ບົດອະທິຖານລະຫວ່າງຖືສິນອົດ (#12828)

*(ຊ່ວງເວລາຖືສິນອົດຢູ່ລະຫວ່າງ ວັນທີ 2-20 ມີນາ)
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ    ຂ້າພະອົງຂໍວິງວອນຕໍ່ສັນຍາລັກອັນຍິ່ງໃຫຍ່ ແລະ ການເປີດເຜີຍພຣະ ກະລຸນາຂອງພຣະອົງໃນໝູ່ມະນຸດ ຂໍຊົງຢ່າຂັບໄລ່ຂ້າພະອົງ ໄປຈາກປະຕູຂອງນະຄອນ   ອັນເປັນທີ່ສະຖິດຂອງພຣະອົງ ແລະ ຂໍຊົງຢ່າໃຫ້ຂ້າພະອົງຜິດຫວັງ  ໃນພຣະກະລຸນາທິຄຸນ
ທີ່ພຣະອົງແຜ່ມາໃຫ້ປະຊາຊົນ.
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ  ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ ຢຶດໜ່ຽວຊາຍເສື້ອຄຸມ  ທີ່ທຸກຄົນໃນໂລກນີ້ ແລະໂລກໜ້າຕ່າງກໍຢຶດໜ່ຽວ.
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງ ຂໍວິງວອນຕໍ່ສຸລະສຽງທີ່ແສນຫວານ ແລະພຣະວັດຈະນະອັນ ປະເສີດສຸດຂອງພຣະອົງ ຂໍຊົງໃຫ້ຂ້າພະອົງໃກ້ເຂົ້າມາໃນ ທໍລະນີປະຕູຂອງພຣະອົງ ແລະບໍ່ຫລຸດອອກໄປນອກຮົ່ມເງົາ ແຫ່ງຄວາມປານີ ແລະ ຟາກຟ້າແຫ່ງຄວາມອາລີຂອງພຣະ ອົງ.
 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ  ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່່ງໂລດທີ່ສຸດ  ແລະ  ຢຶດໜ່ຽວຊາຍເສື້ອຄຸມທີ່ທຸກຄົນໃນໂລກນີ້ ແລະໂລກໜ້າຕ່າງກໍຢຶດໜ່ຽວ.
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ  ຂ້າພະອົງ ຂໍວິງວອນຕໍ່ແສງສະຫວ່າງຂອງພຣະນາລາດ ແລະ ຄວາມ ເຈີດຈ້າຂອງພຣະພັກຂອງພຣະອົງ    ທີ່ເຮືອງແສງມາຈາກຂອບຟ້າອັນສູງສຸດ  ຂໍຊົງດຶງດູດຂ້າພະອົງດ້ວຍສຸຄົນທະລົດຈາກພູສາຂອງພຣະອົງ  ແລະ ໃຫ້ຂ້າພະອົງໄດ້ດື່ມນໍ້າອໍາມະລິດ  ແຫ່ງວາທະຂອງພຣະອົງ.  

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ ຢຶດໜ່ຽວຊາຍເສື້ອຄຸມທີ່ທຸກຄົນໃນໂລກນີ້ ແລະໂລກໜ້າຕ່າງກໍຢຶດໜ່ຽວ.
      ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ   ຂ້າພະອົງຂໍວິງວອນຕໍ່ເກສາ  ທີ່ປິວຢູ່ເທິງພຣະພັກຂອງພຣະອົງ  ປະດຸດດັ່ງປາກກາອັນປະເສີດສຸດຂອງພຣະອົງ   ຍັບຍ້າຍຢູ່ເທິງພຣະທັມມະຈາລຶກ  ເປັນການຂະຈອນຄວາມໝາຍ  ທີ່ເຊື່ອງຊ້ອນໄປທົ່ວອານາຈັກ  ແຫ່ງການສ້າງສັນຂອງພຣະອົງ    ຂໍຊົງເຊີດຊູຂ້າພະອົງ  ໃຫ້ຮັບໃຊ້ສາສະໜາຂອງພຣະອົງ  ເພື່ອວ່າ  ຂ້າພະອົງຈະບໍ່ຖອຍໜີ  ຫລື  ຖືກກິດກັ້ນເພາະການຊັກຈູງຂອງພວກ ທີ່ຂັດຄ້ານສັນຍາລັກຂອງພຣະອົງ ແລະ ເມີນເສີຍຕໍ່ ພຣະພັກຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ ແລະ ຢຶດໜ່ຽວຊາຍເສື້ອຄຸມ  ທີ່ທຸກຄົນໃນໂລກນີ້ ແລະໂລກໜ້າຕ່າງກ່ໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ   ຂ້າພະອົງຂໍວິງວອນຕໍ່ພຣະນາມຂອງພຣະອົງ  ທີ່ຊົງບັນດານໃຫ້ເປັນລາຊາແຫ່ງນາມທັງຫລາຍ  ແລະ  ເປັນພຣະນາມທີ່ໃຫ້ຄວາມປີຕິແກ່ທຸກຄົນ  ທີ່ຢູ່ໃນສະຫວັນແລະໂລກ   ຂໍຊົງຊ່ວຍໃຫ້ຂ້າພະອົງໄດ້ພິສູດດວງຕາເວັນ    ແຫ່ງຄວາມງາມຂອງພຣະອົງ 
ແລະ  ຂໍຊົງປະທານນໍ້າອໍາລະລິດ  ແຫ່ງວາທະຂອງພຣະອົງໃຫ້ແກ່ຂ້າພະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ  ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້  ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງ ວອນຕໍ່ເທບມົນທຽນ   ແຫ່ງຣາຊສັກດາຂອງພຣະອົງ  ຢູ່ເທິງຍອດທີ່ສູງສະຫງ່າທີ່ສຸດ ແລະ ຕໍ່ຟາກຟ້າແຫ່ງການເປີດເຜີຍ ພຣະທັມຂອງພຣະອົງ ຢູ່ເທິງເນີນທີ່ສູງສຸດ ຂໍຊົງຊ່ວຍໃຫ້ຂ້າ ພະອົງປະຕິບັດຕາມພຣະປະສົງ ແລະ ເຈດຕະນາທີ່ພຣະອົງ ຊົງສະແດງໄວ້.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ  ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້  ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງ ວອນຕໍ່ຄວາມງາມຂອງພຣະອົງ   ທີ່ເຮືອງລັດສະໝີຢູ່ເໜືອ
ຂອບຟ້າ ແຫ່ງນິລັນດອນການ ເປັນຄວາມງາມທີ່ທັນໃດເມື່ອ ເປີດເຜີຍອອກມາ ອານາຈັກແຫ່ງຄວາມງາມນ້ອມຖະຫວາຍ ສັກກາລະ ແລະ ສະດຸດີຢ່າງກຶກກ້ອງ ຂໍໃຫ້ຂ້າພະອົງຕາຍ ຈາກທຸກສິ່ງ ທີ່ຂ້າພະອົງຄອບຄອງ ແລະ ມີຊີວິດຢູ່ກັບສິ່ງທີ່ ເປັນຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ  ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ  ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້  ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງ ວອນຕໍ່ບໍລົມພຣະສາສະດາ   ຜູ້ສະແດງພຣະນາມຂອງພຣະ
