ຂໍຄວາມຊ່ວຍເຫຼືອ (#12754)

ຂ້າແດ່ພຣະຜູ້ເຊິ່ງພຣະພັກຂອງພຣະອົງ ຄືຈຸດໝາຍຂອງ ການບູຊາຂອງຂ້າພະອົງ, ຄວາມງາມຂອງພຣະອົງ ຄືທີ່ ຫລົບໄພຂອງຂ້າພະອົງ, ທີ່ສະຖິດຂອງພຣະອົງຄືເປົ້າໝາຍ ຂອງຂ້າພະອົງ, ການສັນລະເສີນພຣະອົງ ຄືຄວາມຫວັງ ຂອງຂ້າພະອົງ, ການປົກປ້ອງຄຸ້ມຄອງຂອງພຣະອົງຄືສະ ຫາຍຂອງຂ້າພະອົງ, ຄວາມຮັກຂອງພຣະອົງຄືເຫດແຫ່ງຊີ ວິດຂອງຂ້າພະອົງ, ການກ່າວເຖິງພຣະອົງຄືການປອບ ໂຍນຂ້າພະອົງ, ການຢູ່ໃກ້ພຣະອົງຄືຄວາມຕ້ອງການຂອງ ຂ້າພະອົງ, ການເຂົ້າເຝົ້າພຣະອົງ ຄືຄວາມປາດຖະໜາ ແລະ ຄວາມໃຝ່ຝັນອັນສູງສຸດຂອງຂ້າພະອົງ   ຂ້າພະອົງຂໍວິງວອນພຣະອົງ  ຂໍຊົງຢ່າພາກຂ້າພະອົງ  ຈາກສິ່ງທີ່ພຣະອົງກໍານົດໄວ້ ສໍາລັບຄົນຮັບໃຊ້ທີ່ພຣະອົງເລືອກສັນ. ຂໍຊົງປະທານ, ສິ່ງທີ່ດີງາມທັງໃນໂລກນີ້  ແລະ ໂລກໜ້າ ໃຫ້ແກ່ ຂ້າພະອົງ. ແທ້ຈິງແລ້ວ, ພຣະອົງ, ຄືລາຊາຂອງມວນມະນຸດ. ບໍ່ມີ ພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ,  ພຣະຜູ້ຊົງອະໄພ  ສະເໝີ,  ພຣະຜູ້ຊົງເອື້ອເຟື້ອທີ່ສຸດ.

-Bahá'u'lláh
-----------------------

ຂໍຄວາມຊ່ວຍເຫຼືອ (#12755)

