ຂໍຄວາມຄຸ້ມຄອງ (#12770)

*(ອອກຈາກເຮືອນ)
     ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງໄດ້ອອກຈາກບ້ານ ດ້ວຍຄວາມຢຶດໝັ້ນ ໃນສາຍ ໃຍແຫ່ງຄວາມຮັກຂອງພຣະອົງແລະມອບກາຍຖະຫວາຍຕົນໄວ້ໃນການດູແລ ແລະ ຄວາມຄຸ້ມຄອງຂອງພຣະອົງ  ຂ້າພະ   ອົງຂໍວິງວອນ ຕໍ່ອານຸພາບທີ່ພຣະອົງ ໃຊ້ຄຸ້ມຄອງບັນດາຜູ້ທີ່ ເປັນທີ່ຮັກຂອງພຣະອົງ ໃຫ້ພົ້ນຈາກຜູ້ທີ່ຖືທິດຖິແລະວິປະຣິດ   ຜູ້ກົດຂີ່ທີ່ຮຸນແຮງ ແລະ ຜູ້ກະທໍາຄວາມຊົ່ວຮ້າຍທີ່ຫຼົງທາງ  ໄກອອກໄປຈາກພຣະອົງ ຂໍຄວາມອາລີ ແລະຄວາມກະລຸນາຂອງ ພຣະອົງຄຸ້ມຄອງຂ້າພະອົງໃຫ້ປອດໄພ   ຂໍອານຸພາບ ແລະ ອໍານາດຂອງພຣະອົງ ຊ່ວຍໃຫ້ຂ້າພະອົງ ໄດ້ກັບບ້ານ ດ້ວຍຄວາມປອດໄພ.
ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງຊ່ວຍເຫຼືອ ໃນໄພອັນຕະລາຍ ພຣະຜູ້ດໍາລົງຢູ່ດ້ວຍ ພຣະອົງເອງ

-Bahá'u'lláh
-----------------------

ຂໍຄວາມຄຸ້ມຄອງ (#12771)

