ບົດອະທິຖານປິດປະຊຸມທັມມະສະພາສະພາ (#12820)

ຂ້າແດ່ພຣະຜູ້ເປັນເຈົ້າ!  ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງ ທອດພຣະເນດເບິ່ງພວກຂ້າພະອົງ   ຈາກອານາຈັກແຫ່ງ ຄວາມເປັນໜຶ່ງຂອງພຣະອົງ ພວກຂ້າພະອົງຊຸມນຸມກັນຢູ່ໃນ ການປະຊຸມແຫ່ງທັມມະນີ້ ດ້ວຍຄວາມເຊື່ອໃນພຣະອົງໝັ້ນ ໃຈໃນເຄື່ອງໝາຍຂອງພຣະອົງ  ໝັ້ນຄົງຢູ່ໃນພຣະປະທິນຍາ ແລະ ພິໄນກໍາຂອງພຣະອົງ  ຢຶດໝັ້ນໃນພຣະອົງ  ສະຫວ່າງສະໄຫວດ້ວຍໄຟແຫ່ງຄວາມຮັກ ແລະ ຈິງໃຈໃນສາສະໜາ
ຂອງພຣະອົງ  ພວກຂ້າພະອົງຄືຄົນຮັບໃຊ້  ໃນສວນອະຫງຸ່ນຂອງພຣະອົງ  ຄືຜູ້ເຜີຍແຜ່ສາສະໜາຂອງພຣະອົງ  ຄືຜູ້ອຸທິດຕົນບູຊາພຣະພັກຂອງພຣະອົງ   ຖ່ອມຕົວລົງຕໍ່ໜ້າບັນດາຜູ້ເປັນທີ່ຮັກຂອງພຣະອົງ   ໝອບຂາບດ້ວຍຄວາມອ່ອນນ້ອມຢູ່ຕໍ່ໜ້າທໍລະນີປະຕູຂອງພຣະອົງ ແລະ ກໍາລັງວິງວອນພຣະ
ອົງ  ຂໍຊົງຄໍ້າຊູພວກຂ້າພະອົງໃນການຮັບໃຊ້  ບັນດາຜູ້ທີ່ພຣະອົງເລືອກສັນ   ຂໍຊົງສະໜັບສະໜຸນພວກຂ້າພະອົງດ້ວຍກອງທັບທັມ  ທີ່ເບິ່ງບໍ່ເຫັນຂອງພຣະອົງ  ຂໍຊົງສົ່ງເສີມຄວາມເຂັ້ມແຂງຂອງພວກຂ້າພະອົງ   ໃນການເປັນທາດທີ່ຮັບໃຊ້ຂອງພຣະອົງ   ຂໍຊົງດົນບັນດານໃຫ້ພວກຂ້າພະອົງ
ເປັນຂ້າແຜ່ນດິນທີ່ໝອບຂາບບູຊາ ແລະ ສົນທະນາກັບພຣະ ອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງພວກຂ້າພະອົງ!    ພວກຂ້າພະອົງອ່ອນແອ ແລະ ພຣະອົງຄືພຣະຜູ້ຊົງອໍານາດ    ພຣະຜູ້ຊົງອານຸພາບ  ພວກຂ້າພະອົງບໍ່ມີຊີວິດ ແລະ ພຣະອົງຄືພຣະວິນຍານທີ່ໃຫ້ຊີວິດ ພວກຂ້າພະອົງທຸກຍາກຂັດສົນ ແລະ ພຣະອົງຄືພຣະຜູ້ຊົງຄໍ້າຊູ   ພຣະຜູ້ຊົງອານຸພາບ.

ຂ້າແດ່ພຣະຜູ້ເປັນນາຍຂອງພວກຂ້າພະອົງ! ຂໍຊົງ ດົນບັນດານໃຫ້ພວກຂ້າພະອົງ   ຫັນໜ້າມາຫາຄວາມກະລຸນາແຫ່ງພຣະພັກຂອງພຣະອົງ  ຂໍຊົງປະທານອາຫານໃຫ້ແກ່ພວກຂ້າພະອົງຈາກໂຕະສະຫວັນດ້ວຍພຣະກະລຸນາອັນລົ້ນເຫລືອຂອງພຣະອົງ ຂໍຊົງສົ່ງກອງທັບແຫ່ງເທບທິດາອັນສູງສົ່ງມາຊ່ວຍພວກຂ້າພະອົງ ແລະ ຂໍໃຫ້ດວງວິນຍານທີ່ບໍລິສຸດ  ໃນອານາຈັກອາພາຄໍ້າຊູ  ພວກຂ້າພະອົງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງເອື້ອເຟື້ອ  ພຣະຜູ້ຊົງ ປານີ ພຣະອົງຄື ພຣະຜູ້ຊົງຄອບຄອງຄວາມອາລີອັນຍິ່ງ ໃຫຍ່ ແລະ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງເມດຕາ ແລະ ພຣະ ຜູ້ຊົງກະລຸນາ.

-`Abdu'l-Bahá
-----------------------