ອົງ ພຣະຜູ້ເປັນທີ່ຮັກຍິ່ງ ພຣະຜູ້ຊົງສະກົດຫົວໃຈຂອງຄົນຮັກ ຂອງພຣະອົງ ແລະບັນດານໃຫ້ວິນຍານຂອງທຸກຄົນ ທີ່ອາໄສ ຢູ່ໃນໂລກ ເຫີນຂຶ້ນສູ່ເບື້ອງບົນ ຂໍຊົງຊ່ວຍໃຫ້ຂ້າພະອົງລະ ນຶກເຖິງ  ແລະ ສະດຸດີພຣະອົງ   ທ່າມກາງປະຊາຊົນ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ  ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້  ແລະ ໂລກໜ້າຕ່າງກໍ່ຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ   ຂ້າພະອົງຂໍວິງວອນຕໍ່ສຽງໃບໄມ້ສຽດສີຂອງພຶກສາສະຫວັນ ແລະ ສຽງສາຍລົມແຫ່ງວາທະຂອງພຣະອົງ  ໃນອານາຈັກແຫ່ງນາມ  ຂໍຊົງນໍາພາຂ້າພະອົງໄປໃຫ້ໄກ   ຈາກສິ່ງທີ່ພຣະອົງຊົງລັງກຽດແລະເຂົ້າໃກ້ຕໍາແໜ່ງ   ທີ່ພຣະຜູ້ເປັນອະລຸໂນໄທແຫ່ງສັນ
ຍາລັກຂອງພຣະອົງ   ສາຍລັດສະໝີອອກໄປ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ  ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້  ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງ ວອນຕໍ່ພະຍັນຊະນະທີ່ທັນໃດ   ເມື່ອເປັ່ງອອກມາຈາກພຣະ
ໂອດ ແຫ່ງພຣະປະສົງຂອງພຣະອົງ ໄດ້ບັນດານໃຫ້ມະ ຫາສະໝຸດສາດຊັດ ສາຍລົມພັດພາ ຕົ້ນໄມ້ງອກຂຶ້ນມາ ແລະ ຜະລິດດອກອອກຜົນ  ຮ່ອງຮອຍທັງປວງຂອງອາດີດເລືອນຫາຍໄປ  ມ່ານທັງໝົດຂາດສະບັ້ນ   ບັນດາຜູ້ທີ່ອຸທິດຕົນຕໍ່ພຣະອົງ   ຮີບໄປຫາແສງສະຫວ່າງ  ຈາກພຣະພັກຂອງ
ພຣະຜູ້ເປັນນາຍຂອງພວກຂ້າພະອົງ    ພຣະຜູ້ຊົງຢູ່ນອກເໜືອອໍານາດບັງຄັບໃດໆ    ຂໍຊົງໃຫ້ຂ້າພະອົງໄດ້ຮູ້ສິ່ງທີ່ຊ້ອນເລັ້ນຢູ່ໃນຄັງແຫ່ງຄວາມຮູ້ ແລະ ອັດສະລິຍະພາບຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ  ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້  ແລະໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ   ຂ້າພະອົງຂໍວິງວອນຕໍ່ໄຟແຫ່ງຄວາມຮັກຂອງພຣະອົງ  ທີ່ຂັບຄວາມງ່ວງໄປຈາກດວງຕາຂອງບັນດາຜູ້ທີ່ພຣະອົງຮັກ ແລະ  ເລືອກສັນຕໍ່ການທີ່ພວກຂ້າພະອົງລະນຶກເຖິງ  ແລະ  ສັນລະເສີນຂອງ
ພຣະອົງ  ຂໍຊົງນັບຂ້າພະອົງເປັນພວກທີ່   ບັນລຸພຣະທັມທີ່ພຣະອົງລິຂິດໄວ້  ໃນພຣະຄັມພີ   ແລະ  ທີ່ພຣະປະສົງຂອງພຣະອົງສະແດງໄວ້.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ ຢຶດໜ່ຽວຊາຍເສື້ອຄຸມ  ທີ່ທຸກຄົນໃນໂລກນີ້  ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ   ຂ້າພະອົງຂໍວິງວອນຕໍ່ແສງສະຫວ່າງ ຈາກພຣະພັກຂອງພຣະອົງ  ທີ່ສະໜັບສະໜູນໃຫ້ບັນດາຜູ້ທີ່ໃກ້ຊິດພຣະອົງ   ຕ້ອງພົບກັບຄົມອາວຸດ ແຫ່ງປະກາສິດຂອງພຣະອົງ  ແລະ  ບັນດາຜູ້ທີ່ອຸທິດຕົນ
ຕໍ່ພຣະອົງ  ຕ້ອງພົບກັບດາບຂອງຜູ້ທີ່ປອງຮ້າຍ ໃນວິຖີຂອງ ພຣະອົງ  ຂໍປາກກາອັນປະເສີດສຸດຂອງພຣະອົງ  ລິຂິດໃຫ້ ແກ່ຂ້າພະອົງ  ດ້ວຍສິ່ງທີ່ພຣະອົງລິຂິດໃຫ້ບັນດາຜູ້ທີ່ພຣະ ອົງໄວ້ໃຈ ແລະ ເລືອກສັນ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ ຢຶດໜ່ຽວຊາຍເສື້ອຄຸມ  ທີ່ທຸກຄົນໃນໂລກນີ້  ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.
       ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ   ຂ້າພະອົງຂໍວິງວອນຕໍ່ພຣະນາມຂອງພຣະອົງ   ທີ່ຊົງໃຊ້ສະດັບຟັງສຽງຮຽກຮ້ອງຂອງຄົນຮັກຂອງພຣະອົງ   ສຽງຖອນຫາຍໃຈຂອງຜູ້ທີ່ປາດຖະໜາພຣະອົງ  ສຽງຮ້ອງຂອງຜູ້ທີ່ຍິນດີຕໍ່ການຢູ່ໃກ້ຊິດພຣະອົງ ສຽງໂອດຄວນຂອງຜູ້ທີ່ອຸທິດຕົນຕໍ່ພຣະອົງ ແລະ ຊົງບັນດານໃຫ້ຜູ້ທີ່ຕັ້ງຄວາມຫວັງ  ໄວ້ກັບພຣະອົງໄດ້ສົມປະສົງ ແລະສົມປາດຖະໜາ ດ້ວຍພຣະກະລຸນາຂອງ ພຣະອົງ ແລະ ດ້ວຍພຣະນາມນີ້  ມະຫາສະໝຸດແຫ່ງການອະໄພໄດ້ສາດຊັດ ຕໍ່ເບື້ອງພຣະພັກຂອງພຣະອົງ ແລະ ກ້ອນເມກ ແຫ່ງຄວາມເອື້ອເຟື້ອຂອງພຣະອົງ ຫລັ່ງຝົນລົງມາໃຫ້ຄົນຮັບ ໃຊ້  ຂໍຊົງລິຂິດສໍາລັບທຸກຄົນທີ່ຕັ້ງຈິດສູ່ພຣະອົງ ແລະ ຖືສິນ ອົດຕາມທີ່ພຣະອົງຊົງບັນຍັດໄວ້  ໃຫ້ພວກຂ້າພະອົງໄດ້ຮັບລາງວັນທີ່ປະກາສິດໄວ້  ສໍາລັບພວກທີ່ບໍ່ເວົ້າ-ນອກຈາກຈະໄດ້ຮັບອານຸຍາດຈາກພຣະອົງແລະລະຖິ້ມທຸກສິ່ງທີ່ພວກຂ້າພະອົງຄຸ້ມຄອງ  ໃນຫົນທາງແຫ່ງຄວາມຮັກຂອງພຣະອົງ.
ຂ້າແດ່ພຣະຜູ້ເປັນາຍຂອງຂ້າພະອົງ    ຂ້າພະອົງຂໍວິງ
ວອນຕໍ່ພຣະອົງເອງ  ຕໍ່ເຄື່ອງໝາຍ ແລະ  ສັນຍາລັກທີ່ແຈ່ມ
ແຈ້ງຂອງພຣະອົງ  ຕໍ່ລັດສະໝີອັນຮຸ່ງເຮືອງຂອງດວງຕາເວັນແຫ່ງຄວາມງາມຂອງພຣະອົງ ແລະ ຕໍ່ກິ່ງຂອງພຣະອົງ  ຂໍຊົງລົບລ້າງບາບຂອງບັນດາ   ຜູ້ທີ່ຢຶດໝັ້ນໃນກົດຂອງພຣະອົງ ແລະ  ປະຕິບັດຕາມບັນຍັດຂອງພຣະອົງ  ໃນພຣະຄັມພີ.
ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງ ເຫັນແລ້ວວ່າ ຂ້າພະອົງຢຶດຖືພຣະນາມຂອງພຣະອົງ  ພຣະ ຜູ້ຊົງວິເສດທີ່ສຸດ  ພຣະຜູ້ຊົງຮຸ່ງເຮືອງທີ່ສຸດ  ພຣະຜູ້ຊົງອໍາ ນາດສູງສຸດ ພຣະຜູ້ຊົງຍິ່ງໃຫຍ່ທີ່ສຸດ ພຣະຜູ້ຊົງປະເສີດສຸດ  ພຣະຜູ້ຊົງລຸ່ງໂລດທີ່ສຸດ  ແລະ  ຢຶດໜ່ຽວຊາຍເສື້ອຄຸມ ທີ່ທຸກຄົນໃນໂລກນີ້  ແລະ ໂລກໜ້າຕ່າງກໍຢຶດໜ່ຽວ.

-Bahá'u'lláh
-----------------------

ບົດອະທິຖານລະຫວ່າງຖືສິນອົດ (#12829)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ວັນເຫລົ່ານີ້ຄື ວັນທີ່ພຣະອົງບັນຊາໃຫ້ຄົນຮັບໃຊ້ຖືສິນອົດ ພຣະອົງຊົງໃຊ້ ບັນຊານີ້ ປະດັບອາລໍາພະບົດຂອງພຣະຄັມພີແຫ່ງກົດ ແລະ ຄັງແຫ່ງບັນຍັດຂອງພຣະອົງ  ແລະ  ຊົງເປີດເຜີຍແກ່ປະຊາຊົນຕໍ່ສາຍຕາຂອງທຸກ  ຄົນທີ່ຢູ່ໃນສະຫວັນ ແລະ ບົນໂລກ ພຣະອົງຊົງປະສາດທຸກຊົ່ວໂມງ ໃນວັນເຫລົ່ານິ້  ດ້ວຍຄຸນນະທັມພິເສດ  ທີ່ບໍ່ມີຜູ້ໃດຢັ່ງຮູ້ນອກຈາກພຣະອົງ   ພຣະຜູ້ຊົງຮອບຮູ້ທຸກສັບພະສິ່ງ   ພຣະອົງຊົງມອບຄຸນນະທັມນີ້ສ່ວນໜຶ່ງໃຫ້ແກ່ທຸກຄົນ ຕາມທັມມະຈາລຶກແຫ່ງປະກາສິດ ແລະ ພຣະຄັມພີແຫ່ງການຕັດສິນຊີ້ຂາດ    ທີ່ປ່ຽນແປງບໍ່ໄດ້ຂອງພຣະອົງ   ນອກຈາກນີ້ ພຣະອົງຍັງໄດ້ແບ່ງພຣະຄັມພີໃຫ້ແກ່ປະຊາຊົນ ແລະ ວົງຕະກຸນບົນພິພົບຄົນລະໜ້າ.

