ທັມມະຈາລຶກເຖິງອາໝັດ (#12830)

ພຣະອົງຄືຈອມກະສັດ ພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງອັດ ສະລິຍະພາບ!

ຈ່ົງເບິ່ງນົກໄນຕິງເກລສະຫວັນ ກໍາລັງຂັບຂານຢູ່ເທິງກິ່ງ ໄມ້ຂອງພຶກສາແຫ່ງນິລັນດອນການ ດ້ວຍທໍານອງເພງອັນ ອອນຊອນແສນວິສຸດ  ເປັນການປະກາດຂ່າວດີຂອງການໄດ້ຢູ່ໃກ້ກັບພຣະຜູ້ເປັນເຈົ້າ ໃຫ້ແກ່ບັນດາຜູ້ທີ່ຈິງໃຈ ຮຽກຮ້ອງຜູ້ທີ່ເຊື່ອໃນເອກພາບສະຫວັນ ໃຫ້ມາຍັງຣາຊສໍານັກອັນເປັນທີ່ ສະຖິດຂອງພຣະຜູ້ຊົງເອື້ອເຟື້ອ ແຈ້ງໃຫ້ບັນດາຜູ້ທີ່ຖືກຕັດ ຂາດຊາບກ່ຽວກັບພຣະທັມ ທີ່ເປີດເຜີຍໂດຍພຣະຜູ້ເປັນເຈົ້າ ພຣະຜູ້ເປັນຈອມກະສັດ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ບໍ່  ມີປຽບປານ ນໍາທາງໃຫ້ຄົນຮັກໄປຍັງບໍລິເວນອັນບໍລິສຸດ ແລະ ຄວາມງາມແສນອໍາໄພນີ້.

ແທ້ຈິງແລ້ວ ນີ້ຄືຄວາມງາມອັນຍິ່ງໃຫຍ່ທີ່ສຸດ ທີ່ທໍານາຍ ໄວ້  ໃນພຣະຄັມພີຂອງທັມທູດທັງຫລາຍ  ເຊິ່ງພຣະຜູ້ຊົງຄວາມງາມນີ້  ຈະແຍກໃຫ້ເຫັນສັດຈະທັມ ແລະ ຄວາມຫລົງຜິດ ແລະ ຈະທົດສອບຄຸນຄ່າຂອງບັນຊາທຸກຂໍ້  ແທ້ຈິງແລ້ວພຣະອົງຄື  ພຶກສາແຫ່ງຊີວິດທີ່ໃຫ້ກໍາເນີດໝາກໄມ້ຂອງພຣະຜູ້ເປັນເຈົ້າ ພຣະຜູ້ຊົງປະເສີດ ພຣະຜູ້ຊົງອານຸພາບ ພຣະຜູ້ຊົງຄວາມຍິ່ງໃຫຍ່.

ດູກ່ອນອາໝັດ! ເຈົ້າຈົ່ງເປັນພະຍານເຖີດວ່າ ແທ້ຈິງ ແລ້ວ ພຣະອົງຄືພຣະຜູ້ເປັນເຈົ້າ ແລະບໍ່ມີພຣະຜູ້ເປັນເຈົ້າອື່ນ ໃດນອກຈາກພຣະອົງ ພຣະຜູ້ເປັນຈອມກະສັດ ພຣະຜູ້ຊົງຄຸ້ມ ຄອງ ພຣະຜູ້ບໍ່ມີປຽບປານ ພຣະຜູ້ຊົງອານຸພາບສູງສຸດ ແລະ ພຣະຜູ້ທີ່ພຣະອົງສົ່ງມາໃນນາມຂອງອາລີ  ຄືບໍລົມພຣະສາດສະດາທີ່ແທ້ຈິງ  ຈາກພຣະຜູ້ເປັນເຈົ້າ  ຊຶ່ງພວກເຮົາທຸກຄົນກໍາລັງປະຕິບັດ  ຕາມບັນຊາຂອງພຣະອົງ.

ດູກ່ອນປະຊາຊົນ ຈົ່ງເຊື່ອຟັງບັນຍັດຂອງພຣະຜູ້ເປັນ ເຈົ້າ  ທີ່ລີຂິດໄວ້ໃນພຣະຄໍາພີບາຍັນ  ໂດຍພຣະຜູ້ຊົງຄວາມຮຸ່ງເຮືອງ  ພຣະຜູ້ຊົງອັດສະລິຍະພາບ  ແທ້ຈິງແລ້ວ ພຣະອົງຄືຣາຊາຂອງທັມທູດທັງຫລາຍ ແລະ ພຣະຄັມພີຂອງພຣະອົງ  ຄືພຣະຄັມພີແມ່ບົດ ຫາກເຈົ້າພຽງແຕ່ຮູ້.

ດັ່ງນີ້ ຄືສຽງທີ່ນົກໄນຕິງເກລ ຮ້ອງຮຽກເຈົ້າຈາກຄຸກແຫ່ງ ນີ້ ພຣະອົງພຽງແຕ່ເທດສະໜາທັມອັນກະຈ່າງແຈ້ງນີ້ ຕາມ ໜ້າທີ່ໃຜກໍຕາມທີ່ຢາກເມີນເສີຍຕໍ່ຄໍາແນະນໍານີ້     ກໍໍ່ຈົ່ງເມີນເຖີດ ແລະໃຜກໍ່ໍຕາມທີ່ປາດຖະໜາໃນຫົນທາງໄປສູ່ພຣະຜູ້ເປັນເຈົ້າ  ກໍ່ໍຈົງເລືອກໄປຕາມນັ້ນ.

ດູກ່ອນປະຊາຊົນ  ຫາກເຈົ້າປະຕິເສດພຣະວັດຈະນະເຫລົ່ານີ້ ມີຂໍ້ພິສູດໃດແດ່ ວ່າເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ດູກ່ອນ  ພວກປອມແປງ  ຈົ່ງສະແດງຂໍ້ພິສູດອອກມາ.

ບໍ່ມີທາງ ພຣະຜູ້ຊຶ່ງກຸມດວງວິນຍານ ຂອງເຮົາໄວ້ໃນມື ເປັນພະຍານ ພວກເຂົາທັງຫລາຍ ບໍ່ມີທາງສະແດງຂໍ້ພິສູດ ອອກມາໄດ້   ແມ່ນວ່າຈະຮ່ວມມືຊ່ວຍກັນກໍໍ່ຕາມ.

ດູກ່ອນອາໝັດ ຈົ່ງຢ່າລືມຄວາມອາລີຂອງເຮົາ ຂະນະທີ່ ເຮົາບໍ່ຢູ່ ຈົ່ງຈົດຈໍາວັນທີ່ເຮົາຢູ່ກັບເຈົ້າ ຈົດຈໍາຄວາມທຸກທໍລະ ມານຂອງເຮົາ ແລະການຖືກເນລະເທດມາຍັງຄຸກທີ່ຫ່າງໄກນີ້ ແລະຂໍໃຫ້ເຈົ້າໝັ້ນຄົງໃນຄວາມຮັກຂອງເຮົາ ເພື່ອວ່າຫົວໃຈ ຂອງເຈົ້າຈະບໍ່ຫວັ່ນໄຫວ  ແມ່ນວ່າ  ດາບຂອງຜູ້ທີ່ຫວັງປອງຮ້າຍ ຈະກະໜໍ້າຟັນເຈົ້າ  ອີກທັງໂລກ ແລະສະຫວັນ ທັງໝົດຈະລຸກຂຶ້ນຕໍ່ຕ້ານເຈົ້າ.

ຂໍໃຫ້ເຈົ້າຈົ່ງເປັນເໝືອນດັ່ງແປວໄຟ ທີ່ໃຫ້ຄວາມສະຫວ່າງສະໄຫວ ສໍາລັບຜູ້ທີ່ປອງຮ້າຍຂອງເຮົາ ແລະ ເປັນ ເໝືອນດັ່ງສາຍນໍ້າແຫ່ງຊີວິດນິລັນດອນ  ສໍາລັບບັນດາຜູ້ທີ່ເຮົາຮັກ ແລະ ຢ່າໄດ້ເປັນພວກທີ່ສົງໄສ ແລະຫາກເຈົ້າໄດ້ຮັບ
ຄວາມທຸກຍາກໃນຫົນທາງຂອງເຮົາ ຫລື  ຕົກຕໍ້າເພາະເຫັນແກ່ເຮົາ  ກໍຢ່າໄດ້ກັງວົນໃຈ.

