ບົດອະທິຖານວັນໂນວ໌ຣຸສ (#12861)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນລະ ເສີນຈົ່ງມີແດ່ພຣະອົງທີ່ຊົງກໍານົດວັນໂນວ໌ຣຸສ ໃຫ້ເປັນວັນສະ ຫລອງ ສໍາລັບຜູ້ທີ່ຖືສິນອົດ ດ້ວຍຄວາມຮັກພຣະອົງ ແລະລະ ເວັ້ນຈາກທຸກສິ່ງທີ່ພຣະອົງຊົງລັງກຽດ ຂ້າແດ່ພຣະຜູ້ເປັນ ນາຍຂອງຂ້າພະອົງ ຂໍຊົງໃຫ້ໄຟແຫ່ງຄວາມຮັກ ຂອງພຣະ ອົງ ແລະ ຄວາມຮ້ອນທີ່ເກີດຈາກການຖືສິນອົດ ທີ່ພຣະອົງ ບັນຍັດໄວ້ ຈູດພວກຂ້າພະອົງໃຫ້ຮຸ່ງຂຶ້ນໃນສາສະໜາຂອງ ພຣະອົງ ແລະໃຈຈົດຈໍ່ຢູ່ກັບການສັນລະເສີນ ແລະ ລະນຶກ ເຖິງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ເນື່ອງດ້ວຍພຣະ ອົງ ປະດັບພວກຂ້າພະອົງ ດ້ວຍອາພອນແຫ່ງການຖືສິນອົດ ທີ່ພຣະອົງບັນຍັດ  ຂໍຊົງປະດັບພວກຂ້າພະອົງ ເຊັ່ນກັນດ້ວຍ ອາພອນ ແຫ່ງການເປັນທີ່ຍອມຮັບຂອງພຣະອົງ ໂດຍພຣະ ກະລຸນາ ແລະ ຄວາມໂປດປານຂອງພຣະອົງ ເພາະການກະ ທໍາຂອງມະນຸດ ລ້ວນຂຶ້ນກັບຄວາມຍິນດີ ແລະ ບັນຊາຂອງ ພຣະອົງ ຫາກພຣະອົງພິຈາລະນາ ຜູ້ທີ່ບໍ່ໄດ້ຖືສິນອົດ ວ່າ ເປັນຜູ້ຖື ຜູ້ນັ້ນຈະໄດ້ຮັບການນັບວ່າ ເປັນພວກທີ່ໄດ້ຖືສິນ ອົດ ມາແຕ່ນິລັນດອນການ ແລະ ຫາກພຣະອົງປະກາສິດວ່າ ຜູ້ທີ່ຖືສິນອົດ ເປັນຜູ້ທີ່ບໍ່ໄດ້ຖື ຜູ້ນັ້ນຈະໄດ້ຮັບການນັບວ່າ ເປັນພວກທີ່ທໍາໃຫ້ເສື້ອຄຸມ ແຫ່ງການເປີດເຜີຍພຣະທັມ ຂອງພຣະອົງ ເປື້ອນດ້ວຍທຸລີ ແລະ ພັດໄກໄປຈາກຊົນ ລະທີຂອງນໍ້າພຸແຫ່ງຊີວິດນີ້. ພຣະອົງຄື ພຣະຜູ້ຊົງບັນດານ ໃຫ້ທຸງ “ພຣະອົງເປັນ ທີ່ໜ້າສັນລະເສີນ ໃນຜົນງານຂອງ ພຣະອົງ” ໄດ້ຊູຂຶ້ນ ແລະທຸງ “ໂອງການຂອງພຣະອົງ ເປັນ ທີ່ເຊື່ອຟັງ” ໄດ້ຄີ່ຄາຍອອກ ຂ້າແດ່ພຣະຜູ້ເປັນເຈົ້າ ຂອງ ຂ້າພະອົງ ຂໍຊົງບັນດານ ໃຫ້ຄົນຮັບໃຊ້ຮູ້ແຈ້ງ ໃນຖານະນີ້ ຂອງພຣະອົງ ເພື່ອພວກຂ້າພະອົງ ຈະໄດ້ຮູ້ວ່າ ຄວາມລໍ້າ ເລີດຂອງທຸກສັບພະສິ່ງ ຂຶ້ນກັບບັນຊາ ແລະ ພຣະວັດຈະນະ ຂອງພຣະອົງ ແລະ ຄຸນຄວາມດີຂອງທຸກການກະທໍາ ຂຶ້ນ ກັບການອະນຸຍາດ ແລະ ຄວາມຍິນດີ ຂອງພຣະປະສົງ ຂອງພຣະອົງ ແລະຈະຍອມຮັບວ່າ ບັງຫຽນຂອງການກະທໍາ ຂອງມະນຸດ ຢູ່ໃນເອື້ອມມືແຫ່ງການຍອມຮັບ ແລະ ບັນຍັດ ຂອງພຣະອົງ ຂໍຊົງເຮັດໃຫ້ພວກຂ້າພະອົງຮູ້ວ່າ ບໍ່ມີສິ່ງໃດ ປິດກັ້ນພວກຂ້າພະອົງ ຈາກຄວາມງາມຂອງພຣະອົງ ໃນວັນ ເຫລົ່ານີ້ ວັນທີ່ພຣະຄຣິສຕ໌ ຮ້ອງອຸທານວ່າ: ຂ້າແດ່ພຣະຜູ້ ໃຫ້ກໍາເນີດ ພຣະຈິດ (ພຣະເຍຊູ) ອານາຈັກທັງປວງ ເປັນ ຂອງພຣະອົງ” ແລະ ພຣະສະຫາຍຂອງພຣະອົງ (ພຣະໂມ ຮັມໝັດ) ຮ້ອງອຸທານວ່າ: “ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງ ຂໍ ຄວາມຮຸ່ງເຮືອງຈ່ົງມີແດ່ພຣະອົງ ທີ່ຊົງເປີດເຜີຍ ຄວາມງາມ ຂອງພຣະອົງ ແລະ ລິຂິດສິ່ງທີ່ຈະເຮັດໃຫ້ບັນດາ ຜູ້ທີ່ພຣະ ອົງເລືອກສັນ ໄດ້ມາເຖິງ ທີ່ພໍານັກແຫ່ງການເປີດເຜີຍພຣະ ນາມ ອັນຍິ່ງໃຫຍ່ທີ່ສຸດຂອງພຣະອົງ ຊຶ່ງປະຊາຊົນທັງປວງ ເສົ້າໂສກ ເພາະພຣະນາມນີ້ ຍົກເວັ້ນຜູ້ທີ່ຕັດຄວາມຜູກພັນ ຈາກທຸກສິ່ງ ນອກຈາກພຣະອົງ ແລະ ຕັ້ງຈິດສູ່ບໍລົມພຣະສາ ສະດາ ຜູ້ເປັນກິ່ງຂອງພຣະອົງ ແລະ ສາສະນິກະຊົນທັງໝົດ ຂອງພຣະອົງ ໄດ້ສິ້ນສຸດການຖືສິນອົດ ໃນວັນນີ້ ຫລັງຈາກ ທີ່ໄດ້ຖືມາ ພາຍໃນອານາບໍລິເວນ ຂອງຣາຊສໍານັກຂອງ ພຣະອົງ ດ້ວຍຄວາມປາດຖະໜາ ຈະເຮັດໃຫ້ພຣະອົງຍິນດີ ຂໍພຣະອົງຊົງບັນດານ ສິ່ງທີ່ດີງາມທັງປວງ ທີ່ກໍານົດໄວ້ ໃນ ພຣະຄັມພີ ໃຫ້ແກ່ບໍລົມ ພຣະສາສະດາ ເຫລົ່າສາສະນິກະ ຊົນ ແລະ ທຸກຄົນທີ່ໄດ້ເຂົ້າເຝົ້າພຣະອົງ ໃນວັນເຫລົ່ານັ້ນ ຂໍຊົງປະທານ ສິ່ງທີ່ຈະເປັນປະໂຫຍດ ແກ່ພວກຂ້າພະອົງ ທັງໃນຊີວິດນີ້ ແລະ ຊີວິດໜ້າ.

ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງ ອັດສະລິຍະພາບ

-Bahá'u'lláh
-----------------------