ຂ້າແດ່ພຣະຜູ້ເປັນນາຍ  ພຣະຜູ້ເປັນເຈົ້າຂອງຂ້າພະອົງ!
ພຣະອົງຊົງເຫັນ ແລະ ຮູ້ແລ້ວວ່າ ຂ້າພະອົງຮຽກຮ້ອງບັນ ດາຄົນຮັບໃຊ້ຂອງພຣະອົງ ບໍ່ໃຫ້ຫັນໄປທາງໃດ ນອກຈາກ ໄປຮັບພອນຈາກພຣະອົງ ຂ້າພະອົງບອກພວກເຂົາບໍ່ໃຫ້ ປະຕິບັດຕາມສິ່ງໃດ  ນອກຈາກທີ່ພຣະອົງບັນຍັດໄວ້ໃນພຣະ
ຄໍາພີທີ່ແຈ່ມແຈ້ງ  ເປັນພຣະຄໍາພີທີ່ສົ່ງລົງມາ ຕາມປະກາສິດ ທີ່ຢັ່ງບໍ່ເຖິງ  ດ້ວຍຈຸດປະສົງ   ທີ່ປ່ຽນແປງບໍ່ໄດ້ຂອງພຣະອົງ.
    ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພະອົງບໍ່ສາມາດເອີ່ຍຖ້ອຍ ຄໍາໃດ ນອກຈາກຈະໄດ້ຮັບອະນຸຍາດຈາກພຣະອົງ ແລະບໍ່ ສາມາດເຄື່ອນໄຫວໄປທິດທາງໃດ ນອກຈາກຈະໄດ້ຮັບອະ ນຸມັດຈາກພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຄືຜູ້ທີ່ບັນດານໃຫ້ຂ້າພະອົງເກີດຂຶ້ນມາ ໂດຍອານຸ ພາບແຫ່ງອໍານາດຂອງພຣະອົງ ແລະຊົງປະສາດຄວາມກະ ລຸນາໃຫ້ຂ້າພະອົງ ສະແດງສາສະໜາຂອງພຣະອົງ ດ້ວຍ ເຫດນີ້ ຂ້າພະອົງຈຶ່ງຕ້ອງຮັບເຄາະກັມ ຈົນລີ້ນຂອງຂ້າພະອົງ ຖືກຢຸດຢັ້ງບໍ່ໃຫ້ສະດຸດີພຣະອົງ ຫຼື ສັນລະເສີນຄວາມຮຸ່ງ ເຮືອງຂອງພຣະອົງ.
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນລະ ເສີນທັງປວງຈົ່ງມີແດ່ພຣະອົງ ສໍາລັບສິ່ງທີ່ຊົງບັນຍັດໃຫ້ແກ່ ຂ້າພະອົງໂດຍປະກາສິດ ແລະ ອານຸພາບຂອງອະທິປະໄຕ ຂອງພຣະອົງ   ຂ້າພະອົງຂໍວິງວອນພຣະອົງ ຂໍຊົງທໍາໃຫ້ ຂ້າພະອົງ ແລະ ບັນດາຜູ້ທີ່ຂ້າພະອົງຮັກເຂັ້ມແຂງໃນ ຄວາມຮັກທີ່ມີຕໍ່ພຣະອົງ ຂໍຊົງຄໍ້າຈຸນໃຫ້ຂ້າພະອົງໝັ້ນຄົງ ໃນສາສະໜາຂອງພຣະອົງ  ຂ້າແດ່ພຣະຜູ້ເປັນເຈົ້າຂອງ ຂ້າພະອົງ! ຂ້າພະອົງຂໍປະຕິຍານຕໍ່ອໍານາດຂອງພຣະອົງ! ຄວາມໜ້າລະອາຍຂອງຄົນຮັບໃຊ້  ຄືການທີ່ຖືກມ່ານປິດກັ້ນຈາກພຣະອົງ ແລະ ຄວາມຮຸ່ງເຮືອງຂອງເຂົາ ຄືການໄດ້ຮູ້ຈັກພຣະອົງ  ເມື່ອມີອານຸພາບແຫ່ງພຣະນາມຂອງພຣະອົງຢູ່ດ້ວຍ  ບໍ່ມີສິ່ງໃດທໍາຮ້າຍຂ້າພະອົງໄດ້ ແລະ ດ້ວຍຄວາມຮັກຂອງພຣະອົງໃນຫົວໃຈຂອງຂ້າພະອົງ   ຄວາມທຸກທໍລະມານທັງປວງໃນໂລກ   ກໍບໍ່ສາມາດທໍາໃຫ້ຂ້າພະອົງຕື່ນສະດຸ້ງໄດ້.
    ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງປະທານສິ່ງ ທີ່ຈະຄຸ້ມຄອງຂ້າພະອົງ ແລະ ບັນດາຜູ້ທີ່ຂ້າພະອົງຮັກ ໃຫ້ພົ້ນຈາກການປອງຮ້າຍ ຂອງຜູ້ທີ່ປະຕິເສດສັດຈະທັມ ຂອງພຣະອົງ ແລະ ບໍ່ເຊື່ອໃນສັນຍາລັກຂອງພຣະອົງ. 
     ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງອາລີທີ່ສຸດ.

-Bahá'u'lláh
-----------------------

ຂໍຄວາມຄຸ້ມຄອງ (#12772)

