ທັມມະຈາລຶກອັກຄີ (#12827)

ໃນນາມພຣະຜູ້ເປັນເຈົ້າ ພຣະຜູ້ຊົງບໍລົມບູຮານທີ່ສຸດ ພຣະຜູ້ຊົງຄວາມຍິ່ງໃຫຍ່ທີ່ສຸດ.

ຫົວໃຈຂອງບັນດາຜູ້ທີ່ຈິງໃຈ ຖືກເຜົາຜານດ້ວຍໄຟແຫ່ງ ການພາກຈາກກັນ:    ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງຂອງພົບທັງ
ປວງ ແສງທີ່ເຮືອງມາຈາກພຣະພັກຂອງພຣະອົງ ຢູ່ນະທີ່ໃດ?

ບັນດາຜູ້ໃກ້ຊິດພຣະອົງ ຖືກປະປ່ອຍໄວ້ຢູ່ໃນຄວາມມືດ ອັນໜ້າສະລົດໃຈ: ຂ້າແດ່ພຣະຜູ້ເປັນຍອດປາດຖະໜາຂອງ ພົບທັງປວງ ແສງອາລຸນແຫ່ງການກັບມາຢູ່ຮ່ວມກັບພຣະອົງ ຢູ່ນະທີ່ໃດ?

ຮ່າງຂອງບັນດາຜູ້ທີ່ພຣະອົງເລືອກສັນ   ນອນສັ່ນສະທ້ານຢູ່ເທິງພື້ນຊາຍທີ່ຮ່າງໄກ:  ຂ້າແດ່ພຣະຜູ້ຍັງຄວາມປີຕິໃຫ້ແກ່ພົບທັງປວງ  ມະຫາສະໝຸດອັນເປັນທີ່ສະຖິດຂອງພຣະອົງ ຢູ່ນະທີ່ໃດ?

ມືທີ່ເຝົ້າວິງວອນນີ້ ຍົກຂຶ້ນສູ່ນະພາແຫ່ງພຣະກະລຸນາ ແລະຄວາມເອື້ອເຟື້ອຂອງພຣະອົງ:  ຂ້າແດ່ພຣະຜູ້ຊົງຕອບ
ພົບທັງປວງ ຝົນແຫ່ງຄວາມເມດຕາຂອງພຣະອົງຢູ່ນະທີ່ໃດ?

ພວກບໍ່ມີສາສະໜາໄດ້ລຸກຂຶ້ນກົດຂີ່ໃນທຸກດິນແດນ: ຂ້າແດ່ພຣະຜູ້ພິຊິດພົບທັງປວງ ອານຸພາບບີບບັງຄັບຂອງປະ ກາສິດ ຈາກປາກກາຂອງພຣະອົງຢູ່ນະທີ່ໃດ?

ສຽງເຫົ່າຫອນຂອງສຸນັກດັງກ້ອງຢູ່ຮອບດ້ານ: ຂ້າແດ່ ພຣະຜູ້ລົງອາຍາແຫ່ງພົບທັງປວງ ລາດສະສີໃນພະນາແຫ່ງ ອໍານາດຂອງພຣະອົງຢູ່ນະທີ່ໃດ?

ຄວາມເຍືອກເຢັນໄດ້ເກາະກິນມວນມະນຸດຊາດ: ຂ້າ ແດ່ພຣະຜູ້ເປັນອັກຄີແຫ່ງພົບທັງປວງ ຄວາມຮັກອັນອົບອຸ່ນ ຂອງພຣະອົງຢູ່ນະທີ່ໃດ?

ຄວາມຫາຍະນະຂຶ້ນເຖິງຂີດສຸດແລ້ວ: ຂ້າແດ່ພຣະຜູ້ຊົງ ກູ້ພິພົບທັງປວງ ສັນຍາລັກແຫ່ງຄວາມຊ່ວຍເຫລືອຂອງພຣະ ອົງຢູ່ນະທີ່ໃດ?

