງ ຄືພຣະຜູ້ຊົງກະລຸນາ! ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນ ນາຍແຫ່ງພຣະກະລຸນາທິຄຸນອັນຍິ່ງໃຫຍ່.

#12855
- `Abdu'l-Bahá

 

ບົດອະທິຖານສໍາລັບເດັກແລະເຍົາວະຊົນ

(ສໍາລັບເດັກທາລົກ)

ຂໍຄວາມສັນລະເສີນຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ ເປັນນາຍຂອງຂ້າພະອົງ! ຂໍຊົງລ້ຽງດູທາລົກນີ້ໄວ້ໃນອ້ອມ ອົກແຫ່ງຄວາມເມດຕາປານີ ແລະ ການຄຸ້ມຄອງດ້ວຍຄວາມ ຮັກຂອງພຣະອົງ ຂໍຊົງບໍາລຸງເຂົາດ້ວຍໝາກໄມ້ຈາກພຶກສາ ສະຫວັນຂອງພຣະອົງ ຂໍຊົງຢ່າມອບເຂົາໄວ້ໃນຄວາມດູ ແລຂອງຜູ້ໃດນອກຈາກພຣະອົງ ເນື່ອງດ້ວຍພຣະອົງເປັນຜູ້ ສ້າງເຂົາຂຶ້ນມາ ດ້ວຍອໍານາດຂອງພຣະປະສົງ ແລະ ອານຸ ພາບອັນຍິ່ງໃຫຍ່ທີ່ສຸດຂອງພຣະອົງ ບໍ່ມີພຣະຜູ້ເປັນເຈົ້າອື່ນ ໃດນອກຈາກພຣະອົງ ພຣະຜູ້ຊົງມະຫິທານຸພາບພຣະຜູ້ຊົງ ຮອບຮູ້.

ຂໍຄວາມສັນລະເສີນຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ ເປັນທີ່ຮັກຍິ່ງ ຂໍຊົງໂຊຍສຸຄົນທະລົດແຫ່ງຄວາມອາລີ ແລະ ພຣະພອນອັນບໍລິສຸດຂອງພຣະອົງມາໃຫ້ເຂົາ ຂ້າແດ່ພຣະຜູ້ ເຊິ່ງອານາຈັກແຫ່ງນາມ ແລະ ຄຸນລັກສະນະຢູ່ໃນກໍາມືຂອງ ພຣະອົງ ຂໍຊົງຊ່ວຍໃຫ້ເຂົາສະແຫວງຫາທີ່ກໍາບັງພາຍໃຕ້ ຮົ່ມເງົາ ແຫ່ງພຣະນາມອັນປະເສີດສຸດຂອງພຣະອົງ ແທ້ຈິງ ແລ້ວ ພຣະອົງຊົງອານຸພາບ ໃນການກະທໍາສິ່ງທີ່ພຣະອົງຊົງ ປາດຖະໜາ ແລະ ພຣະອົງຄືພຣະຜູ້ຊົງອໍານາດຢ່າງແທ້ຈິງ ພຣະຜູ້ຊົງປະເສີດ ພຣະຜູ້ຊົງອະໄພສະເໝີ ພຣະຜູ້ຊົງກະລຸ ນາ ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງປານີ.

#12845
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນນາຍຜູ້ບໍ່ມີປຽບປານ! ຂໍຊົງລ້ຽງດູທາ ລົກທີ່ຍັງບໍ່ທັນອອກນົມນີ້ ໄວ້ໃນອ້ອມອົກແຫ່ງຄວາມເມດຕາ ຮັກໄຄ່ຂອງພຣະອົງ ຂໍຊົງປົກປ້ອງເຂົາໄວ້ໃນອູ່ທີ່ປອດໄພ ໃນຄວາມຄຸ້ມຄອງຂອງພຣະອົງ ແລະ ຂໍຊົງລ້ຽງດູເຂົາໄວ້ໃນ ອ້ອມແຂນແຫ່ງຄວາມຮັກ ອັນຖະນຸຖະໜອມຂອງພຣະອົງ.

#12846
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງລ້ຽງດູທາລົກນີ້ໄວ້ໃນ ອ້ອມອົກແຫ່ງຄວາມຮັກຂອງພຣະອົງ ໃຫ້ເຂົາໄດ້ດື່ມນໍ້ານົມ ຈາກອົກແຫ່ງຄວາມຄຸ້ມຄອງຂອງພຣະອົງ ຂໍຊົງເພາະລ້ຽງ ພຶກສາທີ່ຫາກໍ່ງອກຂື້ນນີ້ ໄວ້ໃນສວນກຸຫລາບ ແຫ່ງຄວາມ

ຮັກຂອງພຣະອົງ ຂໍຊົງບັນດານໃຫ້ເຂົາເປັນເດັກໃນອານາຈັກ ສະຫວັນ ແລະ ນໍາເຂົາໄປສູ່ແດນທັມ ພຣະອົງຊົງອານຸພາບ ແລະຊົງເມດຕາ ພຣະອົງຄື ພຣະຜູ້ຊົງປະທານພອນ ພຣະຜູ້ ຊົງເອື້ອເຟື້ອ ພຣະຜູ້ເປັນນາຍແຫ່ງຄວາມອາລີ.

#12847
- `Abdu'l-Bahá

 

(ສໍາລັບເດັກນ້ອຍ)

ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງອົບຮົມເດັກເຫລົ່ານີ້ ເດັກເຫລົ່ານີ້ຄືພຶກສາຊາດ ໃນສວນໝາກໄມ້ຂອງພຣະອົງ ຄືບຸບຜາໃນທົ່ງຫຍ້າຂອງພຣະອົງ ຄືດອກກຸຫລາບໃນອຸດທະ ຍານຂອງພຣະອົງ ຂໍຊົງຫລັ່ງຝົນຂອງພຣະອົງມາໃຫ້ແກ່ ພວກເຂົາ ຂໍຊົງໃຫ້ດວງຕາເວັນແຫ່ງສັດຈະສ່ອງແສງມາຍັງ ພວກເຂົາ ຂໍຊົງໃຫ້ສາຍລົມຂອງພຣະອົງພັດຄວາມສົດຊື່ນ ມາໃຫ້ພວກເຂົາ ເພື່ອວ່າພວກເຂົາຈະໄດ້ຮັບການອົບຮົມຈະ ໄດ້ເຕີບໂຕ ພັດທະນາໃຫ້ປາກົດ ຂຶ້ນຢ່າງງົດງາມທີ່ສຸດ ພຣະ ອົງຄື ພຣະຜູ້ໃຫ້ ພຣະອົງຄື ພຣະຜູ້ຊົງເຫັນໃຈ.

#12848
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງເມດຕາ! ເດັກໜ້າຮັກ ເຫລົ່ານີ້ຄືງານຝິມືຂອງດັດສະນີແຫ່ງອໍານາດ ແລະຄືເຄື່ອງ ໝາຍ ອັນໜ້າພິດສະຫວົງ ຂອງຄວາມຍິ່ງໃຫຍ່ຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງຄຸ້ມຄອງເດັກເຫຼົ່ານີ້ ຂໍຊົງໃຫ້ ພວກເຂົາໄດ້ຮັບການອົບຮົມ ແລະ ຮັບໃຊ້ມະນຸດຊາດ ຂ້າແດ່ພຣະຜູ້ເປັນເຈົ້າ! ເດັກເຫຼົ່ານີ້ຄືໄຂ່ມຸກ ຂໍຊົງໃຫ້ພວກ ເຂົາໄດ້ຮັບການລ້ຽງດູໃນເປືອກຫອຍ ແຫ່ງຄວາມເມດຕາ ຮັກແພງ ຂອງ ພຣະອົງ.

ພຣະອົງຄື ພຣະຜູ້ຊົງອາລີ ພຣະຜູ້ຊົງປ່ຽມໄປດ້ວຍ ຄວາມຮັກ.

#12849
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງເຮັດໃຫ້ເດັກເຫຼົ່ານີ້ເປັນ ພຶກສາທີ່ລໍ້າເລີດ ໃຫ້ພວກເຂົາເຕີບໂຕແລະພັດທະນາໃນອຸດ ທະຍານແຫ່ງພຣະປະທິນຍາຂອງພຣະອົງ ຂໍກ້ອນເມກ ແຫ່ງອານາຈັກອັບຮາຫຼັ່ງຄວາມສົດຊື່ນ ແລະ ຄວາມງົດງາມ ມາໃຫ້ພວກເຂົາ.

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງເມດຕາ! ຂ້າພະອົງເປັນ ເດັກນ້ອຍ ຂໍຊົງອຸ້ມຊູໃຫ້ຂ້າພະອົງ ໄດ້ເຂົ້າໄປໃນອານາຈັກ ຂອງພຣະອົງ ຂ້າພະອົງຕິດຢູ່ກັບໂລກ ຂໍຊົງໃຫ້ຂ້າພະ ອົງເຫີນສູ່ສະຫວັນ ຂ້າພະອົງເປັນຊາວໂລກ ຂໍຊົງໃຫ້ຂ້າ ພະອົງເປັນຊາວສະຫວັນ ຂ້າພະອົງບໍ່ແຈ່ມໃສ ຂໍຊົງເຮັດ ໃຫ້ຂ້າພະອົງສົດໃສ ຂ້າພະອົງໝົກມຸ່ນທາງໂລກ ຂໍຊົງ ໃຫ້ຂ້າພະອົງຝັກໃຝ່ໃນທັມ ຂໍຊົງໃຫ້ຂ້າພະອົງສະແດງພຣະ ພອນ ອັນບໍ່ຮູ້ສິ້ນຂອງພຣະອົງໃຫ້ແຈ່ມແຈ້ງ.

ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະຜູ້ຊົງປ່ຽມໄປດ້ວຍ ຄວາມຮັກ.

#12850
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂ້າແດ່ພຣະຜູ້ ເປັນນາຍຂອງຂ້າພະອົງ! ຂ້າພະອົງເປັນເດັກທີ່ເຍົາໄວ ຂໍຊົງ ລ້ຽງດູຂ້າພະອົງໄວ້ກັບອົກ ແຫ່ງຄວາມປານີຂອງພຣະອົງຂໍຊົງຝຶກຝົນຂ້າພະອົງໃນອ້ອມອົກ ແຫ່ງຄວາມຮັກຂອງພຣະ ອົງ ຂໍຊົງອົບຮົມຂ້າພະອົງໃນໂຮງຮຽນ ແຫ່ງການນໍາທາງ

ຂອງພຣະອົງ ຂໍຊົງພັດທະນາຂ້າພະອົງພາຍໃຕ້ຮົ່ມເງົາ ແຫ່ງ ຄວາມອາລີຂອງພຣະອົງ ຂໍຊົງປົດປ່ອຍຂ້າພະອົງອອກຈາກຄວາມມືດ ໃຫ້ຂ້າພະອົງໄດ້ເປັນປະທີບທີ່ສະຫວ່າງສະໄຫວ ຂໍຊົງຢ່າໃຫ້ຄວາມທຸກມາພົບພານຂ້າພະອົງ ຂໍຊົງທໍາໃຫ້ຂ້າພະອົງເປັນບຸບຜາໃນສວນກຸຫລາບ ໃຫ້ຂ້າພະອົງເປັນຄົນຮັບໃຊ້ນະທໍລະນີປະຕູຂອງພຣະອົງ ໃຫ້ຂ້າພະອົງມີໃຈທີ່ຊອບທັມ ຂໍຊົງໃຫ້ຂ້າພະອົງເປັນເຫດ ແຫ່ງຄວາມອາລີສໍາລັບຊາວໂລກ ຂໍຊົງສວມຫົວຂອງຂ້າພະອົງດ້ວຍມົງກຸດແຫ່ງຊີວິດນິລັນດອນ.

ແທ້ຈິງແລ້ວ ພຣະອົງຄືພຣະຜູ້ຊົງອານຸພາບ ພຣະຜູ້ຊົງ ອໍານາດ ພຣະຜູ້ຊົງເຫັນ ພຣະຜູ້ຊົງໄດ້ຍິນ.

#12851
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍຜູ້ບໍ່ມີປຽບປານ! ຂໍພຣະອົງຊົງ ເປັນທີ່ກໍາບັງໃຫ້ແກ່ເດັກທີ່ໜ້າສົງສານນີ້ ແລະ ເປັນພຣະຜູ້ ເປັນນາຍທີ່ໃຫ້ອະໄພ ແລະ ເມດຕາຕໍ່ຜູ້ທີ່ຫຼົງຜິດ ແລະ ໄຮ້ ຄວາມສຸກນີ້ ຂ້າແດ່ພຣະຜູ້ເປັນນາຍ! ແມ່ນວ່າ ພວກຂ້າພະອົງເປັນພຽງພືດທີ່ໄຮ້ຄ່າ ແຕ່ພວກຂ້າພະອົງກໍ່ຢູ່ໃນສວນກຸຫລາບຂອງພຣະອົງ ແມ່ນວ່າ ພວກຂ້າພະອົງເປັນຕົ້ນອ່ອນທີ່ໄຮ້ໃບ ແລະ ດອກ ແຕ່ຂ້າພະອົງກໍ່ເປັນສ່ວນໜຶ່ງຂອງສວນໝາກໄມ້ຂອງພຣະອົງ ຂໍຊົງໃຫ້ເມກແຫ່ງຄວາມເມດຕາປານີຂອງພຣະອົງ ຫຼັ່ງຝົນມາໃຫ້ພືດຕົ້ນນີ້ ຂໍຊົງເຮັດໃຫ້ຕົ້ນອ່ອນນີ້ ສົດຊື່ນດ້ວຍລົມຫາຍໃຈຟື້ນຊີວິດ ແຫ່ງວະສັນຕະລະດູຂອງພຣະອົງ ຂໍຊົງໃຫ້ພວກຂ້າພະອົງເປັນຜູ້ທີ່ມີສະຕິ-ມີປັນຍາ ແລະ ປະເສີດ ໃຫ້ພວກຂ້າພະອົງ ໄດ້ບັນລຸເຖິງຊີວິດນິລັນດອນ ແລະອາໄສໃນອານາຈັກຂອງພຣະອົງໄປຕະຫຼອດກາລະນານ.

#12852
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງນໍາທາງແກ່ຂ້າພະອົງ ຂໍຊົງຄຸ້ມຄອງຂ້າພະອົງ ຂໍຊົງບັນດານໃຫ້ຂ້າພະອົງ ເປັນຕາກຽງ ທີ່ສະຫວ່າງສະໄຫວ ແລະ ດວງດາວທີ່ສົດໃສ ພຣະອົງຄືພຣະຜູ້ຊົງອານຸພາບ ຊົງພະລານຸພາບ.

#12853
- `Abdu'l-Bahá

 

(ສໍາລັບເຍົາວະຊົນ)

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງບັນດານໃຫ້ເຍົາວະຊົນ ຜູ້ນີ້ຮຸ່ງເຮືອງ ຂໍຊົງປະທານພອນໃຫ້ແກ່ເຍົາວະຊົນຜູ້ອ່ອນ ແອນີ້ ຂໍຊົງປະທານຄວາມຮູ້ ແລະ ເພີ້ມພູນກໍາລັງໃຫ້ແກ່ເຂົາທຸກຮຸ່ງອາລຸນ ຂໍຊົງປົກປ້ອງເຂົາໄວ້ໃນທີ່ກໍາບັງແຫ່ງຄວາມຄຸ້ມຄອງຂອງພຣະອົງ ເພື່ອວ່າ ເຂົາຈະບໍ່ໄດ້ຫຼົງຜິດ

ຈະອຸທິດຕົນຮັບໃຊ້ສາສະໜາຂອງພຣະອົງ ຊີ້ແນະຜູ້ທີ່ມີທິດຖິ ນໍາທາງຜູ້ເຄາະຮ້າຍ ປົດປ່ອຍຜູ້ຖືກຄຸມຂັງ ປຸກຜູ້ປະໝາດໃຫ້ມີສະຕິ ເພື່ອວ່າ ທຸກຄົນຈະໄດ້ຮັບພຣະພອນດ້ວຍ ການສັນລະເສີນ ແລະ ລະນຶກເຖິງພຣະອົງ ພຣະອົງຄືພຣະ ຜູ້ຊົງອໍານາດ ພຣະຜູ້ຊົງອານຸພາບ.

#12854
- `Abdu'l-Bahá

 

ບົດອະທິຖານເພື່ອການເຜີຍແຜ່ສາສະໜາ

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນ ລະເສີນຈົ່ງມີແດ່ພຣະອົງ ຜູ້ຊົງເປັນບໍ່ເກີດຂອງຄວາມຮຸ່ງ ເຮືອງ ແລະ ຣາຊສັກດາທັງປວງ ເປັນບໍ່ເກີດຂອງຄວາມຍິ່ງ ໃຫຍ່ ກຽດຕິສັກອະທິປະໄຕ ແລະ ອານາຈັກຄວາມສູງສົ່ງ ແລະ ຄວາມກະລຸນາ ຄວາມໜ້າເກງຂາມ ແລະ ອານຸພາບ ຜູ້ໃດກໍຕາມທີ່ພຣະອົງປະສົງ ພຣະອົງຊົງດົນບັນດານໃຫ້ໃກ້ເຂົ້າມາຍັງມະຫາສະມຸດ ອັນຍິ່ງໃຫຍ່ທີ່ສຸດຂອງພຣະອົງ ແລະ ຜູ້ໃດກໍຕາມທີ່ພຣະອົງປາດຖະໜາ ພຣະອົງກໍຊົງປະ ທານກຽດຂອງການໄດ້ຍອມຮັບ ພຣະນາມທີ່ບູຮານທີ່ສຸດ ຂອງ ພຣະອົງ ທຸກຄົນທີ່ຢູ່ໃນສະຫວັນ ແລະໂລກບໍ່ສາມາດຕ້ານທານ ປະຕິບັດການຂອງພຣະປະສົງອັນຍິ່ງໃຫຍ່ຂອງພຣະອົງ ພຣະອົງຊົງປົກຄອງສັບພະສິ່ງທັງປວງ ມາແຕ່ນິລັນດອນການ ແລະ ພຣະອົງກໍຈະໃຊ້ອໍານາດປົກຄອງທຸກສັບພະສິ່ງຕະຫຼອດໄປ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງອານຸພາບ ພຣະຜູ້ຊົງອັດສະລິຍະພາບ.

ຂ້າແດ່ພຣະຜູ້ເປັນາຍ ຂໍຊົງສາດແສງທັມມາທີ່ໃບໜ້າ ຂອງພວກເຂົາ ເພື່ອວ່າ ພວກເຂົາຈະໄດ້ເຫັນພຣະອົງ ຂໍຊົງຊໍາລະຫົວໃຈຂອງພວກເຂົາ ເພື່ອວ່າພວກເຂົາຈະໄດ້ ຫັນມາທີ່ຣາຊສໍານັກ ແຫ່ງກະລຸນາທິຄຸນຂອງພຣະອົງ ແລະ ຍອມຮັບບໍລົມພຣະສາສະດາ ຜູ້ເປັນຕົວແທນຂອງພຣະອົງ

ແລະ ເປັນອະຣຸໂນໄທແຫ່ງສາລະຂອງພຣະອົງ ແທ້ຈິງແລ້ວພຣະອົງຄື ພຣະຜູ້ເປັນນາຍແຫ່ງພົບທັງປວງ ບໍ່ມີພຣະຜູ້ເປັນ ເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ຊົງຢູ່ນອກເໜືອອໍານາດ ບັງຄັບໃດໆ ພຣະຜູ້ຊົງກໍາລາບ.

#12807
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນ ລະເສີນຈົ່ງມີແດ່ພຣະນາມຂອງພຣະອົງ ທີ່ຊົງບັນດານໃຫ້ ຍຸກໃໝ່ມາເຖິງ ເປັນຍຸກຊຶ່ງເປັນຣາຊາ ແຫ່ງຍຸກທັງຫຼາຍ ເປັນຍຸກທີ່ພຣະອົງ ປະກາດໄວ້ ຕໍ່ພຣະສາສະດາທັງຫຼາຍ ແລະ ບັນດາຜູ້ທີ່ພຣະອົງເລືອກສັນ ໃນທັມມະຈາລຶກອັນ ວິເສດສຸດຂອງພຣະອົງ ເປັນທີ່ພຣະອົງ ສາດລັດສະໝີແຫ່ງ ຄວາມຮຸ່ງເຮືອງ ຂອງພຣະນາມທັງໝົດຂອງພຣະອົງ ມາຍັງ ທຸກສັບພະສິ່ງ ພຣະພອນນັ້ນຍິ່ງໃຫຍ່ ສໍາລັບຜູ້ທີ່ຕັ້ງໝັ້ນໃນ ພຣະອົງ ໄດ້ເຂົ້າເຝົ້າພຣະອົງ ແລະໄດ້ຍິນສໍານຽງຂອງພຣະ

ອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງ ຂໍວິງວອນຕໍ່ ພຣະນາມຂອງບໍລົມພຣະສາສະດາ ທີ່ອານາຈັກແຫ່ງນາມຂອງພຣະອົງ ຫ້ອມລ້ອມບູຊາ ຂໍພຣະອົງຊົງຊ່ວຍບັນດາຜູ້ທີ່ເປັນທີ່ຮັກຂອງພຣະອົງ ໃຫ້ສັນລະເສີນພຣະວັດຈະນະຂອງພຣະອົງ ໃນໝູ່ຄົນຮັບໃຊ້ ແລະ ສະດຸດີພຣະອົງໄປກວ້າງໄກໃນໝູ່ປະຊາຊົນ ເພື່ອວ່າ ການເປີດເຜີຍພຣະທັມຂອງພຣະອົງ ຈະອາບຄວາມສຸກໃຫ້ແກ່ວິນຍານ ຂອງທຸກຄົນທີ່ອາໃສຢູ່ໃນໂລກ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ເນື່ອງດ້ວຍພຣະ ອົງ ຊົງນໍາທາງພວກຂ້າພະອົງ ໄປທີ່ທາລາແຫ່ງຊີວິດ ທີ່ຫລັ່ງມາຈາກພຣະກະລຸນາຂອງພຣະອົງ ຂໍຊົງເມດຕາຢ່າໃຫ້ພວກເຂົາທັງຫລາຍ ຖືກພາກຈາກພຣະອົງ ແລະ ເນື່ອງດ້ວຍພຣະອົງຮຽກເອີ້ນພວກເຂົາທັງຫຼາຍ ມາຍັງທີ່ສະຖິດຂອງບັນລັງຂອງພຣະອົງ ຂໍຊົງເມດຕາຢ່າພັກໄສພວກເຂົາໄປ ຂໍຊົງປະທານສິ່ງທີ່ຈະຕັດຄວາມຜູກພັນຂອງພວກເຂົາຈາກທຸກຢ່າງນອກຈາກພຣະອົງແລະທໍາໃຫ້ພວກເຂົາສາມາດເຫີນໃນບັນຍາກາດແຫ່ງຄວາມໃກ້ຊິດພຣະອົງ ຈົນອໍານາດຂອງຜູ້ກົດຂີ່ ແລະ ການຊັກຊວນຂອງບັນດາຜູ້ທີ່ບໍ່ເຊື່ອ ໃນອັດຕະພາບທີ່ກຽງໄກ ແລະ ຍິ່ງໃຫຍ່ທີ່ສຸດຂອງພຣະອົງ ກໍບໍ່ສາມາດພາກພວກເຂົາຈາກພຣະອົງ.

#12808
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງຊ່ວຍໃຫ້ ຄົນຮັບໃຊ້ເຊີດຊູພຣະວັດຈະນະ ພິສູດສິ່ງທີ່ໄຮ້ສາລະ ແລະບໍ່ ຈິງໃຫ້ປະຈັກ ແພ່ກະຈາຍບົດກອນສັກສິດໄປກວ້າງໄກ ເປີດ ເຜີຍຄວາມຮຸ່ງເຮືອງ ແລະ ເຮັດໃຫ້ແສງອຸສາຮຸ່ງອາລຸນໃນຫົວ

ໃຈ ຂອງຜູ້ທີ່ຊອບທັມ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງ ອະໄພ.

#12809
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນຂ້າພະອົງ ນ້ອມກາຍດ້ວຍຄວາມຕໍ້າຕ້ອຍ ຖ່ອມຕົນຕໍ່ ພຣະບັນຍັດຂອງພຣະອົງ ໝອບກາບຕໍ່ອະທິປະໄຕຂອງ ພຣະອົງສັ່ນສະທ້ານ ຕໍ່ອໍານາດແຫ່ງອານາຈັກຂອງພຣະອົງ ໜີຄວາມພິໂລດຂອງພຣະອົງ ວິງວອນພຣະກະລຸນາຂອງ ພຣະອົງ ຝາກຄວາມຫວັງໄວ້ກັບການອະໄພຂອງພຣະອົງ ເກງຂາມຕໍ່ຄວາມພິໂລດຂອງພຣະອົງ ຂ້າພະອົງຂໍວິງ ວອນພຣະອົງ ດ້ວຍຫົວໃຈທີ່ລະທຶກ ດ້ວຍນໍ້າຕາທີ່ຫຼັ່ງໄຫລ ແລະວິນຍານທີ່ໃຝ່ຫາ ແລະ ດ້ວຍການຕັດຄວາມຜູກພັນ ຈາກທຸກສິ່ງໂດຍສິ້ນເຊີງ ຂໍຊົງບັນດານໃຫ້ຄົນຮັກຂອງພຣະ ອົງເປັນດັ່ງໜຶ່ງລັງສີ ທີ່ທອດລັດສະໝີໄປທົ່ວອານາຈັກຂອງ ພຣະອົງ ຂໍຊົງຊ່ວຍໃຫ້ຄົນຮັບໃຊ້ທີ່ ພຣະອົງເລືອກສັນ ເຊີດຊູພຣະວັດຈະນະຂອງພຣະອົງ ເພື່ອວ່າໃບໜ້າຂອງ ພວກເຂົາຈະງົດງາມແລະສົດໃສ ຫົວໃຈຂອງພວກເຂົາຈະ ປ່ຽມໄປດ້ວຍຄວາມເລິກລັບ ແລະ ວິນຍານທຸກດວງຈະໄດ້ ປົດເປຶ້ອງບາບຂອງຕົນ ຂໍຊົງຄຸ້ມຄອງພວກເຂົາໃຫ້ປອດ ໄພຈາກຜູ້ຮຸກຮານ ແລະ ຜູ້ທິ່ດູໝິ່ນສາສະໜາ ແລະ ກະທໍາ

#12810
- `Abdu'l-Bahá

 

ບົດອະທິຖານເພື່ອຂໍອະໄພ

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງອະໄພ! ພຣະອົງຄືທີ່ກໍາບັງ ສໍາລັບຄົນຮັບໃຊ້ເຫລົ່ານີ້ຂອງພຣະອົງ ພຣະອົງຊົງຮູ້ຄວາມ ລັບແລະຊາບທຸກສິ່ງ ພວກຂ້າພະອົງທຸກຄົນຊ່ວຍເຫຼືອຕົນ ເອງບໍ່ໄດ້ ແລະພຣະອົງຄື ພຣະຜູ້ຊົງອໍານາດ ພຣະຜູ້ຊົງອານຸ ພາບສູງສຸດ ພວກຂ້າພະອົງລ້ວນເປັນຄົນບາບ ແລະພຣະ ອົງຄື ພຣະຜູ້ຊົງອະໄພບາບ ພຣະຜູ້ຊົງປານີ ພຣະຜູ້ຊົງເຫັນ ໃຈ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງມອງຂ້າມຄວາມບົກ ພ່ອງຂອງພວກຂ້າພະອົງ ຂໍຊົງປະຕິບັດຕໍ່ພວກຂ້າພະອົງດ້ວຍພຣະກະລຸນາ ແລະຄວາມອາລີຂອງພຣະອົງ ພວກຂ້າ ພະອົງມີຄວາມບົກພ່ອງຫຼວງຫຼາຍ ແຕ່ມະຫາສະໝຸດແຫ່ງ ການອະໄພຂອງພຣະອົງນັ້ນບໍ່ຮູ້ສິ້ນ ພວກຂ້າພະອົງອ່ອນ ແອເຫຼືອເກີນ ແຕ່ຫຼັກຖານຂອງຄວາມຊ່ວຍເຫຼືອຈາກພຣະອົງ ນັ້ນຊັດເຈນ ຂໍຊົງປະທານພະລັງໃຈແລະຄວາມເຂັ້ມແຂງ ໃຫ້ແກ່ພວກຂ້າພະອົງ ຂໍຊົງຊ່ວຍໃຫ້ພວກຂ້າພະອົງທໍາໃນ ສິ່ງທີ່ຄູ່ຄວນກັບທໍລະນີປະຕູ ອັນບໍລິສຸດຂອງພຣະອົງ ຂໍຊົງເຮັດໃຫ້ຫົວໃຈຂອງພວກຂ້າພະອົງຜ່ອງໃສ ຂໍຊົງປະທານດວງຕາທີ່ຢັ່ງເຫັນ ແລະ ຫູທີ່ໄດ້ຮັບຟັງໃຫ້ແກ່ພວກຂ້າພະອົງ

ຂໍຊົງຟື້ນຊີວິດຄົນຕາຍ ແລະຮັກສາຜູ້ປ່ວຍ ຂໍຊົງປະທານ ຄວາມມັ່ງຄັ່ງໃຫ້ແກ່ຜູ້ຍາກໄຮ້ ຂໍຊົງທໍາໃຫ້ຜູ້ທີ່ຢ້ານກົວຮູ້ສຶກ ສະຫງົບແລະປອດໄພ ຂໍຊົງຍອມຮັບພວກຂ້າພະອົງໄວ້ ໃນອານາຈັກຂອງພຣະອົງ ແລະ ຊ່ວຍໃຫ້ພວກຂ້າພະອົງ ຕາສະຫວ່າງດ້ວຍແສງແຫ່ງການນໍາທາງ ພຣະອົງຄື ພຣະຜູ້ ຊົງອານຸພາບ ພຣະຜູ້ຊົງອໍານາດສູງສຸດ ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງເອັນດູ ພຣະຜູ້ຊົງເມດຕາ.

#12796
- `Abdu'l-Bahá

 

ບົດອະທິຖານເພື່ອຕັດຄວາມຜູກພັນ

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຫົວໃຈທີ່ເຢັນ ຊາຈໍານວນຫຼວງຫຼາຍ ອຸ່ນຂຶ້ນດ້ວຍໄຟແຫ່ງຄວາມຮັກ ຂອງ ພຣະອົງ ແລະ ຜູ້ຫລັບໄຫລຫຼາຍຄົນຕື່ນຂຶ້ນ ໂດຍມະທຸລາ ແຫ່ງນໍ້າສຽງຂອງພຣະອົງ ຄົນແປກໜ້າຫຼວງຫຼາຍເທົ່າໃດທີ່ ສະແຫວງຫາທີ່ກໍາບັງ ພາຍໃຕ້ຮົ່ມເງົາຂອງພຶກສາ ແຫ່ງ ຄວາມເປັນໜຶ່ງຂອງພຣະອົງ ແລະ ຜູ້ກະຫາຍຈໍານວນ ອັກໂຂພຽງໃດ ທີ່ໃຝ່ຫານໍ້າພຸແຫ່ງຊີວິດ ໃນຍຸກຂອງພຣະອົງ.

ພຣະພອນຈົ່ງມີແດ່ຜູ້ທີ່ຕັ້ງປະນິທານໃນພຣະອົງ ແລະ ຮີບໄປຍັງອະລຸໂນໄທ ທີ່ອາພາຂອງພຣະອົງຮຸ່ງຂຶ້ນມາ ພຣະ ພອນ ຈົ່ງມີແດ່ຜູ້ທີ່ທຸ່ມເທສະເໜຫາທັງໝົດໃຫ້ກັບອະລຸໂນ ໄທສະຖານແຫ່ງການເປີດເຜີຍພຣະທັມ ແລະແຫລ່ງກໍາເນີດແຮງບັນດານໃຈຂອງພຣະອົງ ພຣະພອນຈົ່ງມີແດ່ຜູ້ທີ່ສະລະຊັບສິນທີ່ພຣະອົງປະທານໃຫ້ ແກ່ພວກຂ້າພະອົງດ້ວຍຄວາມອາລີ ແລະກະລຸນາທິຄຸນ ເພື່ອໃຊ້ຈ່າຍໃນຫົນທາງ

ຂອງພຣະອົງ ພຣະພອນຈົ່ງມີແດ່ຜູ້ທີ່ຄໍ້າຄວນຫາພຣະອົງ ຈົນຖິ້ມທຸກສິ່ງທຸກຢ່າງໄປ ພຣະພອນຈົ່ງມີແດ່ຜູ້ທີ່ປິຕິຍີນດີ ຕໍ່ການສົນທະນາຢ່າງໃກ້ຊິດກັບພຣະອົງ ແລະ ຕັດຄວາມຜູກພັນຈາກທຸກຄົນ ນອກຈາກພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂ້າພະອົງ ຂໍວິງວອນຕໍ່ບໍລົມພຣະສາສະດາ ຜູ້ເປັນພຣະນາມຂອງພຣະອົງ ຜູ້ຊົງຮຸ່ງຂຶ້ນມາ ເໜືອຂອບຟ້າຂອງຄຸກຂອງຕົນ ຂໍຊົງບັນຍັດສໍາລັບທຸກຄົນ ດ້ວຍສິ່ງທີ່ຄູ່ຄວນກັບພຣະອົງ ແລະ ຄວາມປະເສີດຂອງພຣະອົງ ຄວາມຈິງແລ້ວ ອໍານາດຂອງພຣະອົງ ສາມາດຈັດການທຸກສິ່ງ.

#12786
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນນາຍ! ຂ້າພະອົງມາຫາພຣະອົງ ເພື່ອຂໍທີ່ພັກພາອາໄສ ແລະໃຝ່ໃຈໃນສັນຍາລັກທັງປວງຂອງ ພຣະອົງ ຂ້າແດ່ພຣະຜູ້ເປັນນາຍ! ບໍ່ວ່າກໍາລັງເດີນທາງຫລື ຢູ່ບ້ານ ໃນອາຊີບ ຫລືການງານ ຂ້າພະອົງຂໍຝາກຄວາມຫວັງ ທັງໝົດໄວ້ກັບພຣະອົງ ຂໍຊົງປະທານຄວາມຊ່ວຍເຫຼືອທີ່ຈະ ທໍາໃຫ້ຂ້າພະອົງ ບໍ່ຕ້ອງຂຶ້ນກັບສິ່ງໃດ ຂ້າແດ່ພຣະຜູ້ຊຶ່ງ ຄວາມປານີຂອງພຣະອົງ ບໍ່ມີໃຜເໜືອກວ່າ!

ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງປະທານໃຫ້ແກ່ຂ້າພະ ອົງເທົ່າທີ່ພຣະອົງປາດຖະໜາ ແລະ ຂໍຊົງດົນບັນດານໃຫ້ຂ້າພະອົງພໍໃຈກັບສິ່ງໃດກໍຕາມ ທີ່ພຣະອົງບັນຍັດໄວ້ສໍາລັບຂ້າພະອົງ ພຣະອົງຊົງອໍານາດ ໃນການບັນຊາໂດຍສົມບູນ.

#12788
- The Báb

 

ບົດອະທິຖານເພື່ອບິດາມານດາ

ຂ້າແດ່ພຣະຜູ້ເປັນນາຍ ພຣະອົງຊົງເຫັນແລ້ວວ່າ ມື ຂອງຂ້າພະອົງຍົກຂຶ້ນວິງວອນນະພາ ແຫ່ງພຣະກະລຸນາ ແລະ ຄວາມອາລີຂອງພຣະອົງ ຂໍໃຫ້ມືນີ້ໄດ້ຮັບສົມບັດຈາກ ຄວາມໂອບອ້ອມອາລີ ແລະ ພຣະກະລຸນາຂອງພຣະອົງ ຂໍ ຊົງໃຫ້ອະໄພຂ້າພະອົງ ບິດາ ແລະ ມານດາ ຂອງຂ້າພະອົງ ແລະ ຂໍຊົງໃຫ້ຂ້າພະອົງສົມປາດຖະໜາ ໃນສິ່ງທີ່ຂ້າພະອົງຕ້ອງການ ຈາກມະຫາສະໝຸດແຫ່ງພຣະກະລຸນາ ແລະ ຄວາມອາລີຂອງພຣະອົງ ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງຂອງ ຫົວໃຈຂອງຂ້າພະອົງ ຂໍຊົງຍອມຮັບວຽກງານທຸກຢ່າງ ທີ່ ຂ້າພະອົງກະທໍາໃນວິຖີຂອງພຣະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບສູງສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ບໍ່ ມີປຽບປານ ພຣະຜູ້ເປັນໜຶ່ງ ພຣະຜູ້ຊົງອະໄພ ພຣະຜູ້ຊົງກະລຸນາ.

#12841
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍການອະໄພຈາກພຣະອົງ ວິງວອນຂໍອະໄພດ້ວຍກິລິຍາ ທີ່ພຣະອົງຕ້ອງການ ໃຫ້ຄົນຮັບໃຊ້ກະທໍາຕໍ່ພຣະອົງ ຂ້າພະອົງຂໍຮ້ອງພຣະອົງ ຂໍຊົງຊໍາລະບາບຂອງຂ້າພະອົງ ຕາມທີ່ຄູ່ຄວນກັບອັດສະລິຍະຂອງພຣະອົງ ຂໍຊົງປະທານອະໄພແກ່ຂ້າພະອົງ ແກ່ບິດາ-ມານດາຂອງຂ້າພະອົງ ແລະ ແກ່ບັນດາຜູ້ທີ່ພຣະອົງຖືວ່າ ໄດ້ເຂົ້າມາອາໄສຢູ່ ໃນຄວາມຮັກຂອງພຣະອົງ ດ້ວຍກິລິຍາທີ່ຄູ່ຄວນກັບອະທິປະໄຕຂອງພຣະອົງ ແລະຄວາມຮຸ່ງເຮືອງຂອງອານຸພາບ ສະຫວັນຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພຣະອົງຊົງບັນ ດານໃຈໃຫ້ວິນຍານຂອງຂ້າພະອົງ ວິງວອນພຣະອົງ ແລະ ຫາກບໍ່ແມ່ນເພາະພຣະອົງ ຂ້າພະອົງຍ່ອມບໍ່ວິງວອນພຣະ ອົງ ຂໍຄວາມສະດຸດີສັນລະເສີນຈົງມີແດ່ພຣະອົງ ຂ້າພະອົງ ຂໍສັນລະເສີນພຣະອົງ ທີ່ຊົງເປີດເຜີຍພຣະອົງເອງ ຕໍ່ຂ້າພະ ອົງ ແລະ ຂ້າພະອົງຂໍຮ້ອງພຣະອົງ ຂໍຊົງໃຫ້ອະໄພຂ້າພະ ອົງທີ່ບົກຜ່ອງຕໍ່ໜ້າທີ່ ໃນການຮູ້ຈັກພຣະອົງ ແລະ ບໍ່ໄດ້ເດີນ ໃນວິຖີແຫ່ງຄວາມຮັກຂອງພຣະອົງ.