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງບັນຍັດໃຫ້ ແກ່ຂ້າພະອົງ ແລະບັນດາຜູ້ທີ່ເຊື່ອໃນພຣະອົງ ດ້ວຍສິ່ງທີ່ ພຣະອົງຖືວ່າດີທີ່ສຸດສໍາລັບເຂົາ  ດັ່ງທີ່ຖະແຫລງໄວ້ໃນພຣະຄໍາພີແມ່ບົດ  ເພາະພຣະອົງຊົງກໍານົດກົດເກນຂອງທຸກສັບພະສິ່ງໄວ້ໃນເອື້ອມມືຂອງພຣະອົງ ຂອງຂວັນຫຼວງຫຼາຍຈາກ
ພຣະອົງ  ຫລັ່ງລົງມາຢ່າງບໍ່ຂາດສາຍ  ໃຫ້ແກ່ຜູ້ທີ່ຖະໜອມຄວາມຮັກຂອງພຣະອົງ ແລະ  ສັນຍາລັກອັນໜ້າພິດສະຫວົງ
ຂອງພຣະພອນຈາກພຣະອົງ  ປະທານມາໃຫ້ຢ່າງລົ້ນເຫຼືອສໍາລັບຜູ້ທີ່ຍອມຮັບ  ເອກະພາບສະຫວັນຂອງພຣະອົງ  ຂ້າພະອົງຂໍມອບສິ່ງທີ່ພຣະອົງກໍານົດໄວ້ສໍາລັບຂ້າພະອົງ  ໃຫ້ຢູ່ໃນຄວາມດູແລຂອງພຣະອົງ ແລະ ຂໍວິງວອນພຣະອົງ  ຂໍຊົງປະທານສິ່ງດີງາມທັງປວງໃຫ້ແກ່ຂ້າພະອົງ   ເທົ່າທີ່ມີຢູ່ໃນຄວາມຮູ້ຂອງ ພຣະອົງ.
     ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງຄຸ້ມຄອງ ຂ້າພະອົງ ໃຫ້ພົ້ນຈາກຄວາມຊົ່ວຮ້າຍທຸກຢ່າງ ທີ່ຄວາມ ຮອບຮູ້ຂອງພຣະອົງມອງເຫັນ ເພາະບໍ່ມີອານຸພາບ ຫລືພະ ລັງໃດ ເວັ້ນແຕ່ໃນພຣະອົງ ບໍ່ມີໄຊຊະນະໃດຈະມາເຖິງເວັ້ນ ແຕ່ມາຈາກທີ່ສະຖິດຂອງພຣະອົງ ແລະພຣະອົງເທົ່ານັ້ນທີ່ ບັນຊາໄດ້ ອັນໃດກໍຕາມທີ່ພຣະຜູ້ເປັນເຈົ້າຕັ້ງພຣະປະສົງໄວ້ ກໍຈະເປັນໄປຕາມນັ້ນ ອັນໃດທີ່ພຣະອົງບໍ່ໄດ້ຕັ້ງພຣະປະສົງ ໄວ້ກໍຈະບໍ່ເປັນໄປຕາມນັ້ນ.
ບໍ່ມີອານຸພາບ ຫລື ພະລັງໃດນອກຈາກໃນພຣະຜູ້ເປັນ ເຈົ້າ  ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງອໍານາດສູງສຸດ.

-The Báb
-----------------------

ຂໍຄວາມຄຸ້ມຄອງ (#12773)

ຂໍຄວາມຮຸ່ງເຮືອງຈົ່ງມີແດ່ພຣະອົງ   ຂ້າແດ່ພຣະຜູ້ເປັນ ເຈົ້າ! ພຣະອົງຄື ພຣະຜູ້ເປັນເຈົ້າທີ່ດໍາລົງຢູ່ກ່ອນທຸກສັບພະ ສິ່ງແລະດໍາລົງຢູ່ຫຼັງທຸກສັບພະສິ່ງ ແລະ ຈະຄົງຢູ່ຍືນນານ ກວ່າທຸກສັບພະສິ່ງ ພຣະອົງຄືພຣະຜູ້ເປັນເຈົ້າທີ່ຮູ້ທຸກສັບພະ ສິ່ງແລະຊົງຍິ່ງໃຫຍ່ເໜືອທຸກສັບພະສິ່ງ ພຣະອົງຄືພຣະຜູ້ ເປັນເຈົ້າທີ່ປານີຕໍ່ທຸກສັບພະສິ່ງ ຜູ້ຊົງວິນິໄສທຸກສັບພະສິ່ງ ພຣະອົງຄືພຣະຜູ້ເປັນເຈົ້າ ພຣະຜູ້ເປັນນາຍຂອງຂ້າພະອົງ ພຣະອົງຮູ້ຕໍາແໜ່ງຂອງຂ້າພະອົງ ພຣະອົງເຫັນຮ່າງ ກາຍ ແລະ ວິນຍານຂອງຂ້າພະອົງ.
ໂປດຊົງອະໄພຂ້າພະອົງ ແລະສາສະນິກະຊົນທີ່ຕອບ ສະໜອງສຽງຮຽກຮ້ອງຂອງພຣະອົງ ຂໍພຣະອົງຊົງເປັນຜູ້ ຊ່ວຍເຫຼືອຂ້າພະອົງ ໃຫ້ພົ້ນຈາກການປອງຮ້າຍ ຂອງໃຜກໍ ຕາມທີ່ຕ້ອງການທໍາໃຫ້ຂ້າພະອົງທຸກໂສກ ຫຼື ບໍ່ປາຖະໜາ ດີຕໍ່ຂ້າພະອົງ   ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນນາຍ ຂອງສັບພະສິ່ງທັງປວງ ພຣະອົງພຽງພໍສໍາລັບທຸກຄົນ ແຕ່ບໍ່ມີ ໃຜພຽງພໍສໍາລັບຕົນເອງ ຫາກປາສະຈາກພຣະອົງ.