ຄວາມມືດໄດ້ປົກຄຸມປະຊາຊົນເກືອບທັງໝົດ: ຂ້າແດ່ ພຣະຜູ້ເປັນລັດສະໝີຂອງພົບທັງປວງ ວິພາອັນໂຊດຊ່ວງ ຂອງພຣະອົງຢູ່ນະທີ່ໃດ?

ຄໍຂອງມະນຸດຢືດຂຶ້ນດ້ວຍຄວາມປະສົງຮ້າຍ: ຂ້າແດ່ ພຣະຜູ້ທໍາລາຍພົບທັງປວງ ດາບແຫ່ງຄວາມພະຍາບາດ ຂອງພຣະອົງ ຢູ່ນະທີ່ໃດ?

ຄວາມຕົກຕໍ້າລົງເຖິງຂີດສຸດ: ຂ້າແດ່ພຣະຜູ້ຊົງຄວາມ ຮຸ່ງເຮືອງຂອງພົບທັງປວງ ເຄື່ອງໝາຍແຫ່ງຄວາມຮຸ່ງເຮືອງ ຂອງພຣະອົງຢູ່ນະທີ່ໃດ?

ຄວາມທຸກໂສກໄດ້ທໍລະມານພຣະຜູ້ເປີດເຜີຍພຣະນາມຂອງພຣະອົງ ພຣະຜູ້ຊົງປານີ: ຂ້າແດ່ພຣະຜູ້ຍັງຄວາມປີຕິ ໃຫ້ແກ່ພົບທັງປວງ ຄວາມປີຕິທີ່ມາກັບອະລຸໂນໄທແຫ່ງການ ເປີດເຜີຍພຣະທັມຂອງພຣະອົງ ຢູ່ນະທີ່ໃດ?

ປະຊາຊົນທັງປວງບົນພິພົບຢູ່ໃນຄວາມເຈັບປວດ: ຂ້າ ແດ່ພຣະຜູ້ຍັງຄວາມຫັນສາ ໃຫ້ແກ່ພົບທັງປວງ ທຸງແຫ່ງ ຄວາມຫັນສາຂອງພຣະອົງຢູ່ນະທີ່ໃດ?

ພຣະອົງຊົງເຫັນອຸໄທສະຖານ ແຫ່ງສັນຍາລັກຂອງ ພຣະອົງຖືກບົດບັງດ້ວຍການຊັກຈູງອັນຊົ່ວຮ້າຍ: ຂ້າແດ່ພຣະ ຜູ້ຊົງອານຸພາບແຫ່ງພົບທັງປວງ ອົງຄຸລີແຫ່ງອໍານາດຂອງ ພຣະອົງຢູ່ນະທີ່ໃດ?

ມວນມະນຸດກະຫາຍຢ່າງສາຫັດ: ຂ້າແດ່ພຣະຜູ້ເປັນ ນາຍແຫ່ງພົບທັງປວງ ສາຍທາລາແຫ່ງຄວາມອາລີຂອງພຣະ ອົງຢູ່ນະທີ່ໃດ?

ຄວາມໂລບໄດ້ຄອບງໍາມະນຸດຊາດ: ຂ້າແດ່ພຣະຜູ້ເປັນ ນາຍແຫ່ງພົບທັງປວງ  ຜູ້ທີ່ປ່ອຍວາງບໍ່ໃຫ້ເຫັນຢູ່ນະທີ່ໃດ?

ພຣະອົງຊົງເຫັນພຣະຜູ້ຖືກປະທຸບຮ້າຍນີ້ ຖືກເນລະເທດ ໄປຢ່າງໂດດດ່ຽວ: ຂ້າແດ່ພຣະຜູ້ເປັນປະມຸກແຫ່ງພົບທັງປວງ ກອງທັບສະຫວັນແຫ່ງບັນຊາຂອງພຣະອົງຢູ່ນະທີ່ໃດ?

ຂ້າພຣະອົງຖືກປະປ່ອຍຢູ່ໃນຕ່າງແດນ: ຂ້າແດ່ພຣະຜູ້ ເປັນທີ່ວາງໃຈຂອງພົບທັງປວງ ເຄື່ອງໝາຍແຫ່ງຄວາມຊື່ສັດ ຂອງພຣະອົງຢູ່ນະທີ່ໃດ?