ຂ້າແດ່ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນທີ່ບູຊາ, ພຣະຜູ້ເປັນ ລາຊາ, ແລະ ຍອດປາດຖະໜາຂອງຂ້າພະອົງ! ວາຈາໃດ ທີ່ສາມາດເປັ່ງຄໍາຂອບພຣະຄຸນຕໍ່ພຣະອົງໄດ້?  ຂ້າພະອົງ ລືມສະຕິ, ພຣະອົງກໍ່ຊົງເຕືອນສະຕິຂ້າພະອົງ. ຂ້າພະອົງ ຫັນຫຼັງໃຫ້ພຣະອົງ, ພຣະອົງກໍຊົງກະລຸນາໃຫ້ຂ້າພະອົງຫັນ ມາຫາພຣະອົງ.  ຂ້າພະອົງເປັນເໝືອນດັ່ງຄົນຕາຍ, ພຣະ ອົງກໍຊົງຊຸບຂ້າພະອົງດ້ວຍນໍ້າແຫ່ງຊີວິດ   ຂ້າພະອົງສະຫຼົດໃຈ, ພຣະອົງກໍ່ຊົງຟື້ນກໍາລັງໃຈໃຫ້ຂ້າພະອົງ ດ້ວຍສາຍ ທາລາສະຫວັນ ແຫ່ງພຣະວັດຈະນະ ຂອງພຣະອົງ ທີ່ຫຼັ່ງມາ ຈາກປາກກາຂອງພຣະຜູ້ຊົງປານີ.
     ຂ້າແດ່ພຣະຜູ້ເປັນເຈົ້າຜູ້ຊົງປົກປ້ອງຄຸ້ມຄອງ! ທຸກສັບພະ ສິ່ງກໍາເນີດຂຶ້ນໂດຍຄວາມອາລີຂອງພຣະອົງ; ໂປດຢ່າພາກ ທາລາແຫ່ງຄວາມເອື້ອເຟື້ອ, ແລະມະຫາສະໝຸດແຫ່ງຄວາມ ປານີໄປເສັຽຈາກສັບພະສິ່ງທັງຫຼາຍ. ຂ້າພະອົງຂໍວິງວອນ ພຣະອົງ ຂໍຊົງຊ່ວຍເຫຼືອຂ້າພະອົງໃນທຸກເວລາ ແລະ ທຸກ ສະພາບການ, ແລະ ອ້ອນວອນ ຂໍກະລຸນາທິຄຸນ ທີ່ມີມາແຕ່ ບູຮານນະການ   ຈາກນະພາແຫ່ງຄວາມກະລຸນາຂອງພຣະ
ອົງ.ຄວາມຈິງແລ້ວ, ພຣະອົງຄື, ພຣະຜູ້ເປັນນາຍແຫ່ງຄວາມ ອາລີ, ພຣະຜູ້ເປັນປະມຸກແຫ່ງອານາຈັກອະນັນ.

-Bahá'u'lláh
-----------------------

ຂໍຄວາມຊ່ວຍເຫຼືອ (#12756)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ!   ຂ້າພະອົງຂໍຮ້ອງຕໍ່ພຣະນາມ  ອັນຮຸ່ງເຮືອງທີ່ສຸດຂອງພຣະອົງ  ຂໍຊົງຊ່ວຍເຫຼືອຂ້າພະອົງ ໃນສິ່ງທີ່ຈະທໍາໃຫ້ກິດຈະການ ຂອງຄົນຮັບ ໃຊ້ຂອງພຣະອົງຮຸ່ງເຮືອງ, ແລະບ້ານເມືອງຂອງພຣະອົງຈະ ເລີນຂຶ້ນ. ແທ້ຈິງແລ້ວ, ພຣະອົງ, ຊົງອານຸພາບເໜືອທຸກສັບ ພະສິ່ງ !

-Bahá'u'lláh
-----------------------

ຂໍຄວາມຊ່ວຍເຫຼືອ (#12757)