#12842
- The Báb

 

ພຣະພອນຈົ່ງມີແດ່ຜູ້ທີ່ລະນຶກເຖິງບິດາມານດາຂອງຕົນຂະນະສົນທະນາກັບພຣະຜູ້ເປັນເຈົ້າ.

#12843
- The Báb

 

ຂ້າແດ່ພຣະຜູ້ເປັນນາຍ! ໃນຍຸກສາສະໜາທີ່ຍິ່ງໃຫຍ່ທີ່ ສຸດນີ້ ພຣະອົງຊົງຍອມຮັບການວິງວອນຂອງບຸດຫລານ ເພື່ອ ບິດາ-ມານດາຂອງຕົນ ນີ້ຄືໜຶ່ງໃນພຣະພອນອັນບໍ່ຮູ້ສິ້ນໃນ ຍຸກສາສະໜານີ້ ຂ້າແດ່ພຣະຜູ້ເປັນນາຍ ຜູ້ຊົງເມດຕາ ຂໍຊົງ ຍອມຮັບຄໍາຂໍຮ້ອງຂອງຄົນຮັບໃຊ້ຜູ້ນີ້ ນະທໍລະນີປະຕູແຫ່ງ ຄວາມເປັນໜຶ່ງຂອງພຣະອົງ ແລະ ຂໍຊົງໃຫ້ບິດາ-ມານດາ ຂອງຂ້າພະອົງ ໄດ້ດໍາດິ່ງລົງສູ່ມະຫາສະໝຸດແຫ່ງຄວາມກະ

ລຸນາຂອງພຣະອົງ ເນື່ອງດ້ວຍບຸດຄົນນີ້ໄດ້ລຸກຂຶ້ນຮັບໃຊ້ພຣະອົງ ແລະ ພະຍາຍາມຢູ່ທຸກເວລາໃນຫົນທາງແຫ່ງຄວາມຮັກຂອງພຣະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ໃຫ້ ພຣະຜູ້ຊົງອະໄພ ພຣະຜູ້ຊົງເມດຕາ!

#12844
- `Abdu'l-Bahá

 

ບົດອະທິຖານເພື່ອປະເທດຊາດ

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງອະໄພ! ຄົນຮັບໃຊ້ເຫຼົ່າ ນີ້ກໍາລັງຫັນມາຫາອານາຈັກຂອງພຣະອົງ ແລະສະແຫວງ ຫາພຣະກະລຸນາແລະຄວາມອາລີຂອງພຣະອົງ ຂ້າແດ່ພຣະ ຜູ້ເປັນເຈົ້າ! ຂໍຊົງເຮັດໃຫ້ພວກເຂົາມີຫົວໃຈທີ່ງົດງາມ ແລະ ບໍລິສຸດ ເພື່ອວ່າ ພວກເຂົາຈະຄູ່ຄວນກັບຄວາມຮັກຂອງພຣະອົງ ຂໍຊົງຊໍາລະວິນຍານຂອງພວກເຂົາ ໃຫ້ບໍລິສຸດ ເພື່ອວ່າ ແສງຂອງດວງອາທິດແຫ່ງສັດຈະທັມ ຈະໄດ້ສ່ອງສະຫວ່າງ ມາຍັງພວກເຂົາ ຂໍຊົງຊໍາລະດວງຕາຂອງພວກເຂົາ ເພື່ອວ່າ ພວກເຂົາຈະໄດ້ມອງເຫັນແສງທັມ ຂໍຊົງຊໍາລະຫູຂອງພວກ ເຂົາ ເພື່ອວ່າ ພວກເຂົາຈະໄດ້ຍິນສຽງຮຽກຮ້ອງຈາກອານາ ຈັກຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ! ແທ້ຈິງແລ້ວ ພວກຂ້າພະອົງ ອ່ອນແອແຕ່ພຣະອົງຊົງອໍານາດ ແທ້ຈິງແລ້ວ ພວກຂ້າພະ ອົງຍາກໄຮ້ ແຕ່ພຣະອົງອຸດົມຮັ່ງມີ ພວກຂ້າພະອົງຄືຜູ້ ສະແຫວງຫາ ແລະ ພຣະອົງຄືຜູ້ເປັນທີ່ໃຝ່ຫາ ຂ້າແດ່ພຣະຜູ້ ເປັນນາຍ! ຂໍຊົງເຫັນໃຈ ແລະໃຫ້ອະໄພຂ້າພະອົງ ຂໍຊົງປະ ທານຄວາມສາມາດ ໃຫ້ໃຈຂອງພວກຂ້າພະອົງເປີດຮັບທັມມະ ເພື່ອວ່າ ພວກຂ້າພະອົງຈະໄດ້ຄູ່ຄວນກັບກະລຸນາທິຄຸນ ຂອງພຣະອົງ ໃຝ່ຫາອານາຈັກຂອງພຣະອົງ ຈະໄດ້ດື່ມອໍາ ມະລິດແຫ່ງຊີວິດ ຈະລຸກດ້ວຍໄຟແຫ່ງຄວາມຮັກຂອງພຣະ ອົງ ແລະໄດ້ຮັບຊີວິດໃໝ່ຈາກລົມຫາຍໃຈຂອງພຣະວິນຍານ ບໍລິສຸດ ໃນສັດຕະວັດທີ່ຮຸ່ງເຮືອງນີ້.

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະ ອົງ! ຂໍຊົງທອດສາຍພຣະເນດ ແຫ່ງຄວາມເມດຕາຮັກໃຄ່ ມາຍັງທີ່ຊຸມນຸມນີ້ຂໍຊົງຄຸ້ມຄອງທຸກຄົນໄວ້ໃນການດູແລ ແລະ ການປົກປ້ອງຂອງພຣະອົງ ຂໍຊົງປະທານພອນໃຫ້ແກ່ວິນ ຍານເຫຼົ່ານີ້ ຂໍຊົງໃຫ້ພວກເຂົາດໍາດິ່ງລົງສູ່ມະຫາສະໝຸດ ແຫ່ງ ຄວາມປານີຂອງພຣະອົງ ຂໍຊົງກະຕຸ້ນພວກເຂົາດ້ວຍ ສາຍ ລົມ ຂອງພຣະວິນຍານບໍລິສຸດ.

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຊ່ວຍເຫຼືອແລະຄໍ້າຊູລັດຖະບານທີ່ຍຸຕິທັມນີ້ ປະເທດນີ້ຢູ່ພາຍໃຕ້ຮົ່ມເງົາແຫ່ງຄວາມຄຸ້ມຄອງຂອງພຣະອົງ ແລະ ປະຊາຊົນໃນຊາດນີ້ ໃຫ້ການຮັບໃຊ້ພຣະອົງ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງໂອບອ້ອມອາລີຕໍ່ພວກເຂົາ ແລະ ຫລັ່ງຄວາມກະລຸນາທິຄຸນຂອງພຣະອົງໃຫ້

ຢ່າງລົ້ນເຫຼືອ ຂໍຊົງໃຫ້ຊາດທີ່ໜ້ານັບຖືນີ້ເຮືອງກຽດ ຂໍຊົງຮັບຊາດນີ້ໄວ້ໃນອານາຈັກຂອງພຣະອົງ.

ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະຜູ້ຊົງອໍານາດສູງ ສຸດ ພຣະຜູ້ຊົງປານີ ແລະ ພຣະອົງຄື ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງເມດຕາ ພຣະຜູ້ເປັນນາຍ ຜູ້ຊົງກະລຸນາຢ່າງລົ້ນ ເຫລືອ.

#12802
- `Abdu'l-Bahá

 

ບົດອະທິຖານເພື່ອພັດທະນາຈິດໃຈ

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງເຮັດໃຫ້ ຫົວໃຈຂອງຂ້າພະອົງບໍລິສຸດ ຂ້າແດ່ພຣະຜູ້ເປັນຄວາມ ຫວັງຂອງຂ້າພະອົງ ຂໍຊົງຟື້ນມະໂນທັມໃນໃຈທີ່ສະຫງົບ ຂອງຂ້າພະອົງ ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງຂອງຂ້າພະອົງ ຂໍອານຸພາບຂອງພຣະອົງ ຄໍ້າຊູຂ້າພະອົງໃນສາສະໜາ ຂອງພຣະອົງ ຂ້າແດ່ພຣະຜູ້ເປັນທີ່ໝາຍປອງ ຂອງຂ້າພະ ອົງ ຂໍຄວາມຮຸ່ງເຮືອງຂອງພຣະອົງ ສາດແສງໃຫ້ຂ້າພະອົງ ເຫັນຫົນທາງຂອງພຣະອົງ ຂ້າແດ່ພຣະຜູ້ເປັນຕົ້ນກໍາເນີດ ແຫ່ງຊີວິດຂອງຂ້າພະອົງ ຂໍອານຸພາບແຫ່ງອໍານາດຂອງ ພຣະອົງຊູຂ້າພະອົງ ຂຶ້ນສູ່ນະພາແຫ່ງຄວາມວິສຸດຂອງພຣະ

ອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍສາຍລົມ ແຫ່ງນິລັນດອນຂອງພຣະອົງ ພັດຄວາມເບີກບານມາໃຫ້ຂ້າ ພະອົງ ຂ້າແດ່ພຣະຜູ້ເປັນສະຫາຍຂອງຂ້າພະອົງ ຂໍດົນ ຕີອະນັນຂອງພຣະອົງ ກ່ອມໃຈຂອງຂ້າພະອົງໃຫ້ສະຫງົບ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍພຣະພັກທີ່ເບັ່ງ ບານຂອງພຣະອົງປົດປ່ອຍຂ້າພະອົງ ໃຫ້ເປັນອິດສະລະ ຈາກທຸກສິ່ງນອກຈາກພຣະອົງ ແລະ ຂໍໃຫ້ຂ່າວດີແຫ່ງການ ເປີດເຜີຍສາລະທີ່ບໍ່ເສື່ອມສະລາຍຂອງພຣະອົງ ຍັງຄວາມ ປິຕິໃຫ້ແກ່ຂ້າພະອົງ ຂ້າແດ່ພຣະຜູ້ຊົງຄວາມປະຈັກແຈ້ງ ທີ່ສຸດແລະເລັ້ນລັບທີ່ສຸດ.

#12790
- Bahá'u'lláh

 

ພຣະອົງຄື ພຣະຜູ້ຊົງກະລຸນາ ພຣະຜູ້ຊົງອາລີ! ຂ້າແດ່ ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ສຽງຮຽກ ຮ້ອງຂອງພຣະອົງໄດ້ດຶງດູດຂ້າພະອົງ ແລະ ນໍ້າສຽງຂອງ ປາກກາແຫ່ງຄວາມຮຸ່ງເຮືອງຂອງພຣະອົງ ໄດ້ປຸກຂ້າພະອົງ ສາຍທາລາແຫ່ງພຣະວັດຈະນະ ອັນສັກສິດຂອງພຣະອົງຍັງ

ຄວາມປິຕິໃຫ້ແກ່ຂ້າພະອົງ ແລະ ອໍາມະລິດແຫ່ງແຮງ ບັນດານໃຈຈາກພຣະອົງ ທໍາໃຫ້ຂ້າພະອົງ ເບີກບານ ຂ້າແດ່ພຣະຜູ້ເປັນນາຍ ພຣະອົງຊົງເຫັນແລ້ວວ່າ ຂ້າພະອົງ ຕັດຄວາມຜູກພັນຈາກທຸກສິ່ງ ນອກຈາກພຣະອົງ ຢຶດໜຽວ ສາຍໃຍ ແຫ່ງຄວາມອາລີຂອງພຣະອົງ ປາດຖະໜາພຣະ ກະລຸນາອັນໜ້າພິດສະຫວົງຂອງພຣະອົງ ຂ້າພະອົງຂໍ ຮ້ອງຕໍ່ຄື້ນແຫ່ງຄວາມເມດຕາຮັກໃຄ່ ອັນບໍ່ຮູ້ສິ້ນຂອງພຣະອົງ ຕໍ່ອາພາແຫ່ງການດູແລ ແລະ ກະລຸນາທິຄຸນຂອງພຣະອົງ ຂໍຊົງປະທານສິ່ງທີ່ຈະພາຂ້າພະອົງ ເຂົ້າໄປໃກ້ພຣະອົງ ແລະ ຂໍຊົງທໍາໃຫ້ຂ້າພະອົງມັ່ງຄັ່ງໃນພຣະອົງ ວາຈາປາກກາ ແລະ ທັງຊີວິດຂອງຂ້າພະອົງ ຂໍຢືນຢັນຕໍ່ອານຸພາບ ອໍານາດພຣະ

ກະລຸນາ ແລະ ຄວາມອາລີຂອງພຣະອົງວ່າ ບໍ່ມີພຣະຜູ້ເປັນ

ເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ຊົງອານຸພາບ ພຣະຜູ້

#12791
- Bahá'u'lláh

 

ບົດອະທິຖານເພື່ອມະນຸດຊາດ

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ພຣະຜູ້ຊຶ່ງຂ້າ ພະອົງບູຊາແລະເທີດທູນ! ຂ້າພະອົງຂໍເປັນພະຍານຕໍ່ເອກະ ພາບ ແລະ ຄວາມເປັນໜຶ່ງຂອງພຣະອົງ ຍອມຮັບພຣະພອນ ຂອງພຣະອົງທັງໃນອາດີດ ແລະ ປະຈຸບັນພຣະອົງຄື ພຣະຜູ້ຊົງອາລີ ຊຶ່ງຄວາມປານີອັນລົ້ນເຫຼືອຂອງພຣະອົງ ຫລັ່ງໄຫລລົງມາໃຫ້ທັງຜູ້ສູງສັກ ແລະ ຜູ້ຕໍ້າຕ້ອຍ ແລະຄວາມກະລຸນາຂອງພຣະອົງ ສາດລັດສະໝີມາໃຫ້ທັງຜູ້ທີ່ເຊື່ອຖື ແລະຜູ້ທື່ບໍ່ເຊື່ອຖື.

ຂ້າແດ່ພຣະຜູ້ເປັນເຈົ້າ ແຫ່ງຄວາມປານີ ພຣະຜູ້ຊຶ່ງສາ ລະແຫ່ງຄວາມປານີ ນ້ອມຄໍານັບຕໍ່ປະຕູຂອງພຣະອົງ ແລະ ແກ່ນແທ້ຂອງຄວາມເມດຕາຮັກໃຄ່ ຫ້ອມລ້ອມວິຫານແຫ່ງ ສາສະໜາຂອງພຣະອົງ ພວກຂ້າພະອົງຂໍວິງວອນເປັນການ

ຂໍຮ້ອງພຣະກະລຸນາບໍລົມບູຮານ ແລະ ສະແຫວງຫາກະ ລຸນາທິຄຸນຂອງພຣະອົງ ຂໍພຣະອົງຊົງປານີຕໍ່ທຸກຄົນທີ່ເປັນ ສ່ວນໜຶ່ງຂອງໂລກທີ່ດໍາລົງຢູ່ ຂໍຊົງຢ່າປະຕິເສດບໍ່ໃຫ້ພວກ ຂ້າພະອົງໄດ້ຮັບ ການຫລັ່ງຄວາມກະລຸນາທິຄຸນ ໃນຍຸກຂອງ ພຣະອົງ.

ທຸກຄົນລ້ວນຍາກໄຮ້ ແລະ ຂັດສົນ ແລະ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຄອບຄອງທຸກສັບພະສິ່ງ ພຣະຜູ້ຊົງກໍາລາບ ພຣະຜູ້ຊົງອານຸພາບ.

#12803
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຊ່ວຍໃຫ້ປະຊາຊົນທັງ ປວງໄດ້ເຂົ້າມາຍັງວິມານໃນສາສະໜາຂອງພຣະອົງ ເພື່ອ ວ່າຈະບໍ່ມີຜູ້ໃດ ຫ່າງໄກຈາກຄວາມຍິນດີຂອງພຣະອົງ ຕັ້ງ ແຕ່ບູຮານນະການ ພຣະອົງຊົງອານຸພາບໃນການທໍາສິ່ງທີ່ ພຣະອົງປາດຖະໜາ ແລະຢູ່ເໜືອສິ່ງໃດກໍຕາມ ທີ່ພຣະອົງ ຕ້ອງການ.

#12804
- The Báb

 

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງເຫັນໃຈ ພຣະຜູ້ຊົງເອື້ອ ເຟື້ອແລະສາມາດ! ພວກຂ້າພະອົງຄືຄົນຮັບໃຊ້ທີ່ພຣະອົງ ຄອຍປົກປ້ອງແລະຄຸ້ມຄອງ ຂໍພຣະອົງຊົງເອັນດູພວກຂ້າ ພະອົງດ້ວຍຄວາມໂປດປານ ຂໍຊົງໃຫ້ດວງຕາຂອງພວກ ຂ້າພະອົງຮັບແສງ ຫູຂອງພວກຂ້າພະອົງໄດ້ຍິນ ແລະ ຫົວໃຈຂອງພວກຂ້າພະອົງ ມີຄວາມຮັກ ແລະ ເຂົ້າໃຈ ຂໍຂ່າວດີຂອງພຣະອົງ ເຮັດໃຫ້ວິນຍານຂອງພວກຂ້າພະອົງ ເບີກບານແລະເປັນສຸກ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງນໍາ ທາງໄປສູ່ອານາຈັກຂອງພຣະອົງ ຂໍຊົງຟື້ນຊີວິດຂອງພວກ ຂ້າພະອົງທຸກຄົນ ດ້ວຍລົມຫາຍໃຈ ຂອງພຣະວິນຍານບໍລິ ສຸດ ຂໍຊົງປະທານຊີວິດນິລັນດອນ ແລະກຽດຕິຍົດອະນັນໃຫ້ ແກ່ພວກຂ້າພະອົງ ຂໍຊົງປະສານສາມັກຄີມະນຸດຊາດ ແລະ ໃຫ້ຄວາມສະຫ່ວາງແກ່ພວກຂ້າພະອົງ ຂໍໃຫ້ພວກຂ້າພະອົງທຸກຄົນໄດ້ເດີນໃນວິຖີຂອງພຣະອົງ ປາດຖະໜາຄວາມຍິນ

ດີຂອງພຣະອົງ ແລະ ສະແຫວງຫາຄວາມເລິກລັບໃນອານາຈັກຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງທໍາໃຫ້ພວກຂ້າພະອົງສາມັກຄີກັນ ແລະ ຂໍຊົງເຊື່ອມຫົວໃຈຂອງພວກຂ້າພະອົງ ດ້ວຍພັນທະນາການທີ່ບໍ່ມີແຕກສະລາຍ ຂອງພຣະອົງ ແທ້ຈິງແລ້ວ ພຣະອົງຄືພຣະຜູ້ໃຫ້ ພຣະອົງຄືພຣະຜູ້ຊົງ

ເມດຕາ ແລະ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ.

#12805
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍ! ພຣະອົງຊົງສ້າງມວນມະນຸດ ຈາກຕົ້ນຕະກຸນດຽວກັນ ພຣະອົງຊົງປະກາສິດໄວ້ວ່າ ທຸກຄົນ ຈະເປັນສະມາຊິກຄອບຄົວດຽວກັນ ພວກເຂົາທຸກຄົນເປັນ ຄົນຮັບໃຊ້ ຢູ່ເບື້ອງພຣະພັກອັນສັກສິດ ຂອງພຣະອົງ ແລະມວນມະນຸດຊາດ ຢູ່ພາຍໃຕ້ທີ່ອາໄສ ຂອງເທບມົນທຽນ ຂອງພຣະອົງ ທຸກຄົນໄດ້ມາຮ່ວມໂຕະແຫ່ງຄວາມອາລີ ຂອງພຣະອົງ ແລະທຸກຄົນໄດ້ຖືກຈູດໃຫ້ຮຸ່ງຂຶ້ນ ດ້ວຍແສງ ສະຫວ່າງແຫ່ງພຣະກະລຸນາຂອງພຣະອົງ ຂ້າແດ່ພຣະຜູ້ເປັນ ເຈົ້າ! ພຣະອົງຊົງເມດຕາຕໍ່ທຸກຄົນ ພຣະອົງຊົງຈັດຫາສິ່ງຈໍາ ເປັນສໍາລັບທຸກຄົນ ຊົງຄຸ້ມຄອງທຸກຄົນ ຊົງປະທານຊີວິດໃຫ້ ແກ່ທຸກຄົນ ພຣະອົງຊົງປະສາດທຸກຄົນດ້ວຍພອນສະຫວັນ ແລະຄວາມສາມາດ ແລະ ທຸກຄົນດໍາດິ່ງຢູ່ໃນມະຫາສະມຸດ ແຫ່ງຄວາມປານີຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງເມດຕາ! ຂໍຊົງເຮັດໃຫ້ ມະນຸດຊາດສາມັກຄີກັນ ຂໍໃຫ້ສາສະໜາທັງຫຼາຍປອງດອງ ກັນ ໃຫ້ຊາດທັງຫຼາຍເປັນໜຶ່ງດຽວກັນ ເພື່ອວ່າພວກເຂົາຈະ ຖືກັນ ແລະ ກັນເປັນດັ່ງຄອບຄົວດຽວກັນ ຂໍໃຫ້ພວກເຂົາອາ ໄສຢູ່ດ້ວຍກັນຢ່າງປອງດອງ.

ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງເຊີດຊູທຸງແຫ່ງຄວາມເປັນ ອັນໜຶ່ງອັນດຽວກັນຂອງມະນຸດຊາດ.

ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງເຊື່ອມຫົວໃຈທັງຫຼາຍ ເຂົ້າດ້ວຍກັນ ຂ້າແດ່ພຣະຜູ້ເປັນບິດາ ຜູ້ຊົງເມດຕາ ພຣະຜູ້ເປັນເຈົ້າ! ຂໍຊົງທໍາໃຫ້ຫົວໃຈຂອງພວກຂ້າພະອົງທັງຫຼາຍເບີກບານດ້ວຍສຸຄົນທະລົດ ແຫ່ງຄວາມຮັກຂອງພຣະອົງ ຂໍຊົງເຮັດໃຫ້ດວງຕາ ຂອງພວກຂ້າພະອົງທັງຫຼາຍ ສະຫວ່າງສະໄຫວ ດ້ວຍແສງແຫ່ງການນໍາທາງຂອງພຣະອົງ ຂໍຊົງເຮັດໃຫ້ຫູຂອງຂ້າພະອົງ ຊື່ນຊົມຍິນດີ ກັບສຽງອອນຊອນຈາກ ພຣະວັດຈະນະຂອງພຣະອົງ ແລະ ຊົງປົກປ້ອງຄຸ້ມຄອງ ຂ້າພະອົງທັງຫຼາຍໄວ້ໃນທີ່ໝັ້ນ ແຫ່ງພຣະກະລຸນາຂອງ ພຣະອົງ ພຣະອົງຄື ພຣະຜູ້ຊົງອໍານາດ ແລະ ຊົງອານຸພາບ ພຣະອົງຄື ພຣະຜູ້ຊົງອະໄພ ແລະ ພຣະອົງຄື ພຣະຜູ້ຊົງ ມອງຂ້າມ ຄວາມບົກພ່ອງຂອງມະນຸດຊາດທັງມວນ.

#12806
- `Abdu'l-Bahá

 

ບົດອະທິຖານເພື່ອໄຊຊະນະຂອງສາສະໜາ

ຂໍຄວາມສັນລະເສີນ ຈົ່ງມີແດ່ພຣະນາມ ຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ! ຄວາມມືດມົນປົກຄຸມໄປທົ່ວທຸກດິນແດນ ແລະ ອໍານາດຊົ່ວ ຮ້າຍຫ້ອມລ້ອມທຸກຊາດ ຢ່າງໃດກໍ່ຕາມ ຂ້າພະອົງກໍມອງ ເຫັນຄວາມສະຫວ່າງສະໄຫວ ຂອງອັດສະລິຍະພາບ ແລະ ການຄຸ້ມຄອງຂອງພຣະອົງ.

ບັນດາຜູ້ທີ່ຖືກມ່ານປິດກັ້ນຈາກພຣະອົງ ຄິດວ່າພວກ ເຂົາສາມາດດັບແສງຂອງພຣະອົງ ດັບໄຟຂອງພຣະອົງ ແລະສະຫງົບສາຍລົມ ແຫ່ງພຣະກະລຸນາ ຂອງພຣະອົງ ບໍ່ເລີຍ ອໍານາດຂອງພຣະອົງ ເປັນພະຍານໃຫ້ຂ້າພະອົງ! ຫາກພຣະອົງບໍ່ໄດ້ໃຫ້ຄວາມທຸກທໍລະມານ ແຝງອັດສະລິຍະ ພາບຂອງພຣະອົງໄວ້ ແລະ ການທົດສອບອັນສາຫັດເປັນພາ ຫະນະຂອງການຄຸ້ມຄອງຂອງພຣະອົງ ຈະບໍ່ມີຜູ້ໃດບັງອາດ ມາຕໍ່ຕ້ານເຮົາ ແມ່ນວ່າອໍານາດຂອງໂລກ ແລະ ສະຫວັນ ຈະຮ່ວມກັນຕໍ່ຕ້ານເຮົາ ຫາກຂ້າພະອົງຄີ່ຄາຍຄວາມເລິກລັບອັນໜ້າພິດສະຫວົງ ຂອງອັດສະລິຍະພາບຂອງພຣະອົງ ທີ່ເປີດເຜີຍຕໍ່ຂ້າພະອົງ ບັງຫຽນຂອງຜູ້ຂັດຄານຕໍ່ພຣະອົງ ຈະຂາດສະບັ້ນ.

ຂໍຄວາມສັນລະເສີນຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ເຈົ້າຂອງຂ້າພະອົງ! ຂ້າພະອົງຂໍວິງວອນຕໍ່ພຣະນາມອັນ ຍິ່ງໃຫຍ່ທີ່ສຸດຂອງພຣະອົງ ຂໍຊົງຮວບຮວມບັນດາຜູ້ເປັນທີ່ ຮັກຂອງພຣະອົງໄວ້ຮອບກົດ ທີ່ຫຼັ່ງມາຈາກຄວາມຍິນດີຂອງ ພຣະປະສົງຂອງພຣະອົງ ຂໍຊົງປະທານສິ່ງທີ່ຈະເຮັດໃຫ້ ພວກເຂົາອຸ່ນໃຈ.

ພຣະອົງຊົງອໍານາດໃນການກະທໍາ ສິ່ງທີ່ພຣະອົງປາດ ຖະໜາ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຊ່ວຍເຫຼືອໃນໄພ ອັນຕະລາຍ ພຣະຜູ້ຊົງດໍາລົງຢູ່ດ້ວຍພຣະອົງເອງ.

#12815
- Bahá'u'lláh

 

ຂໍຄວາມຮຸ່ງເຮືອງຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ນາຍ ພຣະຜູ້ບັນດານສັບພະສິ່ງທັງປວງ ໃຫ້ເກີດຂຶ້ນມາໂດຍ ອານຸພາບແຫ່ງໂອງການຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຊ່ວຍເຫຼືອບັນດາຜູ້ທີ່ປ່ອຍ ວາງຈາກທຸກສິ່ງນອກຈາກພຣະ ອົງຂໍຊົງໃຫ້ພວກຂ້າພະອົງ ປະສົບໄຊຊະນະອັນຍິ່ງໃຫຍ່ ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງໃຫ້ເຫລົ່າເທບທິດາໃນສະຫວັນ ແລະໂລກ ລົງມາຊ່ວຍ ແລະເສີມກໍາລັງຄົນຮັບໃຊ້ຂອງພຣະອົງ ຊ່ວຍໃຫ້ພວກຂ້າພະອົງ

ປະສົບຄວາມສໍາເລັດ ຄໍ້າຈຸນພວກຂ້າພະອົງ ປະສາດຄວາມຮຸ່ງເຮືອງໃຫ້ແກ່ພວກຂ້າພະອົງ ປະທານກຽດ ແລະຄວາມປະເສີດໃຫ້ແກ່ພວກຂ້າພະອົງ ບໍາລຸງພວກຂ້າພະອົງ ແລະເຮັດໃຫ້ພວກຂ້າພະອົງມີໄຊ ຢ່າງໜ້າພິດສະຫວົງ.

ພຣະອົງຄື ພຣະຜູ້ເປັນນາຍຂອງພວກຂ້າພະອົງ ພຣະຜູ້ເປັນນາຍແຫ່ງສະຫວັນ ແລະໂລກ ພຣະຜູ້ເປັນນາຍແຫ່ງພິພົບທັງປວງ ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງເສີມສາສະໜານີ້ ດ້ວຍພະລັງຂອງຄົນຮັບໃຊ້ເຫຼົ່ານີ້ ຂໍຊົງບັນດານໃຫ້ພວກຂ້າພະອົງມີໄຊ ເໜືອປະຊາຊົນທັງປວງບົນພິພົບ ເພາະຄວາມຈິງແລ້ວ ພວກຂ້າພະອົງຄືຄົນຮັບໃຊ້ທີ່ຕັດຄວາມຜູກພັນຈາກທຸກສິ່ງ ນອກຈາກພຣະອົງ ແລະ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຄຸ້ມຄອງສາສະນິກະຊົນທີ່ຊື່ສັດ.

ຂ້າແດ່ພຣະຜູ້ເປັນນາຍ ຂໍຄວາມຈົງຮັກພັກດີຕໍ່ສາສະ ໜາທີ່ລະເມີດບໍ່ໄດ້ນີ້ ເຮັດໃຫ້ຫົວໃຈຂອງພວກຂ້າພະອົງເຕີບໂຕແຂງແຮງຍິ່ງກວ່າສິ່ງໃດ ໃນສະຫວັນ ແລະໂລກແລະທີ່ຢູ່ລະຫວ່າງສະຫວັນ ແລະໂລກ ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງປະທານພະລັງໃຫ້ແກ່ມື ຂອງພວກຂ້າພະອົງດ້ວຍສັນຍາ

ລັກ ແຫ່ງອານຸພາບອັນໜ້າພິດສະຫວົງຂອງພຣະອົງ ເພື່ອວ່າ ພວກຂ້າພະອົງຈະໄດ້ສະແດງອານຸພາບຂອງພຣະອົງໃຫ້ປາກົດ ຕໍ່ສາຍຕາຂອງມວນມະນຸດຊາດ.

#12816
- The Báb

 

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຈັດຫາສິ່ງຈໍາເປັນໃຫ້ ພຶກສາແຫ່ງເອກະພາບສະຫວັນຂອງພຣະອົງ ເຕີບໃຫຍ່ຢ່າງ ວ່ອງໄວ ຂໍຊົງຫົດນໍ້າພຶກສານີ້ດ້ວຍທາລາແຫ່ງອະພິລືດີຂອງ ພຣະອົງ ແລະພາຍໃຕ້ການຮັບປະກັນຈາກພຣະອົງ ຂໍຊົງບັນ ດານໃຫ້ພຶກສານີ້ອອກຜົນ ຕາມທີ່ພຣະອົງຕ້ອງການ ສໍາລັບ ການສະດຸດີຍົກຍ້ອງ ສັນລະເສີນ ແລະ ຂອບຄຸນພຣະອົງ ແລະໃຫ້ພຶກສານີ້ ສະດຸດີພຣະນາມຂອງພຣະອົງ ສັນລະເສີນ ຄວາມເປັນໜຶ່ງຂອງສາລະຂອງພຣະອົງ ບູຊາພຣະອົງ ເພາະ ທັງໝົດນີ້ຢູ່ໃນເອື້ອມມືຂອງພຣະອົງ ບໍ່ແມ່ນເອື້ອມມືຂອງຜູ້ ໃດ.

ພຣະພອນນັ້ນຍິ່ງໃຫຍ່ ສໍາລັບຜູ້ທີ່ພຣະອົງເລືອກໃຊ້ໂລ ຫິດຂອງເຂົາ ຫົດນໍ້າໃຫ້ແກ່ພຶກສາທີ່ພຣະອົງຢືນຢັນ ເພື່ອ ເປັນການເຊີດຊູ ພຣະວັດຈະນະສັກສິດ ທີ່ບໍ່ປ່ຽນແປງຂອງພຣະອົງ.

#12817
- The Báb

 

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງມອບໄຊຊະນະທີ່ຄູ່ຄວນກັບຄົນຮັບໃຊ້ ທີ່ອົດກັ້ນໃນຍຸກຂອງພຣະອົງ ເພາະພວກ ເຂົາຂໍສະລະຊີວິດໃນວິຖີຂອງພຣະອົງ ຂໍຊົງປະທານສິ່ງທີ່ ຈະເຮັດໃຫ້ຈິດໃຈຂອງພວກເຂົາຜ່ອນຄາຍ ເຮັດໃຫ້ວິນຍານ ຂອງພວກເຂົາເບີກບານ ເຮັດໃຫ້ພວກເຂົາອຸ່ນໃຈ ແລະກາຍ ສະຫງົບ ຊ່ວຍໃຫ້ວິນຍານຂອງພວກເຂົາ ຂຶ້ນໄປສູ່ທີ່ສະຖິດ ຂອງພຣະຜູ້ເປັນເຈົ້າ ພຣະຜູ້ຊົງປະເສີດສຸດ ແລະໄດ້ໄປເຖິງ ສະຫວັນຊັ້ນສູງສຸດ ແລະທີ່ພັກອັນຮຸ່ງເຮືອງ ທີ່ພຣະອົງກໍານົດໄວ້ສໍາລັບຜູ້ມີປັນຍາ ແລະຄຸນນະທັມທີ່ແທ້ຈິງ ແທ້ຈິງແລ້ວ

ພຣະອົງຊົງຮູ້ທຸກສັບພະສິ່ງ ແລະ ພວກຂ້າພະອົງເປັນພຽງຄົນຮັບໃຊ້ ເປັນບໍລິວານ ແລະ ຜູ້ໜ້າສົງສານຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນນາຍຂອງຂ້າພະອົງ ບໍ່ມີພຣະຜູ້ເປັນນາຍອື່ນໃດ ນອກຈາກພຣະອົງ ທີ່ຂ້າພະອົງ ຂໍຮ້ອງ ຂ້າແດ່ພຣະຜູ້ເປັນເຈົ້າ ແຫ່ງຄວາມປານີຂອງໂລກນີ້ແລະໂລກໜ້າ ບໍ່ມີຜູ້ໃດນອກຈາກພຣະອົງ ທີ່ຂ້າພະອົງວິງວອນ ຂໍພຣະພອນ ແລະ ຄວາມກະລຸນາ ພວກຂ້າພະອົງ

ເປັນພຽງຕົວຢ່າງ ຂອງຄວາມຍາກຈົນ ສູນຍະພາບ ຊ່ວຍຕົວເອງບໍ່ໄດ້ ແລະ ຈົມຢູ່ໃນອະເວຈີ ຂະນະທີ່ພຣະອົງເປັນ

ສັນຍາລັກແຫ່ງຄວາມມັ່ງຄັ່ງ ຄວາມບໍ່ຂຶ້ນກັບຜູ້ໃດ ຄວາມຮຸ່ງເຮືອງ ຣາຊະສັກດາ ແລະ ຄວາມກະລຸນາອັນບໍ່ຮູ້ສິ້ນ.

ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງຕອບແທນພວກຂ້າພະອົງ ດ້ວຍສິ່ງທີ່ດີງາມ ທີ່ຄູ່ຄວນກັບພຣະອົງ ໃນໂລກນີ້ ແລະໂລກໜ້າ ດ້ວຍພຣະພອນອະເນກອະນັນ ທີ່ແຜ່ຈາກເບື້ອງບົນ ລົງມາສູ່ພົບເບື້ອງລ່າງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນນາຍ ພຣະຜູ້ເປັນ ນາຍ ຂອງທຸກສັບພະສິ່ງ ພວກຂ້າພະອົງຍອມຈໍານົນຢູ່ໃນ

ເອື້ອມມືຂອງພຣະອົງ ແລະໃຝ່ຫາສິ່ງທີ່ກ່ຽວພັນກັບພຣະອົງ.

#12818
- The Báb

 

ບົດອະທິຖານໃນທີ່ປະຊຸມທັມມະສະພາ

ເມື່ອເຈົ້າເຂົ້າໄປໃນຫ້ອງປະຊຸມທັມມະສະພາ ຈົງສວດບົດອະ ທິຖານນີ້ດ້ວຍຫົວໃຈທີ່ເຕັ້ນແຮງ ໃນຄວາມຮັກຂອງພຣະຜູ້ເປັນເຈົ້າ ແລະດ້ວຍລີ້ນທີ່ບໍລິສຸດ ພົ້ນຈາກສິ່ງທັງປວງ ນອກຈາກການລະນຶກ ເຖິງພຣະອົງ ເພື່ອວ່າ ພຣະຜູ້ຊົງອານຸພາບຈະຊ່ວຍເຫລືອ ໃຫ້ເຈົ້າ ໄດ້ຮັບໄຊຊະນະສູງສຸດ.

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພວກຂ້າພະອົງຄືຄົນຮັບໃຊ້ຂອງພຣະອົງ ອຸທິດຕົນຕັ້ງຈິດສູ່ ພຣະພັກອັນບໍລິສຸດຂອງພຣະອົງ ຕັດຄວາມຜູກພັນຈາກທຸກ ສິ່ງ ນອກຈາກພຣະອົງ ໃນຍຸກອັນຮຸ່ງເຮືອງນີ້ ພວກຂ້າພະອົງ

ຊຸມນຸມກັນໃນທັມມະສະພານີ້ ເພື່ອລວມທັດສະນະ ແລະ ຄວາມຄິດໃຫ້ເປັນໜຶ່ງດຽວກັນ ດ້ວຍຈຸດປະສົງອັນກົມກຽວ ທີ່ຈະເຊີດຊູ ພຣະວັດຈະນະຂອງພຣະອົງ ໃນໝູ່ມະນຸດຊາດ ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງພວກຂ້າພະອົງ!

