ບົດປານກາງ (#12752)

ສໍາລັບສວດທຸກວັນ, ຕອນເຊົ້າ, ຕອນທ່ຽງວັນ, ແລະຕອນຄໍ້າ

*ຜູ້ໃດປາດຖະໜາທີ່ຈະອະທິຖານ, ຂໍໃຫ້ເຂົາລ້າງມື, ແລະຂະນະ ທີ່ລ້າງມື, ຂໍໃຫ້ເຂົາກ່າວວ່າ:

     ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ, ຂໍຊົງປະທານ ພະລັງ ໃຫ້ແກ່ມືຂອງຂ້າພະອົງ, ເພື່ອວ່າມືນີ້ຈະໄດ້ຖືພຣະ ຄໍາພີຂອງພຣະອົງໄວ້ໝັ້ນ ຈົນກອງທັບຂອງໂລກຈະມີ ອໍາ ນາດເໜືອມືນີ້ບໍ່ໄດ້, ຂໍຊົງປົກປ້ອງບໍ່ໃຫ້ມືນີ້ ເຂົ້າໄປຫຍຸ້ງກັບສິ່ງໃດກໍຕາມທີ່ບໍ່ແມ່ນຂອງຕົນ. ແທ້ຈິງແລ້ວ, ພຣະອົງຄື, ພຣະຜູ້ຊົງມະຫິທານຸພາບ, ພຣະຜູ້ຊົງອານຸພາບສູງສຸດ.

*ແລະຂະນະລ້າງໜ້າ, ຂໍໃຫ້ເຂົາກ່າວວ່າ:
     ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂ້າພະອົງໄດ້ ຫັນໜ້າມາຫາພຣະອົງ, ຂໍຊົງເຮັດໃຫ້ໃບໜ້າຂອງຂ້າພະອົງ  ແຈ່ມໃສດ້ວຍແສງຈາກພຣະພັກຂອງພຣະອົງ. ຂໍຊົງຄຸ້ມຄອງບໍ່ໃຫ້ໃບໜ້ານີ້ ຫັນໄປຫາຜູ້ອື່ນໃດ ນອກຈາກພຣະ ອົງ.

*ຈາກນີ້ ຂໍໃຫ້ເຂົາຢືນຂຶ້ນ, ຫັນໜ້າໄປທາງ ເກເບຣ 
*(ຕໍາແໜ່ງຂອງການບູຊາ,ຄື.. ບາຈີ, ອັກຄາ), ຂໍໃຫ້ເຂົາກ່າວວ່າ:

ພຣະຜູ້ເປັນເຈົ້າຊົງເປັນພະຍານວ່າ ບໍ່ມີພຣະຜູ້ເປັນເຈົ້າ ອື່ນໃດນອກຈາກພຣະອົງ.   ອານາຈັກແຫ່ງການເປີດເຜີຍ ພຣະທັມ ແລະ ສັບພາວະເປັນຂອງພຣະອົງ. ຄວາມຈິງແລ້ວ, ພຣະອົງ, ຊົງສະແດງບໍລົມພຣະສາສະດາ ຜູ້ເປັນອະລຸໂນໄທ ແຫ່ງການເປີດເຜີຍພຣະທັມໃຫ້ປາກົດ, ຜູ້ຊົງສົນທະນາບົນ ໄຊໄນ, ຜູ້ຊົງບັນດານ ໃຫ້ຂອບຟ້າອັນກຽງໄກທີ່ສຸດ ສາດລັດ ສະໝີ ແລະ ພຶກສາທີ່ບໍ່ມີຜູ້ໃດປະເສີດກວ່າໄດ້ເປັ່ງພຣະວັດ
ຈະນະ ແລະ ສຽງຮຽກຮ້ອງໄດ້ປະກາດຜ່ານມາທາງພຣະອົງຕໍ່ທຸກຄົນທີ່ອາໄສຢູ່ໃນສະຫວັນ ແລະ ບົນໂລກວ່າ: “ດູກ່ອນ ພຣະຜູ້ຊົງຄອບຄອງທຸກສັບພະສິ່ງສະເດັດມາແລ້ວ. ໂລກ ແລະ ສະຫວັນ, ຄວາມຮຸ່ງເຮືອງ ແລະ ອານາຈັກເປັນຂອງ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນນາຍຂອງມວນມະນຸດ, ພຣະຜູ້ ຄອບຄອງບັນລັງເບື້ອງບົນ ແລະ ໂລກເບື້ອງລຸ່ມ!”