ຂໍຄວາມສະດຸດີຈົ່ງມີແດ່ພຣະນາມຂອງພຣະອົງ, ຂ້າແດ່ ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າ ຂອງຂ້າພະອົງທັງຫຼາຍ! ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງຮອບຮູ້ ແຫ່ງນາມມະ ທັມທັງປວງ. ຂໍຊົງກໍານົດສິ່ງທີ່ດີງາມໃຫ້ແກ່ພວກຂ້າພະອົງ ທັງຫຼາຍ ເທົ່າທີ່ມີຢູ່ໃນຄວາມຮອບຮູ້ຂອງພຣະອົງ. ພຣະອົງຄື ພຣະຜູ້ເປັນນາຍສູງສຸດ, ພຣະຜູ້ຊົງມະຫິທານຸພາບ,  ພຣະຜູ້ ເປັນທີ່ຮັກຍິ່ງ.
     ຂໍຄວາມສັນລະເສີນທັງປວງຈົ່ງມີແດ່ພຣະອົງ, ຂ້າແດ່ ພຣະຜູ້ເປັນນາຍ! ຂ້າພະອົງທັງຫຼາຍອ້ອນວອນຂໍຄວາມ ກະລຸນາຂອງພຣະອົງ ເມື່ອເຖິງວັນທີ່ກໍານົດ ແລະ ຂໍຝາກ ຄວາມຫວັງທັງໝົດໄວ້ກັບພຣະອົງ, ພຣະຜູ້ເປັນນາຍຂອງຂ້າ ພະອົງທັງຫຼາຍ. ຂໍຄວາມສັນລະເສີນຈົ່ງມີແດ່ພຣະອົງ,  ຂ້າແດ່ພຣະຜູ້ເປັນເຈົ້າ!  ໂປດປະທານສິ່ງທີ່ດີງາມ ແລະ ເໝາະສົມ ໃຫ້ແກ່ພວກຂ້າພະອົງ ເພື່ອວ່າຂ້າພະອົງທັງ ຫຼາຍຈະໄດ້ບໍ່ຕ້ອງອາໄສສິ່ງໃດ ນອກຈາກ ພຣະອົງ. ແທ້ຈິງ ແລ້ວ, ພຣະອົງຄືພຣະຜູ້ເປັນນາຍແຫ່ງພົບທັງປວງ.
ຂ້າແດ່ພຣະຜູ້ເປັນເຈົ້າ! ໂປດຕອບແທນບັນດາຜູ້ທີ່ຍືນ ຍົງອົດທົນໃນຍຸກຂອງພຣະອົງ, ໂປດໃຫ້ກໍາລັງໃຈເພື່ອວ່າ ພວກເຂົາຈະໄດ້ເດີນໃນວິຖີທັມຢ່າງແນ່ວແນ່. ຂ້າແດ່ພຣະຜູ້ ເປັນນາຍ,ໂປດປະທານ, ພອນສະຫວັນທີ່ດີງາມທັງຫລາຍທີ່ ຈະຊ່ວຍໃຫ້ພວກເຂົາ ໄດ້ເຂົ້າໄປສູ່ວິມານ ອັນສຸກສັນ ຂອງ ພຣະອົງ. ຂ້າແດ່ພຣະຜູ້ເປັນເຈົ້າ ຜູ້ຊົງອໍານາດ, ພຣະອົງຊົງ ຄວາມປະເສີດ. ຂໍໃຫ້ພຣະພອນຂອງພຣະອົງລັ່ງລົງມາຍັງ ບ້ານຂອງຜູ້ທີ່ເຊື່ອໃນພຣະອົງ. ແທ້ຈິງແລ້ວ, ບໍ່ມີຜູ້ໃດ ເໜືອກວ່າພຣະອົງໃນການປະທານພອນ. ຂ້າແດ່ພຣະຜູ້ ເປັນເຈົ້າ  ໂປດສົ່ງທູດສະຫວັນມາຊ່ວຍ     ຄົນຮັບໃຊ້ທີ່ຊື່ສັດຂອງພຣະອົງ  ໃຫ້ໄດ້ຮັບໄຊຊະນະ    ພຣະອົງຊົງອອກແບບສັບພະສິ່ງທັງຫຼາຍ  ຕາມທີ່ພຣະອົງຊົງປາດຖະໜາ  ໂດຍອານຸພາບຂອງປະກາສິດຂອງພຣະອົງ  ຄວາມຈິງແລ້ວ ພຣະອົງ
ຄືພຣະຜູ້ເປັນປະມຸກ  ພຣະຜູ້ສ້າງ     ພຣະຜູ້ຊົງອັດສະຣິຍະພາບ.
 ພຣະຜູ້ເປັນເຈົ້າ ຄືຜູ້ປະດິດ ທຸກສັບພະສິ່ງ ໂດຍແທ້ຈິງ. ພຣະອົງຫຼໍ່ລ້ຽງຜູ້ທີ່ພຣະອົງປະສົງຢ່າງອຸດົມສົມບູນ   ພຣະອົງຄືພຣະຜູ້ສ້າງ  ພຣະຜູ້ເປັນຕົ້ນກໍາເນີດ    ຂອງຊີວິດທັງປວງພຣະຜູ້ຊົງອອກແບບ  ພຣະຜູ້ຊົງມະຫິທານຸພາບ  ພຣະຜູ້ຊົງ
ປະດິດ  ພຣະຜູ້ຊົງອັສລິຍະພາບ  ພຣະອົງຄືພຣະຜູ້ສະແດງອະພິໄທອັນວິເສດສຸດທັງຫຼາຍ ທົ່ວທັງສະຫວັນ ແລະ ໂລກ ແລະ ທີ່ຢູ່ລະຫວ່າງພົບເຫຼົ່ານີ້, ທຸກຄົນປະຕິບັດຕາມບັນຊາ ຂອງພຣະອົງ  ທຸກຄົນທີ່ອາໄສຢູ່ໃນໂລກ ແລະ  ສະຫວັນສັນລະເສີນພຣະອົງ ແລະ ທຸກຄົນຈະກັບໄປສູ່ພຣະອົງ.