ຂໍຊົງດົນບັນດານໃຫ້ພວກຂ້າພະອົງ ເປັນເຄື່ອງໝາຍແຫ່ງ

ການນໍາທາງຂອງພຣະອົງເປັນທຸງແຫ່ງສາສະໜາຂອງພຣະອົງ ທາ່ມກາງມວນມະນຸດ ເປັນຜູ້ຮັບໃຊ້ພຣະປະທິນຍາອັນ ຍິ່ງໃຫຍ່ຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງພວກຂ້າ ພະອົງ ຜູ້ຊົງຄວາມສູງສົ່ງ ຂໍຊົງດົນບັນດານໃຫ້ພວກຂ້າພະອົງສະແດງອອກຊື່ງເອກະພາບສະຫວັນແຫ່ງອານາຈັກອາ ພາຂອງພຣະອົງ ເປັນດວງດາລາທີ່ຮຸ່ງເຮືອງສ່ອງແສງໄປທົ່ວ ທຸກດິນແດນ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງດົນບັນດານໃຫ້ ພວກຂ້າພະອົງ ເປັນທະເລທີ່ຊັດສາດດ້ວຍຄື້ນແຫ່ງພຣະກະ ລຸນາຂອງພຣະອົງ ເປັນສາຍທາລາທີ່ຫລັ່ງໄຫລລົງມາຈາກ ຍອດແຫ່ງຄວາມຮຸ່ງເຮືອງຂອງພຣະອົງ ເປັນໝາກໄມ້ງາມຢູ່ ເທິງພຶກສາຊາດ ແຫ່ງສາສະໜາຂອງພຣະອົງ ເປັນໝູ່ໄມ້ທີ່ ແກວ່ງໄກວຢູ່ໃນສວນສະຫັວນ ດ້ວຍສາຍລົມແຫ່ງຄວາມອາ ລີຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ!ຂໍຊົງດົນບັນດານໃຫ້ວິນຍານຂອງພວກຂ້າພະອົງຢຶດຖືແຕ່ພຣະທັມຄໍາສອນແຫ່ງເອກະພາບສະຫວັນຂອງພຣະອົງ ໃຫ້ຫົວໃຈຂອງພວກ ຂ້າພະອົງເບີກບານດ້ວຍ ພຣະກະລຸນາຂອງພຣະອົງທີ່ຫລັ່ງ ໄຫລລົງມາເພື່ອວ່າ ພວກຂ້າພະອົງຈະສະໝັກສະໝານສາ ມັກຄີເໝືອນດັ່ງຄື້ນໃນທະເລດຽວກັນກົມກຽວເຂົ້າກັນເໝືອນດັ່ງລັງສີ ຂອງລັດສະໝີອັນເຈີດຈ້າຂອງພຣະອົງເພື່ອວ່າຄວາມຄິດທັດສະນະຄວາມຮູ້ສຶກ ຂອງພວກຂ້າພະອົງຈະ ກາຍເປັນອັນໜຶ່ງອັນດຽວກັນແລະສະແດງພະລັງແຫ່ງຄວາມ ສາມັກຄີໃຫ້ປາກົດທົ່ວໂລກ ພຣະອົງຄື ພຣະຜູ້ຊົງກະລຸນາ ພຣະຜູ້ຊົງເມດຕາອາລີ ພຣະຜູ້ຊົງປະທານພອນ ພຣະຜູ້ຊົງ ອານຸພາບ ພຣະຜູ້ຊົງປານີພຣະຜູ້ຊົງເຫັນໃຈ.

#12819
- `Abdu'l-Bahá

 

ບົດອະທິຖານໃນທີ່ປະຊຸມຫລືທີ່ຊຸມນຸມ

ຂ້າແດ່ພຣະຜູ້ເປັນນາຍແຫ່ງອານາຈັກສະຫວັນ!ແມ່ນວ່າ ຮ່າງກາຍຂອງພວກຂ້າພະອົງ! ຊຸມນຸມກັນຢູ່ໃນທີ່ນີ້ ແຕ່ຫົວໃຈຂອງພວກຂ້າພະອົງທັງຫຼາຍ ຖືກສະກົດດ້ວຍມົນຮັກຂອງພຣະອົງ ແລະ ລອຍໄປກັບລັງສີຂອງພຣະພັກທີ່ສ່ອງແສງຂອງພຣະອົງ ແມ່ນວ່າ ພວກຂ້າພະອົງອ່ອນແອ ພວກຂ້າພະອົງກໍລໍຄອຍ ການສະແດງອໍານາດ ແລະ ອານຸພາບຂອງພຣະອົງ ແມ່ນວ່າ ພວກຂ້າພະອົງທຸກຍາກ ຂັດສົນ ບໍ່ມີຊັບສິນ ຫລື ສົມບັດ ພວກຂ້າພະອົງກໍອຸດົມດ້ວຍຊັບສົມບັດຂອງອານາຈັກຂອງພຣະອົງ ແມ່ນວ່າ ພວກຂ້າພະອົງເປັນຢອດນໍ້າ ພວກຂ້າພະອົງກໍ່ໄດ້ຮັບສາຍທາລາຈາກມະຫາສະໝຸດຂອງພຣະອົງ ແມ່ນວ່າ ພວກຂ້າພະອົງເປັນຜົງທຸລີ ພວກຂ້າພະອົງກໍ່ຮຸ່ງເຮືອງດ້ວຍແສງ ແຫ່ງຄວາມຮຸ່ງເຮືອງຂອງດວງຕາເວັນຂອງພຣະອົງ.

ຂ້າແດ່ພຣະຜູ້ຊົງເປັນຜູ້ຈັດຫາໄວ້ໃຫ້ແກ່ພວກຂ້າພະອົງ! ຂໍຊົງຊ່ວຍເຫລືອພວກຂ້າພະອົງ ເພື່ອວ່າ ແຕ່ລະຄົນຊຸມນຸມກັນໃນທີ່ນີ້ ຈະກາຍເປັນທຽນທີ່ສະຫວ່າງສະໄຫວ ເປັນສູນກາງດຶງດູດທີ່ຮ້ອງຮຽກຜູ້ຄົນ ໃຫ້ເຂົ້າມາຍັງອານາຈັກຂອງພຣະອົງ ຈົນກະທັ້ງໂລກນີ້ ກາຍເປັນພາບສະທ້ອນຂອງສະຫວັນ ຂອງພຣະອົງ ໃນທີ່ສຸດ.

#12821
- `Abdu'l-Bahá

 

ຂ້າແດ່ພຣະຜູ້ຊົງເຫັນໃຈ ພຣະຜູ້ຊົງມະຫິທານຸພາບ !ພວກຂ້າພະອົງທັງຫລາຍທີ່ຊຸມນຸມກັນຢູ່ນີ້ ໄດ້ຫັນໜ້າມາວິງວອນພຣະອົງ ພວກຂ້າພະອົງຫັນມາຍັງອານາຈັກສະຫວັນ ແລະ ຂໍການອະໄພຈາກພຣະອົງ ດ້ວຍຄວາມໝອບກາບ ແລະຖ່ອມຕົວທີ່ສຸດ ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງດົນບັນດານໃຫ້ທີ່ຊຸມນຸມນີ້ ເປັນທີ່ຮັກຂອງພຣະອົງ ຂໍຊົງຊໍາລະດວງວິນຍານເຫລົ່ານີ້ໃຫ້ບໍລິສຸດ ແລະ ທອດລັງສີຂອງພຣະອົງ ມານໍາທາງໃຫ້ພວກຂ້າພະອົງ ຂໍຊົງເຮັດໃຫ້ຫົວໃຈຂອງພວກຂ້າພະອົງຜ່ອງໃສ ແລະ ວິນຍານຂອງພວກຂ້າພະອົງເບີກບານ ດ້ວຍຂ່າວດີຂອງພຣະອົງ ຂໍຊົງຮັບພວກຂ້າພະອົງທຸກຄົນໄວ້ໃນອານາຈັກ ອັນບໍລິສຸດຂອງພຣະອົງ ຂໍຊົງປະທານຄວາມອາລີ ອັນບໍ່ຮູ້ສິ້ນຂອງພຣະອົງ ໃຫ້ແກ່ພວກຂ້າ

ພະອົງ ຂໍຊົງທໍາໃຫ້ພວກຂ້າພະອົງມີຄວາມສຸກ ທັງໃນໂລກນີ້ ແລະໂລກໜ້າ.

#12822
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນເຈົ້າ! ແທ້ຈິງແລ້ວ ພວກຂ້າພະອົງຊຸມນຸມກັນຢູ່ນີ້ ດ້ວຍສຸຄົນທະລົດ ແຫ່ງຄວາມຮັກຂອງພຣະອົງ ພວກຂ້າພະອົງຫັນມາຫາອານາຈັກຂອງພຣະອົງ ໂດຍບໍ່ສະແຫວງຫາສິ່ງໃດ ນອກຈາກພຣະອົງ ບໍ່ປາດຖະໜາສິ່ງໃດ ນອກຈາກຄວາມຍິນດີຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງໃຫ້ອາຫານນີ້ ເປັນອາຫານທິບຈາກສະຫວັນ ຂໍຊົງດົນບັນດານໃຫ້ທີ່ຊຸມນຸມນີ້ ເປັນທີ່ຊຸມນຸມຂອງດວງວິນຍານ ທີ່ບໍລິສຸດ ຂໍຊົງໃຫ້ພວກຂ້າພະອົງເປັນເຫດ ແຫ່ງຄວາມຮັກທີ່ກະຕຸ້ນມວນມະນຸດຊາດ ເປັນແຫ່ລງກໍາເນີດຂອງແສງທັມສໍາລັບມະນຸດຊາດ ຂໍຊົງໃຫ້ພວກຂ້າພະອົງເປັນເຄື່ອງມືທີ່ພຣະອົງໃຊ້ນໍາທາງໃຫ້ພິພົບນີ້ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະອົງຄື ພຣະຜູ້ຊົງປະທານພອນ ພຣະອົງຄື ພຣະຜູ້ຊົງອະໄພ ແລະ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ.

#12823
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງເມດຕາ! ພວກຂ້າພະອົງຄືຄົນຮັບໃຊ້ຂອງພຣະອົງ ແລະຊຸມນຸມກັນໃນທີ່ປະຊຸມແຫ່ງນີ້ ໄດ້ຫັນມາຫາອານາຈັກຂອງພຣະອົງ ແລະມີຄວາມຈໍາເປັນ ຕ້ອງໄດ້ຮັບພຣະພອນຈາກພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງສະແດງສັນຍາລັກ ແຫ່ງຄວາມເປັນໜຶ່ງຂອງພຣະອົງ ຊຶ່ງຢູ່ໃນແກ່ນແທ້ຂອງຊີວິດ ໃຫ້ເປັນທີ່ປະຈັກແຈ້ງ ຂໍຊົງເປີດເຜີຍຄຸນນະທັມທີ່ພຣະອົງປະສິດປະສາດ ແລະ ແຝງໄວ້ໃນ ແກ່ນແທ້ຂອງຄວາມເປັນມະນຸດ.

ຂ້າແດ່ພຣະຜູ້ເປັນເຈົ້າ! ພວກຂ້າພະອົງເປັນເໝືອນດັ່ງຕົ້ນໄມ້ ແລະ ຄວາມອາລີຂອງພຣະອົງ ເປັນເໝືອນດັ່ງນໍ້າຝົນ ຂໍຊົງບັນດານໃຫ້້ຕົ້ນໄມ້ເຫລົ່ານີ້ ສົດຊື່ນແລະເຕີບໃຫຍ່ດ້ວຍພຣະພອນຂອງພຣະອົງ ພວກຂ້າພະອົງຄືຄົນຮັບໃຊ້ຂອງພຣະອົງ ຂໍຊົງໃຫ້ພວກຂ້າພະອົງ ເປັນອິດສະລະຈາກພັນທະນາການແຫ່ງໂລກວັດຖຸ ພວກຂ້າພະອົງດ້ອຍປັນຍາ ຂໍຊົງປະທານສະຕິປັນຍາໃຫ້ແກ່ພວກຂ້າພະອົງ, ພວກຂ້າພະອົງໄຮ້ຊີວິດ ຂໍຊົງຟື້ນຊີວິດໃຫ້ແກ່ພວກຂ້າພະອົງ, ພວກຂ້າພະອົງໝົກມຸ່ນທາງໂລກ ຂໍຊົງປະສາດພະລັງທັມໃຫ້ແກ່ພວກຂ້າພະອົງ ພວກຂ້າພະອົງມືດມົນ ຂໍຊົງໃຫ້ພວກຂ້າພະອົງເຂົ້າເຖິງຄວາມເລິກລັບຂອງພຣະອົງ ພວກຂ້າພະອົງ

ທຸກຍາກແລະຂັດສົນ ຂໍຊົງປະທານພອນ ແລະ ຄວາມອຸດົມ ຮັ່ງມີ ຈາກຄັງ ອັນບໍ່ຮູ້ສິ້ນຂອງພຣະອົງ ໃຫ້ແກ່ພວກຂ້າພະອົງ ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງຟື້ນຊີວິດ ຂອງພວກຂ້າພະອົງ ຂໍຊົງດົນບັນດານໃຫ້ພວກຂ້າພະອົງຫູຕາສະຫວ່າງ ຂໍຊົງໃຫ້ພວກຂ້າພະອົງເຂົ້າເຖິງຄວາມເລິກລັບຂອງຊີວິດ ເພື່ອວ່າຄວາມລັບຂອງອານາຈັກຂອງພຣະອົງ ຈະເປີດເຜີຍຕໍ່ພວກຂ້າພະອົງໃນໂລກນີ້ ແລະ ພວກຂ້າພະອົງຈະໄດ້ຍອມຮັບຄວາມເປັນໜຶ່ງຂອງພຣະອົງ ພຣະພອນທັງປວງມາຈາກພຣະອົງ ແລະ ພຣະອົງເປັນພຣະຜູ້ຊົງປະທານໃຫ້.

ພຣະອົງຊົງອໍານາດ ພຣະອົງຊົງອານຸພາບ ພຣະອົງຄື ພຣະຜູ້ໃຫ້ ແລະ ພຣະອົງຄື ພຣະຜູ້ຊົງເມດຕາອາລີສະເໝີ.

#12824
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນເຈົ້າຜູ້ຊົງຄຸ້ມຄອງ! ທີ່ຊຸມນຸມນີ້ປະ ກອບດ້ວຍສະຫາຍ ທີ່ໃຝ່ຫາຄວາມງາມຂອງພຣະອົງ ແລະ ລຸກດ້ວຍໄຟແຫ່ງຄວາມຮັກຂອງພຣະອົງ ຂໍຊົງບັນດານໃຫ້ ດວງວິນຍານທີ່ຊຸມນຸມນີ້ ກາຍເປັນເທບແຫ່ງສະຫວັນ ຂໍຊົງ ຟື້ນຊີວິດຂອງພວກຂ້າພະອົງ ດ້ວຍລົມຫາຍໃຈແຫ່ງພຣະວິນ ຍານບໍລິສຸດ ຂໍຊົງໃຫ້ພວກຂ້າພະອົງມີຄາລົມຄົມຄາຍ ແລະ ຫົວໃຈທີ່ເດັດດ່ຽວ ຂໍຊົງປະທານອານຸພາບສະຫວັນ ແລະ ໃຫ້ພວກຂ້າພະອົງມີໃຈປານີ ຂໍຊົງບັນດານໃຫ້ພວກຂ້າ ພະອົງ ເປັນຜູ້ເຜີຍແຜ່ຄວາມເປັນ ອັນໜຶ່ງອັນດຽວກັນຂອງ ມະນຸດຊາດ ເປັນເຫດແຫ່ງຄວາມຮັກ ແລະ ປອງດອງຂອງ ມວນມະນຸດ ເພື່ອວ່າ ອະຄະຕິທີ່ເປັນໄພມືດຈະຖືກແທນທີ່ ດ້ວຍແສງສະຫວ່າງຈາກດວງອາທິດແຫ່ງທັມ ໂລກທີ່ເຊື່ອມ ຊືມນີ້ຈະສົດໃສ ອານາຈັກແຫ່ງວັດຖຸນີ້ ຈະດູດຊືມລັງສີ ຂອງອານາຈັກແຫ່ງທັມ ສີທີ່ຕ່າງກັນເຫຼົ່ານີ້ຈະກົມກືນເປັນສີ ດຽວກັນ ແລະທໍານອງເພງສະຫວັນຈະກ້ອງຂຶ້ນ ໄປເຖິງອາ ນາຈັກ ແຫ່ງຄວາມບໍລິສຸດຂອງພຣະອົງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບສູງສຸດ ພຣະຜູ້ຊົງມະຫິດທານຸພາບ!

#12825
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງປານີ! ຂ້າແດ່ພຣະຜູ້ຊົງອໍາ ນາດແລະຊົງອານຸພາບ! ຂ້າແດ່ພຣະບິດາ ຜູ້ຊົງເມດຕາ ທີ່ສຸດ! ຄົນຮັບໃຊ້ເຫຼົ່ານີ້ຊຸມນຸມກັນ ແລະ ຕັ້ງຈິດສູ່ພຣະອົງ ວິງວອນຕໍ່ທໍລະນີປະຕູຂອງພຣະອົງ ປາດຖະໜາພຣະພອນ ອັນບໍຮູ້ສິ້ນ ຈາກຄວາມແນ່ນອນອັນຍິ່ງໃຫຍ່ ຂອງພຣະອົງ ພວກຂ້າພະອົງບໍ່ມີຈຸດປະສົງອື່ນໃດ ນອກຈາກຈະໄດ້ເປັນທີ່ ຍິນດີຂອງພຣະອົງ ບໍ່ມີເຈດຕະນາອື່ນໃດນອກຈາກ ຈະຮັບ ໃຊ້ມະນຸດຊາດ.

ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງເຮັດໃຫ້ທີ່ຊຸມນຸມນີ້ສົດໃສ ໃຫ້ທຸກຄົນມີໃຈປານີ ຂໍຊົງປະທານພອນຂອງພຣະວິນຍານ ບໍລິສຸດ ແລະ ປະສາດພວກຂ້າພະອົງ ດ້ວຍອານຸພາບສະຫວັນ ຂໍຊົງອວຍພອນພວກຂ້າພະອົງ ໃຫ້ມີໃຈເປັນທັມ ແລະ ນໍ້າໃສໃຈຈິງທີ່ມີຢູ່ທະວີຂຶ້ນ ເພື່ອວ່າ ພວກຂ້າພະອົງຈະຫັນມາຍັງອານາຈັກຂອງພຣະອົງ ດ້ວຍຄວາມຖ່ອມຕົນ ແລະສໍານຶກຜິດດ້ວຍຄວາມເສັຽໃຈ ແລະປະຕິບັດຮັບໃຊ້ ມະນຸດຊາດ ຂໍຊົງໃຫ້ພວກຂ້າພະອົງແຕ່ລະຄົນ ກາຍເປັນ ທຽນທີ່ສະຫວ່າງສະໄຫວ ເປັນດວງດາວທີ່ສົດໃສ ເປັນສີສັນ ທີ່ງົດງາມ ແລະ ກະຈາຍກິ່ນຫອມ ທີ່ຊວນໃຫ້ລະນຶກເຖິງ ສຸຄົນທະລົດ ໃນອານາຈັກຂອງພຣະຜູ້ເປັນເຈົ້າ.

ຂ້າແດ່ພຣະບິດາຜູ້ຊົງເມດຕາ! ຂໍຊົງປະທານພອນ ຂໍຊົງຢ່າຖືຄວາມບົກພ່ອງຂອງພວກຂ້າພະອົງ ຂໍຊົງປົກປ້ອງພວກຂ້າພະອົງໄວ້ໃນຄວາມຄຸ້ມຄອງຂອງພຣະອົງ ຂໍຊົງຢ່າຈົດຈໍາບາບຂອງພວກຂ້າພະອົງ ຂໍຊົງຮັກສາພວກຂ້າພະອົງ

ດ້ວຍຄວາມປານີຂອງພຣະອົງ ພວກຂ້າພະອົງອ່ອນແອ ສ່ວນພຣະອົງຊົງອໍານາດ ພວກຂ້າພະອົງຍາກໄຮ້ ສ່ວນພຣະອົງຮັ່ງມີ ພວກຂ້າພະອົງເຈັບປ່ວຍ ສ່ວນພຣະອົງຄືແພດສະຫວັນ ພວກຂ້າພະອົງຂັດສົນ ສ່ວນພຣະອົງຊົງໂອບອ້ອມອາລີທີ່ສຸດ.

ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງຮັກສາປິ່ນປົວພວກຂ້າພະອົງ ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະອົງຄື ພຣະຜູ້ໃຫ້ ພຣະອົງຄື ພຣະຜູ້ຊົງເມດຕາ.

#12826
- `Abdu'l-Bahá

 

ບົດອະທິຖານໃຫ້ຈິດໃຈໝັ້ນຄົງໃນສາສະໜາ

ຂ້າແດ່ພຣະຜູ້ຊຶ່ງຄວາມໃກ້ຊິດຂອງພຣະອົງ ຄືຄວາມ ປາດຖະໜາຂອງຂ້າພະອົງ ການເຂົ້າເຝົ້າພຣະອົງຄືຄວາມ ຫວັງຂອງຂ້າພະອົງ ການລະນຶກເຖິງພຣະອົງ ຄືຄວາມຕ້ອງ ການຂອງຂ້າພະອົງ ຣາຊສໍານັກແຫ່ງຄວາມຮຸ່ງເຮືອງຂອງ ພຣະອົງ ຄືເປົ້າໝາຍຂອງຂ້າພະອົງ ທີ່ສະຖິດຂອງພຣະອົງ ຄືຈຸດໝາຍຂອງຂ້າພະອົງ ພຣະນາມຂອງພຣະອົງຄືການ ຮັກສາຂອງຂ້າພະອົງ ຄວາມຮັກຂອງພຣະອົງ ຄືຄວາມຜ່ອງ ໃສໃນຫົວໃຈຂອງຂ້າພະອົງ ການຮັບໃຊ້ພຣະອົງ ຄືຄວາມໃຝ່ ຝັນອັນສູງສຸດຂອງຂ້າພະອົງ! ຂ້າພະອົງຂໍວິງວອນຕໍ່ພຣະ

ນາມຂອງພຣະອົງ ທີ່ຊົງຊ່ວຍໃຫ້ບັນດາຜູ້ທີ່ຍອມຮັບພຣະ ອົງ ໄດ້ເຫີນຂຶ້ນສູ່ສຸດຍອດຂອງການຮູ້ຈັກພຣະອົງ ແລະ ເຕີມພະລັງໃຫ້ຜູ້ທີ່ບູຊາພຣະອົງ ດ້ວຍຄວາມສັດທາ ໄດ້ຂຶ້ນ ໄປສູ່ອານາບໍລິເວນ ຂອງຣາຊສໍານັກ ແຫ່ງກະລຸນາທິຄຸນ ອັນບໍລິສຸດຂອງພຣະອົງ ຂໍຊົງຊ່ວຍໃຫ້ຂ້າພະອົງຫັນໜ້າ ມາຫາພຣະພັກຂອງພຣະອົງ ເພັ່ງສາຍຕາເບິ່ງພຣະອົງ ແລະ ກ່າວເຖິງ ຄວາມຮຸ່ງເຮືອງ ຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງຄື ຜູ້ທີ່ລືມທຸກສິ່ງນອກຈາກພຣະອົງ ແລະ ຫັນໜ້າມາຫາອະລຸ ໂນໄທແຫ່ງຄວາມກະລຸນາຂອງພຣະອົງ ລະຖິ້ມທຸກສິ່ງທຸກ ຢ່າງນອກຈາກພຣະອົງ ດ້ວຍຄວາມຫວັງທີ່ຈະເຂົ້າໃກ້ຣາຊ ສໍານັກຂອງພຣະອົງ ຂໍຊົງໄດ້ເບິ່ງເຖີດວ່າ ດວງຕາຂອງຂ້າ ພະອົງເຫລືອດຂຶ້ນເບີ່ງຕໍານັກ ທີ່ເຮືອງແສງດ້ວຍທ້ອງຟ້າ ຈາກພຣະພັກຂອງພຣະອົງ ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງຂອງຂ້າພະອົງ ຂໍຊົງປະທານສິ່ງທີ່ຈະຊ່ວຍໃຫ້ຂ້າພະອົງ ໝັ້ນຄົງໃນສາສະໜາຂອງພຣະອົງ ເພື່ອວ່າຄວາມສົງໃສຂອງພວກ

ທີ່ບໍ່ມີສາສະໜາ ຈະຂັດຂວາງຂ້າພະອົງ ບໍ່ໃຫ້ຫັນມາຫາພຣະອົງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນເຈົ້າແຫ່ງອານຸພາບ ພຣະຜູ້ຊົງຊ່ວຍເຫລືອໃນໄພອັນຕະລາຍ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງມະຫິທານຸພາບ.

#12779
- Bahá'u'lláh

 

ຂໍຄວາມສະດຸດີ ຈົ່ງມີແດ່ພຣະອົງ ຂ້າແດ່ ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍວິງວອນຕໍ່ບໍລົມພຣະສາສະດາ ຜູ້ຊົງໄວ້ຊຶ່ງພຣະນາມອັນຍິ່ງໃຫ່ຽທີ່ສຸດຂອງພຣະອົງ ຜູ້ຖືກທໍລະມານຢ່າງເຈັບປວດ ໂດຍປະຊາຊົນທີ່ປະຕິເສດ ສັດຈະທັມຂອງພຣະອົງ ແລະ ຖືກຫອ້ມລ້ອມດ້ວຍຄວາມທຸກໂສກ ຈົນບໍ່ມີວາຈາໃດພັນລະນາໄດ້ ຂໍຊົງໃຫ້ຂ້າພະອົງ ໄດ້ລະນຶກເຖິງພຣະອົງ ແລະສັນລະເສີນພຣະອົງໃນຍຸກນີ້ ຊຶ່ງເປັນຍຸກທີ່ທຸກຄົນໄດ້ເມີນຄວາມງາມຂອງພຣະອົງ ໂຕ້ຖຽງກັບພຣະອົງ ເມີນບໍລົມພຣະສາສະດາຜູ້ເປີດເຜີຍສາສະໜາຂອງພຣະອົງ ຢ່າງໝິ້ນປະໝາດ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ບໍ່ມີຜູ້ໃດທີ່ຈະຊ່ວຍພຣະອົງນອກຈາກພຣະອົງເອງ ບໍ່ມີອານຸພາບໃດ ທີ່ຈະຊ່ວຍພຣະອົງ ນອກຈາກອານຸ ພາບຂອງພຣະອົງເອງ.

ຂ້າພະອົງຂໍວິງວອນ ພຣະອົງ ຂໍຊົງຊ່ວຍໃຫ້ຂ້າພະອົງຢຶດໝັ້ນໃນຄວາມຮັກ ແລະ ການລະນຶກເຖິງພຣະອົງ ແທ້ຈິງແລ້ວ ສິ່ງນີ້ບໍ່ເກີນຄວາມສາມາດຂອງຂ້າພະອົງ ແລະພຣະອົງຄື ຜູ້ທີ່ຮູ້ທຸກຢ່າງໃນຕົວຂ້າພະອົງ ຄວາມຈິງແລ້ວພຣະອົງຄືຜູ້ທີ່ຮູ້ທຸກສັບພະສິ່ງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງຢ່າພາກຂ້າພະອົງ ຈາກແສງສະຫວ່າງຂອງພຣະພັກຂອງພຣະອົງ ຊຶ່ງຄວາມເຈີດຈ້າຂອງແສງນັ້ນ ໄດ້ເຮັດໃຫ້ທົ່ວພິພົບສະຫວ່າງສະໄຫວ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງອານຸພາບສູງສຸດ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງອະໄພສະເໝີ

#12780
- Bahá'u'lláh

 

ບົດອະທິຖານໃຫ້ສາມີ

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຍິງຮັບໃຊ້ຂອງພຣະອົງຜູ້ນີ້ ກໍາລັງອ້ອນວອນພຣະອົງ ວາງໃຈໃນພຣະອົງ ຫັນໜ້າມາຫາພຣະອົງ ວິງວອນພຣະອົງ ຂໍຊົງແຜ່ເມດຕາມາໃຫ້ແກ່ເຂົາ ເປີດເຜີຍຄວາມເລິກລັບ ຂອງທັມມະຂອງພຣະອົງໃຫ້ແກ່ເຂົາ ແລະ ສາດລັດສະໝີ ແຫ່ງຄວາມເປັນເຈົ້າ ຂອງພຣະອົງມາໃຫ້ແກ່ເຂົາ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂໍຊົງຊ່ວຍໃຫ້ ສາມີຂອງຂ້າພະອົງຕາສະຫວ່າງ ຂໍຊົງໃຫ້ຫົວໃຈຂອງເຂົາ ເບີກບານດ້ວຍແສງທັມທີ່ຈະນໍາໄປສູ່ພຣະອົງ ຂໍຊົງດຶງດູດຈິດໃຈຂອງເຂົາ ເຂົ້າຫາຄວາມງາມອັນຮຸ່ງເຮືອງຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂໍຊົງກໍາຈັດ ມ່ານທີ່ບັງຕາຂອງເຂົາ ຂໍຊົງຫລັ່ງພຣະພອນອັນລົ້ນເຫລືອ ໃຫ້ແກ່ເຂົາ ໃຫ້ເຂົາຍິນດີດ້ວຍນໍ້າອໍາມະລິດແຫ່ງຄວາມຮັກ ທີ່ມີຕໍ່ພຣະອົງ ຂໍຊົງບັນດານໃຫ້ເຂົາເປັນໜຶ່ງໃນເທບທັງ ຫລາຍທີ່ເດີນຢູ່ເທິງພິພົບນີ້ ແມ່ນວ່າວິນຍານຂອງເຂົາ ກໍາລັງເຫີນໃນນະພາສະຫວັນ ຂໍຊົງບັນດານໃຫ້ເຂົາເປັນຕາ ກຽງທີ່ສະຫວ່າງສະໄຫວ ທີ່ເຮືອງແສງແຫ່ງອັດສະລິຍະພາບ ຂອງພຣະອົງ ໃນໝູ່ປະຊາຊົນ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງລໍ້າຄ່າ ພຣະຜູ້ຊົງ ປະທານພອນສະເໝີ ພຣະຜູ້ຊົງຍື່ນມືມາໃຫ້.

#12863
- `Abdu'l-Bahá

 

ຜິດ ຢ່າງໜ້າລະອາຍ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ແທ້ຈິງແລ້ວ ຄົນຮັບໃຊ້ຂອງພຣະອົງກະຫາຍ ຂໍຊົງນໍາພວກເຂົາໄປສູ່ນໍ້າພຸ ແຫ່ງຄວາມອາລີ ແລະ ຄວາມກະລຸນາແທ້ຈິງແລ້ວພວກເຂົາ ຫິວຂໍຊົງປະທານໂຕະອາຫານ ຈາກພຣະອົງໃຫ້ແກ່ພວກເຂົາ ແທ້ຈິງແລ້ວພວກເຂົາບໍ່ມີເສື້ອຜ້າ ຂໍຊົງສວມພູສາແຫ່ງວິຊາ ຄວາມຮູ້ໃຫ້ແກ່ພວກເຂົາ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ພວກເຂົາຄືວີ ລະບູລຸດ ຂໍຊົງນໍາພວກເຂົາໄປສູ່ສະໜາມລົບ ພວກເຂົາຄືຜູ້ ນໍາທາງ ຂໍຊົງບັນດານໃຫ້ພວກເຂົາກ່າວດ້ວຍເຫດຜົນ ແລະ ຂໍ້ພິສູດ ພວກເຂົາຄື ຄົນຮັບໃຊ້ທີ່ຄອຍບົວລະບັດ ຂໍຊົງໃຫ້ ພວກເຂົາຍື່ນຖ້ວຍທີ່ເຕັມໄປດ້ວຍ ນໍ້າອໍາມະລິດແຫ່ງຄວາມ ໝັ້ນໃຈໃຫ້ກັບທຸກຄົນ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງດົນບັນດານໃຫ້ພວກເຂົາ ເປັນດັ່ງສັກກຸນາທີ່ຮ້ອງເພງ

ສັນລະເສີນໃນອຸດທະຍານ ເປັນລາດສະສີທີ່ສຸ້ມຢູ່ໃນ ພຸ່ມໄມ້ ເປັນປາວານທີ່ລ່ອງລອຍຢູ່ໃນທະເລເລິກ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງກະລຸນາຢ່າງລົ້ນເຫຼືອ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງອໍາ ນາດ ພຣະຜູ້ຊົງອານຸພາບ ພຣະຜູ້ຊົງປະທານພອນສະເໝີ.

#12811
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້າພະ ອົງເປັນເໝືອນດັ່ງນົກທີ່ປີກຫັກ ແລະ ບິນໄດ້ຊ້ານານຂໍຊົງ ຊ່ວຍເຫຼືອໃຫ້ຂ້າພະອົງ ບິນຂຶ້ນໄປສູ່ຍອດສຸດແຫ່ງຄວາມຈະ ເລີນຮຸ່ງເຮືອງ ແລະ ລອດພົ້ນເຫີນໄປທົ່ວອາກາດທີ່ໄຮ້ຂອບ ເຂດດ້ວຍຄວາມສຸກຫັນສາ ເປັ່ງທໍານອງສະດຸດີ ພຣະນາມ ອັນຍິ່ງໃຫຍ່ທີ່ສຸດຂອງພຣະອົງ ໄປທົ່ວທຸກດິນແດນໃຫ້ເປັນທີ່ ອອນຊອນໜ້າຟັງ ແລະ ເຮັດໃຫ້ດວງຕາສົດໃສທີ່ໄດ້ເຫັນ ເຄື່ອງໝາຍແຫ່ງການນໍາທາງ.

ຂ້າແດ່ພຣະຜູ້ເປັນນາຍ! ຂ້າພະອົງຢູ່ໂດດດ່ຽວ ເອກາ ແລະ ຕໍ້າຕ້ອຍ ບໍ່ມີຜູ້ເກື້ອກູນອື່ນໃດນອກຈາກພຣະອົງ ບໍ່ມີຜູ້ ຊ່ວຍເຫຼືອອຶ່ນໃດນອກຈາກພຣະອົງ ຂໍຊົງຄໍ້າຊູຂ້າພະອົງໃນ ການຮັບໃຊ້ພຣະອົງ ຂໍຊົງຊ່ວຍເຫຼືອຂ້າພະອົງ ດ້ວຍກອງທັບ ເທບທິດາ ຂໍຊົງອວຍພອນໃຫ້ຂ້າພະອົງໃນການສົ່ງເສີມ ພຣະວັດຈະນະຂອງພຣະອົງ ໃຫ້ຂ້າພະອົງໄດ້ປະກາດ ອັດສະລິຍະ ພາບຂອງພຣະອົງທ່າມກາງໝູ່ຊົນ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະຜູ້ຊົງອັດສະລິຍະພາບ ແລະຊົງຢູ່ ນອກເໜືອອໍານາດບັງຄັບໃດໆ.

#12812
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍ! ຂໍພຣະອົງ ຊົງເບີກທາງ ຂໍຊົງຈັດຫາວິທີການ ຂໍຊົງກະກຽມລູ່ແລະປູເສັ້ນທາງໃຫ້ປອດ ໄພ ເພື່ອວ່າຂ້າພະອົງທັງຫຼາຍ ຈະໄດ້ຮັບການນໍາທາງໄປສູ່ ຜູ້ທີ່ມີຫົວໃຈພ້ອມ ສໍາລັບສາສະໜາຂອງພຣະອົງ ແລະ ພວກເຂົາ ຈະໄດ້ຮັບການນໍາທາງມາຍັງຂ້າພະອົງທັງຫຼາຍ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງປານີ ພຣະຜູ້ຊົງອາລີທີ່ສຸດ ພຣະຜູ້ຊົງອານຸພາບ.

#12813
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນເຈົ້າ ຜູ້ບໍ່ມີປຽບປານ! ຂ້າແດ່ພຣະຜູ້ ເປັນນາຍແຫ່ງອານາຈັກສະຫວັນ ສາສະນິກະຊົນເຫຼົ່ານີ້ຄື ກອງທັບທັມຂອງພຣະອົງ ຂໍຊົງຊ່ວຍເຫຼືອພວກຂ້າພະອົງ ຂໍ ໝູ່ເທວັນຊ່ວຍໃຫ້ພວກຂ້າພະອົງມີໄຊ ເພື່ອວ່າພວກຂ້າພະ

ອົງແຕ່ລະຄົນ ຈະກາຍເປັນກອງທັບ ທີ່ພິສິດປະເທດເຫຼົ່ານີ້ ດ້ວຍຄວາມຮັກຂອງພຣະຜູ້ເປັນເຈົ້າ ດ້ວຍແສງສະຫວ່າງ

ແຫ່ງພຣະທັມສະຫວັນ.

ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງເປັນຜູ້ຄໍ້າຈຸນ ແລະ ຊ່ວຍເຫຼືອພວກຂ້າພະອົງ ແລະໃນທີ່ຮົກຮ້າງ ພູເຂົາ ຫຸບເຂົາ ປ່າດົງ ທົ່ງຫຍ້າ ແລະ ທະເລ ຂໍພຣະອົງຊົງເປັນຫຼັກທີ່ພວກ ຂ້າພະອົງວາງໃຈ.

ເພື່ອວ່າ ພວກຂ້າພະອົງຈະໄດ້ເປັ່ງສຽງດ້ວຍອານຸພາບ ຂອງອານາຈັກສະຫວັນ ແລະລົມຫາຍໃຈຂອງພຣະວິນຍານ ບໍລິສຸດ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະຜູ້ຊົງ ອໍານາດ ພຣະຜູ້ຊົງເດຊານຸພາບ ແລະພຣະອົງຄື ພຣະຜູ້ຊົງ ອັດສະລິຍະພາບ ພຣະຜູ້ຊົງໄດ້ຍິນ ພຣະຜູ້ຊົງເຫັນ.

