ບົດອະທິຖານວັນໄອຍັມມີຮາ (#12860)

*ວັນໄອຍັມມີຮາ ຢູ່ລະຫວ່າງວັນທີ່ 26 ກຸມພາ ເຖິງ 1 ມີນາ ຄວນເປັນວັນ ສໍາລັບການຕຽມຕົວຖືສິນອົດ ເປັນວັນສໍາລັບການ ຕ້ອນຮັບຂັບສູ່ການກຸສົນ ແລະ ໃຫ້ຂອງຂວັນ.


ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນອັກຄີ ພຣະຜູ້ເປັນ ແສງສະຫວ່າງຂອງຂ້າພະອົງ! ວັນທີ່ພຣະອົງໃຫ້ຊື່ໄວ້ໃນພຣະ ຄໍາພີວ່າ  ໄອຍັມມີຮາ  ໄດ້ເລີ້ມຂຶ້ນແລ້ວ   ຂ້າແດ່ພຣະຜູ້ເປັນ
ຣາຊາແຫ່ງນາມທັງຫລາຍ ແລະການຖືສິນອົດທີ່ປາກກາອັນ ປະເສີດສຸດຂອງພຣະອົງ ໄດ້ບັນຊາໃຫ້ທຸກຄົນ ທີ່ຢູ່ໃນອານາ ຈັກຂອງພຣະອົງປະຕິບັດ ກໍາລັງໃກ້ເຂົ້າມາ  ຂ້າແດ່ພຣະຜູ້ ເປັນນາຍຂອງຂ້າພະອົງ ຂ້າພະອົງຂໍວິງວອນຕໍ່ວັນເຫລົ່ານີ້ ຕໍ່ທຸກຄົນທີ່ຢຶດຖືສາຍໃຍ  ແຫ່ງພຣະບັນຍັດຂອງພຣະອົງ ໃນຊ່ວງເວລານີ້ ແລະ ຢຶດຖືສິນຂອງພຣະອົງ  ຂໍຊົງໃຫ້ວິນຍານທຸກດວງ   ໄດ້ຢູ່ໃນອານາບໍລິເວນແຫ່ງຣາຊສໍານັກຂອງພຣະອົງ   ໃນຕໍາແໜ່ງທີ່ປາກົດແສງສະຫວ່າງ  ຈາກພຣະພັກຂອງພຣະອົງ.  ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ  ບຸກຄົນເຫລົ່ານີ້  ຄືຄົນຮັບໃຊ້ຂອງພຣະອົງ  ຜູ້ຊຶ່ງບໍ່ຖືກຄວາມໃຝ່ຕໍ້າຊັກຈູງ ໃຫ້ລະເລີຍພຣະທັມ  ທີ່ພຣະອົງລີຄິດໄວ້ໃນພຣະຄັມພີ ພວກຂ້າພະອົງນ້ອມຄໍານັບຕໍ່ສາສະໜາຂອງພຣະອົງ  ຮັບພຣະຄັມພີຂອງພຣະອົງ   ດ້ວຍຄວາມມຸ່ງໝັ້ນທີ່ກໍ່ກໍາເນີດຈາກພຣະອົງ  ປະຕິບັດຕາມສິ່ງທີ່ພຣະອົງບັນຍັດ  ໃຫ້ແກ່ພວກຂ້າພະອົງ ແລະ ຕັດສິນໃຈປະພຶດຕົນຕາມພຣະທັມທີ່ພຣະອົງປະທານໃຫ້.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ  ພຣະອົງຊົງເຫັນແລ້ວວ່າ ພວກຂ້າພະອົງຍອມຮັບສິ່ງທີ່ພຣະອົງເປີດເຜີຍໄວ້ ໃນພຣະຄັມພີຢ່າງໃດ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງໃຫ້ພວກຂ້າພະອົງໄດ້ດື່ມສາຍນໍ້າ  ແຫ່ງນິລັນດອນການຈາກພຣະຫັດ  ແຫ່ງຄວາມກະລຸນາຂອງພຣະອົງ  ຂໍຊົງລິຂິດລາງວັນໃຫ້ແກ່ພວກຂ້າພະອົງ  ຕາມທີ່ກໍານົດໄວ້ໃຫ້ຜູ້ທີ່ດໍາດິ່ງລົງສູ່ມະຫາສະໝຸດ  ອັນເປັນທີ່ສະຖິດຂອງພຣະອົງ ແລະໄດ້ດື່ມນໍ້າອໍາມະລິດ  ແຫ່ງການເຂົ້າເຝົ້າພຣະອົງ.

ຂ້າແດ່ພຣະຜູ້ເປັນຈອມກະສັດ ຂອງ ກະສັດທັງຫລາຍ ພຣະຜູ້ຊົງສົງສານຜູ້ຖືກກົດຂີ່ ຂ້າພະອົງຂໍວິງວອນພຣະອົງ ຂໍຊົງບັນຍັດສິ່ງທີ່ດີງາມທັງໃນໂລກນີ້ ແລະ ໂລກໜ້າໃຫ້ແກ່ ພວກຂ້າພະອົງ  ຍິ່ງກວ່ານັ້ນ  ຂໍຊົງລິຂິດສິ່ງທີ່ບໍ່ມີປະຊາຊົນຄົນໃດ  ຄົ້ນພົບໃຫ້ແກ່ພວກຂ້າພະອົງ ແລະຂໍຊົງນັບພວກຂ້າພະອົງເປັນພວກທີ່ຫ້ອມລ້ອມພຣະອົງ  ແລະ  ຢູ່ຮອບບັນລັງຂອງພຣະອົງໃນທຸກພົບ.

ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງຮອບຮູ້ທຸກສັບພະສິ່ງທັງປວງ

-Bahá'u'lláh
-----------------------