-The Báb
-----------------------

ຂໍຄວາມຊ່ວຍເຫຼືອ (#12758)

ຂ້າແດ່ພຣະຜູ້ເປັນນາຍ !  ຂ້າພະອົງທັງຫຼາຍໜ້າສົງສານ  ໂປດຊົງເມດຕາຕໍ່ຂ້າພະອົງທັງຫຼາຍ  ພວກຂ້າພະອົງຍາກໄຮ້  ໂປດປະທານສ່ວນແບ່ງຈາກມະຫາສະໝຸດ  ແຫ່ງຄວາມມັ່ງຄັ່ງຂອງພຣະອົງ   ຂ້າພະອົງທັງຫຼາຍຂັດສົນ  ໂປດຄໍ້າຈຸນຂ້າພະອົງທັງຫຼາຍ   ຂ້າພະອົງທັງຫຼາຍຕົກຕໍ້າ   ໂປດຊ່ວຍໃຫ້ຂ້າພະອົງທັງຫຼາຍຮຸ່ງເຮືອງ     ສັດປີກໃນທ້ອງຟ້າ ແລະ ສັດປ່າໃນທົ່ງໄດ້ຮັບອາຫານແຕ່ລະວັນ ຈາກພຣະອົງ, ແລະ ທຸກຊີວິດໄດ້ຮັບການດູແລ  ແລະ ຄວາມເມດຕາຮັກໃຄ່ຈາກພຣະອົງ.
     ຂໍຊົງຢ່າພາກພຣະກະລຸນາ ອັນລໍ້າເລີດ ຂອງພຣະອົງ ໄປຈາກຜູ້ທີ່ອ່ອນແອ ຂໍຊົງເອື້ອເຟື້ອເພື່ອແຜ່ ຜູ້ທີ່ຊ່ວຍຕົວ ເອງບໍ່ໄດ້ນີ້ ດ້ວຍອໍານາດຂອງພຣະອົງ.
     ຂໍຊົງປະທານອາຫານ ແລະ ປັດໃຈໃນການດໍາລົງຊີວິດ ແກ່ຂ້າພະອົງທັງຫຼາຍ  ເພື່ອວ່າຂ້າພະອົງທັງຫຼາຍຈະບໍ່ຕ້ອງເພິ່ງຜູ້ໃດນອກຈາກພຣະອົງ    ຈະໄດ້ສົນທະນາກັບພຣະອົງຜູ້ດຽວ  ຈະໄດ້ເດີນໃນວິຖີຂອງພຣະອົງ ແລະ ປະກາດຄວາມເລິກລັບຂອງພຣະອົງ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງປ່ຽມໄປດ້ວຍຄວາມຮັກ   ພຣະຜູ້ຊົງຈັດຫາປັດໃຈໃຫ້ມະນຸດຊາດທັງປວງ.