#12814
- `Abdu'l-Bahá

 

ສໍາລັບງານສະຫຼອງບຸນສິບເກົ້າວັນ

ເມື່ອເຈົ້າໄປງານສະຫຼອງບຸນ ກ່ອນຈະເຂົ້າໄປ ຈົງປ່ອຍວາງ ຈາກທຸກສິ່ງທີ່ຄ້າງຄາຢູ່ໃນຫົວໃຈ ໃຫ້ຄວາມຄິດແລະຈິດໃຈຂອງ ເຈົ້າເປັນອິດສະລະຈາກທຸກສິ່ງ ນອກຈາກພຣະຜູ້ເປັນເຈົ້າ ແລ້ວ ເວົ້າກັບຫົວໃຈຂອງເຈົ້າ ເພື່ອວ່າທຸກຄົນຈະເຮັດໃຫ້ງານນີ້ ເປັນ ການຊຸມນຸມແຫ່ງຄວາມຮັກ ເປັນເຫດແຫ່ງຄວາມຮຸ່ງເຮືອງ ເປັນ ການຊຸມນຸມທີ່ດຶງດູດຫົວໃຈ ຫ້ອມລ້ອມດ້ວຍປະທີບຂອງໝູ່ເທວັນ ເພື່ອວ່າເຈົ້າຈະຊຸມນຸມຢູ່ດ້ວຍກັນດ້ວຍຄວາມຮັກຢ່າງໜຽວແໜ້ນ.

ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງປັດເປົ່າ ປັດໃຈທຸກຢ່າງທີ່ ເປັນເຫດຂອງຄວາມແບ່ງແຍກ ແລະຕຽມທຸກສິ່ງທີ່ເປັນເຫດ ຂອງຄວາມສາມັກຄີປອງດອງໃຫ້ແກ່ພວກຂ້າພະອົງ!ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງໂຊຍສຸຄົນທະລົດແຫ່ງສະຫວັນລົງມາ ໃຫ້ພວກຂ້າພະອົງ ແລະ ປ່ຽນການຊຸມນຸມນີ້ໃຫ້ເປັນການ ຊຸມນຸມແຫ່ງສະຫວັນ! ຂໍຊົງໃຫ້ພວກຂ້າພະອົງໄດ້ຮັບຄຸນ ປະໂຫຍດທຸກປະການ ແລະ ອາຫານທຸກຢ່າງ ຂໍຊົງຕຽມອາ ຫານແຫ່ງຄວາມຮັກໃຫ້ແກ່ພວກຂ້າພະອົງ ຂໍຊົງໃຫ້ອາຫານ ສໍາລັບປັນຍາຂອງພວກຂ້າພະອົງ! ຂໍຊົງໃຫ້ພວກຂ້າພະອົງ ໄດ້ຮັບແສງທັມເປັນອາຫານ!

#12831
- `Abdu'l-Bahá

 

ເພື່ອການບໍລິຈາກໃຫ້ກອງທຶນສາສະໜາ

ບັນດາສະຫາຍຂອງພຣະຜູ້ເປັນເຈົ້າ.. ຄວນບໍລິຈາກໃຫ້ ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ ແມ່ນວ່າຈໍານວນບໍລິຈາກຈະ ເລັກນ້ອຍພຽງໃດກໍຕາມ ພຣະຜູ້ເປັນເຈົ້າບໍ່ໃຫ້ຜູ້ໃດແບກພາ ລະເກີນຂີດຄວາມສາມາດຂອງຕົນ ການບໍລິຈາກຕ້ອງມາ ຈາກທຸກຊຸມຊົນແລະບາຮາຍທຸກຄົນ.. ດູກ່ອນສະຫາຍຂອງ ພຣະຜູ້ເປັນເຈົ້າ! ເຈົ້າວາງໃຈໄດ້ວ່າ ການບໍລິຈາກນີ້ຈະໄດ້ ຮັບການຕອບແທນ ການກະສິກໍາ ອຸດສາຫະກໍາ ແລະການ ຄ້າຂາຍຂອງເຈົ້າ ຈະຈະເລີນຍິ່ງຂຶ້ນເປັນເທົ່າທະວີຄູນ ເປັນ ຂອງຂວັນທີ່ພຣະພອນປະທານມາໃຫ້ ຜູ້ທີ່ກະທໍາຄວາມດີ ງາມຢ່າງດຽວ ຈະໄດ້ຮັບລາງວັນຕອບແທນເປັນສິບເທົ່າ ບໍ່ມີ ຂໍ້ສົງໄສວ່າ ພຣະຜູ້ເປັນນາຍຈະປະສາດພອນຢ່າງລົ້ນເຫຼືອ ໃຫ້ກັບຜູ້ທີ່ໃຊ້ຈ່າຍຄວາມຮັ່ງມີຂອງຕົນ ໃນວິຖີຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂໍຊົງໃຫ້ຄວາມສະຫວ່າງແກ່ໜ້າຜາກ ຂອງຄົນຮັກທີ່ແທ້ຈິງ ຂອງພຣະອົງ ຂໍຊົງຄໍ້າຈຸນພວກຂ້າພະອົງດ້ວຍກອງທັບເທບທິດາແຫ່ງໄຊຊະນະ ໃຫ້ເທົ້າຂອງພວກຂ້າພະອົງກ້າວໃນຫົນທາງທີ່ຊື່ຕົງຂອງພຣະອົງ ຂໍຄວາມອາລີແຕ່ໂບລານນະການຂອງພຣະອົງ ເປີດເຜີຍຄວາມບໍ່ຮູ້ສິ້ນ ແຫ່ງພຣະພອນໃຫ້ແກ່ພວກຂ້າພະອົງ ເພາະພວກຂ້າພະອົງກໍາລັງໃຊ້ຈ່າຍ

ຊັບສິນທີ່ພຣະອົງປະທານໃຫ້ ໃນວິຖີຂອງພຣະອົງ ເພຶ່ອປົກປ້ອງສາສະໜາຂອງພຣະອົງ ວາງໃຈໃນການລະລຶກເຖີງພຣະອົງ ສະລະຫົວໃຈ ເພື່ອຄວາມຮັກຂອງພຣະອົງ ແລະບໍ່ຫວງສົມບັດ ເພຶ່ອຈະໄດ້ບູຊາຄວາມງາມຂອງພຣະອົງ ແລະສະແຫວງຫາຫົນທາງທີ່ຈະເຮັດໃຫ້ພຣະອົງຍິນດີ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂໍຊົງກໍານົດ ສ່ວນແບ່ງອັນມະຫາສານໄວ້ໃຫ້ພວກຂ້າພະອົງ ໃຫ້ພວກຂ້າພະອົງໄດ້ຮັບການຊົດເຊີຍ ແລະ ລາງວັນທີ່ແນ່ນອນ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຄໍ້າຈຸນ ພຣະຜູ້ຊົງ ຊ່ວຍເຫຼືອ ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງອາລີ ພຣະຜູ້ ຊົງປະທານພອນສະເໝີ.

#12832
- `Abdu'l-Bahá

 

ເພື່ອຄວາມໝັ້ນຄົງໃນພຣະປະທິນຍາ

ຂໍຄວາມສັນລະເສີນຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນຣາຊາແຫ່ງນິລັນດອນການ ພຣະຜູ້ສ້າງຊາດທັງຫຼາຍ ພຣະຜູ້ອອກແບບກະດູກ ທີ່ຈະຕ້ອງເສື້ອມສະລາຍ! ຂ້າພະ ອົງຂໍອະທິຖານ ຕໍ່ພຣະນາມຂອງພຣະອົງ ທີ່ຊົງໃຊ້ຮຽກຮ້ອງມວນມະນຸດຊາດ ໃຫ້ມາຍັງຂອບຟ້າແຫ່ງຣາຊສັກດາແລະຄວາມຮຸ່ງເຮືອງຂອງພຣະອົງແລະນໍາທາງບັນດາຄົນຮັບໃຊ້ໄປຍັງຣາຊສໍານັກແຫ່ງພຣະກະລຸນາທິຄຸນຂອງພຣະອົງ ຂໍຊົງນັບຂ້າພະອົງ ເປັນພວກທີ່ປ່ອຍວາງຈາກທຸກສິ່ງ ນອກຈາກ ພຣະອົງ ຕັ້ງໝັ້ນໃນພຣະອົງ ແລະເມື່ອປະສົບກັບເຄາະກໍາທີ່ພຣະອົງປະກາສິດໄວ້ ກໍບໍ່ທໍ້ຖອຍ ແລະ ຍັງຫັນໄປຫາພຣະພອນຈາກພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງຍຶດຖືຄວາມອາລີຂອງພຣະອົງ ແລະ ຍຶດສາຍເສື້ອຄຸມແຫ່ງກະລຸນາທິຄຸນຂອງພຣະອົງໄວ້ໝັ້ນ ຂໍເມກແຫ່ງຄວາມເອື້ອເຟື້ອຂອງພຣະອົງ ຫລັ່ງສິ່ງທີ່ຈະຊໍາລະຈິດໃຈຂອງຂ້າພະອົງ ບໍ່ໃຫ້ລະນຶກເຖິງຜູ້ໃດ ນອກຈາກພຣະອົງ ແລະ ເຮັດໃຫ້ຂ້າພະອົງສາມາດຫັນມາຫາພຣະອົງຜູ້ເປັນຈຸດໝາຍຂອງການບູຊາຂອງມວນມະນຸດຊາດຜູ້ຊົງຖືກຕໍ່ຕ້ານໂດຍກອງທັບຂອງຜູ້ປັ່ນປ່ວນຄວາມບໍ່ສະຫງົບ ທີ່ລະເມີດພຣະປະທິນຍາຂອງພຣະອົງ ບໍ່ເຊື່ອໃນພຣະອົງ ແລະໃນສັນຍາລັກຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງຢ່າປະຕິ ເສດບໍ່ໃຫ້ຂ້າພະອົງ ສູດສຸຄົນທະລົດ ຈາກພູສາຂອງພຣະ ອົງໃນຍຸກນີ້ ຂໍຊົງຢ່າພາກຂ້າພະອົງຈາກລົມຫາຍໃຈ ແຫ່ງການເປີດເຜີຍພຣະທັມ ເມື່ອແສງສະຫວ່າງຂອງພຣະອົງປະ ກົດຂຶ້ນມາ ພຣະອົງຊົງອານຸພາບໃນການກະທໍາໃນສິ່ງທີ່ ພຣະອົງປາດຖະໜາ ບໍ່ມີສິ່ງໃດສາມາດຕ້ານທານ ພຣະ ປະສົງຂອງພຣະອົງ ຫລື ຂັດຂວາງສິ່ງທີ່ພຣະອົງຕັ້ງພຣະປະ ສົງໄວ້ ໂດຍອານຸພາບຂອງພຣະອົງ.

ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງອັດສະລິຍະພາບ.

#12781
- Bahá'u'lláh

 

ພຣະອົງຄື ພຣະຜູ້ຊົງອໍານາດ ພຣະຜູ້ຊົງອະໄພ ພຣະຜູ້ຊົງເຫັນໃຈ! ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພຣະອົງຊົງເຫັນບັນດາຄົນຮັບໃຊ້ຂອງພຣະອົງ ຢູ່ໃນກົ້ນ ບຶຶ້ງແຫ່ງອະເວຈີ ແລະ ຄວາມຫລົງຜິດ ຂ້າແດ່ພຣະຜູ້ເປັນ ຍອດປາດຖະໜາຂອງໂລກ ແສງສະຫວ່າງແຫ່ງການນໍາທາງ ຂອງພຣະອົງຢູ່ນະທີ່ໃດ? ພຣະອົງຊົງຮູ້ວ່າພວກເຂົາອ່ອນແອ ແລະຊ່ວຍຕົວເອງບໍ່ໄດ້ ຂ້າແດ່ພຣະຜູ້ຊຶ່ງອານຸພາບຂອງສະຫວັນ ແລະ ໂລກຢູ່ໃນກໍາມືຂອງພຣະອົງ ອານຸພາບຂອງພຣະອົງ ຢູ່ນະທີ່ໃດ?

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະ ອົງ! ຂ້າພະອົງຂໍຮ້ອງຕໍ່ແສງສະຫວ່າງ ຂອງດວງປະທິບແຫ່ງ ຄວາມເມດຕາຮັກໃຄ່ຂອງພຣະອົງ ຕໍ່ຄື້ນໃນມະຫາສະໝຸດ ແຫ່ງຄວາມຮູ້ຂອງພຣະອົງ ຕໍ່ພຣະວັດຈະນະທີ່ພຣະອົງໃຊ້ ປົກຄອງປະຊາຊົນ ໃນອານາຈັກຂອງພຣະອົງ ຂໍຊົງໃຫ້ຂ້າ ພະອົງໄດ້ເປັນໜຶ່ງໃນບັນດາ ຜູ້ທີ່ປະຕິບັດຕາມບັນຊາ ໃນ ພຣະຄໍາພີຂອງພຣະອົງ ຂໍພຣະອົງຊົງບັນຍັດສໍາລັບຂ້າພະອົງ ດ້ວຍສິ່ງທີ່ພຣະອົງບັນຍັດ ສໍາລັບບັນດາຜູ້ທີ່ພຣະອົງໄວ້ໃຈ ຜູ້ທີ່ໄດ້ດື່ມນໍ້າອໍາມະລິດ ແຫ່ງການບັນດານໃຈ ຈາກຖ້ວຍແຫ່ງຄວາມອາລີຂອງພຣະອົງ ຮີບທໍາຕາມທີ່ພຣະອົງຍິນດີ ຍຶດຖືພຣະປະທິນຍາ ແລະ ພິໄນກໍາຂອງພຣະອົງ ພຣະອົງຊົງອານຸພາບ ໃນການທໍາຕາມທີ່ພຣະອົງປາຖະໜາ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງອັດສະລິຍະພາບ.

ຂ້າແດ່ພຣະຜູ້ເປັນນາຍ ຂໍຄວາມອາລີຂອງພຣະອົງປະ ກາສິດໃຫ້ແກ່ຂ້າພະອົງ ດ້ວຍສິ່ງທີ່ຈະເຮັດໃຫ້ຂ້າພະອົງຮຸ່ງເຮືອງໃນໂລກນີ້ ແລະໂລກໜ້າ ແລະພາຂ້າພະອົງເຂົ້າໄປຫາພຣະອົງ ຂ້າແດ່ພຣະຜູ້ຊົງເປັນນາຍຂອງມວນມະນຸດ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງພຣະ ຜູ້ເປັນໜຶ່ງ ພຣະຜູ້ຊົງອໍານາດ ພຣະຜູ້ເປັນທີ່ສັນລະເສີນ.

#12782
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າຜູ້ຊົງເຫັນໃຈ! ຂໍຄວາມສັນລະ ເສີນຈົ່ງມີແດ່ພຣະອົງ ທີ່ຊົງປຸກແລະທໍາໃຫ້ຂ້າພະອົງມີສະ ຕິ ພຣະອົງຊົງປະທານດວງຕາທີ່ເຫັນແຈ້ງ ໃຫ້ແກ່ຂ້າພະອົງ ຊົງປະທານຂ້າພະອົງດ້ວຍຫູທີ່ໄດ້ຮັບຟັງ ຊົງນໍາຂ້າພະອົງໄປ ສູ່ອານາຈັກ ແລະ ວິຖີຂອງພຣະອົງ ພຣະອົງຊົງສະແດງຫົນ ທາງທີ່ຖືກຕ້ອງໃຫ້ແກ່ຂ້າພະອົງ ແລະຊົງດົນບັນ

ດານໃຫ້ຂ້າພະອົງເຂົ້າໄປໃນເຮືອ ແຫ່ງຄວາມລອດພົ້ນ ຂ້າ ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງທໍາໃຫ້ຂ້າພະອົງໝັ້ນຄົງ ແລະ ຊື່ສັດ ຂໍຊົງຄຸ້ມຄອງຂ້າພະອົງໃຫ້ພົ້ນ ຈາກການທົດສອບທີ່ຮຸນແຮງ ຂໍຊົງພິທັກ ແລະ ປົກປ້ອງຂ້າພະອົງໄວ້ໃນປະການອັນແຂງແກ່ນ ແຫ່ງພຣະປະທິນຍາ ແລະພິໄນກໍາຂອງພຣະອົງ ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະອົງຄື ພຣະຜູ້ຊົງເຫັນ ພຣະອົງຄື ພຣະຜູ້ຊົງໄດ້ຍິນ.

ຂ້າແດ່ພຣະຜູ້ເປັນເຈົ້າ ຜູ້ຊົງເຫັນໃຈ ຂໍຊົງປະທານຫົວ ໃຈທີ່ປຽບເໝືອນແກ້ວໃຫ້ແກ່ຂ້າພະອົງ ຊຶ່ງຫົວໃຈນິ້ຈະປະ ກາຍແສງແຫ່ງຄວາມຮັກຂອງພຣະອົງ ແລະຂໍຊົງປະທານ ຄວາມຄິດໃຫ້ແກ່ຂ້າພະອົງ ຊຶ່ງຄວາມຄິດນີ້ຈະປ່ຽນໂລກນີ້ ໃຫ້ເປັນສວນກຸຫລາບ ໂດຍອາໄສການຫລັ່ງພຣະກະລຸນາ ສະຫວັນ.

ພຣະອົງຄື ພຣະຜູ້ຊົງເຫັນໃຈ ພຣະຜູ້ຊົງປານີ ພຣະຜູ້ເປັນເຈົ້າ ຜູ້ຊົງເມດຕາແລະຍິ່ງໃຫຍ່.

#12783
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ພຣະຜູ້ເປັນ ຄວາມຫວັງຂອງຂ້າພະອົງ! ຂໍພຣະອົງຊົງຊ່ວຍໃຫ້ບັນດາຜູ້ ທີ່ພຣະອົງຮັກ ໝັ້ນຄົງໃນພຣະປະທິນຍາອັນຍິ່ງໃຫຍ່ຂອງ ພຣະອົງ ຊື່ສັດຕໍ່ສາສະໜາທີ່ປະຈັກແຈ້ງ ຂອງພຣະອົງ ດໍາເນີນຕາມບັນຍັດ ທີ່ພຣະອົງລິຂິດໄວ້ ສໍາລັບພວກເຂົາ ໃນພຣະຄໍາພີແຫ່ງວິພາຂອງພຣະອົງ ເພື່ອວ່າພວກເຂົາຈະກາຍເປັນທຸງແຫ່ງການນໍາທາງ ເປັນຕາກຽງຂອງໝູ່ເທວັນເບື້ອງບົນ ເປັນນໍ້າພຸແຫ່ງອັດສະລິຍະພາບ ອັນບໍ່ຮູ້ສິ້ນຂອງພຣະອົງ ເປັນດວງດາລາທີ່ຄອຍນໍາທາງຢ່າງຖືກຕ້ອງ ເມື່ອ ເຮືອງແສງມາຈາກທ້ອງຟ້າແຫ່ງສະຫວັນ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ທີ່ບໍ່ມີໃຜເອົາຊະນະໄດ້ ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງອານຸພາບ.

#12784
- `Abdu'l-Bahá

 

ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງຊ່ວຍໃຫ້ພວກຂ້າພະ ອົງທັງຫຼາຍ ກ້າວໝັ້ນໃນວິຖີຂອງພຣະອົງ ຂໍພຣະອົງຊົງຊ່ວຍ ໃຫ້ກໍາລັງໃຈແກ່ພວກຂ້າພະອົງ ໃນການເຊື່ອຟັງພຣະອົງ ຂໍຊົງບັນດານໃຫ້ພວກຂ້າພະອົງ ຫັນໜ້າມາຫາຄວາມງາມ ຂອງພຣະອົງ ຂໍຊົງທໍາໃຫ້ໃຈຂອງພວກຂ້າພະອົງເບີກບານ ດ້ວຍສັນຍາລັກ ແຫ່ງເອກະພາບສະຫວັນຂອງພຣະອົງ ຂໍຊົງ ປະດັບກາຍຂອງພວກຂ້າພະອົງ ດ້ວຍເສື້ອຄຸມແຫ່ງຄວາມ ອາລີຂອງພຣະອົງ ຂໍຊົງກໍາຈັດມ່ານທີ່ບັງຕາພວກຂ້າພະອົງ ແລະ ຂໍຊົງໃຫ້ຖ້ວຍແຫ່ງພຣະກະລຸນາຂອງພຣະອົງ ແກ່ ພວກຂ້າພະອົງ ເພື່ອວ່າສາລະຂອງທຸກຊີວິດ ຈະໄດ້ຮ້ອງ ເພງສັນລະເສີນ ຕໍ່ຈິນຕະນາພາບ ແຫ່ງຄວາມໂອລານຂອງ ພຣະອົງ ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງເປີດເຜີຍພຣະອົງ ໂດຍພຣະວັດຈະນະແຫ່ງຄວາມປານີ ແລະຄວາມເລິກລັບ ແຫ່ງພາວະຂອງພຣະອົງ ເພື່ອວ່າຄວາມປິຕິຂອງການອະທິ

ຖານຈະອາບວິນຍານຂອງພວກຂ້າພະອົງ ເປັນການອະທິຖານທີ່ລໍ້າເລິກກວ່າຖ້ອຍຄໍາ ແລະ ພະຍັນຊະນະ ແລະ ຢູ່ເໜືອກວ່າພະຍາງ ແລະ ນໍ້າສຽງ ເພື່ອວ່າທຸກສິ່ງຈະເລື່ອນຫາຍໄປຕໍ່ ການເປີດເຜີຍວິພາຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ! ບຸກຄົນເຫລົ່ານີ້ຄືຄົນຮັບໃຊ້ ທີ່ໝັ້ນຄົງໃນພຣະປະທິນຍາ ແລະ ພິໄນກໍາຂອງພຣະອົງ ຍຶດໜ່ຽວສາຍໃຍແຫ່ງຄວາມບໍ່ຜັນແປ ໃນສາສະໜາຂອງ ພຣະອົງ ແລະ ຢຶດສາຍເສື້ອຄຸມແຫ່ງຄວາມໂອລານຂອງ ພຣະອົງ ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງຊ່ວຍເຫລືອພວກຂ້າພະອົງ ດ້ວຍພຣະກະລຸນາຂອງພຣະອົງ ຂໍອານຸພາບຂອງພຣະອົງ ເຮັດໃຫ້ພວກຂ້າພະອົງໜັກແໜ້ນ ແລະ ຂໍຊົງຊ່ວຍ

ໃຫ້ພວກຂ້າພະອົງເຂັ້ມແຂງ ໃນການເຊື່ອຟັງພຣະອົງ ພຣະອົງຄື ພຣະຜູ້ຊົງອະໄພ ພຣະຜູ້ຊົງກະລຸນາ.

#12785
- `Abdu'l-Bahá

 

ເພື່ອສັນລະເສີນແລະຂອບຄຸນພຣະຜູ້ເປັນເຈົ້າ

ຂໍຄວາມສັນລະເສີນຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຄືໜຶ່ງໃນບັນດາຄົນ ຮັບໃຊ້ທີ່ເຊື່ອຟັງພຣະອົງ ແລະ ສັນຍາລັກຂອງພຣະອົງ ພຣະອົງຊົງເຫັນແລ້ວວ່າ ຂ້າພະອົງໃຝ່ຫາປະຕູແຫ່ງຄວາມ ປານີຂອງພຣະອົງ ແລະ ຫັນມາຫາຄວາມເມດຕາຮັກໃຄ່ ຂອງພຣະອົງ ຂ້າພະອົງຂໍວິງວອນຕໍ່ພຣະນາມອັນວິເສດສຸດ ແລະຄຸນລັກສະນະອັນປະເສີດສຸດຂອງພຣະອົງ ຂໍຊົງເປີດ ປະຕູແຫ່ງພຣະພອນຂອງພຣະອົງ ຕໍ່ໃບໜ້າຂອງຂ້າພະອົງ ຂໍຊົງຊ່ວຍໃຫ້ຂ້າພະອົງກະທໍາແຕ່ສິ່ງທີ່ດີງາມ ຂ້າແດ່ພຣະ ຜູ້ເປັນຜູ້ຄອບຄອງພຣະນາມ ແລະ ຄຸນລັກສະນະທັງປວງ!

ຂ້າແດ່ພຣະຜູ້ເປັນນາຍ ຂ້າພະອົງຍາກໄຮ້ ສ່ວນ ພຣະອົງນັ້ນອຸດົມຮັ່ງມີ ຂ້າພະອົງຕັ້ງຄວາມປາດຖະໜາ ໃນພຣະອົງ ແລະຕັດຄວາມຜູກພັນຈາກທຸກສິ່ງ ນອກຈາກ ພຣະອົງ ຂ້າພະອົງຂໍວິງວອນພຣະອົງ ຂໍຊົງຢ່າພາກຂ້າພະ ອົງ ຈາກສາຍລົມແຫ່ງຄວາມເມດຕາປານີ ແລະ ສິ່ງທີ່ພຣະ ອົງບັນຍັດໄວ້ ສໍາລັບຄົນຮັບໃຊ້ທີ່ພຣະອົງເລືອກສັນ.

ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງກໍາຈັດມ່ານທີ່ບັງຕາຂ້າ ພະອົງ ເພື່ອວ່າຂ້າພະອົງຈະໄດ້ຍອມຮັບ ສິ່ງທີ່ພຣະອົງ ປາຖະໜາໃຫ້ແກ່ປະຊາຊົນຂອງພຣະອົງ ແລະຄົ້ນພົບເດ ຊານຸພາບທີ່ເຊື່ອງຊ້ອນ ທີ່ຢູ່ໃນຫັດຖະກໍາ ຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງທໍາໃຫ້ວິນ ຍານຂອງຂ້າພະອົງເບີກບານ ດ້ວຍສັນຍາລັກອັນຍິ່ງໃຫຍ່ ທີ່ສຸດຂອງພຣະອົງ ແລະ ໂປດດຶງຂ້າພະອົງຂຶ້ນມາຈາກກົ້ນ ບຶ້ງແຫ່ງກິເລດອັນໂສມົມ ແລະ ຊົ່ວຮ້າຍ ຂໍຊົງລີຂິດສີ່ງທີ່ດີ

ງາມໃນໂລກນີ້ ແລະໂລກໜ້າໃຫ້ແກ່ຂ້າພະອົງ ບໍ່ມີພຣະຜູ້

ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊຶ່ງມວນມະນຸດລ້ວນສະແຫວງຫາ ຄວາມຊ່ວຍເຫຼືອຈາກພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງ ຂໍຂອບພຣະຄຸນ ທີ່ຊົງປຸກຂ້າພະອົງໃຫ້ຕື່ນຂຶ້ນ ແລະບັນ ດານໃຫ້ຂ້າພະອົງປາດຖະໜາຈະຢັ້ງຮູ້ ໃນສິ່ງທີ່ຄົນຮັບໃຊ້ສ່ວນໃຫ່ຍບໍ່ເຂົ້າໃຈ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ໂປດປະທານຄວາມສາມາດໃຫ້ຂ້າພະອົງ ເຫັນສິ່ງທີ່ພຣະ

ອົງຕ້ອງການ ເພື່ອເຫັນແກ່ຄວາມຮັກ ແລະ ຄວາມຍິນດີ ຂອງພຣະອົງ ພຣະອົງຄື ຜູ້ຊຶ່ງທຸກສັບພະສິ່ງຢືນຢັນອານຸ ພາບຂອງອໍານາດ ແລະ ອະທິປະໄຕຂອງພຣະອົງ.

ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ ຊົງມະຫິທານຸພາບ ພຣະຜູ້ຊົງເມດຕາ.

#12787
- Bahá'u'lláh

 

ຂໍຄວາມສະດຸດີ ຈົ່ງມີແດ່ພຣະນາມຂອງພຣະອົງ ຂ້າແດ່ ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະ ອົງຂໍວິງວອນຕໍ່ອານຸພາບຂອງພຣະອົງ ທີ່ຫ້ອມລ້ອມທຸກສັບ ພະສິ່ງ ຕໍ່ອະທິປະໄຕຂອງພຣະອົງ ທີ່ຢູ່ເໜືອສັບພາວະ ຕໍ່ ພຣະວັດຈະນະທີ່ຊ້ອນເລັ້ນ ຢູ່ໃນອັດສະລິຍະພາບຂອງພຣະ ອົງ ທີ່ຊົງໃຊ້ສ້າງສະຫວັນແລະໂລກ ຂໍຊົງຊ່ວຍໃຫ້ພວກຂ້າ ພະອົງໝັ້ນຄົງ ໃນຄວາມຮັກທີ່ມີຕໍ່ພຣະອົງ ແລະ ເຊື່ອຟັງສີ່ງທີ່ພຣະອົງຍີນດີ ແລະ ພິສູດພຣະພັກຂອງພຣະອົງ ແລະສັນລະເສີນຄວາມຮຸ່ງເຮືອງຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງເຕີມພະລັງໃຫ້ຂ້າພະອົງທັງຫລາຍ ແຜ່ກະຈາຍສັນຍາ ລັກຂອງພຣະອົງ ໄປກວ້າງໄກໃນໝູ່ປະຊາຊົນ ຂໍຊົງອະ ພິບານສາສະໜາໃນອານາຈັກຂອງພຣະອົງ ພຣະອົງດໍາລົງ ຢູ່ສະເໝີ ໂດຍບໍ່ຂຶ້ນກັບການກ່າວເຖິງຂອງປະຊາຊົນ ແລະ ຈະດໍາລົງຢູ່ຕໍ່ໄປຊົ່ວນິລັນດອນ.

ຂ້າພະອົງໝັ້ນໃຈໃນພຣະອົງ ໂດຍບໍລິບູນ ຫັນໜ້າ ເຂົ້າຫາພຣະອົງ ຍຶດໜ່ຽວສາຍໃຍແຫ່ງການບໍລິບານ ດ້ວຍ ຄວາມຮັກຂອງພຣະອົງ ແລະ ຮີບຟ້າວໄປສູ່ຮົ່ມເງົາ ແຫ່ງ ຄວາມປານີຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າ ພະອົງ ຂໍຊົງຢ່າພັກໄສຂ້າພະອົງ ດັ່ງເຊັ່ນຄົນທີ່ຜິດຫວັງ ໃຫ້ໄປຈາກປະຕູຂອງພຣະອົງ ເພາະພຣະອົງເທົ່ານັ້ນ ທີ່ຂ້າ ພະອົງສະແຫວງຫາ ບໍ່ມີຜູ້ເປັນເຈົ້າອື່ນໃດ ນອກຈາກພຣະ

ອົງ ພຣະຜູ້ຊົງອະໄພສະເໝີ ພຣະຜູ້ຊົງອາລີທີ່ສຸດ.

ຂໍຄວາມສັນລະເສີນຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ທີ່ຮັກຍິ່ງ ຂອງບັນດາຜູ້ທີ່ຮູ້ຈັກພຣະອົງ!

#12778
- Bahá'u'lláh

 

ເພື່ອເອກກະພາບແລະຄວາມສາມັກຄີ

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າແດ່ພຣະຜູ້ ເປັນເຈົ້າຂອງຂ້າພະອົງ! ຂໍຊົງຮວບຮວມຈິດໃຈຄົນຮັບໃຊ້ ຂອງພຣະອົງໃຫ້ເປັນເອກະພາບ ຂໍຊົງເປີດເຜີຍພຣະປະສົງ ອັນຍິ່ງໃຫ່ຍຂອງພຣະອົງແກ່ພວກເຂົາ ຂໍໃຫ້ພວກເຂົາປະຕິ ບັດຕາມພຣະປະສົງຂອງພຣະອົງ ແລະຢຶດໝັ້ນໃນພຣະບັນ ຍັດຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຊ່ວຍເຫຼືອ ເກື້ອກຸນຄວາມພະຍາຍາມ ແລະປະທານກໍາລັງໃຫ້ພວກເຂົາ ຮັບໃຊ້ພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຢ່າໄດ້ລະຖິ້ມ ພວກເຂົາເຫຼົ່ານີ້ໄວ້ຕາມລໍາພັງ ຂໍຊົງນໍາທາງພວກເຂົາດ້ວຍ ແສງສະຫວ່າງແຫ່ງຄວາມຮອບຮູ້ຂອງພຣະອົງ ແລະ ປະຄັບປະຄ້ອງຫົວໃຈຂອງພວກເຂົາ ດ້ວຍຄວາມຮັກຂອງພຣະອົງ ແທ້ຈິງແລ້ວ ພຣະອົງຄືພຣະຜູ້ຊົງຊ່ວຍເຫຼືອ ແລະເປັນພຣະຜູ້

ເປັນເຈົ້າຂອງພວກເຂົາ.

#12798
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຄວາມຮຸ່ງເຮືອງ ຈົ່ງມີແດ່ ພຣະອົງ ທີ່ຊົງເຜີຍແຜ່ຄວາມຮັກມາໃຫ້ມະນຸດຊາດ! ຂ້າແດ່ ພຣະຜູ້ເປັນຊີວິດ ແລະ ແສງສະຫວ່າງຂອງພວກຂ້າພະອົງ ຂໍຊົງນໍາທາງໃຫ້ຄົນຮັບໃຊ້ໃນວິຖີຂອງພຣະອົງ ຂໍຊົງບັນດານ ໃຫ້ພວກຂ້າພະອົງອຸດົມຮັ່ງມີໃນພຣະອົງ ແລະເປັນອິດສະ ລະຈາກທຸກສິ່ງນອກຈາກພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂໍ ຊົງສອນຄວາມເປັນໜຶ່ງ ຂອງພຣະອົງໃຫ້ແກ່ພວກຂ້າພະອົົງ ຂໍຊົງໃຫ້ພວກຂ້າພະອົງສໍານຶກ ໃນເອກະພາບຂອງພຣະອົງ ເພື່ອວ່າພວກຂ້າພະອົງຈະບໍ່ເຫັນຜູ້ອື່ນໃດນອກຈາກ ພຣະອົງ ພຣະອົງຄື ພຣະຜູ້ຊົງປານີ ພຣະຜູ້ຊົງໃຫ້ອະໄພ.

ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຈຸດເພີງແຫ່ງຄວາມຮັກ ລົງໃນຫົວໃຈຂອງຜູ້ທີ່ເປັນທີ່ຮັກຍິ່ງຂອງພຣະອົງ ເພື່ອວ່າເພີງ ນັ້ນຈະເຜົາຜານຄວາມຄິດເຖິງທຸກສິ່ງນອກຈາກພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງເປີດເຜີຍຄວາມເປັນອໍາ ມະຕະອັນປະເສີດຂອງພຣະອົງ ຊຶ່ງດໍາລົງຢູ່ຕັ້ງແຕ່ອາດີດ ຈົນເຖິງອານາຄົດ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະ ອົງ ແທ້ຈິງແລ້ວ ພວກຂ້າພະອົງ ພົບຄວາມສຸກສະບາຍ ແລະຄວາມເຂັ້ມແຂງຢູ່ໃນພຣະອົງ.

#12799
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນນາຍ ຂອງນາຍທັງຫຼາຍ! ຂ້າພະ ອົງຂໍຢືນຢັນວ່າ ພຣະອົງຄື ພຣະຜູ້ເປັນນາຍຂອງທຸກສັບພະ ສິ່ງທັງປວງ ຄືຜູ້ອົບຮົມຊີວິດທັງປວງທີ່ມອງເຫັນ ແລະມອງ ເບິ່ງບໍ່ເຫັນ ຂ້າພະອົງຂໍເປັນພະຍານວ່າ ອານຸພາບຂອງ ພຣະອົງຫ້ອມລ້ອມຈັກກະວານທັງໝົດ ກອງທັບແຫ່ງພິພົບ ບໍ່ມີວັນທໍາໃຫ້ພຣະອົງຫວັ່ນກົວໄດ້ ອໍານາດຂອງປະຊາຊາດ ທັງປວງ ບໍ່ສາມາດຂັດຂວາງພຣະປະສົງຂອງພຣະອົງ ບໍ່ໃຫ້ ດໍາເນີນໄປ ຂ້າພະອົງຂໍສາລະພາບວ່າ ພຣະອົງບໍ່ໄດ້ປາດ ຖະໜາສິ່ງໃດ ນອກຈາກຈະຟື້ນຊີວິດໃຫ້ທົ່ວພິພົບ ສະຖາປະ ນາຄວາມສາມັກຄີຂອງປະຊາຊົນ ແລະ ຊ່ວຍທຸກຄົນທີ່ອາ ໄສຢູ່ໃນໂລກໃຫ້ລອດພົ້ນ.

#12800
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າແດ່ພຣະ ຜູ້ເປັນເຈົ້າຂອງຂ້າພະອົງ! ແທ້ຈິງແລ້ວ ຂ້າພະອົງຂໍຮ້ອງ ພຣະອົງ ແລະວິງວອນຕໍ່ທໍລະນີປະຕູຂອງພຣະອົງ ຂໍຊົງປານີ ຕໍ່ຜູ້ຄົນເຫຼົ່ານີ້ ຂໍຊົງຕຽມພວກເຂົາສໍາລັບພຣະກະລຸນາທິຄຸນ ແລະສັດຈະທັມຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງປະສານແລະຜູກຫົວໃຈ ພວກຂ້າພະອົງທັງຫຼາຍເຂົ້າໄວ້ດ້ວຍກັນ ຂໍສັນຍາລັກແຫ່ງຄວາມບໍລິສຸດ ແລະ ຄວາມເປັນໜຶ່ງຂອງພຣະອົງ ບັນດານໃຫ້ມະນຸດທັງຫຼາຍກົມກຽວກັນ ແລະ ເບີກບານໃຈຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງທໍາໃຫ້້ໃບໜ້າເຫຼົ່ານີ້ສົດໃສດ້ວຍແສງແຫ່ງຄວາມເປັນໜຶ່ງຂອງພຣະອົງ ຂໍຊົງປະທານຄວາມເຂັ້ມແຂງໃຫ້ແກ່ເຫຼົ່າບໍລິວານ ທີ່ຮັບໃຊ້ໃນອານາຈັກຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ຊົງຄອບຄອງຄວາມ ປານີອັນບໍ່ຮູ້ສິ້ນ! ຂ້າແດ່ພຣະຜູ້ເປັນນາຍ ແຫ່ງການອະໄພ! ຂໍຊົງອະໄພບາບຂອງພວກຂ້າພະອົງ ຂໍຊົງຍົກໂທດໃນຂໍ້ ບົກພ່ອງຂອງພວກຂ້າພະອົງ ຂໍຊົງດົນບັນດານໃຫ້ພວກ ຂ້າພະອົງ ຫັນໄປຫາອານາຈັກ ແຫ່ງຄວາມເມດຕາຂອງ ພຣະອົງ ວິງວອນອານາຈັກແຫ່ງອໍານາດ ແລະ ອານຸພາບ ຖ່ອມຕົວ ນະພຣະສະຖູບຂອງພຣະອົງ ແລະ ໝອບກາບຕໍ່

ຄວາມຮຸ່ງເຮືອງຂອງຫຼັກຖານຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າ! ຂໍຊົງບັນດານ ໃຫ້ພວກຂ້າພະອົງເປັນຄື້ນໃນທະເລດຽວກັນ ເປັນດອກໄມ້ ໃນສວນດຽວກັນ ສາມັກຄີແລະພ້ອມພຽງກັນ ດ້ວຍພຣະ ພອນຈາກຄວາມຮັກຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍ! ຂໍສັນຍາລັກ ແຫ່ງຄວາມເປັນໜຶ່ງຂອງພຣະອົງ ເຮັດໃຫ້ຫົວ ໃຈທັງຫລາຍເບີກບານ ຂໍຊົງທໍາໃຫ້ມວນມະນຸດຊາດເປັນ ເໜືອນດັ່ງດາລາ ທີ່ເຮືອງແສງມາຈາກຍອດແຫ່ງຄວາມຮຸ່ງ ເຮືອງດຽວກັນ ເປັນເໜືອນດັ່ງໝາກໄມ້ທີ່ຫອມຫວານ ປົ່ງ ມາຈາກພຶກສາຊາດ ແຫ່ງຊິວິດຂອງພຣະອົງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງດໍາລົງຢູ່ດ້ວຍພຣະອົງເອງ ພຣະຜູ້ໃຫ້ ພຣະຜູ້ຊົງ ອະໄພ ພຣະຜູ້ຊົງຮອບຮູ້ ພຣະຜູ້ສ້າງ ຜູ້ເປັນໜຶ່ງ.