ສໍາລັບບັນດາຄົນຮັກທີ່ສັດທາໃນພຣະອົງ  ພຣະອົງຍັງຊົງສໍາຮອງຖ້ວຍ  ແຫ່ງການລະນຶກເຖິງພຣະອົງ ໄວ້ໃຫ້ທຸກຮຸ່ງອາລຸນຕາມປະກາສິດຂອງພຣະອົງ  ຂ້າແດ່ພຣະຜູ້ເປັນຜູ້ປົກຄອງຂອງຜູ້ປົກຄອງທັງຫລາຍ!    ບຸກຄົນເຫລົ່ານີ້ຄືຜູ້ທີ່ດື່ມນໍ້າອໍາມະລິດ  ແຫ່ງອັດສະລິຍະພາບ   ອະເນກອະນັນຂອງພຣະອົງ   ຈົນພວກຂ້າພະອົງລຸກຈາກທີ່ນອນ    ດ້ວຍຄວາມປາດຖະໜາຈະສັນລະເສີນ  ແລະ  ສະດຸດີຄຸນນະທັມຂອງພຣະອົງ ແລະ ຕື່ນຂຶ້ນດ້ວຍຄວາມກະຕືລືລົ້ນ ທີ່ຈະເຂົ້າເຝົ້າ ແລະ ຮັບຄວາມອາລີຈາກພຣະອົງ  ດວງຕາຂອງພວກຂ້າພະອົງເຝົ້າເບິ່ງອະລຸໂນໄທ  ແຫ່ງຄວາມເມດຕາຮັກໃຄ່ຂອງພຣະອົງຢູ່ທຸກເວລາ ແລະ  ໃບໜ້າຂອງພວກຂ້າພະອົງຫັນ
ມາຫາ  ແຫລ່ງກໍາເນີດແຮງບັນດານໃຈຂອງພຣະອົງ   ຂໍເມກແຫ່ງຄວາມປານີຂອງພຣະອົງ   ຫລັ່ງຝົນທີ່ຄູ່ຄວນກັບນະພາ
ແຫ່ງຄວາມອາລີ  ແລະ  ພຣະກະລຸນາຂອງພຣະອົງ  ໃຫ້ແກ່ພວກຂ້າພະອົງ  ແລະ  ບັນດາຜູ້ທີ່ຮັກພຣະອົງ.

ຂໍຄວາມສັນລະເສີນ ຈົ່ງມີແດ່ພຣະນາມ ຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ນີ້ຄືຊົ່ວໂມງທີ່ພຣະ ອົງໄຂປະຕູ ແຫ່ງຄວາມອາລີຕໍ່ໜ້າປະຊາຊົນ ແລະ ຊົງເປີດ ທະວານ ແຫ່ງຄວາມເມດຕາປານີຕໍ່ທຸກຄົນ ທີ່ອາໄສຢູ່ໃນ ໂລກ  ຂ້າພະອົງຂໍວິງວອນຕໍ່ບັນດາຜູ້ທີ່ລັ່ງເລືອດ ໃນວິຖີຂອງພຣະອົງ ຜູ້ເຊິ່ງຕັດຄວາມຜູກພັນຈາກປະຊາຊົນທຸກຄົນ ດ້ວຍ ຄວາມປາດຖະໜາພຣະອົງ  ແລະ  ລອຍໄປກັບສຸຄົນທະລົດແຫ່ງແຮງບັນດານໃຈຂອງພຣະອົງ     ຈົນອະໄວຍະວະທຸກສ່ວນໃນຮ່າງກາຍຂອງພວກຂ້າພະອົງ   ເປັ່ງສຽງສັນລະເສີນ
ແລະ  ສັ່ນສະທ້ານຕໍ່ການລະນຶກເຖິງພຣະອົງ   ຂໍຊົງຢ່າພາກພວກຂ້າພະອົງ  ຈາກສິ່ງທີ່ພຣະອົງກໍານົດໄວ້  ຢ່າງປ່ຽນແປງບໍ່ໄດ້  ໃນການເປີດເຜີຍພຣະທັມຄັ້ງນີ້   ຊຶ່ງມີອານຸພາບບັນດານໃຫ້ພຶກສາທຸກຕົ້ນ ເປັ່ງສຽງຮ້ອງທີ່ພຸ່ມໄມ້ ທີ່ລຸກໄໝ້ ເຄີຍປະກາດຕໍ່ໜ້າ ພຣະໂມເສດ ຜູ້ຊົງສົນທະນາກັບພຣະອົງ ແລະຊ່ວຍໃຫ້ຫີນທຸກກ້ອນ  ສັນລະເສີນພຣະອົງ   ຢ່າງກ້ອງກັງວານ  ດັ່ງທີ່ກ້ອນຫີນສະດຸດີພຣະອົງ  ໃນຍຸກຂອງພຣະໂມ