ຄວາມຕາຍອັນເຈັບປວດໄດ້ທໍລະມານມວນມະນຸດ: ຂ້າແດ່ພຣະຜູ້ເປັນຊີວິດແຫ່ງພົບທັງປວງ ຄື້ນມະຫາສະໝຸດ ແຫ່ງຊີວິດນິລັນດອນຂອງພຣະອົງຢູ່ນະທີ່ໃດ?

ສຽງຂອງຊາຕານໄດ້ກະຊິບມະນຸດທຸກຄົນ: ຂ້າແດ່ພຣະ ຜູ້ເປັນແສງສະຫວ່າງແຫ່ງພົບທັງປວງ ດາວຕົກທີ່ມາກັບໄຟ ຂອງພຣະອົງຢູ່ນະທີ່ໃດ?

ກິເລດອັນມົວເມົາ ໄດ້ເຮັດໃຫ້ມະນຸດຊາດສ່ວນຫລາຍ ເກີດວິປະລິດ:  ຂ້າແດ່ພຣະຜູ້ເປັນຍອດປາດຖະໜາຂອງພົບ
ທັງປວງ  ອະລຸໂນໄທແຫ່ງຄວາມບໍລິສຸດຂອງພຣະອົງ ຢູ່ນະທີ່ໃດ?

ພຣະອົງຊົງເຫັນ ພຣະຜູ້ຖືກປະທຸບຮ້າຍນີ້ ຖືກປົກປິດ ພາຍໃຕ້ການກົດຂີ່ທ່າມກາງຊາວຊີຣ່ຽນ: ຂ້າແດ່ພຣະຜູ້ເປັນ ແສງສະຫວ່າງແຫ່ງພົບທັງປວງ ລັດສະໝີຂອງແສງອາລຸນ ຂອງພຣະອົງຢູ່ນະທີ່ໃດ?

ພຣະອົງຊົງເຫັນຂ້າພຣະອົງຖືກຫ້າມບໍ່ໃຫ້ກ່າວ: ຂ້າແດ່ ພຣະຜູ້ເປັນນົກໃນຕິງເກລແຫ່ງພົບທັງປວງ ເຊັ່ນນັ້ນແລ້ວທໍາ ນອງເພງຂອງພຣະອົງ   ຈະຂັບຂານມາຈາກທີ່ໃດ?

ປະຊາຊົນສ່ວນໃຫຍ່ໝົກມຸ່ນຢູ່ໃນຄວາມເຝິ້ຝັນ   ແລະຈິນຕະນາການອັນໄຮ້ສາລະ:  ຂ້າແດ່ພຣະຜູ້ໃຫ້ຄວາມໝັ້ນໃຈແກ່ພົບທັງປວງ   ຕົວແທນແຫ່ງຄວາມໝັ້ນໃຈຂອງພຣະອົງ ຢູ່ນະທີ່ໃດ?

ບາຮາກໍາລັງຈົມຢູ່ໃນທະເລແຫ່ງຄວາມທຸກທໍລະມານ: ຂ້າແດ່ພຣະຜູ້ຊົງກູ້ພິພົບທັງປວງ ເຮືອແຫ່ງຄວາມລອດພົ້ນ ຂອງພຣະອົງ ຢູ່ນະທີ່ໃດ?

ພຣະອົງຊົງເຫັນອາລູໂນໄທ ແຫ່ງວາທະຂອງພຣະອົງຢູ່ ໃນຄວາມມືດຂອງສັບພາວະ: ຂ້າແດ່ພຣະຜູ້ເປັນແສງສະ ຫວ່າງແກ່ພົບທັງປວງ ດວງຕາເວັນບົນນະພາແຫ່ງພຣະກະ ລຸນາຂອງພຣະອົງ ຢູ່ນະທີ່ໃດ?