#12801
- Bahá'u'lláh

 

ເມື່ອປະສົບຄວາມຍາກລໍາບາກ

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ, ຂໍຊົງປັດເປົ່າຄວາມໂສກເສົ້າຂອງຂ້າພະອົງ ດ້ວຍຄວາມອາລີທີ່ເອື້ອເຟື້ອຂອງພຣະອົງ ແລະ ຂໍຊົງຂັບໄລ່ຄວາມທຸກໂສກຂອງຂ້າພະອົງດ້ວຍອະທິປະໄຕ ແລະ ອໍານາດຂອງພຣະອົງ. ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງເຫັນແລ້ວ

ວ່າ, ຂ້າພະອົງຫັນມາຫາພຣະອົງ ໃນຍາມທີ່ຄວາມທຸກໂສກ ລຸມລ້ອມຂ້າພະອົງຢູ່ຮອບດ້ານ ຂ້າແດ່ພຣະຜູ້ເປັນນາຍຂອງທຸກຊີວິດ ແລະ ຢູ່ເໜືອຮູປທັມ ແລະ ນາມທັມທັງປວງ ຂ້າພະອົງຂໍວິງວອນຕໍ່ພຣະນາມຂອງພຣະອົງ ທີ່ຊົງໃຊ້ກໍາລາບຫົວໃຈ ແລະ ວິນຍານຂອງມະນຸດ ຕໍ່ຄື້ນໃນມະຫາສະໝຸດແຫ່ງຄວາມປານີຂອງພຣະອົງ ແລະ ຄວາມສະຫ່ງາງາມ ຂອງດວງຕາເວັນແຫ່ງຄວາມອາລີຂອງພຣະອົງ ຂໍຊົງນັບຂ້າ

ພະອົງເປັນພວກທີ່ບໍ່ມີສິ່ງໃດມາຢັບຢັ້ງ ບໍ່ໃຫ້ຫັນມາຫາພຣະອົງ ຂ້າແຕ່ພຣະຜູ້ເປັນນາຍແຫ່ງນາມທັງປວງ ແລະເປັນພຣະຜູ້ສ້າງສະຫວັນທັງຫຼາຍ!

ຂ້າແດ່ພຣະຜູ້ເປັນເຈົ້າ, ພຣະອົງຊົງເຫັນສິ່ງທີ່ບັງເກີດ ກັບຂ້າພະອົງໃນຍຸກຂອງພຣະອົງ, ຂ້າພະອົງຂໍວິງວອນ ຕໍ່ບໍລົມພຣະສາດສະດາ ຜູ້ເປັນອະລຸໂນໄທແຫ່ງພຣະນາມ ແລະ ອຸໄທສະຖານແຫ່ງຄຸນລັກສະນະຂອງພຣະອົງ, ຂໍຊົງ ບັນຫຍັດສິ່ງທີ່ຈະຊ່ວຍໃຫ້ຂ້າພະອົງ ລຸກຂຶ້ນຮັບໃຊ້ພຣະອົງ ແລະສະດຸດີຄຸນຄວາມດີຂອງພຣະອົງ. ແທ້ຈິງແລ້ວ, ພຣະອົງ ຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງອານຸພາບສູງສຸດ ພຣະຜູ້ຊົງຕອບຄໍາອະທິຖານ ຂອງມະນຸດທຸກຄົນສະເໝີ!

ແລະ ສຸດທ້າຍນີ້, ຂ້າພະອົງຂໍຮ້ອງຕໍ່ແສງສະຫວ່າງຂອງ ພຣະພັກຂອງພຣະອົງ ຂໍຊົງອວຍພອນກິດຈະການຂອງຂ້າ ພະອົງ ຂໍຊົງໄຖ່ຖອນໜີ້ສິນ ແລະ ກໍາຈັດຄວາມຂັດສົນ ຂອງຂ້າພະອົງ ພຣະອົງ ຄື ຜູ້ທີ່ທຸກຄົນຢືນຢັນອານຸພາບ ແລະ ອານາຈັກຂອງພຣະອົງ ແລະ ຫົວໃຈທີ່ຮູ້ແຈ້ງທຸກດວງ ຍອມຮັບຣາຊສັກດາ ແລະ ອະທິປະໄຕຂອງພຣະອົງ ບໍ່ມີ ພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງໄດ້ຍິນ ແລະ ພ້ອມທີ່ຈະຕອບ.

#12760
- Bahá'u'lláh

 

ຂໍຄວາມສະດຸດີ ແລະ ສັນລະເສີນ ຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍວິງວອນຕໍ່ສຽງຖອນຫາຍໃຈ ຂອງບັນດາຄົນຮັກຂອງພຣະອົງ ຕໍ່ນໍ້າຕາຂອງບັນດາ ຜູ້ທີ່ປາດຖະໜາທີ່ຈະໄດ້ເຫັນພຣະອົງ ຂໍຊົງ ຢ່າພາກຄວາມເມດຕາປານີ ໃນຍຸກຂອງພຣະອົງໄປເສັຽຈາກຂ້າພະອົງ ຫຼື ພາກຂ້າພະອົງຈາກສຽງເພງຂອງນົກພິລາບສະຫວັນ ທີ່ສະດຸດີຄວາມເປັນໜຶ່ງຂອງພຣະອົງ ຕໍ່ແສງ

ສະຫວ່າງທີ່ສາຍມາຈາກພຣະພັກຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້າພະອົງຄືຜູ້ທີ່ຕົກຢູ່ໃນທຸກຂະເວດທະນາ ຂໍຊົງເບີ່ງເຖີດວ່າ: ຂ້າພະອົງຢຶດໝັ້ນໃນພຣະນາມຂອງພຣະອົງ ພຣະຜູ້ຊົງຄອບຄອງທຸກສັບພະສິ່ງ ຂ້າພະອົງຄືຜູ້ທີ່ຕ້ອງມະລາຍສິ້ນຢ່າງແນ່ນອນ ຂໍຊົງເບີ່ງເຖີດວ່າ: ຂ້າພະອົງຢຶດໜ່ຽວພຣະນາມຂອງພຣະອົງ ພຣະຜູ້ຊົງອໍາມະຕະ ຂ້າພະອົງຂໍວິງວອນຕໍ່ອັດຕະພາບຂອງພຣະອົງ ພຣະຜູ້ຊົງຄວາມປະເສີດພຣະຜູ້ຊົງຄວາມສູງສົ່ງ ຂໍຊົງຢ່າລະຖິ້ມຂ້າພະອົງໄວ້ກັບຕົວຂ້າພະອົງເອງ ແລະ ກິເລດທີ່ໃຝ່ຕໍ້າ ຂໍພຣະອົງຊົງຈັບມືຂອງ ຂ້າພະອົງ ດ້ວຍພຣະຫັດແຫ່ງອານຸພາບຂອງພຣະອົງ ແລະ ດຶງຂ້າພະອົງ ຂຶ້ນມາຈາກກົ້ນບຶ້ງແຫ່ງຄວາມເພີ້ຝັນ ແລະ ຈິນຕະນາການອັນໄຮ້ສາລະຂອງຂ້າພະອົງ ແລະ ຊໍາລະຂ້າ ພະອົງໃຫ້ບໍລິສຸດ ປາດສະຈາກສິ່ງທີ່ພຣະອົງຊົງລັງກຽດ.

ຂໍຊົງດົນບັນດານໃຈໃຫ້ຂ້າພະອົງ ຫັນມາຫາພຣະອົງ ວາງໃຈໃນພຣະອົງ ສະແຫວງຫາພຣະອົງ ເປັນທີ່ເພິ່ງ ແລະ

ເຂົ້າໄປຫາພຣະພັກຂອງພຣະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ກະທໍາຕາມທີ່ພຣະອົງປາດຖະໜາ ໂດຍອານຸພາບ ແລະ ອໍານາດຂອງພຣະອົງ ແລະ ບັນຊາຕາມທີ່ພຣະອົງ ຕ້ອງການ ໂດຍອານຸພາບຂອງພຣະປະສົງຂອງພຣະອົງ ບໍ່ມີຜູ້ໃດຕ້ານທານ ປະຕິບັດການ ຂອງປະກາສິດຂອງພຣະອົງ ໄດ້ ບໍ່ມີຜູ້ໃດບ່າຍບ່ຽງ ວິຖີຂອງໂອງການຂອງພຣະອົງໄດ້ ຄວາມຈິງແລ້ວ, ພຣະອົງຄື ພຣະຜູ້ຊົງມະຫິດທານຸພາບ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງອາລີທີ່ສຸດ.

#12761
- Bahá'u'lláh

 

ຂ້າແດ່ພຣະຜູ້ຊຶ່ງ ການທົດສອບຂອງພຣະອົງ ຄືຢາຮັກ ສາປິ່ນປົວ ສໍາລັບຜູ້ທີ່ຢູ່ໃກ້ພຣະອົງ ດາບຂອງພຣະອົງເປັນທີ່ ປາດຖະໜາຢ່າງແຮງກ້າ ສໍາລັບທຸກຄົນທີ່ຮັກພຣະອົງ ຄົມ ອາວຸດຂອງພຣະອົງ ເປັນທີ່ຕ້ອງການສໍາລັບຫົວໃຈ ທີ່ໃຝ່ຫາ ພຣະອົງ ປະກາສິດຂອງພຣະອົງຄືຄວາມຫວັງດຽວເທົ່ານັ້ນ ສໍາລັບຜູ້ທີ່ຍອມຮັບສັດຈະທັມຂອງພຣະອົງ! ຂ້າພະອົງ ຂໍວິງວອນຕໍ່ມະທຸລາສະຫວັນ ແລະ ແສງສະຫວ່າງອັນຮຸ່ງ ເຮືອງຂອງພຣະພັກຂອງພຣະອົງ ຂໍຊົງປະທານສິ່ງທີ່ມາຈາກ ນິວາດເບື້ອງບົນຂອງພຣະອົງ ຊຶ່ງຈະຊ່ວຍໃຫ້ຂ້າພະອົງທັງ ຫຼາຍໃກ້ເຂົ້າໄປຫາພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າ ພະອົງ ຂໍໃຫ້ຂ້າພະອົງທັງຫຼາຍກ້າວໝັ່ນ ໃນສາສະໜາ ຂອງພຣະອົງ ແລະ ຫົວໃຈຂອງຂ້າພະອົງທັງຫລາຍສະຫ່ວາງສະໄຫວຂຶ້ນດ້ວຍລັດສະໝີແຫ່ງພຣະນາມຂອງພຣະອົງ.

#12762
- Bahá'u'lláh

 

ຂໍຄວາມຮຸ່ງເຮືອງຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ເຈົ້າຂອງຂ້າພະອົງ! ຫາກບໍ່ແມ່ນເພາະຄວາມທຸກຍາກທີ່ ເກີດຂຶ້ນໃນຫົນທາງຂອງພຣະອົງ ຈະຮູ້ໄດ້ຢ່າງໃດວ່າ ຜູ້ໃດຄື ຄົນຮັກທີ່ແທ້ຈິງຂອງພຣະອົງ ແລະ ຫາກບໍ່ແມ່ນເພາະຄວາມ ຫຍຸ້ງຍາກທີ່ທົດສອບຄວາມຮັກທີ່ມີຕໍ່ພຣະອົງ ຖານະຂອງຜູ້ ທີ່ປາດຖະໜາພຣະອົງ ຈະເປີດເຜີຍອອກມາໄດ້ຢ່າງໃດ? ອໍານາດຂອງພຣະອົງ ເປັນພະຍານໃຫ້ແກ່ຂ້າພະອົງ! ສະ ຫາຍຂອງທຸກຄົນທີ່ບູຊາພຣະອົງ ຄືນໍ້າຕາທີ່ພວກເຂົາຫຼັ່ງອອກມາ ຜູ້ປອບໂຍນ ສໍາຫຼັບຜູ້ສະແຫວງຫາພຣະອົງ ຄືສຽງ ໂອດຄວນທີ່ພວກເຂົາເປັ່ງອອກມາ ແລະ ອາຫານສໍາລັບຜູ້ທີ່ ຮີບໄປຫາພຣະອົງ ຄືເສດຫົວໃຈທີ່ແຕກສະຫຼາຍ ຂອງພວກ ເຂົາ.

ຄວາມຂົມຂື່ນຂອງຄວາມຕາຍໃນຫົນທາງຂອງພຣະອົງ ຊ່າງຫວານສໍາລັບຂ້າພະອົງພຽງໃດ ແລະ ເປັນສິ່ງທີ່ລໍ້າຄ່າພຽງໃດ ສໍາລັບຂ້າພະອົງ ເມື່ອໄດ້ປະເຊີນກັບຄົມອາວຸດຂອງຜູ້ປອງຮ້າຍ ເພື່ອຈະເຊີດຊູພຣະວັດຈະນະຂອງພຣະອົງ! ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງຂໍໃຫ້ຂ້າພະອົງໄດ້ດື່ມ ສິ່ງທີ່ພຣະອົງປາດຖະໜາ ໃນສາສະໜາຂອງພຣະອົງ ຂໍຊົງ ປະທານທຸກສິ່ງທີ່ພຣະອົງບັນຍັດໃຫ້ແກ່ຂ້າພະອົງທັງຫຼາຍໃນ ຄວາມຮັກຂອງພຣະອົງ ຄວາມຮຸ່ງເຮືອງຂອງພຣະອົງເປັນ ພະຍານ! ຂ້າພະອົງປາດຖະໜາແຕ່ສິ່ງ ທີ່ພຣະອົງປາດຖະໜາ ແລະ ຫວັງໃນສິ່ງທີ່ພຣະອົງຫວັງ ຂ້າພະອົງວາງໃຈ

ແລະ ໝັ່ນໃຈໃນພຣະອົງທຸກເວລາ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນພຣະອົງ ຂໍຊົງເຊີດຊູບັນດາຜູ້ທີ່ຈະມາຊ່ວຍສາສະໜານີ້ ຜູ້ເຊິ່ງຈະໄດ້ຮັບການນັບວ່າ ຄູ່ຄວນສໍາລັບພຣະນາມ ແລະ ອະທິປະໄຕຂອງພຣະອົງ ເພື່ອວ່າພວກເຂົາຈະໄດ້ຈົດຈໍາຂ້າພະອົງ ໃນໝູ່ປະຊາຊົນຂອງພຣະອົງ ແລະປັກທຸງໄຊໃນດິນ

ແດນຂອງພຣະອົງ ພຣະອົງຊົງອໍານາດໃນການກະທໍາ ສິ່ງທີ່ພຣະອົງຊົງປາດຖະໜາ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງຊ່ວຍເຫຼືອໃນໄພອັນຕະລາຍພຣະຜູ້ຊົງດໍາລົງຢູ່ດ້ວຍ ພຣະອົງເອງ.

#12763
- Bahá'u'lláh

 

ຂໍຄວາມສະດຸດີຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ມະນຸດທຸກຄົນຜູ້ມີທັມ ທັດສະນະຍອມຮັບອະທິປະໄຕຂອງພຣະອົງ ແລະ ດວງຕາ ເຫັນແຈ້ງທຸກດວງ ແລເຫັນຄວາມຍິ່ງໃຫຍ່ຂອງຣາຊສັກດາ ແລະ ອານຸພາບບີບບັງຄັບຂອງພຣະອົງ ພາຍຸແຫ່ງການທົດ ສອບບໍ່ສາມາດຢຸດຢັ້ງ ຜູ້ທີ່ຍິນດີຕໍ່ການເຂົ້າໃກ້ພຣະອົງ ບໍ່ໃຫ້ ຫັນໜ້າ ມາຫາຂອບຟ້າແຫ່ງຄວາມຮຸ່ງເຮືອງ ຂອງພຣະອົງ ແລະພາຍຸແຫ່ງຄວາມຍາກລໍາບາກບໍ່ສາມາດ ໜ່ວງໜ່ຽວ ຫຼື ຂັດຂວາງຜູ້ອຸທິດຕົນຕໍ່ພຣະປະສົງຂອງພຣະອົງ ບໍ່ໃຫ້ເຂົ້າ ໄປຫາຣາຊສໍານັກຂອງພຣະອົງ.

ຂ້າພະອົງຄິດວ່າ ຕາກຽງແຫ່ງຄວາມຮັກ ຂອງພຣະອົງ ກໍາລັງລຸກຢູ່ໃນຫົວໃຈຂອງພວກເຂົາ ແລະປະທີບແຫ່ງຄວາມ ເມດຕາຂອງພຣະອົງ ຖືກຈູດຂຶ້ນໃນຫົວໃຈ ຂອງພວກເຂົາ ເຄາະຮ້າຍບໍ່ສາມາດ ທໍາໃຫ້ພວກເຂົາໝາງເມີນສາສະໜາ ຂອງພຣະອົງ ການປ່ຽນແປງຂອງໂຊກຊະຕາ ບໍ່ສາມາດ ເຮັດໃຫ້ພວກເຂົາ ຫຼົງອອກໄປຈາກຄວາມເປັນທີ່ຍິນດີຂອງ

ພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງຂໍວິງ ວອນຕໍ່ພວກເຂົາ ແລະ ຕໍ່ສຽງຖອນຫາຍໃຈຈາກຫົວໃຈຂອງ ພວກເຂົາ ເພາະວ່າພາກຈາກພຣະອົງ ຂໍຊົງຄຸ້ມຄອງໃຫ້ ພວກເຂົາປອດໄພ ຈາກການປອງຮ້າຍຂອງຜູ້ຂັດຂືນຕໍ່ພຣະ

ອົງ ຂໍຊົງຫຼໍ່ລ້ຽງວິນຍານຂອງພວກເຂົາ ດ້ວຍສິ່ງທີ່ພຣະອົງ ຊົງບັນຍັດໄວ້ ສໍາລັບຜູ້ເປັນທີ່ຮັກຂອງພຣະອົງ ຜູ້ເຊິ່ງບໍ່ເຄີຍ ຢ້ານກົວ ແລະ ບໍ່ເຄີຍເສົ້າໂສກ.

#12764
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງຮູ້ດີວ່າ ຄວາມທຸກທໍລະມານ ເທລົງມາຍັງຂ້າພະອົງ ຈາກທຸກ ສາລະທິດ ແລະ ບໍ່ມີຜູ້ໃດປັດເປົ່າ ຫຼື ຜັນປ່ຽນຄວາມທຸກທໍລະ ມານເຫລົ່ານີ້ໄດ້ນອກຈາກພຣະອົງ ແລະ ພຣະອົງບໍ່ເຄີຍ ໃຫ້ຄວາມທຸກທໍລະມານບັງເກີດກັບຜູ້ໃດ ນອກຈາກວ່າ ພຣະ ອົງຕ້ອງການເຊີດຊູຖານະຂອງຂ້າພະອົງ ໃນສະຫວັນຂອງພຣະອົງ ຄໍ້າຈຸນຫົວໃຈຂອງຂ້າພະອົງໃນຊີວິດນີ້ ດ້ວຍອານຸພາບບີບບັງຄັບຂອງພຣະອົງ ເພື່ອວ່າຫົວໃຈຂອງຂ້າພະອົງຈະບໍ່ໂນ້ມອຽງເຂົ້າຫາສິ່ງໄຮ້ສາລະໃນໂລກນີ້ ແທ້ຈິງແລ້ວພຣະອົງຮູ້ດີວ່າ ໃນທຸກສະພາບການ ຂ້າພະອົງຖະໜອມ

ການລະນຶກເຖິງພຣະອົງ ຍິ່ງກວ່າການເປັນເຈົ້າຂອງທຸກສັບພະສິ່ງທີ່ຢູ່ໃນສະຫວັນ ແລະ ໃນໂລກ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງທໍາໃຫ້ຫົວໃຈ ຂອງຂ້າພະອົງເຂັ່ມແຂງ ໃນການເຊື່ອຟັງ ແລະໃນຄວາມຮັກຂອງພຣະອົງ ຂໍຊົງທໍາໃຫ້ຂ້າພະອົງປອດຈາກເຫຼົ່າບັນດາຜູ້ທີ່ຫັວງປອງຮ້າຍທັງປວງຂອງພຣະອົງ ແທ້ຈິງແລ້ວ ຂ້າພະອົງທັງຫຼາຍ ຂໍປະຕິຍານຕໍ່ຄວາມຮຸ່ງເຮືອງຂອງພຣະອົງວ່າຂ້າພະອົງບໍ່ປາດຖະໜາສິ່ງໃດ ນອກຈາກພຣະອົງ ບໍ່ຕ້ອງການສິ່ງໃດ ນອກຈາກຄວາມປານີຂອງພຣະອົງ ບໍ່ຫວັ່ນກົວສິ່ງໃດ ນອກຈາກຄວາມຍຸຕິທັມຂອງພຣະອົງ ຂ້າພະອົງຂໍຮ້ອງພຣະອົງ ຂໍຊົງອະໄພຂ້າພະອົງ ແລະບັນດາຜູ້ທີ່ພຣະອົງຮັກ ຕາມທີ່ພຣະອົງປາດຖະໜາ ແທ້ຈິງແລ້ວ

ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງອາລີ.

ຂ້າແດ່ພຣະຜູ້ເປັນນາຍແຫ່ງສະຫວັນ ແລະໂລກ ພຣະອົງຊົງຄວາມປະເສີດ ເໜືອການສັນລະເສີນຂອງມວນມະນຸດ ຂໍສັນຕິສຸກສະຖິດຢູ່ກັບບັນດາ ຄົນຮັບໃຊ້ທີ່ຊື່ສັດຂອງພຣະອົງ ຂໍຄວາມຮຸ່ງເຮືອງຈົ່ງມີແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນນາຍ ແຫ່ງພົບທັງປວງ.

#12765
- The Báb

 

ມີຜູ້ກໍາຈັດຄວາມຫຍຸ້ງຍາກ ອື່ນໃດອີກຫຼື ນອກຈາກ ພຣະຜູ້ເປັນເຈົ້າ ຈົ່ງກ່າວວ່າ: ຄວາມສັນລະເສີນຈົ່ງເປັນຂອງ ພຣະຜູ້ເປັນເຈົ້າ ພຣະອົງຄື ພຣະຜູ້ເປັນເຈົ້າ ທຸກຄົນເປັນຄົນ ຮັບໃຊ້ຂອງພຣະອົງ ແລະ ທຸກຄົນຢູ່ໃຕ້ພຣະບາລະມີຂອງ ພຣະອົງ.

#12766
- The Báb

 

ພຣະຜູ້ເປັນເຈົ້າ ຊົງພຽງພໍສໍາລັບທຸກສິ່ງ ຢູ່ເໜືອທຸກສິ່ງ ບໍ່ມີສິ່ງໃດໃນສະຫວັນ ຫຼື ໃນໂລກ ນອກຈາກພຣະຜູ້ເປັນເຈົ້າ ທີ່ພຽງພໍ ແທ້ຈິງແລ້ວ, ພຣະອົງຄື ພຣະຜູ້ຊົງຮອບຮູ້ ພຣະຜູ້

ຊົງຄໍ້າຈຸນ ພຣະຜູ້ຊົງອໍານາດສູງສຸດ.

#12767
- The Báb

 

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະຜູ້ເປັນຮົ່ມໄມ້ຊາຍຄາຂອງຂ້າພະອົງ ໃນຍາມທຸກລະ ທົມ! ພຣະຜູ້ເປັນເກາະ ແລະ ທີ່ກໍາບັງໃຫ້ແກ່ຂ້າພະອົງ ໃນຍາມເຄາະຮ້າຍ! ເປັນທີ່ລີ້ໄພ ແລະ ທີ່ເພິ່ງຂອງຂ້າພະອົງ ເມື່ອເຖິງຄາວຈໍາເປັນ ແລະ ເປັນສະຫາຍ ໃນຍາມທີ່ຂ້າພະ ອົງຢູ່ດຽວດາຍ! ພຣະອົງເປັນຜູ້ປອບໂຍນໃນຍາມທີ່ຂ້າພະອົງເຈັບປວດເປັນມິດທີ່ຮັກໃຄ່ໃນຍາມທີ່ຂ້າພະອົງໂດດດ່ຽວ ພຣະອົງເປັນຜູ້ກໍາຈັດຄວາມທຸກໂສກ ອັນເຈັບປວດຂອງຂ້າພະອົງ ແລະ ເປັນຜູ້ອະໄພບາບຂອງຂ້າພະອົງ.

ຂ້າພະອົງຫັນມາຫາພຣະອົງຢ່າງໝົດໃຈ ວິງວອນພຣະ ອົງດ້ວຍຫົວໃຈ ຈິດໃຈ ແລະ ວາຈາທັງໝົດຂອງຂ້າພະອົງ ຂໍຊົງຄຸ້ມຄອງຂ້າພະອົງ ໃຫ້ພົ້ນຈາກທຸກສິ່ງ ທີ່ຂັດກັບພຣະ ປະສົງຂອງພຣະອົງ ໃນວັດຕະຈັກແຫ່ງເອກະພາບສະຫວັນ ຂອງພຣະອົງນີ້ ຂໍຊົງຊໍາລະຂ້າພະອົງໃຫ້ປອດຈາກມົນທິນ ທັງປວງທີ່ຂັດຂວາງບໍ່ໃຫ້ຂ້າພະອົງ ສະແຫວງຫາຮົ່ມເງົາ ຂອງພຶກສາແຫ່ງພຣະກະລຸນາ ຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງປານີຕໍ່ຜູ້ອ່ອນແອ ຂໍຊົງ ຊ່ວຍໃຫ້ຜູ້ປ່ວຍຟື້ນ ຂໍຊົງດັບກະຫາຍທີ່ຮ້ອນແຮງ ຂໍຊົງປະ ໂລມອ້ອມອົກ ທີ່ມີໄຟແຫ່ງຄວາມຮັກ ຂອງພຣະອົງສຸມຢູ່ ຂໍຊົງຈຸດໄຟນັ້ນໃຫ້ລຸກຂຶ້ນ ດ້ວຍແປວແຫ່ງຄວາມຮັກ ແລະ ວິນຍານຂອງພຣະອົງ.

ຂໍຊົງສວມເທບມົນທຽນ ແຫ່ງເອກກະພາບສະຫວັນ ດ້ວຍ ພູສາ ແຫ່ງຄວາມວິສຸດ ແລະ ສວມມົງກຸດແຫ່ງຄວາມໂປດ ປານຂອງພຣະອົງ ເທິງກະໝ່ອມຂອງຂ້າພະອົງ.

ຂໍຊົງສາດແສງລັດສະໝີຂອງດວງອາທິດແຫ່ງຄວາມອາລີ ຂອງພຣະອົງ ມາຍັງໃບໜ້າຂອງຂ້າພະອົງ ໂປດຊ່ວຍເຫຼືອ ຂ້າພະອົງໃນການຮັບໃຊ້ ນະທໍລະນີປະຕູອັນສັກສິດຂອງພຣະອົງ.

ຂໍຊົງທໍາໃຫ້ຫົວໃຈຂອງຂ້າພະອົງ ປ່ຽມໄປດ້ວຍຄວາມ ຮັກສໍາລັບປະຊາຊົນຂອງພຣະອົງ ແລະ ຂໍຊົງໃຫ້ຂ້າພະອົງ ໄດ້ກາຍເປັນເຄື່ອງໝາຍ ແຫ່ງຄວາມປານີ ແລະ ສັນຍາລັກ ແຫ່ງຄວາມກະລຸນາຂອງພຣະອົງ ເປັນຜູ້ສົ່ງເສີມຄວາມປອງ ດອງໃນໝູ່ຊົນທີ່ພຣະອົງຮັກ ອຸທິດຕົນຕໍ່ພຣະອົງ ເອີ່ຍຄໍາລະ ລຶກເຖິງພຣະອົງ ບໍ່ຄິດເຖິງຕົນເອງ ແລະ ມີສະຕິຢູ່ກັບສິ່ງທີ່ ເປັນຂອງພຣະອົງສະເໝີ.

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂໍຊົງຢ່າຢຸດສາຍລົມທີ່ພັດການອະໄພ ແລະ ຄວາມກະລຸນາ ຂອງພຣະອົງມາຍັງຂ້າພະອົງ ແລະ ຂໍຊົງຢ່າພາກຂ້າພະ ອົງຈາກນໍ້າພຸ ທີ່ຫລັ່ງຄວາມຊ່ວຍເຫຼືອ ແລະ ກະລຸນາທິຄຸນ ຂອງພຣະອົງ.

ຂໍໃຫ້ຂ້າພະອົງໄດ້ນອນແນບກາຍ ພາຍໃຕ້ຮົ່ມເງົາຂອງ ປີກແຫ່ງຄວາມຄຸ້ມຄອງຂອງພຣະອົງ ແລະ ຂໍຊົງເບິ່ງຂ້າ ພະອົງດ້ວຍດວງຕາທີ່ສອດສ່ອງດູແລຂອງພຣະອົງ.

ຂໍໃຫ້ລີ້ນຂອງຂ້າພະອົງ ສະດຸດີພຣະນາມ ຂອງພຣະອົງ ທ່າມກາງປະຊາຊົນໄດ້ຢ່າງຄ່ອງແຄ້ວ ເພື່ອວ່ານໍ້າສຽງ ຂອງຂ້າພະອົງ ຈະໄດ້ເປັ່ງອອກມາໃນທີ່ປະຊຸມອັນກຽງໄກ ແລະ ກະແສແຫ່ງຄວາມສັນລະເສີນພຣະອົງ ຈະຫລັ່ງຈາກ ປາກຂອງຂ້າພະອົງ.

ຄວາມຈິງແລ້ວ, ພຣະອົງຄື ພຣະຜູ້ຊົງກະລຸນາ ພຣະຜູ້ ເປັນທີ່ສັນລະເສີນ ພຣະຜູ້ຊົງອໍານາດ ພຣະຜູ້ຊົງອານຸພາບ ສູງສຸດ.

#12768
- `Abdu'l-Bahá

 

ພຣະອົງຄືພຣະຜູ້ຊົງເຫັນໃຈ ພຣະຜູ້ຊົງອາລີ! ຂ້າແດ່ ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພຣະອົງຊົງເຫັນຂ້າພະອົງ ພຣະອົງຊົງຮູ້ຈັກຂ້າພະອົງ ພຣະອົງຊົງເປັນຮົ່ມໄມ້ຊາຍຄາ ແລະ ເປັນທີ່ເພິ່ງຂອງຂ້າພະອົງ ຂ້າພະອົງບໍ່ເຄີຍ ແລະ ຈະບໍ່ສະແຫວງຫາຜູ້ໃດ

ນອກຈາກພຣະອົງ ຂ້າພະອົງບໍ່ເຄີຍ ແລະຈະບໍ່ຢໍ້າຢູ່ໃນຫົນທາງໃດ ນອກຈາກຫົນທາງແຫ່ງຄວາມຮັກຂອງພຣະອົງ ໃນຍາມຄໍ້າຄືນທີ່ມືດມິດ ແລະ ສິ້ນຫວັງ ດວງຕາຂອງຂ້າພະອົງ ເຝົ້າຄອຍຮຸ່ງເຊົ້າແຫ່ງກະລຸນາທິຄຸນ ອັນບໍ່ຮູ້ສິ້ນຂອງພຣະອົງ ດ້ວຍຄວາມຫວັງ ແລະ ໃນຍາມຮຸ່ງອາລຸນ ວິນຍານທີ່ອ່ອນລ້າຂອງຂ້າພະອົງ ກັບສົດຊື່ນ ແລະ ເຂັ້ມແຂງດ້ວຍການລະນຶກເຖິງຄວາມງາມ ແລະ ຄວາມສົມບູນເລີດຂອງພຣະອົງ ຜູ້ທີ່ໄດ້ຮັບ

ຄວາມຊ່ວຍເຫຼືອ ໂດຍຄວາມກະລຸນາປານີຂອງພຣະອົງ ແມ່ນວ່າເຂົາເປັນພຽງຢອດນໍ້າ ກໍຈະກາຍເປັນມະ ຫາສະໝຸດອັນບໍ່ຮູ້ສິ້ນ ແລະ ແມ່ນຈະເປັນພຽງອາຕອມ ແຕ່ເມື່ອຄວາມເມດຕາຮັກໃຄ່ຂອງພຣະອົງ ຫຼັ່ງລົງມາຊ່ວຍເຫຼືອ ກໍ່ຈະເຮືອງແສງປະດຸດດັ່ງດວງຕາເວັນອັນເຈີດຈ້າ. ຂ້າແດ່ພຣະຜູ້ເປັນດວງວິນຍານອັນບໍລິສຸດ ພຣະຜູ້ເປັນຜູ້ຈັດຫາ ຜູ້ຊົງອາລີ ຂໍຊົງປົກປ້ອງຄົນຮັບໃຊ້ ທີ່ໃຈລະທຶກ ແລະ ຫຼົງໄຫຼໃນພຣະອົງຜູ້ນີ້ ໄວ້ໃນຄວາມຄຸ້ມຄອງຂອງພຣະອົງ ຂໍຊົງຊ່ວຍເຫຼືອເຂົາໃຫ້ໝັ່ນຄົງໃນຄວາມຮັກຂອງພຣະອົງໃນໂລກນີ້ ແລະ ໃຫ້ນົກປີກຫັກນີ້ໄດ້ບິນໄປເຖິງທີ່ພັກອາໃສ ແລະ ຮັງຂອງພຣະອົງທີ່ຢູ່ເທິງພຶກສາສະຫວັນ.

#12769
- `Abdu'l-Bahá

 

ແດ່ບາຮາຍຜູ້ທີ່ຖືກປະຫັດປະຫານ

ພຣະອົງຄືພຣະຜູ້ເປັນເຈົ້າ

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພຣະຜູ້ຊົງຊ່ວຍເຫລືອຜູ້ອ່ອນແອ ພຣະຜູ້ຊົງຊ່ວຍເຫຼຶອຄົນ

ຍາກໄຮ້ ແລະ ປົດປ່ອຍຜູ້ທີ່ຊ່ວຍເຫຼຶອຕົນເອງບໍ່ໄດ້ ທີ່ຫັນມາ

ຫາພຣະອົງ.

ຂ້າພະອົງຂໍຍົກມືວິງວອນ ຕໍ່ອານາຈັກແຫ່ງຄວາມ ງາມຂອງພຣະອົງ ດ້ວຍຄວາມຕໍ້າຕ້ອຍທີ່ສຸດ ແລະ ຈິດໃຈ ຂອງຂ້າພະອົງຮຽກຮ້ອງພຣະອົງ ໂດຍກ່າວວ່າ: ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂໍຊົງຊ່ວຍໃຫ້ຂ້າພະອົງບູຊາພຣະອົງ ຂໍຊົງເສີມພະລັງໃຫ້ຂ້າພະອົງຮັບໃຊ້

ພຣະອົງ ຂໍຄວາມກະລຸນາຂອງພຣະອົງ ຊ່ວຍເຫລືອຂ້າພະອົງ ໃນການເປັນທາດຮັບໃຊ້ພຣະອົງ ໃຫ້ຂ້າພະອົງໝັ້ນຄົງໃນການເຊື່ອຟັງພຣະອົງ ຂໍຊົງຫລັ່ງຄວາມອາລີຂອງພຣະອົງໃຫ້ແກ່ຂ້າພະອົງຢ່າງລົ້ນເຫລືອ ຂໍຊົງໃຫ້ດວງຕາແຫ່ງຄວາມເມດຕາຮັກໃຄ່ຂອງພຣະອົງ ຄອຍເຝົ້າເບິ່ງແຍງຂ້າພະອົງ ໃຫ້ຂ້າພະອົງດໍາດິ່ງລົງສູ່ມະຫາສະໝຸດ ແຫ່ງການອະໄພຂອງພຣະອົງ ໃຫ້ຄວາມຈົ່ງຮັກພັກດີຂອງຂ້າພະອົງໝັ້ນຄົງ ໃນສາສະໜາຂອງພຣະອົງ ແລະຂໍຊົງປະທານຄວາມໝັ້ນໃຈ ໃຫ້ແກ່ຂ້າພະອົງຍີ່ງຂື້ນ ເພື່ອວ່າຂ້າພະອົງຈະບໍ່ຕ້ອງເພິ່ງທາງໂລກ ຈະຫັນໜ້າດ້ວຍຄວາມອຸທິດທັງໝົດ ມາຫາພຣະພັກຂອງພຣະອົງ ຈະເຂັ້ມແຂງຂຶ້ນດ້ວຍອານຸພາບ ຂອງຂໍ້ພິສູດ ແລະ ພະຍານຫລັກຖານ ແລະ ເພາະໄດ້ຮັບການປະສາດ

ດ້ວຍຣາຊສັກດາ ແລະ ອານຸພາບຈະໄດ້ຜ່ານແດນສະຫວັນ ແລະ ໂລກທັງໝົດ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງປານີ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງເມດຕາ ພຣະຜູ້ຊົງເຫັນໃຈ.