ຮັມໝັດ ຜູ້ເປັນພຣະ ສະຫາຍຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ບຸກຄົນເຫລົ່ານີ້ ຄືຜູ້ທີ່ພຣະອົງກະລຸນາ ໃຫ້ຮ່ວມມິດຕະພາບ ກັບພຣະອົງ ແລະ ສົນທະນາກັບບໍລົມພຣະສາສະດາ ຜູ້ເປີດເຜີຍພຣະອົງ ພາຍຸແຫ່ງພຣະປະສົງຂອງພຣະອົງ ໄດ້ພັດພາພວກຂ້າພະ ອົງ ກະແຈກກະຈາຍໄປໄກ ຈົນກະທັ້ງພຣະອົງເຕົ້າໂຮມ ພວກຂ້າພະອົງເຂົ້າມາ ຢູ່ພາຍໃຕ້ຮົ່ມເງົາຂອງພຣະອົງ ແລະ ໃຫ້ພວກຂ້າພະອົງໄດ້ເຂົ້າມາ ໃນອານາບໍລິເວນ ຂອງຣາຊ ສໍານັກຂອງພຣະອົງ ບັດນີ້ ພຣະອົງຊົງໃຫ້ພວກຂ້າພະອົງ ອາໄສຢູ່ພາຍໃຕ້ຮົ່ມເງົາ ຂອງຟາກຟ້າແຫ່ງຄວາມປານີຂອງ ພຣະອົງ ຂໍຊົງຊ່ວຍໃຫ້ພວກຂ້າພະອົງ ໄດ້ບັນລຸເຖິງສິ່ງທີ່ຄູ່ ຄວນກັບຖານະອັນກຽງໄກ ຂ້າແດ່ພຣະຜູ້ເປັນນາຍ ຂອງຂ້າ ພະອົງ ຂໍຊົງຢ່ານັບພວກຂ້າພະອົງເປັນພວກທີ່ ແມ່ນຈະ ຢູ່ໃກ້ພຣະອົງ ແຕ່ກໍບໍ່ໄດ້ຮູ້ຈັກພຣະພັກຂອງພຣະອົງ ແລະ ແມ່ນໄດ້ພົບພຣະອົງ ແຕ່ກໍ່ບໍ່ໄດ້ເຂົ້າເຝົ້າພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ບຸກຄົນເຫລົ່ານີ້ ຄືຄົນຮັບໃຊ້ທີ່ໄດ້ເຂົ້າມາ ໃນຄຸກທີ່ໂຫດຮ້າຍທີ່ສຸດນີ້ ພ້ອມ ກັບພຣະອົງ ໄດ້ຖືສິນອົດພາຍໃນກໍາແພງຄຸກ ຕາມທີ່ພຣະ ອົງຊົງບັນຊາພວກເຂົາໄວ້ໃນພຣະທັມມະຈາລຶກ ແຫ່ງປະກາ ສິດ ແລະ ພຣະຄັມພີແຫ່ງອົງການຂອງພຣະອົງ ຂໍຊົງສໍາລະ ລ້າງພວກເຂົາໃຫ້ບໍລິສຸດ ປາດສະຈາກທຸກສິ່ງ ທີ່ພຣະອົງຊົງ ລັງກຽດ ເພື່ອວ່າພວກເຂົາ ຈະໄດ້ອຸທິດທັງຊີວິດໃຫ້ກັບພຣະ ອົງ ແລະ ຕັດຄວາມຜູກພັນຈາກທຸກສິ່ງ ໂດຍສິ້ນເຊີງ ນອກ ຈາກພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ ຂໍຊົງຫລັ່ງຝົນ ທີ່ຄູ່ຄວນກັບພຣະກະລຸນາ ແລະ ຄວາມອາລີຂອງພຣະອົງ ໃຫ້ແກ່ພວກຂ້າພະອົງ ແດ່ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ ຂໍຊົງຊ່ວຍໃຫ້ພວກຂ້າພະອົງ ມີຊີວິດຢູ່ໃນການລະນຶກເຖິງ ພຣະອົງ ແລະ ຕາຍຢູ່ໃນຄວາມຮັກຂອງພຣະອົງ ແລະ ຂໍຊົງ ໃຫ້ຂ້າພະອົງ ໄດ້ເຂົ້າເຝົ້າພຣະອົງ ໃນພົບຕ່າງໆຖັດຈາກ ພົບນີ້ ເປັນພົບທີ່ບໍ່ມີໃຜຢັ່ງຮູ້ ນອກຈາກພຣະອົງ ພຣະອົງ ຄື ພຣະຜູ້ເປັນນາຍຂອງຂ້າພະອົງ ແລະ ພຣະຜູ້ເປັນນາຍ ແຫ່ງພິພົບທັງປວງ ແລະ ເປັນພຣະຜູ້ເປັນເຈົ້າຂອງທຸກຄົນ ທີ່ຢູ່ໃນສະຫວັນ ແລະໂລກ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງເຫັນ ສິ່ງທີ່ບັງເກີດກັບ ຜູ້ເປັນທີ່ຮັກຂອງພຣະອົງໃນຍຸກນີ້ ຄວາມ ຮຸ່ງເຮືອງຂອງພຣະອົງ ເປັນພະຍານໃຫ້ຂ້າພະອົງ! ສຽງຮ້ອງ ໃຫ້ຂອງບັນດາ ຜູ້ທີ່ພຣະອົງເລືອກສັນ ກັງວານໄປທົ່ວອານາ ຈັກຂອງພຣະອົງ ບາງຄົນຕິດກັບພວກບໍ່ມີສາສະໜາ ໃນດິນ ແດນຂອງພຣະອົງ ແລະ ຖືກຂັດຂວາງບໍ່ໃຫ້ເຂົ້າໃກ້ພຣະອົງ ຫລືໄປຍັງຣາຊສໍານັກ ແຫ່ງຄວາມຮຸ່ງເຮືອງ ຂອງພຣະອົງ ບາງຄົນໄດ້ເຂົ້າໃກ້ພຣະອົງ ແຕ່ກໍຖືກຂັດຂວາງ ບໍ່ໃຫ້ເຫັນ ພຣະພັກຂອງພຣະອົງ ບາງຄົນໄດ້ຮັບອະນຸຍາດ ໃຫ້ເຂົ້າມາ ໃນອານາບໍລິເວນ ຂອງຣາຊສໍານັກຂອງພຣະອົງ ດ້ວຍ ຄວາມສັດທາ ທີ່ຈະໄດ້ເຝົ້າເບິ່ງພຣະອົງ ແຕ່ພວກເຂົາກັບ ຍອມໃຫ້ຈິນຕະນາການຂອງຜູ້ຄົນ ແລະ ການປະທຸບຮ້າຍ ຂອງຜູ້ຮຸກຮ້ານ ມາເປັນມ່ານປິດກັ້ນ ລະຫວ່າງພວກເຂົາ ກັບພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ນີ້ຄືຊົ່ວໂມງທີ່ ພຣະອົງເຊີດຊູໃຫ້ລໍ້າເລີດກວ່າຊົ່ວໂມງອື່ນໃດ ແລະ ຊົງສໍາ ພັນຊົ່ວໂມງນີ້ກັບປະຊາຊົນທີ່ເລືອກສັນແລ້ວ ຂ້າແດ່ພຣະຜູ້ ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ພຣະອົງ ແລະ ຕໍ່ພວກເຂົາ ຂໍຊົງບັນດານສິ່ງທີ່ຈະເຊີດຊູ ບັນດາຜູ້ທີ່ເປັນທີ່ ຮັກຂອງພຣະອົງ ຕະຫລອດປີນີ້ ແລະ ໃນປີນີ້ເຊັ່ນກັນ ຂໍຊົງ ປະກາສິດສິ່ງທີ່ຈະຊ່ວຍໃຫ້ດວງຕາເວັນ ແຫ່ງອານຸພາບ ຂອງ ພຣະອົງໄດ້ສ່ອງແສງ ລັດສະໝີຢ່າງເຈີດຈ້າ ເທິງຂອບຟ້າ ແຫ່ງຄວາມຮຸ່ງເຮືອງຂອງພຣະອົງ ແລະ ສາດແສງທັມໄປທົ່ວ ພິພົບໂດຍອະທິປະໄຕ ຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງໃຫ້ສາສະ ໜາຂອງພຣະອົງມີໄຊ ແລະ ຜູ້ຮຸກຮານຂອງພຣະອົງຕົກຕໍ້າ ຂໍຊົງລິຂິດສິ່ງທີ່ດີງາມໃນໂລກນີ້ ແລະໂລກໜ້າ ໃຫ້ແກ່ພວກ ຂ້າພະອົງ ພຣະອົງຄື ພຣະຜູ້ເປັນສັດຈະທັມ ພຣະຜູ້ຊົງຮູ້ ຄວາມລັບ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ຊົງອະໄພສະເໝີ ພຣະຜູ້ຊົງອາລີ.