ຈົ່ງຝາກຄວາມຫວັງໄວ້ກັບພຣະຜູ້ເປັນເຈົ້າ ພຣະຜູ້ເປັນ ເຈົ້າຂອງເຈົ້າ ພຣະຜູ້ເປັນນາຍຂອງບັນພະບຸລຸດຂອງເຈົ້າ ເພາະປະຊາຊົນກໍາລັງຫັນເຫຢູ່ໃນຄວາມຫລົງຜິດ ຈິດໃຈມືດ ມົວ ຈົນມອງບໍ່ເຫັນພຣະຜູ້ເປັນເຈົ້າ ດ້ວຍຕາຂອງຕົນເອງ ບໍ່ໄດ້ຍິນທໍານອງເພງຂອງພຣະອົງ ດ້ວຍຫູຂອງຕົນເອງ ນີ້ຄືສະພາບຂອງພວກເຂົາ   ຊຶ່ງເຈົ້າກໍໍ່ເຫັນແລ້ວເຊັ່ນກັນ.

ດັ່ງນີ້ເອງ ທີ່ຄວາມງົມງວຍ ໄດ້ກາຍເປັນມ່ານທີ່ປິດກັ້ນ ຫົວໃຈຂອງພວກເຂົາ ຈາກວິຖີທັມຂອງພຣະຜູ້ເປັນເຈົ້າ ພຣະ ຜູ້ຊົງປະເສີດ  ພຣະຜູ້ຊົງຄວາມຍິ່ງໃຫຍ່.

ຂໍໃຫ້ເຈົ້າແນ່ໃຈວ່າ ແທ້ຈິງແລ້ວ ຜູ້ທີ່ເມີນເສີຍຕໍ່ພຣະຜູ້ ຊົງຄວາມງາມນີ້   ກໍ່ເທົ່າກັບເມີນເສີຍຕໍ່ພຣະທັມມະທູດທັງ
ຫລາຍໃນອາດີດ  ແລະ ສະແດງຄວາມຍິ່ງທະນົງຕໍ່ພຣະຜູ້ເປັນເຈົ້າ  ຕັ້ງແຕ່ນິລັນດອນການ   ຕາບຈົນນິລັນດອນການ.

ດູກ່ອນອາໝັດ ຈົ່ງອ່ານພຣະທັມມະຈາລຶກນີ້ໃຫ້ດີ ແລະໃຊ້ສວດລະຫວ່າງທີ່ເຈົ້າມີຊີວິດຢູ່ ແລະ ຢ່າໄດ້ລະເລີຍ ເພາະ ແທ້ຈິງແລ້ວ  ພຣະຜູ້ເປັນເຈົ້າຊົງກໍານົດລາງວັນ  ສໍາລັບຜູ້ທີ່ສະລະຊີວິດ  ເພື່ອພຣະອົງຮ້ອຍຄົນ ແລະ ການຮັບໃຊ້ໃນທັງສອງພົບ ໄວ້ໃຫ້ຜູ້ທີ່ສວດພຣະທັມມະຈາລຶກນີ້  ເຮົາປະທານຜົນບຸນນີ້ໃຫ້ແກ່ເຈົ້າ ເປັນດັ່ງໜຶ່ງໃນຄວາມອາລີ  ແລະຄວາມປານີຈາກທີ່ສະຖິດຂອງເຮົາ   ເພື່ອວ່າເຈົ້າຈະໄດ້ເປັນພວກທີ່ຮູ້ຄຸນ.

ພຣະຜູ້ເປັນເຈົ້າຊົງເປັນພະຍານ! ຫາກໃຜຕົກຢູ່ໃນ ຄວາມທຸກຍາກ ຫຼຶ ເສົ້າໂສກໄດ້ອ່ານພຣະທັມມະຈາລຶກນີ້ ຢ່າງຈິງໃຈທີ່ສຸດແລ້ວ ພຣະຜູ້ເປັນເຈົ້າຈະຊົງປັດເປົ່າຄວາມ ທຸກໂສກແກ້ໄຂຄວາມຍາກລໍາບາກ ແລະ ກໍາຈັດຄວາມຫຍຸ້ງ ຍາກໃຫ້ແກ່ເຂົາ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງປານີ ພຣະຜູ້ຊົງເຫັນ ໃຈ ຂໍຄວາມສັນລະເສີນຈົ່ງມີແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນ ນາຍແຫ່ງພົບທັງປວງ.

-Bahá'u'lláh
-----------------------

