ບົດອະທິຖານສໍາລັບຄອບຄົວ (#12840)

ຂໍຄວາມຮຸ່ງເຮືອງຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍຮ້ອງ ພຣະອົງ ຂໍຊົງໃຫ້ອະໄພຂ້າພະອົງ ແລະ ບັນດາຜູ້ທີ່ຄໍ້າຈຸນ ສາສະໜາຂອງພຣະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນ ນາຍສູງສຸດ ພຣະຜູ້ຊົງອະໄພ ພຣະຜູ້ຊົງເອື້ອເຟື້ອທີ່ສຸດ ຂ້າ ແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂໍຊົງຊ່ວຍໃຫ້ຄົນຮັບໃຊ້ ທີ່ບໍ່ໄດ້ຮັບຄວາມຮູ້ ໃຫ້ເຂົ້າມາໃນສາສະໜາຂອງພຣະອົງ ເພາະເມື່ອພວກເຂົາຮຽນຮູ້ກ່ຽວກັບພຣະອົງ ພວກເຂົາຈະ ເປັນພະຍານຕໍ່ສັດຈະທັມ ຂອງວັນແຫ່ງການພິພາກສາ ແລະ ຈະບໍ່ໄດ້ໂຕ້ແຍ້ງການເປີດເຜີຍຄວາມອາລີຂອງພຣະອົງຂໍຊົງ ປະທານສັນຍາລັກແຫ່ງພຣະກະລຸນາຂອງພຣະອົງ ໃຫ້ແກ່ ພວກເຂົາ ແລະ ໃຫ້ພວກເຂົາໄດ້ຮັບສ່ວນແບ່ງອັນເຫລືອລົ້ນທີ່ພຣະອົງກໍານົດໄວ້  ໃຫ້ຄົນຮັບໃຊ້ ທີ່ເຄັ່ງຄັດສັດທາຂອງພຣະອົງ ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ປົກຄອງສູງສຸດ ພຣະຜູ້ຊົງອາລີ  ພຣະຜູ້ຊົງເມດຕາທີ່ສຸດ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂໍໃຫ້ຄວາມອາ ລີ ແລະພຣະພອນຂອງພຣະອົງ ຫລັ່ງລົງມາຍັງບ້ານຂອງຜູ້ທີ່ ຍອມຮັບສາສະໜາຂອງພຣະອົງ ເປັນດັ່ງໜຶ່ງສັນຍາລັກ ແຫ່ງພຣະກະລຸນາຂອງພຣະອົງ ແລະ ເຄື່ອງໝາຍແຫ່ງ ຄວາມເມດຕາຮັກໃຄ່ ຈາກທີ່ສະຖິດຂອງພຣະອົງ ແທ້ຈິງ ແລ້ວ  ບໍ່ມີໃຜເໜືອກວ່າພຣະອົງໃນການອະໄພ   ຫາກຜູ້ໃດຖືກພາກຈາກຄວາມອາລີຂອງພຣະອົງ  ເຂົາຈະໄດ້ຮັບການນັບວ່າ ເປັນສາສະນິກະຊົນ ໃນຍຸກສາສະໜາຂອງພຣະອົງ ໄດ້ຢ່າງໃດ?

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງປະສາດ ພອນໃຫ້ແກ່ຂ້າພະອົງ ໃຫ້ແກ່ບັນດາຜູ້ທີ່ເຊື່ອໃນສັນຍາ ລັກຂອງພຣະອົງ ໃນວັນທີ່ກໍານົດໄວ້ ແລະ ແກ່ບັນດາຜູ້ທີ່ຖະ ໜອມຄວາມຮັກຂອງພຣະອົງ ໄວ້ໃນຫົວໃຈ ເປັນຄວາມຮັກ ທີ່ພຣະອົງ ຊຶມຊາບເຂົ້າໄປໃນຫົວໃຈນັ້ນ ແທ້ຈິງແລ້ວ ພຣະ ອົງຄື ພຣະຜູ້ເປັນນາຍແຫ່ງຄວາມຊອບທັມ ພຣະຜູ້ຊົງປະ ເສີດສູງສຸດ.

-The Báb
-----------------------