ຂ້າແດ່ພຣະຜູ້ເປັນນາຍ! ຄົນເຫລົ່ານີ້ຄືຜູ້ລອດຊີວິດຈາກ ການສັງຫານ ເຫລົ່າດວງວິນຍານທີ່ໄດ້ຮັບພອນ ພວກເຂົາ ໄດ້ທົນທຸກທໍລະມານທຸກຢ່າງ ແລະ ອົດທົນຕໍ່ຄວາມອະຍຸຕິ ທັມອັນຊົ່ວຮ້າຍ ພວກເຂົາໄດ້ລະຖິ້ມຄວາມສະບາຍ ແລະ ຄວາມຈະເລີນຮຸ່ງເຮືອງທັງໝົດ ເຕັມໃຈຍອມຮັບຄວາມທຸກ ທໍລະມານ ແລະເຄາະຮ້າຍ ອັນໜ້າຢ້ານກົວໃນວິຖີແຫ່ງ ຄວາມຮັກຂອງພຣະອົງ ແລະ ຍັງຄົງຖືກຈັບກຸມຢູ່ໃນເອື້ອມມື

ຂອງຜູ້ຫວັງປ່ອງຮ້າຍ ແລະ ຜູ້ທໍລະມານພວກເຂົາຢ່າງເຈັບ ປວດຢູ່ຕະຫລອດ ແລະ ກົດຂີ່ພວກເຂົາໃນຖານະກ້າວໝັ້ນ ຢູ່ໃນຫົນທາງຕົງຂອງພຣະອົງ ບໍ່ມີໃຜຊ່ວຍເຫລືອຫຼືເປັນມິດ ກັບພວກ ເຂົາ ນອກຈາກຄວາມອັບປະຍົດ ແລະ ໄຮ້ສິລະ ທັມ ແລະ ບໍ່ມີໃຜຄົບຫາສາມາຄົມກັບພວກເຂົາ ຂ້າແດ່ ພຣະຜູ້ເປັນນາຍ! ດວງວິນຍານເຫລົ່ານີ້ໄດ້ຊີມລົດຊາດ ຂອງ ຄວາມເຈັບປວດອັນຂ່ົມຂື່ນໃນຊີວິດນີ້ ແລະ ໄດ້ທົນຕໍ່ການ ໝິ້ນປະໝາດກຽດສັກສີ ທີ່ປະຊາຊົນຜູ້ກົດຂີ່ີ່ກະທໍາຕໍ່ພວກ ເຂົາຢ່າງຫຍາບຄາຍ ປຽບເໝືອນເປັນສັນຍາລັກແຫ່ງຄວາມ ຮັກຂອງພວກເຂົາ ທີ່ມີຕໍ່ຄວາມງາມອັນຮຸ່ງເຮືອງ ຂອງພຣະ ພັກຂອງພຣະອົງ ແລະ ດ້ວຍຄວາມກະຕືລືລົ້ນ ທີ່ຈະໄປໃຫ້ ເຖິງອານາຈັກ ສະຫວັນ ຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ! ຂໍໃຫ້ຫູຂອງພວກເຂົາໄດ້ ຍິນພຣະວັດຈະນະ ທີ່ຮຽກຮ້ອງຄວາມຊ່ວຍເຫລືອຈາກສະຫວັນ ແລະ ນໍາໄປສູ່ໄຊຊະນະຢ່າງວ່ອງໄວ ຂໍຊົງປົດປ່ອຍພວກເຂົາ ຈາກການກົດຂີ່ຂອງຜູ້ທີ່ໃຊ້ອໍານາດ ຢ່າງສະຫຍ່ອງຂວັນ ຂໍຊົງຢຸດຢັ້ງມືຂອງຜູ້ໄຮ້ສິລະທັມ ແລະ ຂໍຊົງຢ່າປ່ອຍໃຫ້ດວງວິນຍານເຫລົ່ານີ້ ຖືກຈີກດ້ວຍອຸ້ງເລັບ ແລະແຂ້ວຂອງສັດປ່າທີ່ດຸຮ້າຍ ເພາະພວກເຂົາຫລົງໄຫລຢູ່ກັບຄວາມ

ຮັກທີ່ມີຕໍ່ພຣະອົງ ໄດ້ຮັບມອບຄວາມເລິກລັບແຫ່ງຄວາມວິເສດສຸດຂອງພຣະອົງ ຢືນຢູ່ທີ່ປະຕູຂອງພຣະອົງ ຢ່າງຖ່ອມຕົວ ແລະ ໄດ້ໄປເຖິງອານາບໍລິເວນອັນປະເສີດຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງເສີມກໍາລັງຂອງພວກ ເຂົາດ້ວຍພະລັງໃໝ່ ຂໍຊົງທໍາໃຫ້ດວງຕາຂອງພວກເຂົາສົດ ໃສ ດ້ວຍການໄດ້ເຫັນຫລັກຖານ ທີ່ໜ້າອັດສະຈັນໃນຍາມ ຄໍ້າຄືນທີ່ມືດມິດ ຂໍຊົງກໍານົດສິ່ງດີງາມທັງປວງທີ່ມີຢູ່ໃນອາ ນາຈັກ ແຫ່ງຄວາມເລິກລັບອະນັນຂອງພຣະອົງ ໃຫ້ແກ່ພວກ ເຂົາ ຂໍຊົງດົນບັນດານໃຫ້ພວກເຂົາ ເປັນດວງດາລາທີ່ສົດໃສ ທີ່ສາດແສງໄປທົ່ວທຸກເຂດແດນ ເປັນພຶກສາທີ່ອຸດົມດ້ວຍ ໝາກໄມ້ ແລະ ກິ່ງງ່າ ແລະ ອ່ອນໄຫວໄປຕາມສາຍລົມຍາມ ເຊົ້າ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອາລີ ພຣະຜູ້ຊົງອໍາ ນາດ ພຣະຜູ້ຊົງອານຸພາບສູງສຸດ ພຣະຜູ້ຊົງຢູ່ນອກເໜືອອໍາ ນາດບັງຄັບໃດໆ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະ ອົງ ພຣະຜູ້ເປັນເຈົ້າແຫ່ງຄວາມຮັກ ແລະ ເມດຕາປານີ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງອະໄພສະເມີ.

#12777
- `Abdu'l-Bahá

 

Occasional

ບົດອະທິຖານລະຫວ່າງຖືສິນອົດ

(ຊ່ວງເວລາຖືສິນອົດຢູ່ລະຫວ່າງ ວັນທີ 2-20 ມີນາ)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ສັນຍາລັກອັນຍິ່ງໃຫຍ່ ແລະ ການເປີດເຜີຍພຣະ ກະລຸນາຂອງພຣະອົງໃນໝູ່ມະນຸດ ຂໍຊົງຢ່າຂັບໄລ່ຂ້າພະອົງ ໄປຈາກປະຕູຂອງນະຄອນ ອັນເປັນທີ່ສະຖິດຂອງພຣະອົງ ແລະ ຂໍຊົງຢ່າໃຫ້ຂ້າພະອົງຜິດຫວັງ ໃນພຣະກະລຸນາທິຄຸນ

ທີ່ພຣະອົງແຜ່ມາໃຫ້ປະຊາຊົນ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງ ຂໍວິງວອນຕໍ່ສຸລະສຽງທີ່ແສນຫວານ ແລະພຣະວັດຈະນະອັນ ປະເສີດສຸດຂອງພຣະອົງ ຂໍຊົງໃຫ້ຂ້າພະອົງໃກ້ເຂົ້າມາໃນ ທໍລະນີປະຕູຂອງພຣະອົງ ແລະບໍ່ຫລຸດອອກໄປນອກຮົ່ມເງົາ ແຫ່ງຄວາມປານີ ແລະ ຟາກຟ້າແຫ່ງຄວາມອາລີຂອງພຣະ ອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມທີ່ທຸກຄົນໃນໂລກນີ້ ແລະໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງ ຂໍວິງວອນຕໍ່ແສງສະຫວ່າງຂອງພຣະນາລາດ ແລະ ຄວາມ ເຈີດຈ້າຂອງພຣະພັກຂອງພຣະອົງ ທີ່ເຮືອງແສງມາຈາກຂອບຟ້າອັນສູງສຸດ ຂໍຊົງດຶງດູດຂ້າພະອົງດ້ວຍສຸຄົນທະລົດຈາກພູສາຂອງພຣະອົງ ແລະ ໃຫ້ຂ້າພະອົງໄດ້ດື່ມນໍ້າອໍາມະລິດ ແຫ່ງວາທະຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມທີ່ທຸກຄົນໃນໂລກນີ້ ແລະໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ເກສາ ທີ່ປິວຢູ່ເທິງພຣະພັກຂອງພຣະອົງ ປະດຸດດັ່ງປາກກາອັນປະເສີດສຸດຂອງພຣະອົງ ຍັບຍ້າຍຢູ່ເທິງພຣະທັມມະຈາລຶກ ເປັນການຂະຈອນຄວາມໝາຍ ທີ່ເຊື່ອງຊ້ອນໄປທົ່ວອານາຈັກ ແຫ່ງການສ້າງສັນຂອງພຣະອົງ ຂໍຊົງເຊີດຊູຂ້າພະອົງ ໃຫ້ຮັບໃຊ້ສາສະໜາຂອງພຣະອົງ ເພື່ອວ່າ ຂ້າພະອົງຈະບໍ່ຖອຍໜີ ຫລື ຖືກກິດກັ້ນເພາະການຊັກຈູງຂອງພວກ ທີ່ຂັດຄ້ານສັນຍາລັກຂອງພຣະອົງ ແລະ ເມີນເສີຍຕໍ່ ພຣະພັກຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະໂລກໜ້າຕ່າງກ່ໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ພຣະນາມຂອງພຣະອົງ ທີ່ຊົງບັນດານໃຫ້ເປັນລາຊາແຫ່ງນາມທັງຫລາຍ ແລະ ເປັນພຣະນາມທີ່ໃຫ້ຄວາມປີຕິແກ່ທຸກຄົນ ທີ່ຢູ່ໃນສະຫວັນແລະໂລກ ຂໍຊົງຊ່ວຍໃຫ້ຂ້າພະອົງໄດ້ພິສູດດວງຕາເວັນ ແຫ່ງຄວາມງາມຂອງພຣະອົງ

ແລະ ຂໍຊົງປະທານນໍ້າອໍາລະລິດ ແຫ່ງວາທະຂອງພຣະອົງໃຫ້ແກ່ຂ້າພະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງ ວອນຕໍ່ເທບມົນທຽນ ແຫ່ງຣາຊສັກດາຂອງພຣະອົງ ຢູ່ເທິງຍອດທີ່ສູງສະຫງ່າທີ່ສຸດ ແລະ ຕໍ່ຟາກຟ້າແຫ່ງການເປີດເຜີຍ ພຣະທັມຂອງພຣະອົງ ຢູ່ເທິງເນີນທີ່ສູງສຸດ ຂໍຊົງຊ່ວຍໃຫ້ຂ້າ ພະອົງປະຕິບັດຕາມພຣະປະສົງ ແລະ ເຈດຕະນາທີ່ພຣະອົງ ຊົງສະແດງໄວ້.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງ ວອນຕໍ່ຄວາມງາມຂອງພຣະອົງ ທີ່ເຮືອງລັດສະໝີຢູ່ເໜືອ

ຂອບຟ້າ ແຫ່ງນິລັນດອນການ ເປັນຄວາມງາມທີ່ທັນໃດເມື່ອ ເປີດເຜີຍອອກມາ ອານາຈັກແຫ່ງຄວາມງາມນ້ອມຖະຫວາຍ ສັກກາລະ ແລະ ສະດຸດີຢ່າງກຶກກ້ອງ ຂໍໃຫ້ຂ້າພະອົງຕາຍ ຈາກທຸກສິ່ງ ທີ່ຂ້າພະອົງຄອບຄອງ ແລະ ມີຊີວິດຢູ່ກັບສິ່ງທີ່ ເປັນຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງ ວອນຕໍ່ບໍລົມພຣະສາສະດາ ຜູ້ສະແດງພຣະນາມຂອງພຣະ

ອົງ ພຣະຜູ້ເປັນທີ່ຮັກຍິ່ງ ພຣະຜູ້ຊົງສະກົດຫົວໃຈຂອງຄົນຮັກ ຂອງພຣະອົງ ແລະບັນດານໃຫ້ວິນຍານຂອງທຸກຄົນ ທີ່ອາໄສ ຢູ່ໃນໂລກ ເຫີນຂຶ້ນສູ່ເບື້ອງບົນ ຂໍຊົງຊ່ວຍໃຫ້ຂ້າພະອົງລະ ນຶກເຖິງ ແລະ ສະດຸດີພຣະອົງ ທ່າມກາງປະຊາຊົນ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະ ໂລກໜ້າຕ່າງກໍ່ຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ສຽງໃບໄມ້ສຽດສີຂອງພຶກສາສະຫວັນ ແລະ ສຽງສາຍລົມແຫ່ງວາທະຂອງພຣະອົງ ໃນອານາຈັກແຫ່ງນາມ ຂໍຊົງນໍາພາຂ້າພະອົງໄປໃຫ້ໄກ ຈາກສິ່ງທີ່ພຣະອົງຊົງລັງກຽດແລະເຂົ້າໃກ້ຕໍາແໜ່ງ ທີ່ພຣະຜູ້ເປັນອະລຸໂນໄທແຫ່ງສັນ

ຍາລັກຂອງພຣະອົງ ສາຍລັດສະໝີອອກໄປ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງ ວອນຕໍ່ພະຍັນຊະນະທີ່ທັນໃດ ເມື່ອເປັ່ງອອກມາຈາກພຣະ

ໂອດ ແຫ່ງພຣະປະສົງຂອງພຣະອົງ ໄດ້ບັນດານໃຫ້ມະ ຫາສະໝຸດສາດຊັດ ສາຍລົມພັດພາ ຕົ້ນໄມ້ງອກຂຶ້ນມາ ແລະ ຜະລິດດອກອອກຜົນ ຮ່ອງຮອຍທັງປວງຂອງອາດີດເລືອນຫາຍໄປ ມ່ານທັງໝົດຂາດສະບັ້ນ ບັນດາຜູ້ທີ່ອຸທິດຕົນຕໍ່ພຣະອົງ ຮີບໄປຫາແສງສະຫວ່າງ ຈາກພຣະພັກຂອງ

ພຣະຜູ້ເປັນນາຍຂອງພວກຂ້າພະອົງ ພຣະຜູ້ຊົງຢູ່ນອກເໜືອອໍານາດບັງຄັບໃດໆ ຂໍຊົງໃຫ້ຂ້າພະອົງໄດ້ຮູ້ສິ່ງທີ່ຊ້ອນເລັ້ນຢູ່ໃນຄັງແຫ່ງຄວາມຮູ້ ແລະ ອັດສະລິຍະພາບຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ໄຟແຫ່ງຄວາມຮັກຂອງພຣະອົງ ທີ່ຂັບຄວາມງ່ວງໄປຈາກດວງຕາຂອງບັນດາຜູ້ທີ່ພຣະອົງຮັກ ແລະ ເລືອກສັນຕໍ່ການທີ່ພວກຂ້າພະອົງລະນຶກເຖິງ ແລະ ສັນລະເສີນຂອງ

ພຣະອົງ ຂໍຊົງນັບຂ້າພະອົງເປັນພວກທີ່ ບັນລຸພຣະທັມທີ່ພຣະອົງລິຂິດໄວ້ ໃນພຣະຄັມພີ ແລະ ທີ່ພຣະປະສົງຂອງພຣະອົງສະແດງໄວ້.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ແສງສະຫວ່າງ ຈາກພຣະພັກຂອງພຣະອົງ ທີ່ສະໜັບສະໜູນໃຫ້ບັນດາຜູ້ທີ່ໃກ້ຊິດພຣະອົງ ຕ້ອງພົບກັບຄົມອາວຸດ ແຫ່ງປະກາສິດຂອງພຣະອົງ ແລະ ບັນດາຜູ້ທີ່ອຸທິດຕົນ

ຕໍ່ພຣະອົງ ຕ້ອງພົບກັບດາບຂອງຜູ້ທີ່ປອງຮ້າຍ ໃນວິຖີຂອງ ພຣະອົງ ຂໍປາກກາອັນປະເສີດສຸດຂອງພຣະອົງ ລິຂິດໃຫ້ ແກ່ຂ້າພະອົງ ດ້ວຍສິ່ງທີ່ພຣະອົງລິຂິດໃຫ້ບັນດາຜູ້ທີ່ພຣະ ອົງໄວ້ໃຈ ແລະ ເລືອກສັນ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ພຣະນາມຂອງພຣະອົງ ທີ່ຊົງໃຊ້ສະດັບຟັງສຽງຮຽກຮ້ອງຂອງຄົນຮັກຂອງພຣະອົງ ສຽງຖອນຫາຍໃຈຂອງຜູ້ທີ່ປາດຖະໜາພຣະອົງ ສຽງຮ້ອງຂອງຜູ້ທີ່ຍິນດີຕໍ່ການຢູ່ໃກ້ຊິດພຣະອົງ ສຽງໂອດຄວນຂອງຜູ້ທີ່ອຸທິດຕົນຕໍ່ພຣະອົງ ແລະ ຊົງບັນດານໃຫ້ຜູ້ທີ່ຕັ້ງຄວາມຫວັງ ໄວ້ກັບພຣະອົງໄດ້ສົມປະສົງ ແລະສົມປາດຖະໜາ ດ້ວຍພຣະກະລຸນາຂອງ ພຣະອົງ ແລະ ດ້ວຍພຣະນາມນີ້ ມະຫາສະໝຸດແຫ່ງການອະໄພໄດ້ສາດຊັດ ຕໍ່ເບື້ອງພຣະພັກຂອງພຣະອົງ ແລະ ກ້ອນເມກ ແຫ່ງຄວາມເອື້ອເຟື້ອຂອງພຣະອົງ ຫລັ່ງຝົນລົງມາໃຫ້ຄົນຮັບ ໃຊ້ ຂໍຊົງລິຂິດສໍາລັບທຸກຄົນທີ່ຕັ້ງຈິດສູ່ພຣະອົງ ແລະ ຖືສິນ ອົດຕາມທີ່ພຣະອົງຊົງບັນຍັດໄວ້ ໃຫ້ພວກຂ້າພະອົງໄດ້ຮັບລາງວັນທີ່ປະກາສິດໄວ້ ສໍາລັບພວກທີ່ບໍ່ເວົ້າ-ນອກຈາກຈະໄດ້ຮັບອານຸຍາດຈາກພຣະອົງແລະລະຖິ້ມທຸກສິ່ງທີ່ພວກຂ້າພະອົງຄຸ້ມຄອງ ໃນຫົນທາງແຫ່ງຄວາມຮັກຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນາຍຂອງຂ້າພະອົງ ຂ້າພະອົງຂໍວິງ

ວອນຕໍ່ພຣະອົງເອງ ຕໍ່ເຄື່ອງໝາຍ ແລະ ສັນຍາລັກທີ່ແຈ່ມ

ແຈ້ງຂອງພຣະອົງ ຕໍ່ລັດສະໝີອັນຮຸ່ງເຮືອງຂອງດວງຕາເວັນແຫ່ງຄວາມງາມຂອງພຣະອົງ ແລະ ຕໍ່ກິ່ງຂອງພຣະອົງ ຂໍຊົງລົບລ້າງບາບຂອງບັນດາ ຜູ້ທີ່ຢຶດໝັ້ນໃນກົດຂອງພຣະອົງ ແລະ ປະຕິບັດຕາມບັນຍັດຂອງພຣະອົງ ໃນພຣະຄັມພີ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ ພຣະ ຜູ້ຊົງວິເສດທີ່ສຸດ ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້ ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

#12828
- Bahá'u'lláh

 

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ວັນເຫລົ່ານີ້ຄື ວັນທີ່ພຣະອົງບັນຊາໃຫ້ຄົນຮັບໃຊ້ຖືສິນອົດ ພຣະອົງຊົງໃຊ້ ບັນຊານີ້ ປະດັບອາລໍາພະບົດຂອງພຣະຄັມພີແຫ່ງກົດ ແລະ ຄັງແຫ່ງບັນຍັດຂອງພຣະອົງ ແລະ ຊົງເປີດເຜີຍແກ່ປະຊາຊົນຕໍ່ສາຍຕາຂອງທຸກ ຄົນທີ່ຢູ່ໃນສະຫວັນ ແລະ ບົນໂລກ ພຣະອົງຊົງປະສາດທຸກຊົ່ວໂມງ ໃນວັນເຫລົ່ານິ້ ດ້ວຍຄຸນນະທັມພິເສດ ທີ່ບໍ່ມີຜູ້ໃດຢັ່ງຮູ້ນອກຈາກພຣະອົງ ພຣະຜູ້ຊົງຮອບຮູ້ທຸກສັບພະສິ່ງ ພຣະອົງຊົງມອບຄຸນນະທັມນີ້ສ່ວນໜຶ່ງໃຫ້ແກ່ທຸກຄົນ ຕາມທັມມະຈາລຶກແຫ່ງປະກາສິດ ແລະ ພຣະຄັມພີແຫ່ງການຕັດສິນຊີ້ຂາດ ທີ່ປ່ຽນແປງບໍ່ໄດ້ຂອງພຣະອົງ ນອກຈາກນີ້ ພຣະອົງຍັງໄດ້ແບ່ງພຣະຄັມພີໃຫ້ແກ່ປະຊາຊົນ ແລະ ວົງຕະກຸນບົນພິພົບຄົນລະໜ້າ.

ສໍາລັບບັນດາຄົນຮັກທີ່ສັດທາໃນພຣະອົງ ພຣະອົງຍັງຊົງສໍາຮອງຖ້ວຍ ແຫ່ງການລະນຶກເຖິງພຣະອົງ ໄວ້ໃຫ້ທຸກຮຸ່ງອາລຸນຕາມປະກາສິດຂອງພຣະອົງ ຂ້າແດ່ພຣະຜູ້ເປັນຜູ້ປົກຄອງຂອງຜູ້ປົກຄອງທັງຫລາຍ! ບຸກຄົນເຫລົ່ານີ້ຄືຜູ້ທີ່ດື່ມນໍ້າອໍາມະລິດ ແຫ່ງອັດສະລິຍະພາບ ອະເນກອະນັນຂອງພຣະອົງ ຈົນພວກຂ້າພະອົງລຸກຈາກທີ່ນອນ ດ້ວຍຄວາມປາດຖະໜາຈະສັນລະເສີນ ແລະ ສະດຸດີຄຸນນະທັມຂອງພຣະອົງ ແລະ ຕື່ນຂຶ້ນດ້ວຍຄວາມກະຕືລືລົ້ນ ທີ່ຈະເຂົ້າເຝົ້າ ແລະ ຮັບຄວາມອາລີຈາກພຣະອົງ ດວງຕາຂອງພວກຂ້າພະອົງເຝົ້າເບິ່ງອະລຸໂນໄທ ແຫ່ງຄວາມເມດຕາຮັກໃຄ່ຂອງພຣະອົງຢູ່ທຸກເວລາ ແລະ ໃບໜ້າຂອງພວກຂ້າພະອົງຫັນ

ມາຫາ ແຫລ່ງກໍາເນີດແຮງບັນດານໃຈຂອງພຣະອົງ ຂໍເມກແຫ່ງຄວາມປານີຂອງພຣະອົງ ຫລັ່ງຝົນທີ່ຄູ່ຄວນກັບນະພາ

ແຫ່ງຄວາມອາລີ ແລະ ພຣະກະລຸນາຂອງພຣະອົງ ໃຫ້ແກ່ພວກຂ້າພະອົງ ແລະ ບັນດາຜູ້ທີ່ຮັກພຣະອົງ.

ຂໍຄວາມສັນລະເສີນ ຈົ່ງມີແດ່ພຣະນາມ ຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ນີ້ຄືຊົ່ວໂມງທີ່ພຣະ ອົງໄຂປະຕູ ແຫ່ງຄວາມອາລີຕໍ່ໜ້າປະຊາຊົນ ແລະ ຊົງເປີດ ທະວານ ແຫ່ງຄວາມເມດຕາປານີຕໍ່ທຸກຄົນ ທີ່ອາໄສຢູ່ໃນ ໂລກ ຂ້າພະອົງຂໍວິງວອນຕໍ່ບັນດາຜູ້ທີ່ລັ່ງເລືອດ ໃນວິຖີຂອງພຣະອົງ ຜູ້ເຊິ່ງຕັດຄວາມຜູກພັນຈາກປະຊາຊົນທຸກຄົນ ດ້ວຍ ຄວາມປາດຖະໜາພຣະອົງ ແລະ ລອຍໄປກັບສຸຄົນທະລົດແຫ່ງແຮງບັນດານໃຈຂອງພຣະອົງ ຈົນອະໄວຍະວະທຸກສ່ວນໃນຮ່າງກາຍຂອງພວກຂ້າພະອົງ ເປັ່ງສຽງສັນລະເສີນ

ແລະ ສັ່ນສະທ້ານຕໍ່ການລະນຶກເຖິງພຣະອົງ ຂໍຊົງຢ່າພາກພວກຂ້າພະອົງ ຈາກສິ່ງທີ່ພຣະອົງກໍານົດໄວ້ ຢ່າງປ່ຽນແປງບໍ່ໄດ້ ໃນການເປີດເຜີຍພຣະທັມຄັ້ງນີ້ ຊຶ່ງມີອານຸພາບບັນດານໃຫ້ພຶກສາທຸກຕົ້ນ ເປັ່ງສຽງຮ້ອງທີ່ພຸ່ມໄມ້ ທີ່ລຸກໄໝ້ ເຄີຍປະກາດຕໍ່ໜ້າ ພຣະໂມເສດ ຜູ້ຊົງສົນທະນາກັບພຣະອົງ ແລະຊ່ວຍໃຫ້ຫີນທຸກກ້ອນ ສັນລະເສີນພຣະອົງ ຢ່າງກ້ອງກັງວານ ດັ່ງທີ່ກ້ອນຫີນສະດຸດີພຣະອົງ ໃນຍຸກຂອງພຣະໂມ

ຮັມໝັດ ຜູ້ເປັນພຣະ ສະຫາຍຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ບຸກຄົນເຫລົ່ານີ້ ຄືຜູ້ທີ່ພຣະອົງກະລຸນາ ໃຫ້ຮ່ວມມິດຕະພາບ ກັບພຣະອົງ ແລະ ສົນທະນາກັບບໍລົມພຣະສາສະດາ ຜູ້ເປີດເຜີຍພຣະອົງ ພາຍຸແຫ່ງພຣະປະສົງຂອງພຣະອົງ ໄດ້ພັດພາພວກຂ້າພະ ອົງ ກະແຈກກະຈາຍໄປໄກ ຈົນກະທັ້ງພຣະອົງເຕົ້າໂຮມ ພວກຂ້າພະອົງເຂົ້າມາ ຢູ່ພາຍໃຕ້ຮົ່ມເງົາຂອງພຣະອົງ ແລະ ໃຫ້ພວກຂ້າພະອົງໄດ້ເຂົ້າມາ ໃນອານາບໍລິເວນ ຂອງຣາຊ ສໍານັກຂອງພຣະອົງ ບັດນີ້ ພຣະອົງຊົງໃຫ້ພວກຂ້າພະອົງ ອາໄສຢູ່ພາຍໃຕ້ຮົ່ມເງົາ ຂອງຟາກຟ້າແຫ່ງຄວາມປານີຂອງ ພຣະອົງ ຂໍຊົງຊ່ວຍໃຫ້ພວກຂ້າພະອົງ ໄດ້ບັນລຸເຖິງສິ່ງທີ່ຄູ່ ຄວນກັບຖານະອັນກຽງໄກ ຂ້າແດ່ພຣະຜູ້ເປັນນາຍ ຂອງຂ້າ ພະອົງ ຂໍຊົງຢ່ານັບພວກຂ້າພະອົງເປັນພວກທີ່ ແມ່ນຈະ ຢູ່ໃກ້ພຣະອົງ ແຕ່ກໍບໍ່ໄດ້ຮູ້ຈັກພຣະພັກຂອງພຣະອົງ ແລະ ແມ່ນໄດ້ພົບພຣະອົງ ແຕ່ກໍ່ບໍ່ໄດ້ເຂົ້າເຝົ້າພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ບຸກຄົນເຫລົ່ານີ້ ຄືຄົນຮັບໃຊ້ທີ່ໄດ້ເຂົ້າມາ ໃນຄຸກທີ່ໂຫດຮ້າຍທີ່ສຸດນີ້ ພ້ອມ ກັບພຣະອົງ ໄດ້ຖືສິນອົດພາຍໃນກໍາແພງຄຸກ ຕາມທີ່ພຣະ ອົງຊົງບັນຊາພວກເຂົາໄວ້ໃນພຣະທັມມະຈາລຶກ ແຫ່ງປະກາ ສິດ ແລະ ພຣະຄັມພີແຫ່ງອົງການຂອງພຣະອົງ ຂໍຊົງສໍາລະ ລ້າງພວກເຂົາໃຫ້ບໍລິສຸດ ປາດສະຈາກທຸກສິ່ງ ທີ່ພຣະອົງຊົງ ລັງກຽດ ເພື່ອວ່າພວກເຂົາ ຈະໄດ້ອຸທິດທັງຊີວິດໃຫ້ກັບພຣະ ອົງ ແລະ ຕັດຄວາມຜູກພັນຈາກທຸກສິ່ງ ໂດຍສິ້ນເຊີງ ນອກ ຈາກພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ ຂໍຊົງຫລັ່ງຝົນ ທີ່ຄູ່ຄວນກັບພຣະກະລຸນາ ແລະ ຄວາມອາລີຂອງພຣະອົງ ໃຫ້ແກ່ພວກຂ້າພະອົງ ແດ່ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ ຂໍຊົງຊ່ວຍໃຫ້ພວກຂ້າພະອົງ ມີຊີວິດຢູ່ໃນການລະນຶກເຖິງ ພຣະອົງ ແລະ ຕາຍຢູ່ໃນຄວາມຮັກຂອງພຣະອົງ ແລະ ຂໍຊົງ ໃຫ້ຂ້າພະອົງ ໄດ້ເຂົ້າເຝົ້າພຣະອົງ ໃນພົບຕ່າງໆຖັດຈາກ ພົບນີ້ ເປັນພົບທີ່ບໍ່ມີໃຜຢັ່ງຮູ້ ນອກຈາກພຣະອົງ ພຣະອົງ ຄື ພຣະຜູ້ເປັນນາຍຂອງຂ້າພະອົງ ແລະ ພຣະຜູ້ເປັນນາຍ ແຫ່ງພິພົບທັງປວງ ແລະ ເປັນພຣະຜູ້ເປັນເຈົ້າຂອງທຸກຄົນ ທີ່ຢູ່ໃນສະຫວັນ ແລະໂລກ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງເຫັນ ສິ່ງທີ່ບັງເກີດກັບ ຜູ້ເປັນທີ່ຮັກຂອງພຣະອົງໃນຍຸກນີ້ ຄວາມ ຮຸ່ງເຮືອງຂອງພຣະອົງ ເປັນພະຍານໃຫ້ຂ້າພະອົງ! ສຽງຮ້ອງ ໃຫ້ຂອງບັນດາ ຜູ້ທີ່ພຣະອົງເລືອກສັນ ກັງວານໄປທົ່ວອານາ ຈັກຂອງພຣະອົງ ບາງຄົນຕິດກັບພວກບໍ່ມີສາສະໜາ ໃນດິນ ແດນຂອງພຣະອົງ ແລະ ຖືກຂັດຂວາງບໍ່ໃຫ້ເຂົ້າໃກ້ພຣະອົງ ຫລືໄປຍັງຣາຊສໍານັກ ແຫ່ງຄວາມຮຸ່ງເຮືອງ ຂອງພຣະອົງ ບາງຄົນໄດ້ເຂົ້າໃກ້ພຣະອົງ ແຕ່ກໍຖືກຂັດຂວາງ ບໍ່ໃຫ້ເຫັນ ພຣະພັກຂອງພຣະອົງ ບາງຄົນໄດ້ຮັບອະນຸຍາດ ໃຫ້ເຂົ້າມາ ໃນອານາບໍລິເວນ ຂອງຣາຊສໍານັກຂອງພຣະອົງ ດ້ວຍ ຄວາມສັດທາ ທີ່ຈະໄດ້ເຝົ້າເບິ່ງພຣະອົງ ແຕ່ພວກເຂົາກັບ ຍອມໃຫ້ຈິນຕະນາການຂອງຜູ້ຄົນ ແລະ ການປະທຸບຮ້າຍ ຂອງຜູ້ຮຸກຮ້ານ ມາເປັນມ່ານປິດກັ້ນ ລະຫວ່າງພວກເຂົາ ກັບພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ນີ້ຄືຊົ່ວໂມງທີ່ ພຣະອົງເຊີດຊູໃຫ້ລໍ້າເລີດກວ່າຊົ່ວໂມງອື່ນໃດ ແລະ ຊົງສໍາ ພັນຊົ່ວໂມງນີ້ກັບປະຊາຊົນທີ່ເລືອກສັນແລ້ວ ຂ້າແດ່ພຣະຜູ້ ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ພຣະອົງ ແລະ ຕໍ່ພວກເຂົາ ຂໍຊົງບັນດານສິ່ງທີ່ຈະເຊີດຊູ ບັນດາຜູ້ທີ່ເປັນທີ່ ຮັກຂອງພຣະອົງ ຕະຫລອດປີນີ້ ແລະ ໃນປີນີ້ເຊັ່ນກັນ ຂໍຊົງ ປະກາສິດສິ່ງທີ່ຈະຊ່ວຍໃຫ້ດວງຕາເວັນ ແຫ່ງອານຸພາບ ຂອງ ພຣະອົງໄດ້ສ່ອງແສງ ລັດສະໝີຢ່າງເຈີດຈ້າ ເທິງຂອບຟ້າ ແຫ່ງຄວາມຮຸ່ງເຮືອງຂອງພຣະອົງ ແລະ ສາດແສງທັມໄປທົ່ວ ພິພົບໂດຍອະທິປະໄຕ ຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງໃຫ້ສາສະ ໜາຂອງພຣະອົງມີໄຊ ແລະ ຜູ້ຮຸກຮານຂອງພຣະອົງຕົກຕໍ້າ ຂໍຊົງລິຂິດສິ່ງທີ່ດີງາມໃນໂລກນີ້ ແລະໂລກໜ້າ ໃຫ້ແກ່ພວກ ຂ້າພະອົງ ພຣະອົງຄື ພຣະຜູ້ເປັນສັດຈະທັມ ພຣະຜູ້ຊົງຮູ້ ຄວາມລັບ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ຊົງອະໄພສະເໝີ ພຣະຜູ້ຊົງອາລີ.

#12829
- Bahá'u'lláh

 

ຂໍຄວາມສັນລະເສີນຈ່ົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍວິງວອນຕໍ່ການເປີດເຜີຍພຣະທັມທີ່ໄດ້ປ່ຽນຄວາມມືດໃຫ້ເປັນແສງສະຫວ່າງບັນດານໃຫ້ມີການກໍ່ສ້າງວິຫານສໍາລັບສັກກາລະ ມີການລິຂິດທັມມະຈາລຶກ ແລະ ມ້ວນພຣະທັມທີ່ເຜີຍອອກ ຂໍຊົງຊ່ວຍໃຫ້ຂ້າພະອົງ ແລະ ຍາດມິດເຫີນຂຶ້ນສູ່ນະພາແຫ່ງຄວາມຮຸ່ງເຮືອງຂອງພຣະອົງ ແລະ ກໍາຈັດຄວາມສົງໄສທີ່ເປັນອຸປະສັກຕໍ່ການເຂົ້າໄປຍັງເທບມົນທຽນແຫ່ງ ເອກະພາບຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນາຍຂອງຂ້າພະອົງ ຂ້າພະອົງຄືຜູ້ໜື່ງທີ່ຢຶດໜ່ຽວສາຍໃຍແຫ່ງຄວາມເມດຕາຮັກໃຄ່ຂອງພຣະອົງເກາະຊາຍຜ້າແຫ່ງຄວາມກະລຸນາປານີຂອງພຣະອົງ ຂໍຊົງບັນດານສິ່ງທີ່ດີງາມທັງໃນໂລກນີ້ ແລະ ໂລກໜ້າແກ່ຂ້າພະອົງ ແລະ ບັນດາຜູ້ທີ່ຂ້າພະອົງຮັກ ຂໍຊົງມອບຂອງຂວັນທີ່ຊ້ອນເລັ້ນໃຫ້ແກ່ພວກຂ້າພະອົງຕາມທີ່ບັນຍັດໄວ້ສໍາລັບບຸກຄົນທີ່ພຣະອົງເລືອກສັນແລ້ວ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງວັນເຫລົ່ານີ້ຄື ວັນທີ່ພຣະອົງບັນຊາໃຫ້ຄົນຮັບໃຊ້ຖືສິນອົດຂໍພອນຈົ່ງມີແດ່ ຜູ້ທີ່ຖືສິນອົດເພື່ອເຫັນແກ່ພຣະອົງແລະຕັດຄວາມຜູກພັນຈາກທຸກສິ່ງນອກຈາກພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງຊ່ວຍໃຫ້ຂ້າພະອົງ ແລະ ຄົນຮັບໃຊ້ເຫລົ່ານີ້ເຊື່ອຟັງພຣະອົງ ແລະ ຖືສິນຂອງພຣະອົງແທ້ຈິງແລ້ວ ພຣະອົງຊົງອໍານາດໃນການກະທໍາຕາມທີ່ພຣະອົງປາດຖະໜາ.

ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງ ຮອບຮູ້ພຣະຜູ້ຊົງອັດສະລິຍະພາບ ຂໍຄວາມສັນລະເສີນຈົ່ງມີແດ່ພຣະຜູ້ເປັນເຈົ້າພຣະຜູ້ເປັນນາຍແຫ່ງພິພົບທັງປວງ.

