ຊົງອໍານາດ. (#12792)

ຂ້າແດ່ພຣະຜູ້ເປັນເຈົ້າ  ບັດນີ້ ຂ້າພະອົງຂໍເປັນພະ ຍານຕໍ່ຄວາມໝົດຫົນທາງຂອງຂ້າພະອົງ ແລະອະທິປະ ໄຕຂອງພຣະອົງ ຄວາມອ່ອນແອຂອງຂ້າພະອົງ ແລະອານຸ ພາບຂອງພຣະອົງ ຂ້າພະອົງບໍ່ຮູ້ວ່າສິ່ງໃດເປັນປະໂຫຍດ ຫຼືເປັນໄພຕໍ່ຂ້າພະອົງ  ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງ ຮອບຮູ້ ພຣະຜູ້ຊົງອັດສະລິຍະພາບ ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ   ຂໍຊົງປະກາສິດສິ່ງທີ່ຈະເຮັດ
ໃຫ້ຂ້າພະອົງພໍໃຈ ກັບຄໍາປະກາສິດອະນັນ ຂອງ ພຣະອົງ ແລະ ທໍາໃຫ້ຂ້າພະອົງຮຸ່ງເຮືອງ ໃນທຸກພົບຂອງພຣະອົງ ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງກະລຸນາ ພຣະຜູ້ຊົງອາລີ ພຣະຜູ້ເປັນນາຍ!  ຂໍຊົງຢ່າພັກໄສຂ້າພະອົງໄປຈາກມະຫາສະໝຸດແຫ່ງຄວາມມັ່ງຄັ່ງ ແລະ  ນະພາແຫ່ງຄວາມປານີ
ຂອງພຣະອົງ  ຂໍຊົງບັນຍັດສິ່ງທີ່ດີງາມໃຫ້ແກ່ຂ້າພະອົງ  ທັງໃນໂລກນີ້ແລະໂລກໜ້າ  ແທ້ຈິງແລ້ວ ພຣະອົງຄືພຣະຜູ້ເປັນນາຍແຫ່ງຄວາມປານີ  ທີ່ຄອງບັນລັງເບື້ອງບົນສຸດ  ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ  ພຣະຜູ້ເປັນໜຶ່ງ  ພຣະຜູ້ຊົງຮອບຮູ້  ພຣະຜູ້ຊົງອັດສະລິຍະພາບ

-Bahá'u'lláh
-----------------------

ຊົງອໍານາດ. (#12793)

ຂ້າແດ່ພຣະຜູ້ເປັນນາຍ ຂອງຂ້າພະອົງ!  ຂໍຊົງໃຫ້ ຄວາມງາມຂອງພຣະອົງ ເປັນອາຫານສໍາລັບຂ້າພະອົງ ການເຂົ້າເຝົ້າພຣະອົງ ເປັນນໍ້າທິບທີ່ຫລໍ່ລ້ຽງຂ້າພະອົງ ຄວາມຍິນດີຂອງພຣະອົງ ເປັນຄວາມຫວັງຂອງຂ້າພະອົງ ການສັນລະເສີນພຣະອົງ ເປັນການກະທໍາຂອງຂ້າພະອົງ ການລະນຶກເຖິງພຣະອົງ ເປັນສະຫາຍຂອງຂ້າພະອົງ ອານຸພາບແຫ່ງອະທິປະໄຕຂອງພຣະອົງ ເປັນຜູ້ຊ່ວຍເຫຼືອຂ້າ ພະອົງ ທີ່ອາໄສຂອງພຣະອົງ ເປັນບ້ານຂອງຂ້າພະອົງ     ແລະທີ່ຢູ່ຂອງຂ້າພະອົງ ເປັນບໍລິເວນອັນບໍລິສຸດໄຮ້ຊຶ່ງຂໍ້ ຈໍາກັດ ຂອງບັນດາຜູ້ທີ່ຖືກມ່ານປິດກັ້ນຈາກພຣະອົງ.
ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງ
ຄວາມຮຸ່ງເຮືອງ  ພຣະຜູ້ຊົງອານຸພາບສູງສຸດ.

-Bahá'u'lláh
-----------------------

ຊົງອໍານາດ. (#12794)

ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງເຮັດໃຫ້ຈິດໃຈຂອງຂ້າພະ ອົງສົດຊື່ນແລະເບີກບານ ຂໍຊົງສໍາລະຫົວໃຈຂອງຂ້າພະອົງ ໃຫ້ບໍລິສຸດ ຂໍຊົງປະທານພະລັງຄວາມສາມາດ ໃຫ້ແກ່ຂ້າພະອົງ  ຂ້າພະອົງຂໍມອບວຽກງານທຸກຢ່າງ  ໄວ້ໃນພຣະຫັດຂອງພຣະອົງ  ພຣະອົງຊົງເປັນຜູ້ນໍາທາງ ແລະ ເປັນທີ່ເພິ່ງຂອງຂ້າພະອົງ   ຂ້າພະອົງຈະບໍ່ມີຄວາມໂສກເສົ້າເສັຽໃຈ    ຕໍ່ໄປອີກແລ້ວ  ຂ້າພະອົງຈະມີແຕ່ຄວາມສຸກ ແລະ ລື້ນເລິງຕະຫລອດ
ໄປ   ຂ້າແດ່ພຣະຜູ້ເປັນເຈົ້າ!  ຂ້າພະອົງຈະບໍ່ເຕັມໄປດ້ວຍຄວາມວິຕົກກັງວົນ  ແລະ   ຈະບໍ່ຍອມໃຫ້ຄວາມຫຍຸ້ງຍາກມາລົບກວນຂ້າພະອົງອີກ  ຂ້າພະອົງຈະບໍ່ໝົກມຸ່ນຢູ່ກັບສິ່ງທີ່ບໍ່ລຶ້ນເລິງສໍາລັບຊີວິດ.
       ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນມິດຕໍ່ຂ້າພະອົງ ຍິ່ງກວ່າຂ້າພະອົງມີຕໍ່ຕົນເອງ    ຂ້າແດ່ພຣະຜູ້ເປັນນາຍຂອງ
ຂ້າພະອົງ    ຂ້າພະອົງຂໍອຸທິດຕົນໃຫ້ແກ່ພຣະອົງ.

-`Abdu'l-Bahá
-----------------------

ຊົງອໍານາດ. (#12795)

ຂ້າແດ່ພຣະຜູ້ເປັນນາຍ! ຂ້າພະອົງທັງຫລາຍອ່ອນແອ ຂໍຊົງປະທານຄວາມເຂັ້ມແຂງໃຫ້ແກ່ພວກຂ້າພະອົງ ຂ້າແດ່ ພຣະຜູ້ເປັນເຈົ້າ ຂ້າພະອົງທັງຫລາຍດ້ອຍປັນຍາ ຂໍຊົງຊ່ວຍ ໃຫ້ພວກຂ້າພະອົງຮອບຮູ້ ຂ້າແດ່ພຣະຜູ້ເປັນນາຍ! ຂ້າພະ ອົງທັງຫລາຍຍາກໄຮ້ ຂໍຊົງປະທານຄວາມມັ່ງຄັ່ງໃຫ້ແກ່ພວກ ຂ້າພະອົງ ຂ້າແດ່ພຣະຜູ້ເປັນເຈົ້າ! ຂ້າພະອົງທັງຫລາຍໄຮ້ຊີ ວິດ ຂໍຊົງຟື້ນພວກຂ້າພະອົງໃຫ້ ມີຊີວິດຊີວາ ຂ້າແດ່ພຣະຜູ້ ເປັນນາຍ! ຂ້າພະອົງທັງຫຼາຍລະອາຍໃຈ ຂໍຊົງເຊີດຊູພວກ ຂ້າພະອົງໃນຣາຊອານາຈັກຂອງພຣະອົງ ຂ້າແດ່ພຣະຜູ້ເປັນ ນາຍຫາກພຣະອົງຊ່ວຍເຫຼືອ ພວກຂ້າພະອົງຈະກາຍເປັນ ດວງດາວທີ່ສ່ອງແສງ ຫາກພຣະອົງບໍ່ຊົງຊ່ວຍເຫຼືອ ພວກຂ້າ ພະອົງຈະຕໍ້າກວ່າພື້ນດິນ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງປະ ທານຄວາມເຂັ້ມແຂງ ໃຫ້ແກ່ພວກຂ້າພະອົງ ຂ້າແດ່ພຣະຜູ້ ເປັນເຈົ້າ! ຂໍຊົງປະທານໄຊຊະນະໃຫ້ແກ່ພວກຂ້າພະອົງຂ້າ ແດ່ພຣະຜູ້ເປັນເຈົ້າ! ຂໍຊົງຊ່ວຍໃຫ້ພວກຂ້າພະອົງຊະນະຕົນ ເອງ ແລະຂົ່ມກິເລດຂອງພວກຂ້າພະອົງ ຂ້າແດ່ພຣະຜູ້ເປັນ ນາຍ! ຂໍຊົງປົດພວກຂ້າພະອົງ ຈາກຄວາມເປັນທາດໂລກີ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຟື້ນຊີວິດໃຫ້ແກ່ພວກຂ້າພະອົງ ດ້ວຍລົມຫາຍໃຈຂອງພຣະວິນຍານບໍລິສຸດ ເພື່ອວ່າພວກຂ້າ ພະອົງຈະໄດ້ລຸກຂຶ້ນຮັບໃຊ້ພຣະອົງ ບູຊາພຣະອົງພະຍາຍາມ ຢ່າງຈິງໃຈ ໃນຣາຊອານາຈັກ ຂອງພຣະອົງ ຂ້າແດ່ພຣະຜູ້ ເປັນນາຍ! ພຣະອົງຊົງອານຸພາບຂ້າແດ່ພຣະຜູ້ເປັນເຈົ້າພຣະ ອົງຊົງອະໄພ ຂ້າແດ່ພຣະຜູ້ເປັນນາຍ ພຣະອົງຊົງເຫັນໃຈ.

-`Abdu'l-Bahá
-----------------------