*ຈາກນີ້, ຂໍໃຫ້ເຂົາກົ້ມຕົວລົງ, ເອົາມືວາງເທິງຫົວເຄົ່າທັງສອງຂ້າງ, ແລ້ວກ່າວວ່າ:     
ພຣະອົງຊົງຄວາມປະເສີດ ເໜືອການສັນລະເສີນ ຂອງ ຂ້າພະອົງ ແລະ ການສັນລະເສີນຂອງຜູ້ໃດຜູ້ໜຶ່ງນອກຈາກ ຂ້າພະອົງ, ເໜືອການພັນລະນາຂອງຂ້າພະອົງ ແລະ ເໜືອການພັນລະນາຂອງຜູ້ໃດທັງໝົດ ທີ່ຢູ່ໃນສະຫວັນ ແລະ ຜູ້ໃດທັງໝົດທີ່ຢູ່ໃນໂລກ!

*ຈາກນີ້, ຂໍໃຫ້ເຂົາຢືນໂດຍຍົກມືທັງສອງຂ້າງຂຶ້ນ,
*ເປີດຝາມືເຂົ້າຫາໃບໜ້າ, ແລ້ວກ່າວວ່າ:
     
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ, ຂໍຊົງຢ່າໃຫ້ຜູ້ທີ່ ຢຶດໜ່ຽວຊາຍຜ້າແຫ່ງຄວາມປານີ ແລະ ຄວາມກະລຸນາຂອງ ພຣະອົງ, ດ້ວຍນິ້ວທີ່ວິງວອນ ຕ້ອງພົບກັບຄວາມຜິດຫວັງ. ຂ້າແດ່ພຣະຜູ້ຊົງປານີທີ່ສຸດ ໃນບັນດາຜູ້ທີ່ສະແດງຄວາມ ປານີ!

*ຈາກນີ້, ຂໍໃຫ້ເຂົາ, ນັ່ງລົງ ແລະ ກ່າວວ່າ:

ຂ້າພະອົງ ຂໍເປັນພະຍານຕໍ່ເອກະພາບ ແລະ ຄວາມ ເປັນໜຶ່ງຂອງພຣະອົງ, ແລະພຣະອົງຄືພຣະຜູ້ເປັນເຈົ້າ, ແລະ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ. ແທ້ຈິງແລ້ວ, ພຣະອົງໄດ້ຊົງເປີດເຜີຍສາສະໜາຂອງພຣະອົງ, ກະທໍາ ຕາມພຣະປະທິນຍາຂອງພຣະອົງ, ແລະ ເປີດປະຕູແຫ່ງ ຄວາມກະລຸນາຂອງພຣະອົງ ໃຫ້ແກ່ທຸກຄົນທີ່ອາໄສຢູ່ໃນ ສະຫວັນ ແລະ ໂລກ. ພຣະພອນ ແລະ ສັນຕິສຸກ ການຄາລະ ວະ ແລະ ຄວາມຮຸ່ງເຮືອງ, ສະຖິດຢູ່ກັບບັນດາຜູ້ທີ່ເປັນທີ່ຮັກ ຂອງພຣະອົງ, ຜູ້ເຊິ່ງບໍ່ຖືກຄວາມປ່ຽນແປງ ແລະ ຄວາມບັງ ເອີນຂອງໂລກ ຢັບຢັ້ງບໍ່ໃຫ້ຫັນມາຫາພຣະອົງ, ແລະ ຜູ້ເຊິ່ງໄດ້ໃຫ້ທຸກຢ່າງ, ດ້ວຍຄວາມຫວັງຈະໄດ້ຮັບສິ່ງທີ່ຢູ່ກັບພຣະອົງ,  ຄວາມຈິງແລ້ວ, ພຣະອົງຄື, ພຣະຜູ້ຊົງອະໄພສະເໝີ, ພຣະຜູ້ຊົງອາລີທີ່ສຸດ.

-Bahá'u'lláh
-----------------------