-`Abdu'l-Bahá
-----------------------

ຂໍຄວາມຊ່ວຍເຫຼືອ (#12759)

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງກະລຸນາ! ຂ້າພະອົງທັງ ຫຼາຍຄືຄົນຮັບໃຊ້ນະທໍລະນີປະຕູຂອງພຣະອົງ, ອາໃສປະຕູ ສັກສິດຂອງພຣະອົງເປັນທີ່ກໍາບັງ. ຂ້າພະອົງທັງຫຼາຍບໍ່ສະ ແຫວງຫາທີ່ເພິ່ງໃດ ນອກຈາກຫຼັກສີລາທີ່ແຂງແກ່ນນີ້,   ບໍ່ຫັນ ໄປຫາຮົ່ມໄມ້ຊາຍຄາໃດ ນອກຈາກການປົກປັກຮັກສາ ຂອງ ພຣະອົງ.  ຂໍຊົງຄຸ້ມຄອງພວກຂ້າພະອົງທັງຫຼາຍ,  ຂໍຊົງ ປະທານພອນ, ຂໍຊົງຄໍ້າຈຸນຂ້າພະອົງທັງຫຼາຍ,  ຂໍຊົງທໍາໃຫ້ ຂ້າພະອົງທັງຫຼາຍຮັກແຕ່ຄວາມຍິນດີຂອງພຣະອົງ, ເອີ່ຍ ແຕ່ຄໍາສັນລະເສີນພຣະອົງ, ໄປຕາມວິຖີທັມຂອງພຣະອົງ ເທົ່ານັ້ນ,   ເພື່ອວ່າ ຂ້າພະອົງທັງຫຼາຍ ຈະອຸດົມຮັ່ງມີພຽງພໍ ທີ່ຈະຕ້ອງບໍ່ອາໃສຜູ້ໃດນອກຈາກພຣະອົງ, ແລະ ໄດ້ຮັບ ພອນຈາກຊົນລະທີແຫ່ງຄວາມເມດຕາຂອງພຣະອົງ, ເພື່ອ ວ່າຂ້າພະອົງທັງຫຼາຍ ອາດຈະໄດ້ພະຍາຍາມ ເຊີດຊູສາສະ ໜາ ແລະ ແຜ່ກະຈາຍສຸຄົນທະລົດຂອງພຣະອົງໄປກວ້າງໄກ ຢູ່ສະເໝີ ບໍ່ຄິດເຖິງຕົວເອງ ແລະ ລະນຶກເຖິງແຕ່ພຣະອົງ, ລະຈາກທຸກສິ່ງ ແລະ ມອບໃຈໄວ້ກັບພຣະອົງ.
     ຂ້າແຕ່ພຣະຜູ້ຊົງຈັດຫາ, ພຣະຜູ້ຊົງອະໄພ! ຂໍຊົງປະທານ ກະລຸນາທິຄຸນຄວາມເມດຕາຮັກໃຄ່, ຂອງຂວັນ ແລະ ພຣະ ພອນຂອງພຣະອົງ, ຂໍຊົງຄໍ້າຈຸນຂ້າພະອົງທັງຫຼາຍ, ເພື່ອວ່າ ຂ້າພະອົງທັງຫຼາຍ   ຈະໄດ້ບັນລຸເປົ້າໝາຍ    ພຣະອົງຄືພຣະ
ຜູ້ຊົງອານຸພາບ ພຣະຜູ້ຊົງປີຊາສາມາດ ພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງເຫັນ ແລະ ແທ້ຈິງແລ້ວ, ພຣະອົງຄືພຣະຜູ້ຊົງປານີ ແລະແທ້ຈິງແລ້ວ  ພຣະອົງຄື   ພຣະຜູ້ຊົງອະໄພສະເໝີ ພຣະຜູ້ຊື່ງຜູ້ສໍານຶກຜິດຫັນໄປຫາ   ພຣະຜູ້ຊົງອະໄພແມ່ນແຕ່ບາບທີ່ຮ້າຍແຮງທີ່ສຸດ.

-`Abdu'l-Bahá
-----------------------