-Bahá'u'lláh
-----------------------

ບົດອະທິຖານລະຫວ່າງຖືສິນອົດ (#14010)

ຂໍຄວາມສັນລະເສີນຈ່ົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍວິງວອນຕໍ່ການເປີດເຜີຍພຣະທັມທີ່ໄດ້ປ່ຽນຄວາມມືດໃຫ້ເປັນແສງສະຫວ່າງບັນດານໃຫ້ມີການກໍ່ສ້າງວິຫານສໍາລັບສັກກາລະ ມີການລິຂິດທັມມະຈາລຶກ ແລະ ມ້ວນພຣະທັມທີ່ເຜີຍອອກ ຂໍຊົງຊ່ວຍໃຫ້ຂ້າພະອົງ ແລະ ຍາດມິດເຫີນຂຶ້ນສູ່ນະພາແຫ່ງຄວາມຮຸ່ງເຮືອງຂອງພຣະອົງ ແລະ ກໍາຈັດຄວາມສົງໄສທີ່ເປັນອຸປະສັກຕໍ່ການເຂົ້າໄປຍັງເທບມົນທຽນແຫ່ງ ເອກະພາບຂອງພຣະອົງ.
ຂ້າແດ່ພຣະຜູ້ເປັນາຍຂອງຂ້າພະອົງ ຂ້າພະອົງຄືຜູ້ໜື່ງທີ່ຢຶດໜ່ຽວສາຍໃຍແຫ່ງຄວາມເມດຕາຮັກໃຄ່ຂອງພຣະອົງເກາະຊາຍຜ້າແຫ່ງຄວາມກະລຸນາປານີຂອງພຣະອົງ ຂໍຊົງບັນດານສິ່ງທີ່ດີງາມທັງໃນໂລກນີ້ ແລະ ໂລກໜ້າແກ່ຂ້າພະອົງ ແລະ ບັນດາຜູ້ທີ່ຂ້າພະອົງຮັກ ຂໍຊົງມອບຂອງຂວັນທີ່ຊ້ອນເລັ້ນໃຫ້ແກ່ພວກຂ້າພະອົງຕາມທີ່ບັນຍັດໄວ້ສໍາລັບບຸກຄົນທີ່ພຣະອົງເລືອກສັນແລ້ວ.
ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງວັນເຫລົ່ານີ້ຄື ວັນທີ່ພຣະອົງບັນຊາໃຫ້ຄົນຮັບໃຊ້ຖືສິນອົດຂໍພອນຈົ່ງມີແດ່ ຜູ້ທີ່ຖືສິນອົດເພື່ອເຫັນແກ່ພຣະອົງແລະຕັດຄວາມຜູກພັນຈາກທຸກສິ່ງນອກຈາກພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງຊ່ວຍໃຫ້ຂ້າພະອົງ ແລະ ຄົນຮັບໃຊ້ເຫລົ່ານີ້ເຊື່ອຟັງພຣະອົງ ແລະ ຖືສິນຂອງພຣະອົງແທ້ຈິງແລ້ວ ພຣະອົງຊົງອໍານາດໃນການກະທໍາຕາມທີ່ພຣະອົງປາດຖະໜາ. 
ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງ ຮອບຮູ້ພຣະຜູ້ຊົງອັດສະລິຍະພາບ ຂໍຄວາມສັນລະເສີນຈົ່ງມີແດ່ພຣະຜູ້ເປັນເຈົ້າພຣະຜູ້ເປັນນາຍແຫ່ງພິພົບທັງປວງ.

-Bahá'u'lláh
-----------------------