-The Báb
-----------------------

ຂໍຄວາມຄຸ້ມຄອງ (#12774)

ໃນນາມຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນນາຍແຫ່ງ ຣາຊສັກດາທີ່ຊົງອານຸພາບ ພຣະຜູ້ຊົງບັນຊາ ຂໍຄວາມວິສຸດ ຈົ່ງມີແດ່ພຣະຜູ້ເປັນນາຍ   ຊຶ່ງໃນພຣະຫັດຂອງພຣະອົງຄື ຕົ້ນກໍາເນີດຂອງອານາຈັກ ພຣະອົງຊົງສ້າງສັບພະສິ່ງ ຕາມທີ່ ພຣະອົງປາຖະໜາ ໂດຍພຣະວັດຈະນະແຫ່ງບັນຊາຂອງ ພຣະອົງ “ຈົ່ງເປັນ” ແລະເປັນໄປຕາມນັ້ນ ອານຸພາບແຫ່ງອໍາ ນາດເປັນຂອງພຣະອົງຕາບຈົນບັດນີ້ ແລະຈະເປັນຂອງພຣະ ອົງນັບແຕ່ນີ້ໄປ ພຣະອົງຊົງອວຍພອນໃຫ້ແກ່ຜູ້ທີ່ພຣະອົງ ປາດຖະໜາໂດຍອານຸພາບຂອງບັນຊາຂອງພຣະອົງ ຄວາມ ຈິງແລ້ວ ພຣະອົງຄືພຣະຜູ້ຊົງອານຸພາບ ພຣະຜູ້ຊົງມະຫິທາ ນຸພາບ ຄວາມຮຸ່ງເຮືອງທັງປວງ ແລະ ຣາຊສັກດາໃນອານາ ຈັກແຫ່ງທັມມະແລະສັບພາວະ ແລະ ສິ່ງທີ່ຢູ່ລະຫວ່າງອານາ ຈັກເຫລົ່ານີ້ລ້ວນກ່ຽວກັບພຣະອົງ  ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງເດຊານຸພາບ ພຣະຜູ້ຊົງຄວາມຮຸ່ງເຮືອງ ຕັ້ງແຕ່ ນິລັນດອນການ ພຣະອົງເປັນແຫລ່ງກໍາເນີດຂອງຄວາມເຂັ້ມ ແຂງທີ່ບໍ່ຫໍ້ຍທໍ້ ແລະ ຈະເປັນຕໍ່ໄປ ຕາບຈົນນິລັນດອນການ  ອານາຈັກທັງປວງໃນສະຫວັນ ແລະ ໂລກ ແລະ ທີ່ຢູ່ລະ ຫວ່າງອານາຈັກເຫລົ່ານີ້ ລ້ວນເປັນຂອງພຣະຜູ້ເປັນເຈົ້າ ແລະອານຸພາບຂອງພຣະອົງ ຍິ່ງໃຫຍ່ເໜືອທຸກສັບພະສິ່ງ ຊັບສົມບັດທັງປວງໃນໂລກ ແລະ ສະຫວັນ ແລະ ທຸກສິ່ງທີ່ຢູ່ ລະຫວ່າງໂລກ ແລະ ສະຫວັນເປັນຂອງພຣະອົງ  ແລະ ຄວາມຄຸ້ມຄອງຂອງພຣະອົງ ແຜ່ໄປເຖິງທຸກສັບພະສິ່ງ ພຣະອົງຄືພຣະຜູ້ສ້າງສະຫວັນແລະໂລກ ແລະ ສິ່ງທີ່ຢູ່ລະ ຫວ່າງສະຫວັນ ແລະໂລກ ແລະ ຄວາມຈິງແລ້ວພຣະອົງຊົງ ເຫັນທຸກສັບພະສິ່ງ  ພຣະອົງຄືພຣະຜູ້ເປັນນາຍ ທີ່ຄິດບັນຊີ ທຸກຄົນທີ່ອາໃສຢູ່ໃນສະຫວັນ ແລະ ບົນໂລກ ແລະຜູ້ທີ່ຢູ່ລະ ຫວ່າງສະຫວັນ ແລະ ໂລກ ແລະ ຄວາມຈິງແລ້ວ ພຣະຜູ້ເປັນ ເຈົ້າໄວທັນໃດໃນການຄິດບັນຊີ ພຣະອົງຊົງກໍານົດເກນໃຫ້ ທຸກຄົນທີ່ຢູ່ໃນສະຫວັນ ແລະ ໂລກ ແລະ ທີ່ຢູ່ລະຫວ່າງສະ ຫວັນແລະໂລກ   ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຄຸ້ມ ຄອງຜູ້ຍິ່ງໃຫຍ່ທີ່ສຸດ ພຣະອົງຄືກຸນແຈຂອງສະຫວັນ ແລະ ໂລກ ແລະ ທຸກສິ່ງທີ່ຢູ່ລະຫວ່າງສະຫວັນ ແລະໂລກ ໄວ້ໃນ ເອື້ອມມືຂອງພຣະອົງ   ພຣະອົງຊົງປະທານຂວັນລາບຕາມ ທີ່ພຣະອົງປາຖະໜາ  ໂດຍອານຸພາບແຫ່ງບັນຊາຂອງພຣະ ອົງ  ແທ້ຈິງແລ້ວ  ພຣະກະລຸນາຂອງພຣະອົງຫ້ອມລ້ອມທຸກ ສັບພະສິ່ງ ແລະ  ພຣະອົງຄືພຣະຜູ້ຊົງຮອບຮູ້.
     ພຣະຜູ້ເປັນເຈົ້າພຽງພໍສໍາລັບຂ້າພະອົງ ພຣະອົງຄືຜູ້ທີ່ ຖືອານາຈັກຂອງທຸກສັບພະສິ່ງ ໄວ້ໃນກໍາມືຂອງພຣະອົງ  ພຣະອົງຄຸ້ມຄອງຄົນຮັບໃຊ້ທີ່ພຣະອົງປາດຖະໜາ ໂດຍອາ ໄສອານຸພາບຂອງກອງທັບຂອງພຣະອົງໃນສະຫວັນ ແລະ ໂລກ ແລະທີ່ຢູ່ລະຫວ່າງສະຫວັນ ແລະ ໂລກ   ຄວາມຈິງ ແລ້ວ ພຣະຜູ້ເປັນເຈົ້າຄອຍຄຸ້ມຄອງທຸກສັບພະສິ່ງ. 
ຂ້າແດ່ພຣະຜູ້ເປັນນາຍ! ພຣະອົງຊົງຄວາມປະເສີດ ເຫລືອປະມານ   ຂໍຊົງຄຸ້ມຄອງຂ້າພະອົງໃຫ້ພົ້ນຈາກໄພທີ່ຢູ່ຂ້າງໜ້າ ແລະ ຂ້າງຫລັງ ທີ່ຢູ່ເໜືອຫົວ ຢູ່ຂວາ ແລະ ຊ້າຍ ໃຕ້ຝາເທົ້າ ແລະ ທຸກດ້ານ  ແທ້ຈິງແລ້ວ  ຄວາມຄຸ້ມຄອງທີ່ພຣະອົງໃຫ້  ແກ່ທຸກສັບພະສິ່ງ ບໍ່ມີທີ່ສິ້ນສຸດ.

