ບົດອະທິຖານຕອນເຊົ້າ (#12834)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງໄດ້ຕື່ນ ຂຶ້ນມາພາຍໃຕ້ຮົ່ມເງົາ  ແຫ່ງພຣະປາລະມີຂອງພຣະອົງ  ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ  ແລະ  ຜູ້ທີ່ສະແຫວງຫາໂພທິສົມພານຂອງພຣະອົງ  ເຂົາຜູ້ນັ້ນ ຈະດໍາລົງຊີວິດຢູ່ຢ່າງປອດໄພ ພາຍໃຕ້ຄວາມຄຸ້ມຄອງ ປ້ອງກັນໄພຈາກພຣະອົງ  ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ   ຂໍຊົງປະທານແສງສະຫ່ວາງເຂົ້າໄສຈິດວິນຍານຂອງຂ້າພະອົງ  ດ້ວຍແສງແຫ່ງພຣະທັມອັນປະເສີດ  ແຫ່ງການເປີດເຜີຍຂອງພຣະອົງ  ເຊັ່ນດຽວທີ່ພຣະອົງ  ຊົງໂປດປະທານແສງສະຫ່ວາງໃຫ້ແກ່ຮູບກາຍພາຍນອກຂອງຂ້າພະອົງ   ດ້ວຍແສງລັດສະໝີຮຸ່ງອາລຸນ   ແຫ່ງພຣະກະລຸນາຂອງພຣະອົງ.

-Bahá'u'lláh
-----------------------