ຕາກຽງແຫ່ງສັດຈະທັມ ຄວາມບໍລິສຸດ ຄວາມຈົງຮັກພັກດີ ແລະ ກຽດຖືກດັບແສງ: ຂ້າແດ່ພຣະຜູ້ຊົງຂັບເຄື່ອນພົບທັງ ປວງ ສັນຍາລັກແຫ່ງຄວາມພະຍາບາດທີ່ກິ້ວໂກດຂອງພຣະ ອົງ ຢູ່ນະທີ່ໃດ?

ພຣະອົງເຫັນຫລືບໍ່ໍວ່າ ບໍ່ມີຜູ້ໃດສະໜັບສະໜຸນພຣະອົງ ຫລື  ໄຕ່ຕອງສິ່ງທີ່ບັງເກີດກັບ  ບໍລົມພຣະສາສະດາ  ໃນຫົນ
ທາງແຫ່ງຄວາມຮັກຂອງພຣະອົງ?:  ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງຂອງພົບທັງປວງ  ບັດນີ້ປາກກາຂອງຂ້າພຣະອົງຢຸດແລ້ວ.

ກິ່ງກ້ານຂອງພຶກສາສະຫວັນຫັກ ເພາະພາຍຸແຫ່ງຊະຕາ ກັມ: ຂ້າແດ່ພຣະຜູ້ຊົງຄໍ້າຈຸນພົບທັງປວງ ທຸງແຫ່ງຄວາມ ຊ່ວຍເຫລືອຂອງພຣະອົງ ຢູ່ນະທີ່ໃດ?

ພຣະພັກນີ້ຖືກທຸລີແຫ່ງການໃສ່ຮ້າຍບົດບັງ:ຂ້າແດ່ພຣະຜູ້ຊົງປານີແຫ່ງພົບທັງປວງ ສາຍລົມແຫ່ງຄວາມເຫັນໃຈຂອງ ພຣະອົງ ຢູ່ນະທີ່ໃດ?

ເສື້ອຄຸມທີ່ບໍລິສຸດເປີ້ເປື້ອນ ເພາະພວກຫລອກລວງ: ຂ້າແດ່ພຣະຜູ້ປະດັບພົບທັງປວງ   ພູສາແຫ່ງຄວາມວິສຸດຂອງພຣະອົງ ຢູ່ນະທີ່ໃດ?

ທະເລແຫ່ງຄວາມກະລຸນາສະຫງົບນິ່ງ ເພາະສິ່ງທີ່ມື ຂອງມະນຸດໄດ້ກະທໍາ: ຂ້າແດ່ພຣະຜູ້ເປັນຍອດປາດຖະໜາ ຂອງພົບທັງປວງ ຄື້ນແຫ່ງຄວາມອາລີຂອງພຣະອົງ ຢູ່ນະ ທີ່ໃດ?

ປະຕູນໍາໄປສູ່ທີ່ສະຖິດຂອງພຣະຜູ້ເປັນເຈົ້າ  ຖືກປິດດ້ວຍຄວາມກົດຂີ່ຂອງຜູ້ທີ່ຫລົງຜິດ:  ຂ້າແດ່ພຣະຜູ້ໄຂພົບທັງປວງ ກຸນແຈແຫ່ງພຣະກະລຸນາຂອງພຣະອົງ ຢູ່ນະທີ່ໃດ?

ໃບໄມ້ກາຍເປັນສີເຫລືອງ ເພາະພິດຂອງລົມທີ່ກະພື ຄວາມບໍ່ສະຫງົບ: ຂ້າແດ່ພຣະຜູ້ເປັນນາຍແຫ່ງພົບທັງປວງ ການຫລັ່ງໄຫລຈາກເມກ   ແຫ່ງຄວາມອາລີຂອງພຣະອົງ ຢູ່ນະທີ່ໃດ?

ຈັກກະວານມືດມົນດ້ວຍທຸລີບາບ: ຂ້າແດ່ພຣະຜູ້ຊົງອະ ໄພແກ່ພົບທັງປວງ ສາຍລົມແຫ່ງການອະໄພຂອງພຣະອົງ ຢູ່ ນະທີ່ໃດ?