#14010
- Bahá'u'lláh

 

ບົດອະທິຖານວັນໂນວ໌ຣຸສ

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນລະ ເສີນຈົ່ງມີແດ່ພຣະອົງທີ່ຊົງກໍານົດວັນໂນວ໌ຣຸສ ໃຫ້ເປັນວັນສະ ຫລອງ ສໍາລັບຜູ້ທີ່ຖືສິນອົດ ດ້ວຍຄວາມຮັກພຣະອົງ ແລະລະ ເວັ້ນຈາກທຸກສິ່ງທີ່ພຣະອົງຊົງລັງກຽດ ຂ້າແດ່ພຣະຜູ້ເປັນ ນາຍຂອງຂ້າພະອົງ ຂໍຊົງໃຫ້ໄຟແຫ່ງຄວາມຮັກ ຂອງພຣະ ອົງ ແລະ ຄວາມຮ້ອນທີ່ເກີດຈາກການຖືສິນອົດ ທີ່ພຣະອົງ ບັນຍັດໄວ້ ຈູດພວກຂ້າພະອົງໃຫ້ຮຸ່ງຂຶ້ນໃນສາສະໜາຂອງ ພຣະອົງ ແລະໃຈຈົດຈໍ່ຢູ່ກັບການສັນລະເສີນ ແລະ ລະນຶກ ເຖິງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ເນື່ອງດ້ວຍພຣະ ອົງ ປະດັບພວກຂ້າພະອົງ ດ້ວຍອາພອນແຫ່ງການຖືສິນອົດ ທີ່ພຣະອົງບັນຍັດ ຂໍຊົງປະດັບພວກຂ້າພະອົງ ເຊັ່ນກັນດ້ວຍ ອາພອນ ແຫ່ງການເປັນທີ່ຍອມຮັບຂອງພຣະອົງ ໂດຍພຣະ ກະລຸນາ ແລະ ຄວາມໂປດປານຂອງພຣະອົງ ເພາະການກະ ທໍາຂອງມະນຸດ ລ້ວນຂຶ້ນກັບຄວາມຍິນດີ ແລະ ບັນຊາຂອງ ພຣະອົງ ຫາກພຣະອົງພິຈາລະນາ ຜູ້ທີ່ບໍ່ໄດ້ຖືສິນອົດ ວ່າ ເປັນຜູ້ຖື ຜູ້ນັ້ນຈະໄດ້ຮັບການນັບວ່າ ເປັນພວກທີ່ໄດ້ຖືສິນ ອົດ ມາແຕ່ນິລັນດອນການ ແລະ ຫາກພຣະອົງປະກາສິດວ່າ ຜູ້ທີ່ຖືສິນອົດ ເປັນຜູ້ທີ່ບໍ່ໄດ້ຖື ຜູ້ນັ້ນຈະໄດ້ຮັບການນັບວ່າ ເປັນພວກທີ່ທໍາໃຫ້ເສື້ອຄຸມ ແຫ່ງການເປີດເຜີຍພຣະທັມ ຂອງພຣະອົງ ເປື້ອນດ້ວຍທຸລີ ແລະ ພັດໄກໄປຈາກຊົນ ລະທີຂອງນໍ້າພຸແຫ່ງຊີວິດນີ້. ພຣະອົງຄື ພຣະຜູ້ຊົງບັນດານ ໃຫ້ທຸງ “ພຣະອົງເປັນ ທີ່ໜ້າສັນລະເສີນ ໃນຜົນງານຂອງ ພຣະອົງ” ໄດ້ຊູຂຶ້ນ ແລະທຸງ “ໂອງການຂອງພຣະອົງ ເປັນ ທີ່ເຊື່ອຟັງ” ໄດ້ຄີ່ຄາຍອອກ ຂ້າແດ່ພຣະຜູ້ເປັນເຈົ້າ ຂອງ ຂ້າພະອົງ ຂໍຊົງບັນດານ ໃຫ້ຄົນຮັບໃຊ້ຮູ້ແຈ້ງ ໃນຖານະນີ້ ຂອງພຣະອົງ ເພື່ອພວກຂ້າພະອົງ ຈະໄດ້ຮູ້ວ່າ ຄວາມລໍ້າ ເລີດຂອງທຸກສັບພະສິ່ງ ຂຶ້ນກັບບັນຊາ ແລະ ພຣະວັດຈະນະ ຂອງພຣະອົງ ແລະ ຄຸນຄວາມດີຂອງທຸກການກະທໍາ ຂຶ້ນ ກັບການອະນຸຍາດ ແລະ ຄວາມຍິນດີ ຂອງພຣະປະສົງ ຂອງພຣະອົງ ແລະຈະຍອມຮັບວ່າ ບັງຫຽນຂອງການກະທໍາ ຂອງມະນຸດ ຢູ່ໃນເອື້ອມມືແຫ່ງການຍອມຮັບ ແລະ ບັນຍັດ ຂອງພຣະອົງ ຂໍຊົງເຮັດໃຫ້ພວກຂ້າພະອົງຮູ້ວ່າ ບໍ່ມີສິ່ງໃດ ປິດກັ້ນພວກຂ້າພະອົງ ຈາກຄວາມງາມຂອງພຣະອົງ ໃນວັນ ເຫລົ່ານີ້ ວັນທີ່ພຣະຄຣິສຕ໌ ຮ້ອງອຸທານວ່າ: ຂ້າແດ່ພຣະຜູ້ ໃຫ້ກໍາເນີດ ພຣະຈິດ (ພຣະເຍຊູ) ອານາຈັກທັງປວງ ເປັນ ຂອງພຣະອົງ” ແລະ ພຣະສະຫາຍຂອງພຣະອົງ (ພຣະໂມ ຮັມໝັດ) ຮ້ອງອຸທານວ່າ: “ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງ ຂໍ ຄວາມຮຸ່ງເຮືອງຈ່ົງມີແດ່ພຣະອົງ ທີ່ຊົງເປີດເຜີຍ ຄວາມງາມ ຂອງພຣະອົງ ແລະ ລິຂິດສິ່ງທີ່ຈະເຮັດໃຫ້ບັນດາ ຜູ້ທີ່ພຣະ ອົງເລືອກສັນ ໄດ້ມາເຖິງ ທີ່ພໍານັກແຫ່ງການເປີດເຜີຍພຣະ ນາມ ອັນຍິ່ງໃຫຍ່ທີ່ສຸດຂອງພຣະອົງ ຊຶ່ງປະຊາຊົນທັງປວງ ເສົ້າໂສກ ເພາະພຣະນາມນີ້ ຍົກເວັ້ນຜູ້ທີ່ຕັດຄວາມຜູກພັນ ຈາກທຸກສິ່ງ ນອກຈາກພຣະອົງ ແລະ ຕັ້ງຈິດສູ່ບໍລົມພຣະສາ ສະດາ ຜູ້ເປັນກິ່ງຂອງພຣະອົງ ແລະ ສາສະນິກະຊົນທັງໝົດ ຂອງພຣະອົງ ໄດ້ສິ້ນສຸດການຖືສິນອົດ ໃນວັນນີ້ ຫລັງຈາກ ທີ່ໄດ້ຖືມາ ພາຍໃນອານາບໍລິເວນ ຂອງຣາຊສໍານັກຂອງ ພຣະອົງ ດ້ວຍຄວາມປາດຖະໜາ ຈະເຮັດໃຫ້ພຣະອົງຍິນດີ ຂໍພຣະອົງຊົງບັນດານ ສິ່ງທີ່ດີງາມທັງປວງ ທີ່ກໍານົດໄວ້ ໃນ ພຣະຄັມພີ ໃຫ້ແກ່ບໍລົມ ພຣະສາສະດາ ເຫລົ່າສາສະນິກະ ຊົນ ແລະ ທຸກຄົນທີ່ໄດ້ເຂົ້າເຝົ້າພຣະອົງ ໃນວັນເຫລົ່ານັ້ນ ຂໍຊົງປະທານ ສິ່ງທີ່ຈະເປັນປະໂຫຍດ ແກ່ພວກຂ້າພະອົງ ທັງໃນຊີວິດນີ້ ແລະ ຊີວິດໜ້າ.

ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງ ອັດສະລິຍະພາບ

#12861
- Bahá'u'lláh

 

ອະທິຖານໃຫ້ແກ່ດວງວິນຍານ ຂອງຜູ້ທີ່ລວງລັບ

“ເປັນບົດອະທິຖານບັງຄັບບົດດຽວເທົ່ານັ້ນທີ່ໃຊ້ສວດກັນເປັນໝູ່ ຄືສວດໂດຍບາຮາຍໜຶ່ງຄົນ ຂະນະທີ່ຄົນອື່ນໆຢືນຂຶ້ນແລະບໍ່ ຈໍາເປັນຕ້ອງຫັນໜ້າໄປຫາເກເບຣ ຂະນະທີ່ສວດບົດອະທິຖານນີ້”

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຜູ້ທີ່ອໍາລາໂລກນີ້ຄືືຄົນຮັບໃຊ້ຂອງພຣະອົງ ຄືບຸດຫລານຂອງບໍລິວານຂອງພຣະອົງ ເຊື່ອໃນພຣະອົງ ແລະ ເຄື່ອງໝາຍຂອງພຣະອົງຕັ້ງຈິດສູ່ພຣະອົງ ຕັດຄວາມຜູກພັນຈາກທຸກສິ່ງ ນອກຈາກ ພຣະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງປານີທີ່ສຸດ ໃນບັນ ດາຜູ້ທີ່ປານີທັງປວງ.

ຂ້າແດ່ພຣະຜູ້ຊົງອະໄພບາບ ແລະ ປົກປິດຂໍ້ບົກພ່ອງ ຂອງມະນຸດ ຂໍຊົງປະຕິບັດຕໍ່ເຂົາໃຫ້ຄູ່ຄວນກັບນະພາ ແຫ່ງ ຄວາມອາລີ ແລະ ມະຫາສະໝຸດແຫ່ງພຣະກະລຸນາ ຂອງ ພຣະອົງ ຂໍຊົງໃຫ້ເຂົາເຂົ້າໄປໃນອານາບໍລິເວນແຫ່ງຄວາມ ປານີຂອງພຣະອົງ ຊຶ່ງຢູ່ເບື້ອງໜ້າທີ່ຕັ້ງຂອງພິພົບ ແລະ ສະ ຫວັນ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ ຊົງອະໄພສະເໝີ ພຣະຜູ້ຊົງເອື້ອເຟື້ອທີ່ສຸດ.

ຈາກນີ້ຂໍໃຫ້ກ່າວຄໍາວ່າ “ອັລລາຫ໌ອູອັບຮາ” 6 ຄັ້ງ ແລ້ວ ຈຶ່ງສວດບົດກອນຕໍ່ໄປນີ້: ບົດລະ 19 ຄັ້ງ.

ເຮົາທຸກຄົນບູຊາພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.

ເຮົາທຸກຄົນນ້ອມຄໍ້ານັບພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.

ເຮົາທຸກຄົນອຸທິດຕົນຕໍ່ພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.

ເຮົາທຸກຄົນສັນລະເສີນພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.

ເຮົາທຸກຄົນຂອບຄຸນພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.

ເຮົາທຸກຄົນອົດທົນໃນພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.

#12856
- Bahá'u'lláh

 

ພຣະອົງຄືພຣະຜູ້ເປັນເຈົ້າ ຂໍຄວາມປະເສີດຈົງມີແດ່ ພຣະອົງ ພຣະຜູ້ເປັນນາຍແຫ່ງຄວາມເມດຕາຮັກໄຄ່ ແລະ ຄວາມອາລີ!

ຂໍຄວາມຮຸ່ງເຮືອງຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ນາຍຂອງຂ້າພະອົງ ພຣະຜູ້ເປັນນາຍຜູ້ຊົງສັກດານຸພາບ ຂ້າພະອົງ ຂໍຢືນຢັນດ້ວຍສັກດານຸພາບ ແລະ ອໍານາດຂອງພຣະອົງ ອະທິປະໄຕ ແລະ ຄວາມເມດຕາຮັກໄຄ່ຂອງພຣະອົງ ພຣະກະລຸນາ ແລະ ອານຸພາບຂອງພຣະອົງ ຄວາມເປັນໜຶ່ງຂອງສະພາວະແລະ ເອກະພາບຂອງສາລະຂອງພຣະອົງ ຄວາມບໍລິສຸດ ແລະ ຄວາມປະເສີດຂອງພຣະອົງ ທີ່ຢູ່ເໜືອສັບພາວະ ແລະ ທຸກສັບສິ່ງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພຣະອົງຊົງເຫັນແລ້ວວ່າ ຂ້າພະອົງຕັດຄວາມຜູກພັນຈາກທຸກສິ່ງ ນອກ ຈາກພຣະອົງ ຢຶດໝັ້ນໃນພຣະອົງ ຫັນມາຫາມະຫາສະໝຸດ ແຫ່ງຄວາມອາລີ ນະພາແຫ່ງກະລຸນາທິຄຸນ ແລະ ດວງຕາເວັນແຫ່ງຄວາມປານີຂອງພຣະອົງ.

ພຣະຜູ້ເປັນນາຍ! ຂ້າພະອົງຂໍເປັນພະຍານວ່າ ພຣະ ອົງຊົງຝາກສິ່ງລໍ້າຄ່າ ໄວ້ກັບຄົນຮັບໃຊ້ຂອງພຣະອົງ ນັ້ນຄືດວງວິນຍານທີ່ໃຫ້ຊີວິດແກ່ໂລກ.

ຂ້າພະອົງ ຂໍຮ້ອງຕໍ່ສຸລິຍະປະພາ ແຫ່ງການເປີດເຜີຍ ພຣະທັມຂອງພຣະອົງ ຂໍຊົງປານີ ແລະຍອມຮັບສິ່ງທີ່ເຂົາໄດ້ ກະທໍາໃນຍຸກຂອງພຣະອົງ ຂໍໃຫ້ເຂົາໄດ້ຮັບຄວາມຮຸ່ງເຮືອງ ແຫ່ງຄວາມຍິນດີຂອງພຣະອົງ ແລະປະດັບດ້ວຍການເປັນທີ່ ຍອມຮັບຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂ້າພະອົງ ແລະທຸກສັບພະສິ່ງ ຂໍເປັນພະຍານຕໍ່ອໍານາດຂອງພຣະອົງ ຂ້າພະອົງຂໍອະທິຖານ ຂໍພຣະອົງຊົງຢ່າຂັບໄລ່ດວງວິນຍານ ນີ້ ທີ່ຂຶ້ນໄປຫາພຣະອົງ ຂຶ້ນໄປສູ່ທິບພະຍະສະຖານຂອງພຣະອົງ ຊຶ່ງເປັນສະຫວັນອັນປະເສີດ ແລະ ທີ່ພັກຜ່ອນອັນໃກ້ຊິດກັບພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງມະນຸດທັງປວງ!

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງໃຫ້ຄົນຮັບ ໃຊ້ນີ້ ໄດ້ຄົບຫາສະມາຄົມ ກັບບັນດາຜູ້ທີ່ພຣະອົງເລືອກສັນ ກັບບັນດານັກບຸນ ແລະ ທັມມະທູດໃນທິບພະຍະສະຖານ ທີ່ປາກກາ ຫຼຶ ວາຈາບໍ່ສາມາດບອກເລົ່າ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ແທ້ຈິງແລ້ວ ຜູ້ໜ້າສົງສານ ໄດ້ຮີບໄປຍັງອານາຈັກ ແຫ່ງຄວາມຮຸ່ງເຮືອງ ຂອງພຣະອົງ ຄົນແປກໜ້າ ໄດ້ຮີບໄປຍັງບ້ານຂອງເຂົາ ພາຍ ໃນອານາບໍລິເວນຂອງພຣະອົງ ຜູ້ກະຫາຍນີ້ໄດ້ຮີບໄປຍັງຊົນລະທີແຫ່ງຄວາມອາລີຂອງພຣະອົງ ຂ້າແດ່ພຣະຜູ້ເປັນ

ນາຍ ຂໍຊົງຢ່າໄດ້ຕັດຮອນຜົນບຸນທີ່ເຂົາຄວນຈະໄດ້ຮັບຈາກພຣະກະລຸນາທິຄຸນ ແລະ ຄວາມອາລີຂອງພຣະອົງ ຄວາມ ຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິດທານຸພາບ ພຣະຜູ້ຊົງ ກະລຸນາ ພຣະຜູ້ຊົງອາລີ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ສິ່ງລໍ້າຄ່າທີ່ ພຣະອົງຝາກໄວ້ ໄດ້ກັບໄປສູ່ພຣະອົງແລ້ວ ຂໍພຣະກະລຸນາ ແລະ ຄວາມອາລີຂອງພຣະອົງ ທີ່ຫ້ອມລ້ອມອານາຈັກບົນພິ ພົບ ຂໍຊົງປະທານຂອງຂວັນ ພະພອນ ແລະ ໝາກໄມ້ຈາກ ພຶກສາແຫ່ງຄວາມກະລຸນາຂອງພຣະອົງ ເປັນການຮັບຂວັນ ຜູ້ທີ່ມາໃໝ່ນີ້! ພຣະອົງຊົງອານຸພາບໃນການກະທໍາຕາມທີ່ ພຣະອົງປາດຖະໜາ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກ ພຣະອົງ ພຣະຜູ້ຊົງກະລຸນາ ພຣະຜູ້ຊົງອາລີທີ່ສຸດ ພຣະຜູ້ຊົງ ເຫັນໃຈ ພຣະຜູ້ຊົງປະທານພອນ ພຣະຜູ້ຊົງອະໄພ ພຣະຜູ້ຊົງ ລໍ້າຄ່າ ພຣະຜູ້ຊົງຮອບຮູ້.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງຂໍຢືນຢັນວ່າ ພຣະອົງຊົງບັນຊາໃຫ້ມວນມະນຸດ ໃຫ້ກຽດແກ່

ແຂກຂອງຕົນ ແລະ ຜູ້ທີ່ໄດ້ຂຶ້ນໄປເຖິງພຣະອົງ ແລະເຂົ້າເຝົ້າພຣະອົງແລ້ວ ຂໍຊົງປະຕິບັດຕໍ່ເຂົາ ດ້ວຍຄວາມກະລຸນາ ແລະ ຄວາມອາລີຂອງພຣະອົງ! ຄວາມຮຸ່ງເຮືອງຂອງພຣະອົງເປັນພະຍານ ຂ້າພະອົງແນ່ໃຈວ່າ ພຣະອົງຈະບໍ່ເພີກເສີຍຕໍ່ສິ່ງ ທີ່ພຣະອົງບັນຊາໃຫ້ຄົນຮັບໃຊ້ ແລະ ຈະບໍ່ຕັດ

ຮອນຜູ້ທີ່ຢຶດໜ່ຽວສາຍໃຍ ແຫ່ງຄວາມອາລີຂອງພຣະອົງແລະໄດ້ຂື້ນໄປສູ່ອະລຸໂນໄທ ແຫ່ງຄວາມມັ່ງຄັ່ງຂອງພຣະອົງ.

ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ ເປັນໜຶ່ງ ພຣະຜູ້ສະຖິດຢູ່ໂດຍລໍາພັງ ພຣະຜູ້ຊົງອານຸພາບ ພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງອາລີ.

#12857
- Bahá'u'lláh

 

ເທດສະການ ວັນເຣຊວານ

ບົດອະທິຖານສໍາລັບສວດໃນວັນສະຫລອງ

ຂໍຄວາມສັນລະເສີນ ຈ່ົງມີແດ່ພຣະອົງ ຂ້າແດ່ພຣະຜູ້ ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍວິງ ວອນ ຕໍ່ສັນຍາລັກຂອງພຣະອົງ ທີ່ຫ້ອມລ້ອມສັບພະສິ່ງທັງ ປວງ ຕໍ່ອາພາແຫ່ງພຣະພັກຂອງພຣະອົງ ທີ່ສາດແສງທັມ ໃຫ້ແກ່ທຸກຄົນ ທີ່ຢູ່ໃນສະຫວັນ ແລະ ບົນໂລກ ຕໍ່ຄວາມປານີ ຂອງພຣະອົງ ທີ່ລໍ້າເລີດກວ່າທຸກສັບພະສິ່ງ ຕໍ່ກະລຸນາທິຄຸນ ຂອງພຣະອົງ ທີ່ຊຶມຊາບໄປທົ່ວຈັກກະວານ ຂໍຊົງເປີດມ່ານ ກໍາບັງ ທີ່ປິດກັ້ນຂ້າພະອົງ ຈາກພຣະອົງ ເພື່ອວ່າຂ້າພະອົງ ຈະໄດ້ຮີບໄປຍັງແຫ່ລງກໍາເນີດ ແຫ່ງແຮງບັນດານໃຈອັນຍິ່ງ ໃຫຍ່ຂອງພຣະອົງ ໄປຍັງອະລຸໂນໄທ ແຫ່ງການເປີດເຜີຍ ພຣະທັມ ແລະ ກະລຸນາທິຄຸນຂອງພຣະອົງ ແລະຈະໄດ້ດໍາ ດິ່ງລົງສູ່ມະຫາສະໝຸດ ແຫ່ງຄວາມໃກ້ຊິດ ແລະຄວາມຍິນ ດີຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ ຂອງຂ້າພະອົງ ຂໍຊົງຢ່າໃຫ້ຂ້າ ພະອົງສິ້ນໂອກາດ ທີ່ຮູ້ຈັກພຣະອົງໃນຍຸກນີ້ ຂໍຊົງຢ່າປົດ ເສື້ອຄຸມ ແຫ່ງການນໍາທາງຂອງພຣະອົງ ອອກຈາກຂ້າພະອົງ ຂໍຊົງໃຫ້ຂ້າພະອົງ ໄດ້ດື່ມນໍ້າແຫ່ງຊີວິດ ຊຶ່ງມີສາຍທາລາ ຫລັ່ງມາຈາກສະຫວັນ (ເຣຊວານ) ອັນເປັນທີ່ຕັ້ງຂອງບັນລັງ ຂອງພຣະນາມຂອງພຣະອົງ ພຣະຜູ້ຊົງປານີ ເພື່ອວ່າດວງຕາ ຂອງຂ້າພະອົງຈະເປີດອອກ ໃບໜ້າຂອງຂ້າພະອົງ ຈະໄດ້ ຮັບແສງທັມ ຫົວໃຈຂອງຂ້າພະອົງຈະໄດ້ນິ້ງນອນໃຈວິນ ຍານຂອງຂ້າພະອົງຈະໄດ້ຮູ້ແຈ້ງ ແລະ ເທົ້າຂອງຂ້າພະອົງ ຈະ ໄດ້ກ້າວໝັ້ນ.

ພຣະອົງຄື ພຣະຜູ້ຊົງຍິ່ງໃຫຍ່ເໜືອສັບພະສິ່ງ ຕັ້ງແຕ່ນິ ລັນດອນການ ດ້ວຍອານຸພາບ ແຫ່ງອໍານາດຂອງພຣະອົງ ແລະ ສາມາດບັນດານຄວາມເປັນໄປ ຂອງທຸກສັບພະສິ່ງ ດ້ວຍປະຕິບັດການ ຂອງພຣະປະສົງຂອງພຣະອົງ ບໍ່ມີສິ່ງ ໃດໃນສະຫວັນ ຫຼື ບົນໂລກ ທີ່ຢຸດຢັ້ງພຣະປະສົງຂອງພຣະ ອົງໄດ້ ຂ້າແດ່ພຣະຜູ້ເປັນນາຍ ຂອງຂ້າພະອົງ ຂໍການບໍລິ ບານທີ່ກະລຸນາ ແລະ ຄວາມເອື້ອເຟື້ອຂອງພຣະອົງ ຊົງປານີ ຕໍ່ຂ້າພະອົງ ຂໍຊົງໂນ້ມໜ່ຽວຂ້າພະອົງ ໃຫ້ງ່ຽງຫູຟັງທໍານອງ ອັນແສນຫວານຂອງວິຫົກ ທີ່ຮ້ອງເພງສັນລະເສີນພຣະອົງ ໃນພຸ່ມໄມ້ຂອງພຶກສາ ແຫ່ງຄວາມເປັນໜຶ່ງຂອງພຣະອົງ.

ພຣະອົງຄື ພຣະຜູ້ໃຫ້-ຜູ້ຍິ່ງໃຫຍ່ ພຣະຜູ້ຊົງອະໄພສະ ເໝີ ພຣະຜູ້ຊົງເຫັນໃຈ.

#12862
- Bahá'u'lláh

 

Tablets

ທັມມະຈາລຶກອັກຄີ

ໃນນາມພຣະຜູ້ເປັນເຈົ້າ ພຣະຜູ້ຊົງບໍລົມບູຮານທີ່ສຸດ ພຣະຜູ້ຊົງຄວາມຍິ່ງໃຫຍ່ທີ່ສຸດ.

ຫົວໃຈຂອງບັນດາຜູ້ທີ່ຈິງໃຈ ຖືກເຜົາຜານດ້ວຍໄຟແຫ່ງ ການພາກຈາກກັນ: ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງຂອງພົບທັງ

ປວງ ແສງທີ່ເຮືອງມາຈາກພຣະພັກຂອງພຣະອົງ ຢູ່ນະທີ່ໃດ?

ບັນດາຜູ້ໃກ້ຊິດພຣະອົງ ຖືກປະປ່ອຍໄວ້ຢູ່ໃນຄວາມມືດ ອັນໜ້າສະລົດໃຈ: ຂ້າແດ່ພຣະຜູ້ເປັນຍອດປາດຖະໜາຂອງ ພົບທັງປວງ ແສງອາລຸນແຫ່ງການກັບມາຢູ່ຮ່ວມກັບພຣະອົງ ຢູ່ນະທີ່ໃດ?

ຮ່າງຂອງບັນດາຜູ້ທີ່ພຣະອົງເລືອກສັນ ນອນສັ່ນສະທ້ານຢູ່ເທິງພື້ນຊາຍທີ່ຮ່າງໄກ: ຂ້າແດ່ພຣະຜູ້ຍັງຄວາມປີຕິໃຫ້ແກ່ພົບທັງປວງ ມະຫາສະໝຸດອັນເປັນທີ່ສະຖິດຂອງພຣະອົງ ຢູ່ນະທີ່ໃດ?

ມືທີ່ເຝົ້າວິງວອນນີ້ ຍົກຂຶ້ນສູ່ນະພາແຫ່ງພຣະກະລຸນາ ແລະຄວາມເອື້ອເຟື້ອຂອງພຣະອົງ: ຂ້າແດ່ພຣະຜູ້ຊົງຕອບ

ພົບທັງປວງ ຝົນແຫ່ງຄວາມເມດຕາຂອງພຣະອົງຢູ່ນະທີ່ໃດ?

ພວກບໍ່ມີສາສະໜາໄດ້ລຸກຂຶ້ນກົດຂີ່ໃນທຸກດິນແດນ: ຂ້າແດ່ພຣະຜູ້ພິຊິດພົບທັງປວງ ອານຸພາບບີບບັງຄັບຂອງປະ ກາສິດ ຈາກປາກກາຂອງພຣະອົງຢູ່ນະທີ່ໃດ?

ສຽງເຫົ່າຫອນຂອງສຸນັກດັງກ້ອງຢູ່ຮອບດ້ານ: ຂ້າແດ່ ພຣະຜູ້ລົງອາຍາແຫ່ງພົບທັງປວງ ລາດສະສີໃນພະນາແຫ່ງ ອໍານາດຂອງພຣະອົງຢູ່ນະທີ່ໃດ?

ຄວາມເຍືອກເຢັນໄດ້ເກາະກິນມວນມະນຸດຊາດ: ຂ້າ ແດ່ພຣະຜູ້ເປັນອັກຄີແຫ່ງພົບທັງປວງ ຄວາມຮັກອັນອົບອຸ່ນ ຂອງພຣະອົງຢູ່ນະທີ່ໃດ?

ຄວາມຫາຍະນະຂຶ້ນເຖິງຂີດສຸດແລ້ວ: ຂ້າແດ່ພຣະຜູ້ຊົງ ກູ້ພິພົບທັງປວງ ສັນຍາລັກແຫ່ງຄວາມຊ່ວຍເຫລືອຂອງພຣະ ອົງຢູ່ນະທີ່ໃດ?

ຄວາມມືດໄດ້ປົກຄຸມປະຊາຊົນເກືອບທັງໝົດ: ຂ້າແດ່ ພຣະຜູ້ເປັນລັດສະໝີຂອງພົບທັງປວງ ວິພາອັນໂຊດຊ່ວງ ຂອງພຣະອົງຢູ່ນະທີ່ໃດ?

ຄໍຂອງມະນຸດຢືດຂຶ້ນດ້ວຍຄວາມປະສົງຮ້າຍ: ຂ້າແດ່ ພຣະຜູ້ທໍາລາຍພົບທັງປວງ ດາບແຫ່ງຄວາມພະຍາບາດ ຂອງພຣະອົງ ຢູ່ນະທີ່ໃດ?

ຄວາມຕົກຕໍ້າລົງເຖິງຂີດສຸດ: ຂ້າແດ່ພຣະຜູ້ຊົງຄວາມ ຮຸ່ງເຮືອງຂອງພົບທັງປວງ ເຄື່ອງໝາຍແຫ່ງຄວາມຮຸ່ງເຮືອງ ຂອງພຣະອົງຢູ່ນະທີ່ໃດ?

ຄວາມທຸກໂສກໄດ້ທໍລະມານພຣະຜູ້ເປີດເຜີຍພຣະນາມຂອງພຣະອົງ ພຣະຜູ້ຊົງປານີ: ຂ້າແດ່ພຣະຜູ້ຍັງຄວາມປີຕິ ໃຫ້ແກ່ພົບທັງປວງ ຄວາມປີຕິທີ່ມາກັບອະລຸໂນໄທແຫ່ງການ ເປີດເຜີຍພຣະທັມຂອງພຣະອົງ ຢູ່ນະທີ່ໃດ?

ປະຊາຊົນທັງປວງບົນພິພົບຢູ່ໃນຄວາມເຈັບປວດ: ຂ້າ ແດ່ພຣະຜູ້ຍັງຄວາມຫັນສາ ໃຫ້ແກ່ພົບທັງປວງ ທຸງແຫ່ງ ຄວາມຫັນສາຂອງພຣະອົງຢູ່ນະທີ່ໃດ?

ພຣະອົງຊົງເຫັນອຸໄທສະຖານ ແຫ່ງສັນຍາລັກຂອງ ພຣະອົງຖືກບົດບັງດ້ວຍການຊັກຈູງອັນຊົ່ວຮ້າຍ: ຂ້າແດ່ພຣະ ຜູ້ຊົງອານຸພາບແຫ່ງພົບທັງປວງ ອົງຄຸລີແຫ່ງອໍານາດຂອງ ພຣະອົງຢູ່ນະທີ່ໃດ?

ມວນມະນຸດກະຫາຍຢ່າງສາຫັດ: ຂ້າແດ່ພຣະຜູ້ເປັນ ນາຍແຫ່ງພົບທັງປວງ ສາຍທາລາແຫ່ງຄວາມອາລີຂອງພຣະ ອົງຢູ່ນະທີ່ໃດ?

ຄວາມໂລບໄດ້ຄອບງໍາມະນຸດຊາດ: ຂ້າແດ່ພຣະຜູ້ເປັນ ນາຍແຫ່ງພົບທັງປວງ ຜູ້ທີ່ປ່ອຍວາງບໍ່ໃຫ້ເຫັນຢູ່ນະທີ່ໃດ?

ພຣະອົງຊົງເຫັນພຣະຜູ້ຖືກປະທຸບຮ້າຍນີ້ ຖືກເນລະເທດ ໄປຢ່າງໂດດດ່ຽວ: ຂ້າແດ່ພຣະຜູ້ເປັນປະມຸກແຫ່ງພົບທັງປວງ ກອງທັບສະຫວັນແຫ່ງບັນຊາຂອງພຣະອົງຢູ່ນະທີ່ໃດ?

ຂ້າພຣະອົງຖືກປະປ່ອຍຢູ່ໃນຕ່າງແດນ: ຂ້າແດ່ພຣະຜູ້ ເປັນທີ່ວາງໃຈຂອງພົບທັງປວງ ເຄື່ອງໝາຍແຫ່ງຄວາມຊື່ສັດ ຂອງພຣະອົງຢູ່ນະທີ່ໃດ?

ຄວາມຕາຍອັນເຈັບປວດໄດ້ທໍລະມານມວນມະນຸດ: ຂ້າແດ່ພຣະຜູ້ເປັນຊີວິດແຫ່ງພົບທັງປວງ ຄື້ນມະຫາສະໝຸດ ແຫ່ງຊີວິດນິລັນດອນຂອງພຣະອົງຢູ່ນະທີ່ໃດ?

ສຽງຂອງຊາຕານໄດ້ກະຊິບມະນຸດທຸກຄົນ: ຂ້າແດ່ພຣະ ຜູ້ເປັນແສງສະຫວ່າງແຫ່ງພົບທັງປວງ ດາວຕົກທີ່ມາກັບໄຟ ຂອງພຣະອົງຢູ່ນະທີ່ໃດ?

ກິເລດອັນມົວເມົາ ໄດ້ເຮັດໃຫ້ມະນຸດຊາດສ່ວນຫລາຍ ເກີດວິປະລິດ: ຂ້າແດ່ພຣະຜູ້ເປັນຍອດປາດຖະໜາຂອງພົບ

ທັງປວງ ອະລຸໂນໄທແຫ່ງຄວາມບໍລິສຸດຂອງພຣະອົງ ຢູ່ນະທີ່ໃດ?

ພຣະອົງຊົງເຫັນ ພຣະຜູ້ຖືກປະທຸບຮ້າຍນີ້ ຖືກປົກປິດ ພາຍໃຕ້ການກົດຂີ່ທ່າມກາງຊາວຊີຣ່ຽນ: ຂ້າແດ່ພຣະຜູ້ເປັນ ແສງສະຫວ່າງແຫ່ງພົບທັງປວງ ລັດສະໝີຂອງແສງອາລຸນ ຂອງພຣະອົງຢູ່ນະທີ່ໃດ?

ພຣະອົງຊົງເຫັນຂ້າພຣະອົງຖືກຫ້າມບໍ່ໃຫ້ກ່າວ: ຂ້າແດ່ ພຣະຜູ້ເປັນນົກໃນຕິງເກລແຫ່ງພົບທັງປວງ ເຊັ່ນນັ້ນແລ້ວທໍາ ນອງເພງຂອງພຣະອົງ ຈະຂັບຂານມາຈາກທີ່ໃດ?

ປະຊາຊົນສ່ວນໃຫຍ່ໝົກມຸ່ນຢູ່ໃນຄວາມເຝິ້ຝັນ ແລະຈິນຕະນາການອັນໄຮ້ສາລະ: ຂ້າແດ່ພຣະຜູ້ໃຫ້ຄວາມໝັ້ນໃຈແກ່ພົບທັງປວງ ຕົວແທນແຫ່ງຄວາມໝັ້ນໃຈຂອງພຣະອົງ ຢູ່ນະທີ່ໃດ?

ບາຮາກໍາລັງຈົມຢູ່ໃນທະເລແຫ່ງຄວາມທຸກທໍລະມານ: ຂ້າແດ່ພຣະຜູ້ຊົງກູ້ພິພົບທັງປວງ ເຮືອແຫ່ງຄວາມລອດພົ້ນ ຂອງພຣະອົງ ຢູ່ນະທີ່ໃດ?

ພຣະອົງຊົງເຫັນອາລູໂນໄທ ແຫ່ງວາທະຂອງພຣະອົງຢູ່ ໃນຄວາມມືດຂອງສັບພາວະ: ຂ້າແດ່ພຣະຜູ້ເປັນແສງສະ ຫວ່າງແກ່ພົບທັງປວງ ດວງຕາເວັນບົນນະພາແຫ່ງພຣະກະ ລຸນາຂອງພຣະອົງ ຢູ່ນະທີ່ໃດ?

ຕາກຽງແຫ່ງສັດຈະທັມ ຄວາມບໍລິສຸດ ຄວາມຈົງຮັກພັກດີ ແລະ ກຽດຖືກດັບແສງ: ຂ້າແດ່ພຣະຜູ້ຊົງຂັບເຄື່ອນພົບທັງ ປວງ ສັນຍາລັກແຫ່ງຄວາມພະຍາບາດທີ່ກິ້ວໂກດຂອງພຣະ ອົງ ຢູ່ນະທີ່ໃດ?

ພຣະອົງເຫັນຫລືບໍ່ໍວ່າ ບໍ່ມີຜູ້ໃດສະໜັບສະໜຸນພຣະອົງ ຫລື ໄຕ່ຕອງສິ່ງທີ່ບັງເກີດກັບ ບໍລົມພຣະສາສະດາ ໃນຫົນ

ທາງແຫ່ງຄວາມຮັກຂອງພຣະອົງ?: ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງຂອງພົບທັງປວງ ບັດນີ້ປາກກາຂອງຂ້າພຣະອົງຢຸດແລ້ວ.

ກິ່ງກ້ານຂອງພຶກສາສະຫວັນຫັກ ເພາະພາຍຸແຫ່ງຊະຕາ ກັມ: ຂ້າແດ່ພຣະຜູ້ຊົງຄໍ້າຈຸນພົບທັງປວງ ທຸງແຫ່ງຄວາມ ຊ່ວຍເຫລືອຂອງພຣະອົງ ຢູ່ນະທີ່ໃດ?

ພຣະພັກນີ້ຖືກທຸລີແຫ່ງການໃສ່ຮ້າຍບົດບັງ:ຂ້າແດ່ພຣະຜູ້ຊົງປານີແຫ່ງພົບທັງປວງ ສາຍລົມແຫ່ງຄວາມເຫັນໃຈຂອງ ພຣະອົງ ຢູ່ນະທີ່ໃດ?

ເສື້ອຄຸມທີ່ບໍລິສຸດເປີ້ເປື້ອນ ເພາະພວກຫລອກລວງ: ຂ້າແດ່ພຣະຜູ້ປະດັບພົບທັງປວງ ພູສາແຫ່ງຄວາມວິສຸດຂອງພຣະອົງ ຢູ່ນະທີ່ໃດ?

ທະເລແຫ່ງຄວາມກະລຸນາສະຫງົບນິ່ງ ເພາະສິ່ງທີ່ມື ຂອງມະນຸດໄດ້ກະທໍາ: ຂ້າແດ່ພຣະຜູ້ເປັນຍອດປາດຖະໜາ ຂອງພົບທັງປວງ ຄື້ນແຫ່ງຄວາມອາລີຂອງພຣະອົງ ຢູ່ນະ ທີ່ໃດ?

ປະຕູນໍາໄປສູ່ທີ່ສະຖິດຂອງພຣະຜູ້ເປັນເຈົ້າ ຖືກປິດດ້ວຍຄວາມກົດຂີ່ຂອງຜູ້ທີ່ຫລົງຜິດ: ຂ້າແດ່ພຣະຜູ້ໄຂພົບທັງປວງ ກຸນແຈແຫ່ງພຣະກະລຸນາຂອງພຣະອົງ ຢູ່ນະທີ່ໃດ?

ໃບໄມ້ກາຍເປັນສີເຫລືອງ ເພາະພິດຂອງລົມທີ່ກະພື ຄວາມບໍ່ສະຫງົບ: ຂ້າແດ່ພຣະຜູ້ເປັນນາຍແຫ່ງພົບທັງປວງ ການຫລັ່ງໄຫລຈາກເມກ ແຫ່ງຄວາມອາລີຂອງພຣະອົງ ຢູ່ນະທີ່ໃດ?