-The Báb
-----------------------

ຂໍຄວາມຄຸ້ມຄອງ (#12775)

ຂ້າແດ່ພຣະຜູ້ເປັນເຈົ້າ  ພຣະຜູ້ເປັນເຈົ້າຂອງຂ້າພະອົງ!ຂໍຊົງປົກປ້ອງຄົນຮັບໃຊ້ທີ່ພຣະອົງໄວ້ໃຈ ໃຫ້ພົ້ນຈາກຄວາມ ຊົ່ວຮ້າຍທີ່ເກີດຈາກກິເລດ ແລະຄວາມເຫັນແກ່ຕົວ ຂໍຊົງເຝົ້າ ເບິ່ງພວກຂ້າພະອົງ   ດ້ວຍຄວາມເມດຕາຮັກໃຄ່  ແລະຄຸ້ມຄອງພວກຂ້າພະອົງ ໃຫ້ພົ້ນຈາກຄວາມເຈັບແຄ້ນ ຊິງຊັງ ແລະອິດສາຂໍພຣະອົງຊົງດູແລ ແລະ ພິທັກພວກຂ້າພະອົງໄວ້ ໃນປາການທີ່ປອດໄພ ຈາກຄົມອາວຸດແຫ່ງຄວາມສົງໃສ ຂໍຊົງບັນດານໃຫ້ພວກຂ້າພະອົງເປັນເຄື່ອງໝາຍ   ແຫ່ງຄວາມຮຸ່ງເຮືອງຂອງພຣະອົງ   ຂໍຊົງໃຫ້ລັງສີຈາກອະລຸໂນໄທແຫ່ງເອກະພາບຂອງພຣະອົງ  ທອດລັດສະໝີອັນເຈີດຈ້າມາທີ່ໃບໜ້າຂອງພວກຂ້າພະອົງ    ໃຫ້ຫົວໃຈຂອງພວກຂ້າພະອົງເບີກບານ  ດ້ວຍບົດກອນທີ່ຫລັ່ງມາຈາກອານາຈັກອັນວິ
ເສດສຸດຂອງພຣະອົງ ພຣະອົງຄືພຣະຜູ້ຊົງອາລີ ພຣະຜູ້ ຊົງຄຸ້ມຄອງ  ພຣະຜູ້ຊົງມະຫິທານຸພາບ  ພຣະຜູ້ຊົງກະລຸນາ.

-`Abdu'l-Bahá
-----------------------

ຂໍຄວາມຄຸ້ມຄອງ (#12776)

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ພຣະອົງຊົງຮູ້ວ່າ ປະຊາຊົນຖືກຫ້ອມລ້ອມດ້ວຍຄວາມເຈັບປວດ ແລະ  ຄວາມ ຫາຍຍະນະ ຖືກຫ້ອມລ້ອມດ້ວຍຄວາມທຸກທໍລະມານ  ແລະຄວາມຫຍຸ້ງຍາກ  ຄວາມທຸກຍາກ  ແລະ  ເຄາະຮ້າຍທຸກຢ່າງໂຈມຕີມະນຸດ  ປະດຸດດັ່ງງÑຮ້າຍ   ບໍ່ມີທີ່ກໍາບັງ ຫຼື ທີ່ລີ້ໄພໃດສໍາລັບມະນຸດ  ນອກຈາກພາຍໃຕ້ປີກແຫ່ງການປົກປ້ອງຄຸ້ມ
ຄອງ ແລະ ອາລັກຂາຂອງພຣະອົງ.
     ຂ້າແດ່ພຣະຜູ້ຊົງປານີ! ຂ້າແດ່ພຣະຜູ້ເປັນນາຍຂອງຂ້າ ພະອົງ! ຂໍໃຫ້ຄວາມຄຸ້ມຄອງຂອງພຣະອົງ ເປັນເກາະປ້ອງ ກັນຂ້າພະອົງ ການປົກປ້ອງຄຸ້ມຄອງຂອງພຣະອົງ ເປັນໂລ່ ກໍາບັງຂ້າພະອົງ ຄວາມຖ່ອມຕົວຕໍ່ປະຕູແຫ່ງຄວາມເປັນ ໜຶ່ງຂອງພຣະອົງ ເປັນຜູ້ອະພິບານຂ້າພະອົງ ການປົກປ້ອງ ແລະອາລັກຂາຂອງພຣະອົງເປັນປາການ ແລະທີ່ອາໄສຂອງ ຂ້າພະອົງ ຂໍຊົງປົກປ້ອງຂ້າພະອົງ ໃຫ້ພົ້ນຈາກການ ຊັກຈູງຂອງຄວາມເຫັນແກ່ຕົວ ແລະ ກິເລດ ຂໍຊົງອະພິບານ ຂ້າພະອົງ  ໃຫ້ພົ້ນຈາກຄວາມເຈັບປ່ວຍ   ຄວາມທຸກຍາກ
ຄວາມຫຸ້ຍງຍາກ  ແລະ  ການທົດສອບທີ່ສາຫັດ.
       ແທ້ຈິງແລ້ວ  ພຣະອົງຄື  ພຣະຜູ້ຊົງຄຸ້ມຄອງ  ພຣະຜູ້ອະພິບານ  ພຣະຜູ້ອາລັກຂາ ພຣະຜູ້ຊົງພຽງພໍ ແລະ ແທ້ຈິງແລ້ວ  ພຣະອົງຄື  ພຣະຜູ້ຊົງປານີ ຂອງພຣະຜູ້ຊົງປານີທີ່ສຸດ.

-`Abdu'l-Bahá
-----------------------