ສາສະດາໜຸ່ມຜູ້ນີ້ໂດດດ່ຽວ ໃນດິນແດນທີ່ມືດມົນ: ຂ້າ ແດ່ພຣະຜູ້ປະທານພອນໃຫ້ພົບທັງປວງ ຝົນແຫ່ງພຣະກະລຸ ນາຂອງພຣະອົງ ຢູ່ນະທີ່ໃດ?

ດູກ່ອນ  ພຣະຜູ້ເປັນປາກກາອັນຍິ່ງໃຫຍ່ທີ່ສຸດ ເຮົາພຣະອົງ ໄດ້ຍິນສຽງຮຽກຮ້ອງອັນແສນຫວານຂອງເຈົ້າແລ້ວ  ໃນອານາຈັກອະນັນ: ດູກ່ອນ ພຣະຜູ້ຖືກປະທຸບຮ້າຍແຫ່ງພົບທັງປວງ  ຈົ່ງງ່ຽງຫູຟັງຖ້ອຍຄໍາທີ່ລິ້ນແຫ່ງຄວາມຍິ່ງໃຫ່ຍ  ທີ່ພຣະອົງຊົງກ່າວໄວ້!

ດູກ່ອນ ພຣະຜູ້ຊົງອັດຖາທິບາຍແຫ່ງພົບທັງປວງຫາກບໍ່ແມ່ນເພາະຄວາມເຍືອກເຢັນແລ້ວ  ພຣະວັດຈະນະຂອງເຈົ້າຈະແຜ່ຄວາມຮ້ອນໄດ້ຢ່າງໃດ?

ດູກ່ອນ  ພຣະຜູ້ເປັນແສງສະຫວ່າງແຫ່ງພົບທັງປວງ ຫາກບໍ່ແມ່ນ ເພາະຄວາມຫາຍະນະ   ດວງຕາເວັນແຫ່ງຄວາມອົດທົນຂອງເຈົ້າ  ຈະສ່ອງແສງໄດ້ຢ່າງໃດ?

ດູກ່ອນ ພຣະຜູ້ຊົງຄວາມອົດທົນແຫ່ງພົບທັງປວງ ຢ່າໄດ້ ເສົ້າໂສກເພາະຄົນໄຮ້ສີລທັມ ເຈົ້າຖືກສ້າງຂຶ້ນມາ ເພື່ອອົດ ທົນ ແລະ ທົນທານ.

ດູກ່ອນ ພຣະຜູ້ຊົງຄວາມຮັກແຫ່ງພົບທັງປວງ ຮຸ່ງອາລຸນ ຂອງເຈົ້າບົນຂອບຟ້າ ແຫ່ງພຣະປະທິນຍາ ທ່າມກາງພວກ ປຸກປັ່ນ ຄວາມບໍ່ສະຫງົບ ແລະ ໃຈຂອງເຈົ້າທີ່ຖະຫວິນຫາ ພຣະຜູ້ເປັນເຈົ້ານັ້ນ  ຊ່າງຫວານພຽງໃດ.

ດູກ່ອນ ພຣະຜູ້ຊົງຄວາມປີຕິແຫ່ງພົບທັງປວງ ໂດຍເຈົ້າ ທຸງແຫ່ງອິດສະລະພາບຈຶ່ງໄດ້ປັກເທິງຍອດສຸດ ແລະ ທະເລ ແຫ່ງຄວາມອາລີຈຶ່ງສາດຊັດ.

ດູກ່ອນ ພຣະຜູ້ຖືກເນລະເທດແຫ່ງພົບທັງປວງ ເພາະ ຄວາມໂດດດ່ຽວຂອງເຈົ້າ ດວງຕາເວັນແຫ່ງຄວາມເປັນໜຶ່ງ ຈຶ່ງໄດ້ສ່ອງແສງ ເພາະການຖືກເນລະເທດຂອງເຈົ້າ ດິນແດນ ແຫ່ງເອກະພາບຈຶ່ງງົດງາມ.

