ບົດອະທິຖານຍາມຄໍ່າຄືນ (#12833)

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນນາຍຂອງຂ້າພະອົງ! ຂ້າພະອົງເປັນຄົນຮັບໃຊ້ຂອງພຣະອົງ    ເປັນບຸດຫລານຂອງ
ບໍລິວານຂອງພຣະອົງ ຂ້າພະອົງລຸກຂຶ້ນຈາກທີ່ນອນ ເຊົ້ານີ້ ຍາມທີ່ດວງຕາເວັນແຫ່ງເອກພາບ ສາຍແສງມາຈາກອະຣຸ ໂນໄທແຫ່ງພຣະປະສົງຂອງພຣະອົງ ແລະ  ສາດລັດສະໝີ ໄປທົ່ວພິພົບ ຕາມທີ່ບັນຍັດໄວ້ໃນພຣະຄັມພີແຫ່ງປະກາສິດ ຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນລະ ເສີນຈົງມີແດ່ພຣະອົງ   ທີ່ຊົງຊ່ວຍໃຫ້ພວກຂ້າພະອົງຕື່ນຂຶ້ນມາ  ເຫັນຄວາມງາມຂອງແສງທັມພຣະອົງ   ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ  ຂໍຊົງຊ່ວຍໃຫ້ພວກຂ້າພະອົງບໍ່ຕ້ອງເພິ່ງຜູ້ໃດ ນອກຈາກພຣະອົງ ແລະຕັດຄວາມຜູກພັນຈາກທຸກສິ່ງນອກຈາກພຣະອົງ  ຂໍຊົງລິຄິດສິ່ງທີ່ດີງາມໃນໂລກນີ້ ແລະໂລກໜ້າ ໃຫ້ແກ່ຂ້າພະອົງ ແກ່ຜູ້ເປັນທີ່ຮັກຂອງຂ້າພະອົງ ແກ່ວົງຕະກູນຂອງຂ້າພະອົງທັງຍິງ ແລະ ຊາຍ ຂ້າແດ່ພຣະຜູ້ ເປັນທີ່ຮັກຍິ່ງຂອງສັບພະສິ່ງທັງມວນ ພຣະອົງເປັນຍອດປາດ ຖະໜາຂອງເອກກະພົບ    ຂໍຊົງຄຸ້ມຄອງໃຫ້ຂ້າພະອົງປອດ ໄພຈາກພວກທີ່ພຣະອົງຖືວ່າ  ເປັນຜູ້ກະຊິບຄວາມຊົ່ວຮ້າຍ ໃນ ຈິດໃຈຂອງມະນຸດ  ພຣະອົງຊົງອໍານາດໃນການກະທໍາ ຕາມທີ່ພຣະອົງຊົງປາດຖະໜາ ແທ້ຈິງແລ້ວ ພຣະອົງຄື ພຣະ ຜູ້ຊົງມິຫິທານຸພາບ ພຣະຜູ້ຊົງຊ່ວຍເຫຼືອໃນໄພອັນຕະລາຍ ພຣະຜູ້ຊົງດໍາລົງຢູ່ດ້ວຍພຣະອົງເອງ.

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງປະສາດພອນໃຫ້ແກ່   ພຣະຜູ້ຊຶ່ງພຣະອົງໄດ້ຂະໜານ ພຣະນາມອັນວິເສດສຸດໃຫ້  ພຣະຜູ້ເຊິ່ງ ພຣະອົງໃຊ້ແຍກ ຜູ້ມີສິລທັມ  ອອກຈາກຜູ້ຊົ່ວຮ້າຍ  ຂໍຊົງຊ່ວຍເຫຼືອພວກຂ້າພະອົງໃຫ້ກະທໍາ   ແຕ່ສິ່ງທີ່ພຣະອົງຮັກ ແລະ ປາດຖະໜາ
 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ   ຂໍຊົງປະສາດພອນໃຫ້ແກ່ບັນດາຜູ້ທີ່ເປັນພຣະວັດຈະນະ ແລະ ພະຍັນຊະນະຂອງພຣະອົງ  ແກ່ບັນດາຜູ້ທີ່ຕັ້ງຈິດສູ່ພຣະອົງ  ຫັນໜ້າມາຫາພຣະພັກຂອງພຣະອົງ ແລະ ສະດັບຟັງສຸລະສຽງຂອງພຣະອົງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນນາຍ ແລະ ລາຊາຂອງມະນຸດທັງປວງ ແລະ ຊົງອໍານາດເໜືອທຸກສັບພະສິ່ງ.

-Bahá'u'lláh
-----------------------

ບົດອະທິຖານຍາມຄໍ່າຄືນ (#12789)

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພຣະອົງຄືຄວາມຫວັງ ແລະ ເປັນທີ່ຮັກຍິ່ງຂອງຂ້າພະ ອົງຄືຈຸດໝາຍ ແລະ ຄວາມປາດຖະໜາອັນສູງສຸດ ຂອງຂ້າ ພະອົງ! ຂ້າພະອົງຂໍອະທິຖານດ້ວຍຄວາມຖ່ອມຕົວແລະ ອຸທິດຕົນທັງໝົດ ຂໍຊົງທໍາໃຫ້ໂດມແຫ່ງຄວາມຮັກໃນດິນ ແດນຂອງພຣະອົງ ເປັນຕາກຽງແຫ່ງຄວາມຮູ້ຂອງພຣະອົງ ໃນໝູ່ປະຊາຊົນ ເປັນທຸງແຫ່ງຄວາມອາລີສະຫວັນໃນອານາ ຈັກຂອງພຣະອົງ.  
ຂໍຊົງນັບຂ້າພະອົງເປັນຄົນຮັບໃຊ້ ທີ່ຕັດຄວາມຜູກພັນ ຈາກທຸກສິ່ງນອກຈາກພຣະອົງ ບໍລິສຸດພົ້ນຈາກສິ່ງທີ່ບໍ່ທ່ຽງ ໝັ້ນໃນໂລກນີ້ ແລະເປັນອິດສະລະຈາກຄໍາເວົ້າທີ່ຊັກຈູງມາ ຈາກຄວາມເພີ້ຝັນອັນໄຮ້ສາລະ ຂໍຊົງເຮັດໃຫ້ຫົວໃຈຂອງຂ້າພະອົງ ເບີກບານດ້ວຍການ ເສີມພະລັງ  ຈາກອານາຈັກຂອງພຣະອົງ  ຂໍຊົງໃຫ້ດວງຕາ ຂອງຂ້າພະອົງສົດໃສ ດ້ວຍການໄດ້ເຫັນກອງທັບຈາກອານາ ຈັກແຫ່ງອໍານາດ   ອັນຮຸ່ງເຮືອງຂອງພຣະອົງ ທະຍອຍກັນລົງ ມາຊ່ວຍເຫຼືອຂ້າພະອົງ.
        ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງຄວາມຮຸ່ງເຮືອງ   ພຣະຜູ້ຊົງອານຸພາບ.

-`Abdu'l-Bahá
-----------------------

