ທ່ຽງຄືນ (#12835)

*ດູກ່ອນຜູ້ສະແຫວງຫາສັດຈະທັມ! ຫາກເຈົ້າປາດຖະໜາໃຫ້ ພຣະຜູ້ເປັນເຈົ້າເປີດຕາຂອງເຈົ້າ ເຈົ້າຕ້ອງວິງວອນພຣະຜູ້ເປັນເຈົ້າ ອະທິຖານແລະສົນທະນາກັບພຣະອົງຕອນທ່ຽງຄືນໂດຍກ່າວວ່າ:


ຂ້າແດ່ພຣະຜູ້ເປັນນາຍ ຂ້າພະອົງຫັນໜ້າມາສູ່ອານາ ຈັກແຫ່ງຄວາມເປັນໜຶ່ງຂອງພຣະອົງ ແລະ  ດໍາດິ່ງລົງສູ່ມະ ຫາສະມຸດແຫ່ງຄວາມປານີຂອງ   ພຣະອົງຂ້າແດ່ພຣະຜູ້ເປັນນາຍ  ຂໍຊົງເຮັດໃຫ້ຂ້າພະອົງຕາສະຫວ່າງ  ດ້ວຍການໄດ້ເຫັນດວງປະທີບຂອງພຣະອົງ  ໃນລາຕີທີ່ມືດມິດນີ້  ແລະມີ
ຄວາມສຸກດ້ວຍອໍາມະລິດ ແຫ່ງຄວາມຮັກຂອງພຣະອົງ ໃນ ຍຸກອັນໜ້າພິດສະຫວົງນີ້  ຂ້າແດ່ພຣະຜູ້ເປັນນາຍ  ຂໍຊົງໃຫ້ຂ້າພະອົງໄດ້ຍິນສຸລະສຽງຂອງພຣະອົງ   ຂໍຊົງເປີດປະຕູໄປສູ່ສະຫວັນຂອງພຣະອົງ  ຕໍ່ໜ້າຂອງຂ້າພະອົງ   ເພື່ອວ່າ ຂ້າພະອົງ  ຈະໄດ້ເຫັນອາພາ  ແຫ່ງຄວາມຮຸ່ງເຮືອງຂອງພຣະອົງແລະ ຫັນໄປຫາຄວາມງາມຂອງພຣະອົງແທ້ຈິງແລ້ວ ພຣະອົງຄື ພຣະຜູ້ໃຫ້ ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງປານີ  ພຣະຜູ້ຊົງອະໄພ.

-`Abdu'l-Bahá
-----------------------