ດູກ່ອນ ພຣະຜູ້ເປັນຄວາມພາກພູມ ຂອງພົບທັງປວງ ເຮົາໄດ້ໃຫ້ຄວາມຕົກຕໍ້າເປັນພູສາ   ແຫ່ງຄວາມຮຸ່ງເຮືອງ 
ແລະ ຄວາມທຸກທໍລະມານ  ເປັນອາພອນປະດັບວິຫານຂອງ
ເຈົ້າ.

ດູກ່ອນ  ພຣະຜູ້ຊົງປົກປິດບາບແຫ່ງພົບທັງປວງ  ເຈົ້າເຫັນແລ້ວວ່າ  ຫົວໃຈທັງຫລາຍມີແຕ່ຄວາມກຽດຊັງ  ເຈົ້າຈົ່ງມອງຂ້າມເສັຽ.

ດູກ່ອນ ພຣະຜູ້ເສັຽສະລະສໍາລັບພົບທັງປວງ ເມື່ອດາບ ສະທ້ອນແສງ  ຈົ່ງມຸ່ງໜ້າຕໍ່ໄປ! ເມື່ອຫອກພຸ່ງມາ  ຈົ່ງຄືບໜ້າ
ຕໍ່ໄປ!

ດູກ່ອນ ພຣະຜູ້ທໍາໃຫ້ພົບທັງປວງຄໍ້າຄວນ ເຈົ້າຫລືເຮົາ ທີ່ຈະຄໍ້າຄວນ? ເຮົາຕ່າງຫາກທີ່ຈະຮ້ອງໃຫ້ ເພາະຜູ້ສະໜັບ ສະໜຸນເຈົ້ານັ້ນ ມີຈໍານວນໜ້ອຍ.

ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງ ຜູ້ຊົງຄວາມຮຸ່ງເຮືອງ ຂ້າ ພຣະອົງ ໄດ້ຍິນສຽງຮ້ອງຮຽກຂອງພຣະອົງແລ້ວ ແລະບັດນີ້ ພຣະພັກຂອງບາຮາແດງເປັນໄຟ ດ້ວຍຄວາມຮ້ອນແຫ່ງ ຄວາມທຸກທໍລະມານ  ແລະ  ດ້ວຍອັກຄີແຫ່ງພຣະວັດຈະນະອັນຮຸ່ງເຮືອງຂອງພຣະອົງ ແລະ  ບາຮາລຸກຂຶ້ນດ້ວຍຄວາມ
ຊື່ສັດ ແລະ ເສັຽສະລະ ພ້ອມກັບຕັ້ງປະນິທານ ໃນຄວາມຍິນດີຂອງພຣະອົງ   ຂ້າແດ່ພຣະຜູ້ຊົງບັນດານຄວາມເປັນໄປຂອງພົບທັງປວງ.

ດູກ່ອນ ອາລີອັກບາ ຈົງຂອບພຣະຄຸນ ພຣະຜູ້ເປັນນາຍ ຂອງເຈົ້າ ສໍາລັບພຣະທັມມະຈາລຶກນີ້  ເຊິ່ງເຈົ້າສາມາດສູດ ສຸຄົນທະລົດແຫ່ງຂັນຕິຂອງເຮົາ ແລະ ຮັບຮູ້ສິ່ງທີ່ຫ້ອມລ້ອມ ເຮົາໃນວິຖີຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນທີ່ບູຊາຂອງພົບ ທັງປວງ.

ຫາກຄົນຮັບໃຊ້ທຸກຄົນອ່ານ ແລະຕຶກຕອງສິ່ງນີ້ ຈະເກີດ ໄຟຮ້ອນສຸມ ຢູ່ໃນເສັ້ນໂລຫິດຂອງພວກເຂົາ ເຊິ່ງຈະຈູດພົບ ທັງປວງ ໃຫ້ລຸກຂື້ນຢ່າງສະຫ່ວາງສະໄຫວ.

-Bahá'u'lláh
-----------------------