ຈັກກະວານມືດມົນດ້ວຍທຸລີບາບ: ຂ້າແດ່ພຣະຜູ້ຊົງອະ ໄພແກ່ພົບທັງປວງ ສາຍລົມແຫ່ງການອະໄພຂອງພຣະອົງ ຢູ່ ນະທີ່ໃດ?

ສາສະດາໜຸ່ມຜູ້ນີ້ໂດດດ່ຽວ ໃນດິນແດນທີ່ມືດມົນ: ຂ້າ ແດ່ພຣະຜູ້ປະທານພອນໃຫ້ພົບທັງປວງ ຝົນແຫ່ງພຣະກະລຸ ນາຂອງພຣະອົງ ຢູ່ນະທີ່ໃດ?

ດູກ່ອນ ພຣະຜູ້ເປັນປາກກາອັນຍິ່ງໃຫຍ່ທີ່ສຸດ ເຮົາພຣະອົງ ໄດ້ຍິນສຽງຮຽກຮ້ອງອັນແສນຫວານຂອງເຈົ້າແລ້ວ ໃນອານາຈັກອະນັນ: ດູກ່ອນ ພຣະຜູ້ຖືກປະທຸບຮ້າຍແຫ່ງພົບທັງປວງ ຈົ່ງງ່ຽງຫູຟັງຖ້ອຍຄໍາທີ່ລິ້ນແຫ່ງຄວາມຍິ່ງໃຫ່ຍ ທີ່ພຣະອົງຊົງກ່າວໄວ້!

ດູກ່ອນ ພຣະຜູ້ຊົງອັດຖາທິບາຍແຫ່ງພົບທັງປວງຫາກບໍ່ແມ່ນເພາະຄວາມເຍືອກເຢັນແລ້ວ ພຣະວັດຈະນະຂອງເຈົ້າຈະແຜ່ຄວາມຮ້ອນໄດ້ຢ່າງໃດ?

ດູກ່ອນ ພຣະຜູ້ເປັນແສງສະຫວ່າງແຫ່ງພົບທັງປວງ ຫາກບໍ່ແມ່ນ ເພາະຄວາມຫາຍະນະ ດວງຕາເວັນແຫ່ງຄວາມອົດທົນຂອງເຈົ້າ ຈະສ່ອງແສງໄດ້ຢ່າງໃດ?

ດູກ່ອນ ພຣະຜູ້ຊົງຄວາມອົດທົນແຫ່ງພົບທັງປວງ ຢ່າໄດ້ ເສົ້າໂສກເພາະຄົນໄຮ້ສີລທັມ ເຈົ້າຖືກສ້າງຂຶ້ນມາ ເພື່ອອົດ ທົນ ແລະ ທົນທານ.

ດູກ່ອນ ພຣະຜູ້ຊົງຄວາມຮັກແຫ່ງພົບທັງປວງ ຮຸ່ງອາລຸນ ຂອງເຈົ້າບົນຂອບຟ້າ ແຫ່ງພຣະປະທິນຍາ ທ່າມກາງພວກ ປຸກປັ່ນ ຄວາມບໍ່ສະຫງົບ ແລະ ໃຈຂອງເຈົ້າທີ່ຖະຫວິນຫາ ພຣະຜູ້ເປັນເຈົ້ານັ້ນ ຊ່າງຫວານພຽງໃດ.

ດູກ່ອນ ພຣະຜູ້ຊົງຄວາມປີຕິແຫ່ງພົບທັງປວງ ໂດຍເຈົ້າ ທຸງແຫ່ງອິດສະລະພາບຈຶ່ງໄດ້ປັກເທິງຍອດສຸດ ແລະ ທະເລ ແຫ່ງຄວາມອາລີຈຶ່ງສາດຊັດ.

ດູກ່ອນ ພຣະຜູ້ຖືກເນລະເທດແຫ່ງພົບທັງປວງ ເພາະ ຄວາມໂດດດ່ຽວຂອງເຈົ້າ ດວງຕາເວັນແຫ່ງຄວາມເປັນໜຶ່ງ ຈຶ່ງໄດ້ສ່ອງແສງ ເພາະການຖືກເນລະເທດຂອງເຈົ້າ ດິນແດນ ແຫ່ງເອກະພາບຈຶ່ງງົດງາມ.

ດູກ່ອນ ພຣະຜູ້ເປັນຄວາມພາກພູມ ຂອງພົບທັງປວງ ເຮົາໄດ້ໃຫ້ຄວາມຕົກຕໍ້າເປັນພູສາ ແຫ່ງຄວາມຮຸ່ງເຮືອງ

ແລະ ຄວາມທຸກທໍລະມານ ເປັນອາພອນປະດັບວິຫານຂອງ

ເຈົ້າ.

ດູກ່ອນ ພຣະຜູ້ຊົງປົກປິດບາບແຫ່ງພົບທັງປວງ ເຈົ້າເຫັນແລ້ວວ່າ ຫົວໃຈທັງຫລາຍມີແຕ່ຄວາມກຽດຊັງ ເຈົ້າຈົ່ງມອງຂ້າມເສັຽ.

ດູກ່ອນ ພຣະຜູ້ເສັຽສະລະສໍາລັບພົບທັງປວງ ເມື່ອດາບ ສະທ້ອນແສງ ຈົ່ງມຸ່ງໜ້າຕໍ່ໄປ! ເມື່ອຫອກພຸ່ງມາ ຈົ່ງຄືບໜ້າ

ຕໍ່ໄປ!

ດູກ່ອນ ພຣະຜູ້ທໍາໃຫ້ພົບທັງປວງຄໍ້າຄວນ ເຈົ້າຫລືເຮົາ ທີ່ຈະຄໍ້າຄວນ? ເຮົາຕ່າງຫາກທີ່ຈະຮ້ອງໃຫ້ ເພາະຜູ້ສະໜັບ ສະໜຸນເຈົ້ານັ້ນ ມີຈໍານວນໜ້ອຍ.

ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງ ຜູ້ຊົງຄວາມຮຸ່ງເຮືອງ ຂ້າ ພຣະອົງ ໄດ້ຍິນສຽງຮ້ອງຮຽກຂອງພຣະອົງແລ້ວ ແລະບັດນີ້ ພຣະພັກຂອງບາຮາແດງເປັນໄຟ ດ້ວຍຄວາມຮ້ອນແຫ່ງ ຄວາມທຸກທໍລະມານ ແລະ ດ້ວຍອັກຄີແຫ່ງພຣະວັດຈະນະອັນຮຸ່ງເຮືອງຂອງພຣະອົງ ແລະ ບາຮາລຸກຂຶ້ນດ້ວຍຄວາມ

ຊື່ສັດ ແລະ ເສັຽສະລະ ພ້ອມກັບຕັ້ງປະນິທານ ໃນຄວາມຍິນດີຂອງພຣະອົງ ຂ້າແດ່ພຣະຜູ້ຊົງບັນດານຄວາມເປັນໄປຂອງພົບທັງປວງ.

ດູກ່ອນ ອາລີອັກບາ ຈົງຂອບພຣະຄຸນ ພຣະຜູ້ເປັນນາຍ ຂອງເຈົ້າ ສໍາລັບພຣະທັມມະຈາລຶກນີ້ ເຊິ່ງເຈົ້າສາມາດສູດ ສຸຄົນທະລົດແຫ່ງຂັນຕິຂອງເຮົາ ແລະ ຮັບຮູ້ສິ່ງທີ່ຫ້ອມລ້ອມ ເຮົາໃນວິຖີຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນທີ່ບູຊາຂອງພົບ ທັງປວງ.

ຫາກຄົນຮັບໃຊ້ທຸກຄົນອ່ານ ແລະຕຶກຕອງສິ່ງນີ້ ຈະເກີດ ໄຟຮ້ອນສຸມ ຢູ່ໃນເສັ້ນໂລຫິດຂອງພວກເຂົາ ເຊິ່ງຈະຈູດພົບ ທັງປວງ ໃຫ້ລຸກຂື້ນຢ່າງສະຫ່ວາງສະໄຫວ.

#12827
- Bahá'u'lláh

 

ທັມມະຈາລຶກເຖິງອາໝັດ

ພຣະອົງຄືຈອມກະສັດ ພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງອັດ ສະລິຍະພາບ!

ຈ່ົງເບິ່ງນົກໄນຕິງເກລສະຫວັນ ກໍາລັງຂັບຂານຢູ່ເທິງກິ່ງ ໄມ້ຂອງພຶກສາແຫ່ງນິລັນດອນການ ດ້ວຍທໍານອງເພງອັນ ອອນຊອນແສນວິສຸດ ເປັນການປະກາດຂ່າວດີຂອງການໄດ້ຢູ່ໃກ້ກັບພຣະຜູ້ເປັນເຈົ້າ ໃຫ້ແກ່ບັນດາຜູ້ທີ່ຈິງໃຈ ຮຽກຮ້ອງຜູ້ທີ່ເຊື່ອໃນເອກພາບສະຫວັນ ໃຫ້ມາຍັງຣາຊສໍານັກອັນເປັນທີ່ ສະຖິດຂອງພຣະຜູ້ຊົງເອື້ອເຟື້ອ ແຈ້ງໃຫ້ບັນດາຜູ້ທີ່ຖືກຕັດ ຂາດຊາບກ່ຽວກັບພຣະທັມ ທີ່ເປີດເຜີຍໂດຍພຣະຜູ້ເປັນເຈົ້າ ພຣະຜູ້ເປັນຈອມກະສັດ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ບໍ່ ມີປຽບປານ ນໍາທາງໃຫ້ຄົນຮັກໄປຍັງບໍລິເວນອັນບໍລິສຸດ ແລະ ຄວາມງາມແສນອໍາໄພນີ້.

ແທ້ຈິງແລ້ວ ນີ້ຄືຄວາມງາມອັນຍິ່ງໃຫຍ່ທີ່ສຸດ ທີ່ທໍານາຍ ໄວ້ ໃນພຣະຄັມພີຂອງທັມທູດທັງຫລາຍ ເຊິ່ງພຣະຜູ້ຊົງຄວາມງາມນີ້ ຈະແຍກໃຫ້ເຫັນສັດຈະທັມ ແລະ ຄວາມຫລົງຜິດ ແລະ ຈະທົດສອບຄຸນຄ່າຂອງບັນຊາທຸກຂໍ້ ແທ້ຈິງແລ້ວພຣະອົງຄື ພຶກສາແຫ່ງຊີວິດທີ່ໃຫ້ກໍາເນີດໝາກໄມ້ຂອງພຣະຜູ້ເປັນເຈົ້າ ພຣະຜູ້ຊົງປະເສີດ ພຣະຜູ້ຊົງອານຸພາບ ພຣະຜູ້ຊົງຄວາມຍິ່ງໃຫຍ່.

ດູກ່ອນອາໝັດ! ເຈົ້າຈົ່ງເປັນພະຍານເຖີດວ່າ ແທ້ຈິງ ແລ້ວ ພຣະອົງຄືພຣະຜູ້ເປັນເຈົ້າ ແລະບໍ່ມີພຣະຜູ້ເປັນເຈົ້າອື່ນ ໃດນອກຈາກພຣະອົງ ພຣະຜູ້ເປັນຈອມກະສັດ ພຣະຜູ້ຊົງຄຸ້ມ ຄອງ ພຣະຜູ້ບໍ່ມີປຽບປານ ພຣະຜູ້ຊົງອານຸພາບສູງສຸດ ແລະ ພຣະຜູ້ທີ່ພຣະອົງສົ່ງມາໃນນາມຂອງອາລີ ຄືບໍລົມພຣະສາດສະດາທີ່ແທ້ຈິງ ຈາກພຣະຜູ້ເປັນເຈົ້າ ຊຶ່ງພວກເຮົາທຸກຄົນກໍາລັງປະຕິບັດ ຕາມບັນຊາຂອງພຣະອົງ.

ດູກ່ອນປະຊາຊົນ ຈົ່ງເຊື່ອຟັງບັນຍັດຂອງພຣະຜູ້ເປັນ ເຈົ້າ ທີ່ລີຂິດໄວ້ໃນພຣະຄໍາພີບາຍັນ ໂດຍພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງອັດສະລິຍະພາບ ແທ້ຈິງແລ້ວ ພຣະອົງຄືຣາຊາຂອງທັມທູດທັງຫລາຍ ແລະ ພຣະຄັມພີຂອງພຣະອົງ ຄືພຣະຄັມພີແມ່ບົດ ຫາກເຈົ້າພຽງແຕ່ຮູ້.

ດັ່ງນີ້ ຄືສຽງທີ່ນົກໄນຕິງເກລ ຮ້ອງຮຽກເຈົ້າຈາກຄຸກແຫ່ງ ນີ້ ພຣະອົງພຽງແຕ່ເທດສະໜາທັມອັນກະຈ່າງແຈ້ງນີ້ ຕາມ ໜ້າທີ່ໃຜກໍຕາມທີ່ຢາກເມີນເສີຍຕໍ່ຄໍາແນະນໍານີ້ ກໍໍ່ຈົ່ງເມີນເຖີດ ແລະໃຜກໍ່ໍຕາມທີ່ປາດຖະໜາໃນຫົນທາງໄປສູ່ພຣະຜູ້ເປັນເຈົ້າ ກໍ່ໍຈົງເລືອກໄປຕາມນັ້ນ.

ດູກ່ອນປະຊາຊົນ ຫາກເຈົ້າປະຕິເສດພຣະວັດຈະນະເຫລົ່ານີ້ ມີຂໍ້ພິສູດໃດແດ່ ວ່າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ດູກ່ອນ ພວກປອມແປງ ຈົ່ງສະແດງຂໍ້ພິສູດອອກມາ.

ບໍ່ມີທາງ ພຣະຜູ້ຊຶ່ງກຸມດວງວິນຍານ ຂອງເຮົາໄວ້ໃນມື ເປັນພະຍານ ພວກເຂົາທັງຫລາຍ ບໍ່ມີທາງສະແດງຂໍ້ພິສູດ ອອກມາໄດ້ ແມ່ນວ່າຈະຮ່ວມມືຊ່ວຍກັນກໍໍ່ຕາມ.

ດູກ່ອນອາໝັດ ຈົ່ງຢ່າລືມຄວາມອາລີຂອງເຮົາ ຂະນະທີ່ ເຮົາບໍ່ຢູ່ ຈົ່ງຈົດຈໍາວັນທີ່ເຮົາຢູ່ກັບເຈົ້າ ຈົດຈໍາຄວາມທຸກທໍລະ ມານຂອງເຮົາ ແລະການຖືກເນລະເທດມາຍັງຄຸກທີ່ຫ່າງໄກນີ້ ແລະຂໍໃຫ້ເຈົ້າໝັ້ນຄົງໃນຄວາມຮັກຂອງເຮົາ ເພື່ອວ່າຫົວໃຈ ຂອງເຈົ້າຈະບໍ່ຫວັ່ນໄຫວ ແມ່ນວ່າ ດາບຂອງຜູ້ທີ່ຫວັງປອງຮ້າຍ ຈະກະໜໍ້າຟັນເຈົ້າ ອີກທັງໂລກ ແລະສະຫວັນ ທັງໝົດຈະລຸກຂຶ້ນຕໍ່ຕ້ານເຈົ້າ.

ຂໍໃຫ້ເຈົ້າຈົ່ງເປັນເໝືອນດັ່ງແປວໄຟ ທີ່ໃຫ້ຄວາມສະຫວ່າງສະໄຫວ ສໍາລັບຜູ້ທີ່ປອງຮ້າຍຂອງເຮົາ ແລະ ເປັນ ເໝືອນດັ່ງສາຍນໍ້າແຫ່ງຊີວິດນິລັນດອນ ສໍາລັບບັນດາຜູ້ທີ່ເຮົາຮັກ ແລະ ຢ່າໄດ້ເປັນພວກທີ່ສົງໄສ ແລະຫາກເຈົ້າໄດ້ຮັບ

ຄວາມທຸກຍາກໃນຫົນທາງຂອງເຮົາ ຫລື ຕົກຕໍ້າເພາະເຫັນແກ່ເຮົາ ກໍຢ່າໄດ້ກັງວົນໃຈ.

ຈົ່ງຝາກຄວາມຫວັງໄວ້ກັບພຣະຜູ້ເປັນເຈົ້າ ພຣະຜູ້ເປັນ ເຈົ້າຂອງເຈົ້າ ພຣະຜູ້ເປັນນາຍຂອງບັນພະບຸລຸດຂອງເຈົ້າ ເພາະປະຊາຊົນກໍາລັງຫັນເຫຢູ່ໃນຄວາມຫລົງຜິດ ຈິດໃຈມືດ ມົວ ຈົນມອງບໍ່ເຫັນພຣະຜູ້ເປັນເຈົ້າ ດ້ວຍຕາຂອງຕົນເອງ ບໍ່ໄດ້ຍິນທໍານອງເພງຂອງພຣະອົງ ດ້ວຍຫູຂອງຕົນເອງ ນີ້ຄືສະພາບຂອງພວກເຂົາ ຊຶ່ງເຈົ້າກໍໍ່ເຫັນແລ້ວເຊັ່ນກັນ.

ດັ່ງນີ້ເອງ ທີ່ຄວາມງົມງວຍ ໄດ້ກາຍເປັນມ່ານທີ່ປິດກັ້ນ ຫົວໃຈຂອງພວກເຂົາ ຈາກວິຖີທັມຂອງພຣະຜູ້ເປັນເຈົ້າ ພຣະ ຜູ້ຊົງປະເສີດ ພຣະຜູ້ຊົງຄວາມຍິ່ງໃຫຍ່.

ຂໍໃຫ້ເຈົ້າແນ່ໃຈວ່າ ແທ້ຈິງແລ້ວ ຜູ້ທີ່ເມີນເສີຍຕໍ່ພຣະຜູ້ ຊົງຄວາມງາມນີ້ ກໍ່ເທົ່າກັບເມີນເສີຍຕໍ່ພຣະທັມມະທູດທັງ

ຫລາຍໃນອາດີດ ແລະ ສະແດງຄວາມຍິ່ງທະນົງຕໍ່ພຣະຜູ້ເປັນເຈົ້າ ຕັ້ງແຕ່ນິລັນດອນການ ຕາບຈົນນິລັນດອນການ.

ດູກ່ອນອາໝັດ ຈົ່ງອ່ານພຣະທັມມະຈາລຶກນີ້ໃຫ້ດີ ແລະໃຊ້ສວດລະຫວ່າງທີ່ເຈົ້າມີຊີວິດຢູ່ ແລະ ຢ່າໄດ້ລະເລີຍ ເພາະ ແທ້ຈິງແລ້ວ ພຣະຜູ້ເປັນເຈົ້າຊົງກໍານົດລາງວັນ ສໍາລັບຜູ້ທີ່ສະລະຊີວິດ ເພື່ອພຣະອົງຮ້ອຍຄົນ ແລະ ການຮັບໃຊ້ໃນທັງສອງພົບ ໄວ້ໃຫ້ຜູ້ທີ່ສວດພຣະທັມມະຈາລຶກນີ້ ເຮົາປະທານຜົນບຸນນີ້ໃຫ້ແກ່ເຈົ້າ ເປັນດັ່ງໜຶ່ງໃນຄວາມອາລີ ແລະຄວາມປານີຈາກທີ່ສະຖິດຂອງເຮົາ ເພື່ອວ່າເຈົ້າຈະໄດ້ເປັນພວກທີ່ຮູ້ຄຸນ.

ພຣະຜູ້ເປັນເຈົ້າຊົງເປັນພະຍານ! ຫາກໃຜຕົກຢູ່ໃນ ຄວາມທຸກຍາກ ຫຼຶ ເສົ້າໂສກໄດ້ອ່ານພຣະທັມມະຈາລຶກນີ້ ຢ່າງຈິງໃຈທີ່ສຸດແລ້ວ ພຣະຜູ້ເປັນເຈົ້າຈະຊົງປັດເປົ່າຄວາມ ທຸກໂສກແກ້ໄຂຄວາມຍາກລໍາບາກ ແລະ ກໍາຈັດຄວາມຫຍຸ້ງ ຍາກໃຫ້ແກ່ເຂົາ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງປານີ ພຣະຜູ້ຊົງເຫັນ ໃຈ ຂໍຄວາມສັນລະເສີນຈົ່ງມີແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນ ນາຍແຫ່ງພົບທັງປວງ.

#12830
- Bahá'u'lláh

 

ບົດອະທິຖານ ທີ່ພຣະສະຖູບຂອງພຣະອັບດຸລບາຮາ

(ໃຊ້ສວດເວລາສ່ວນຕົວໄດ້ດ້ວຍເຊັ່ນກັນ)

“ຜູ້ທີ່ສວດບົດອະທິຖານນີ້ ດ້ວຍຄວາມອ່ອນນ້ອມ ແລະ ສັດທາ ຈະຍັງຄວາມເບີກບານຫັນສາ ໃຫ້ແກ່ຫົວໃຈຂອງຄົນ ຮັບໃຊ້ຜູ້ນັ້ນ ຊຶ່ງຈະເປັນເໝືອນດັ່ງໄດ້ຢູ່ຕໍ່ໜ້າພຣະອົງ”

ພຣະອົງຄືພຣະຜູ້ຊົງຄວາມຮຸ່ງເຮືອງ! ຂ້າແດ່ພຣະຜູ້ ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍຍົກ ມືວິງວອນພຣະອົງ ດ້ວຍຄວາມອ່ອນນ້ອມ ແລະ ນໍ້າຕາ ຂໍເອົາໃບໜ້າຄຸກທຸລີ ນະທໍລະນີປະຕູຂອງພຣະອົງ ພຣະຜູ້ຊົງຄວາມປະເສີດ ເໜືອປັນຍາຂອງຜູ້ແກ່ວິຊາ ແລະການສັນລະເສີນຂອງຜູ້ທີ່ເທີດທູນພຣະອົງ ຂໍຊົງທອດສາຍຕາແຫ່ງ ຄວາມປານີ ມາຍັງຄົນຮັບໃຊ້ຜູ້ຕໍ້າຕ້ອຍ ແລະ ອ່ອນນ້ອມຢູ່ທີ່ ປະຕູຂອງພຣະອົງ ແລະ ຂໍຊົງໃຫ້ຂ້າພະອົງດໍາດິ່ງລົງສູ່ມະຫາສະໝຸດ ແຫ່ງພຣະກະລຸນາອັນບໍ່ຮູ້ສີ້ນຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ! ຂ້າພະອົງຄືຄົນຮັບໃຊ້ຜູ້ໜ້າສົງສານ ແລະ ຕໍ້າຕ້ອຍຂອງພຣະອົງ ເປັນຜູ້ຮັບໃຊ້ທີ່ວິງວອນພຣະອົງ ເປັນສະເລີຍທີ່ຢູ່ໃນມືຂອງພຣະອົງ ອະທິຖານເຖິງພຣະອົງດ້ວຍຄວາມສັດທາ ວາງໃຈໃນພຣະອົງຫລັ່ງນໍ້າຕາຕໍ່ພຣະພັກຂອງພຣະອົງ ຮ້ອງຮຽກແລະວິງວອນພຣະອົງວ່າ:

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂໍຊົງປະທານຄວາມກະລຸນາ ໃຫ້ຂ້າພະອົງຮັບໃຊ້ບັນດາຜູ້ ເປັນທີ່ຮັກຂອງພຣະອົງ ຂໍຊົງໃຫ້ຂ້າພະອົງເປັນຜູ້ຮັບໃຊ້ທີ່ ເຂັ້ມແຂງຂອງພຣະອົງ ໃຫ້ໜ້າຜາກຂອງຂ້າພະອົງຮຸ່ງເຮືອງ ດ້ວຍແສງແຫ່ງການບູຊາ ໃນຣາຊສໍານັກແຫ່ງຄວາມບໍລິສຸດຂອງພຣະອົງ ແລະ ດ້ວຍການອະທິຖານເຖິງອານາຈັກ ແຫ່ງຄວາມຍິ່ງໃຫ່ຍຂອງພຣະອົງ ຂໍຊົງຊ່ວຍໃຫ້ຂ້າພະອົງລະ ຖີ້ມຄວາມເຫັນແກ່ຕົວ ໃນທີ່ປະຕູໄປສູ່ສະຫວັນຂອງພຣະອົງ ໃຫ້ຂ້າພະອົງຕັດຄວາມຜູກພັນ ຈາກທຸກສິ່ງພາຍໃນອານາບໍລິເວນ ອັນບໍລິສຸດຂອງພຣະອົງ ຂໍຊົງໃຫ້ຄວາມບໍ່ເຫັນແກ່ ຕົວ ເປັນຖ້ວຍທີ່ຂ້າພະອົງດື່ມ ເປັນເສື້ອຄຸມທີ່ຂ້າພະອົງສວມ ເປັນມະຫາສະໝຸດທີ່ຂ້າພະອົງດໍາດິ່ງລົງໄປ ຂໍຊົງບັນດານໃຫ້ຂ້າພະອົງເປັນເໝືອນດັ່ງທຸລີ ໃນວິຖີຂອງບັນດາຜູ້ເປັນທີ່ຮັກຂອງພຣະອົງ ແລະໃຫ້ຂ້າພະອົງໄດ້ສະລະວິນຍານ ສໍາລັບພິພົບທີ່ໄດ້ຮັບກຽດ ຈາກຮອຍເທົ້າຂອງບັນດາຜູ້ທີ່ພຣະອົງເລືອກສັນ ໃນວິຖີຂອງພຣະອົງ ຂ້າແດ່ພຣະຜູ້

ເປັນນາຍ ແຫ່ງຄວາມຮຸ່ງເຮືອງໃນເບື້ອງບົນສຸດ.

ຄົນຮັບໃຊ້ຮ້ອງຮຽກພຣະອົງຍາມຮຸ່ງອາລຸນ ແລະຄໍ້າຄືນ ດ້ວຍບົດອະທິຖານນີ້ ຂໍຊົງໃຫ້ຫົວໃຈຂອງຂ້າພະອົງສົມປາດຖະໜາ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງໃຫ້ຂ້າພະອົງມີຫົວໃຈຜ່ອງໃສ ມີໃຈເບີກບານ ແລະເຫັນແຈ້ງໃນທັມ ເພື່ອວ່າຂ້າພະອົງຈະໄດ້ຮັບໃຊ້ສາສະໜາ ແລະ ເປັນຄົນຮັບໃຊ້ຂອງພຣະອົງ.

ພຣະອົງຄື ພຣະຜູ້ຊົງປະທານພອນ ພຣະຜູ້ຊົງສົງສານ ພຣະຜູ້ຊົງອາລີທີ່ສຸດ ພຣະຜູ້ຊົງກະລຸນາ ພຣະຜູ້ຊົງປານີ ພຣະຜູ້ຊົງເຫັນໃຈ.

#12859
- `Abdu'l-Bahá

 

ບົດອະທິຖານທີ່ສະຖູບຂອງ ພຣະບາຮາອຸລລາຫ໌ ແລະ ພຣະບ໊ອບ

(ໃຊ້ສວດໃນວັນສັກສິດທີ່ເປັນວັນຄົບຮອບທັງສອງພຣະອົງດ້ວຍ)

ຄວາມສັນລະເສີນທີ່ຮຸ່ງອາລຸນຂື້ນມາ ຈາກອັດຕະພາບອັນກຽງໄກທີ່ສຸດຂອງພຣະອົງ ແລະ ຄວາມຮຸ່ງເຮືອງທີ່ສ່ອງແສງອອກມາຈາກຄວາມງາມ ອັນແຈ້ງສະຫວ່າງທີ່ສຸດຂອງພຣະອົງ ສະຖິດຢູ່ກັບພຣະອົງ ຂ້າແດ່ພຣະຜູ້ສະແດງຄວາມຍິ່ງໃຫ່ຍ ໃຫ້ເປັນທີ່ປະຈັກແຈ້ງ ພຣະຜູ້ເປັນລາຊາແຫ່ງນິລັນດອນການ ພຣະຜູ້ເປັນນາຍຂອງທຸກຄົນ ທີ່ຢູ່ໃນສະຫວັນແລະໂລກ! ຂ້າພະອົງຂໍຢືນຢັນວ່າ ອານາຈັກຣາຊສັກດາແລະ ຄວາມຍິ່ງໃຫ່ຍຂອງພຣະຜູ້ເປັນເຈົ້າ ເປີດເຜີຍຜ່ານມາທາງພຣະອົງ ດວງຕາເວັນທີ່ແຈ້ງສະຫວ່າງ ມາແຕ່ບູຮານນະການ ໄດ້ສາດແສງລັດໝີຢູ່ເທິງນະພາ ແຫ່ງປະກາສິດທີ່ປ່ຽນແປງບໍ່ໄດ້ຂອງພຣະອົງ ແລະ ຄວາມງາມຂອງພຣະຜູ້ທີ່ຂ້າພະອົງເບິ່ງບໍ່ເຫັນ ໄດ້ເຮືອງແສງຢູ່ເໜືອຂອບຟ້າຂອງສັບພະສິ່ງທັງປວງ ຂ້າພະອົງຂໍຢືນຢັນອີກວ່າ ພຽງແຕ່ການເຄື່ອນຍ້າຍປາຍປາກກາຂອງພຣະອົງ ບັນຊາທີ່ວ່າ“ພຣະອົງຈົ່ງເປັນ” ຈຶ່ງບັງເກີດຜົນຄວາມລັບຂອງພຣະຜູ້ເປັນເຈົ້າ ຖືກ ເປີດເຜີຍທຸກສັບພະສິ່ງ ຖືກບັນດານຂຶ້ນມາ ແລະການເປີດເຜີຍພຣະທັມທັງໝົດຫລັ່ງລົງມາ.

ຂ້າພະອົງຂໍເປັນພະຍານວ່າ ຄວາມງາມຂອງພຣະຜູ້ ເປັນທີ່ບູຊາ ເປີດເຜີຍຜ່ານມາທາງພຣະອົງ ພຣະພັກຂອງ ພຣະຜູ້ເປັນຍອດປາດຖະໜາ ເປັ່ງລັດສະໝີຢູ່ໃນພຣະພັກ ຂອງພຣະອົງ ແລະ ພຣະອົງຊົງຕັດສິນທຸກສັບພະສິ່ງ ດ້ວຍພຣະວັດຈະນະຂອງພຣະອົງ ໂດຍບັນດານໃຫ້ຜູ້ທີ່ອຸທິດຕົນ

ຕໍ່ພຣະອົງ ໄດ້ຂຶ້ນໄປສູ່ສຸດຍອດຂອງຄວາມຮຸ່ງເຮືອງ ແລະຜູ້ທີ່ບໍ່ມີສາສະໜາ ຈົມລົງໄປສູ່ກົ້ນບຶ້ງແຫ່ງອະເວຈີ.

ຂ້າພະອົງ ຂໍເປັນພະຍານວ່າ ຜູ້ທີ່ຮູ້ຈັກພຣະອົງ ໄດ້ຮູ້ຈັກ ພຣະຜູ້ເປັນເຈົ້າ ແລະ ຜູ້ທີ່ໄດ້ເຂົ້າເຝົ້າພຣະອົງ ໄດ້ເຂົ້າເຝົ້າ ພຣະຜູ້ເປັນເຈົ້າ ພຣະພອນນັ້ນຊ່າງຍິ່ງໃຫຍ່ ສໍາລັບຜູ້ທີ່ເຊື່ອ ໃນພຣະອົງ ແລະ ເຄື່ອງໝາຍຂອງພຣະອົງ ຖ່ອມຕົນຕໍ່ອະທິ ປະໄຕຂອງພຣະອົງ ໄດ້ຮັບກຽດໃນການເຂົ້າເຝົ້າພຣະອົງ ເປັນທີ່ຍິນດີຕາມພຣະປະສົງຂອງພຣະອົງ ຫ້ອມລ້ອມພຣະ ອົງ ແລະ ຢືນຢັນຢູ່ໜ້າບັນລັງຂອງພຣະອົງ ຄວາມຫາຍະ ນະບັງເກີດກັບຜູ້ທີ່ກະທໍາບາບຕໍ່ພຣະອົງ ປະຕິເສດພຣະອົງ ປະຕິເສດເຄື່ອງໝາຍຂອງພຣະອົງ ປະຕິເສດອະທິປະໄຕ ຂອງພຣະອົງ ລຸກຂຶ້ນຕໍ່ຕ້ານພຣະອົງ ຍິ່ງທະນົງຕໍ່ພຣະພັກ ຂອງພຣະອົງ ໂຕ້ແຍ້ງພະຍານຫລັກຖານຂອງພຣະອົງ ໜີ ອອກໄປຈາກການປົກຄອງ ແລະ ອານາຈັກຂອງພຣະອົງ ແລະ ໄດ້ຮັບການນັບວ່າ ເປັນພວກບໍ່ມີສາສະໜາ ຊຶ່ງຊື່ຂອງ

ພວກເຂົາ ຖືກຈາລຶກໄວ້ ໃນທັມມະຈາລຶກສັກສິດ ດ້ວຍກົດແຫ່ງພຣະບັນຊາຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະຜູ້ເປັນທີ່ຮັກຍິ່ງຂອງຂ້າພະອົງ ຈາກມືຂວາແຫ່ງຄວາມປານີ ແລະເມດ ຕາຮັກໃຄ່ຂອງພຣະອົງ ຂໍພຣະກະລຸນາທິຄຸນຂອງພຣະອົງຊົງພັດເອົາລົມຫາຍໃຈ ອັນບໍລິສຸດມາຍັງຂ້າພະອົງ ເພື່ອວ່າລົມຫາຍໃຈນັ້ນ ຈະພັດໃຫ້ຂ້າພະອົງລຸດພົ້ນ ຈາກຕົນເອງ ແລະໂລກ ແລະ ເຂົ້າໄປສູ່ຣາຊສໍານັກແຫ່ງຄວາມໃກ້ສິດແລະທີ່ສະຖິດຂອງພຣະອົງ ພຣະອົງຊົງອໍານາດໃນການກະທໍາສິ່ງທີ່ພຣະອົງປາດຖະໜາ ຄວາມຈິງແລ້ວ ພຣະອົງຊົງຄວາມຍິ່ງໃຫຍ່ ເໜືອສັບພະສິ່ງທັງປວງ.

ການລະນຶກເຖິງ ແລະ ການສັນລະເສີນພຣະຜູ້ເປັນເຈົ້າ ຄວາມຮຸ່ງເຮືອງ ແລະ ແສງສະຫວ່າງຂອງພຣະຜູ້ເປັນເຈົ້າສະຖິດຢູ່ກັບພຣະອົງ ຂ້າແດ່ພຣະຜູ້ເປັນຄວາມງາມຂອງພຣະຜູ້ເປັນເຈົ້າ! ຂ້າພະອົງຂໍເປັນພະຍານວ່າ ດວງຕາຂອງທຸກສັບພະສິ່ງ ບໍ່ເຄີຍເຫັນໃຜຖືກປະທຸບຮ້າຍ ເໝືອນພຣະອົງ ຕະຫລອດຊີວິດຂອງພຣະອົງ ຈົມຢູ່ໃນມະຫາສະໝຸດແຫ່ງ ຄວາມທຸກທໍລະມານ ເວລາໜຶ່ງ ພຣະອົງຖືກລ່າມດ້ວຍໂສ້ ອີກເວລາໜຶ່ງ ພຣະອົງຖືກຄຸກຄາມ ດ້ວຍດາບຂອງຜູ້ຫວັງປອງຮ້າຍ ເຖິງດັ່ງນັ້ນກໍ່ຕາມ ພຣະອົງກໍ່ໄດ້ບັນຊາມວນມະນຸດ ໃຫ້ປະຕິບັດຕາມພຣະບັນຍັດຂອງພຣະອົງ ໄດ້ຮັບມອບມາຈາກພຣະຜູ້ເປັນເຈົ້າພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງອັດສະລິ ຍະພາບ.

ຂໍໃຫ້ວິນຍານຂອງຂ້າພະອົງ ໄດ້ອຸທິດໃຫ້ແກ່ການຖືກປະທຸບຮ້າຍທີ່ພຣະອົງໄດ້ຮັບ ແລະ ເປັນຄ່າໄຖ່ສໍາລັບຄວາມທຸກຍາກຂອງພຣະອົງ ຂ້າພະອົງຂໍວິງວອນຕໍ່ພຣະຜູ້ເປັນເຈົ້າ ຕໍ່ບັນດາຜູ້ທີ່ມີໃບໜ້າແຈ່ມໃສ ດ້ວຍແສງສະຫວ່າງຈາກພຣະພັກຂອງພຣະອົງ ແລະ ຜູ້ທີ່ປະຕິບັດຕາມບັນ

ຊາທຸກຢ່າງ ດ້ວຍຄວາມຮັກພຣະອົງ ຂໍຊົງກໍາຈັດມ່ານທີ່ປິດກັ້ນລະຫວ່າງພຣະອົງ ແລະ ບັນດາຜູ້ທີ່ພຣະອົງສ້າງຂຶ້ນມາ ຂໍຊົງປະທານສິ່ງທີ່ດີງາມໃຫ້ແກ່ຂ້າພະອົງ ໃນໂລກນີ້ແລະໂລກໜ້າ ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງອະໄພສະເໝີ ພຣະຜູ້ຊົງເຫັນໃຈ.

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງຂໍພຣະອົງ ຊົງປະສາດພອນ ໃຫ້ກັບພຶກສາສະຫວັນນີ້ ຕະ ຫລອດຈົນໃບ ເຫງົ່າໄມ້ ກິ່ງງ່າ ລໍາຕົ້ນ ແລະໜໍ່ ຂອງພຶກສານີ້ ຕາບນານ ເທົ່າທີ່ອະທິປະໄຕອັນວິເສດສຸດ ແລະຄຸນລັກສະນະອັນກຽງໄກທີ່ສຸດຂອງພຣະອົງຍັງຢູ່ ຂໍຊົງຄຸ້ມຄອງພຶກສານີ້ ໃຫ້ປອດໄພຈາກການປອງຮ້າຍຂອງຜູ້ຮຸກຮານ ແລະຜູ້ກົດຂີ່ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງ ອານຸພາບສູງສຸດ ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ ຂໍພຣະອົງຊົງປະສາດພອນອີກດ້ວຍ ໃຫ້ກັບ ບັນດາຄົນຮັບໃຊ້ຊາຍຍິງ ທີ່ມາເຖິງເບື້ອງພຣະພັກຂອງພຣະ ອົງ ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງອາລີ ແລະພຣະກະລຸນາຂອງພຣະອົງ ບໍ່ມີຂີດຈໍາກັດ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ຊົງອະໄພສະເໝີ ພຣະຜູ້ຊົງເອື້ອ ເຟື້ອທີ່ສຸດ.

#12858
- Bahá'u'lláh