ບົດອະທິຖານສໍາລັບຄູ່ສົມລົດ (#12836)

*ຄໍາປະຕິຍານຂອງການສົມລົດ ເຊິ່ງຈະກ່າວໂດຍເຈົ້າ ສາວ ແລະ ເຈົ້າບ່າວເທື່ອລະຄົນ ຕໍ່ໜ້າພະຍານຢ່າງໜ້ອຍສອງຄົນ ທີ່ທັມມະສະພາຍອມຮັບ ຕາມທີ່ກໍານົດໄວ້ໃນ ພຣະຄັມພີ ຄີຕາບີ ອັກດັສ ຄື:

*“ພວກຂ້າພະອົງ ຈະຢຶດຖື  ພຣະປະສົງຂອງພຣະຜູ້ເປັນເຈົ້າ ດ້ວຍຄວາມສັດຈິງ”


       ພຣະອົງຄື  ພຣະຜູ້ຊົງປະທານພອນ  ພຣະຜູ້ຊົງອາລີ! ຂໍຄວາມສັນລະເສີນຈົງມີແດ່ພຣະຜູ້ເປັນເຈົ້າ  ພຣະຜູ້ຊົງບໍລົມບູລານ  ພຣະຜູ້ຊົງດໍາລົງຢູ່ຊົ່ວນິລັນດອນ  ພຣະຜູ້ບໍ່ມີປ່ຽນແປງ  ພຣະຜູ້ຊົງອະນັນ!  ພຣະອົງຊົງຢືນຢັນດ້ວຍສະພາວະ  ຂອງພຣະອົງເອງວ່າ  ແທ້ຈິງແລ້ວ  ພຣະອົງຄື ພຣະຜູ້ຊົງເປັນໜຶ່ງ  ພຣະຜູ້ຊົງສະຖິດຢູ່ໂດຍລໍາພັງ  ພຣະຜູ້ບໍ່ມີສິ່ງໃດໜ່ວງໜ່ຽວໄດ້  ພຣະຜູ້ຊົງຄວາມປະເສີດ  ພວກຂ້າພະອົງ ຂໍເປັນພະຍານວ່າ  ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ  ຂໍຍອມຮັບຄວາມເປັນໜຶ່ງ ແລະ ຄວາມລໍາພັງຂອງພຣະອົງ  ພຣະອົງຊົງສະຖິດຢູ່ນະເບື້ອງບົນສຸດ  ທີ່ເຂົ້າບໍ່ເຖິງ ຢູ່ບົນຍອດສຸດ  ຂອງຄວາມສູງສົ່ງຂອງພຣະອົງ   ບໍລິສຸດພົ້ນຈາກການກ່າວເຖິງຂອງຜູ້ໃດ   ນອກຈາກພຣະອົງເອງ   ພົ້ນຈາກການພັນລະນາຂອງຜູ້ໃດ ນອກຈາກພຣະອົງ.

ແລະເມື່ອພຣະອົງຕ້ອງການ   ແຜ່ຄວາມເມດຕາກະລຸນາມາໃຫ້ມວນມະນຸດ ຕ້ອງການຈັດໂລກໃຫ້ເປັນລະບຽບ  ພຣະອົງຊົງເປີດເຜີຍວິໄນ ແລະ ບັນຍັດກົດ  ເຊິ່ງໃນຈໍານວນນີ້ຄື ການສະຖາປານາກົດຂອງການສົມລົດ  ເພື່ອໃຫ້ເປັນກໍາແພງແຫ່ງຄວາມຜາສຸກ ແລະ ຄວາມລອດພົ້ນ  ແລະຊົງບັນ
ຍັດໄວ້ໃຫ້ພວກຂ້າພະອົງ  ໃນພຣະທັມທີ່ມາຈາກນະພາແຫ່ງຄວາມບໍລິສຸດ ໃນພຣະຄັມພີ  ທີ່ສັກສິດທີ່ສຸດຂອງພຣະອົງຂໍຄວາມຮຸ່ງເຮືອງຂອງພຣະອົງ  ຈົງກຽງໄກ  ພຣະອົງຊົງກ່າວວ່າ: “ດູກ່ອນ  ປະຊາຊົນ ຈົງສົມລົດເຖີດ  ເພື່ອວ່າ ເຈົ້າຈະໄດ້ໃຫ້ກໍາເນີດ ຜູ້ທີ່ຈະລະນຶກເຖິງເຮົາພຣະອົງ  ໃນໝູ່ຄົນຮັບໃຊ້  ນີ້ຄືໜຶ່ງໃນບັນຍັດຂອງເຮົາ  ສໍາລັບເຈົ້າ  ຈົງເຊື່ອຟັງ  ເໝືອນດັ່ງ  ເປັນການຊ່ວຍເຫຼືອຕົວເຈົ້າເອງ”

-Bahá'u'lláh
-----------------------

ບົດອະທິຖານສໍາລັບຄູ່ສົມລົດ (#12837)

ພຣະອົງຄືພຣະຜູ້ເປັນເຈົ້າ! ຂ້າແດ່ພຣະຜູ້ເປັນນາຍ ຜູ້ບໍ່ ມີປຽບປານ! ດ້ວຍອັດສະລິຍະພາບອັນຍິ່ງໃຫຍ່ຂອງພຣະ ອົງ ພຣະອົງຊົງບັນຍັດການສົມລົດໃຫ້ແກ່ປະຊາຊົນ ເພື່ອວ່າ ຈະໄດ້ມີທາຍາດສືບທອດຢ່າງບໍ່ຂາດສາຍ  ໃນໂລກທີ່ບໍ່ຈີລັງ
ນີ້ ແລະ ຕາບທີ່ໂລກຍັງຢູ່ ພວກເຂົາຈະໄດ້ສາລະວົນຢູ່ກັບທໍ ລະນີປະຕູແຫ່ງຄວາມເປັນໜຶ່ງຂອງພຣະອົງ ດ້ວຍການເປັນ ຜູ້ຮັບໃຊ້ແລະບູຊາ ດ້ວຍການຄາລະວະເທີດທູນ ແລະສັນລະ ເສີນ “ເຮົາພຣະອົງ ບໍ່ໄດ້ສ້າງວິນຍານ ແລະ ມະນຸດຂຶ້ນມາ ເພື່ອອື່ນໃດນອກຈາກບູຊາເຮົາ” ດັ່ງນັ້ນ ຂໍພຣະອົງຊົງສົມລົດ ວິຫົກຄູ່ນີ້ ໃນຮັງແຫ່ງຄວາມຮັກຂອງພຣະອົງ ພາຍໃຕ້ຟາກ ຟ້າແຫ່ງຄວາມປານີຂອງພຣະອົງ ຂໍໃຫ້ທັງສອງເປັນຄູ່ຊີວິດ ທີ່ດຶງດູດພຣະກະລຸນາອັນຍິ່ງຢືນນານ ເພື່ອວ່າການສະໝັກ ສະໝານຂອງສອງທະເລແຫ່ງຄວາມຮັກນີ້ ຈະມີຄື້ນແຫ່ງ ຄວາມປານີສາດຊັດ ແລະ ພັດພາໄຂ່ມຸກ ເຊິ່ງເປັນທາຍາດບໍ ລິສຸດ ຜຸດຜ່ອງມາຍັງຊາຍຝັ່ງຂອງຊີວິດ “ພຣະອົງຊົງໃຫ້ທະ ເລທັງສອງມາພົບກັນໄດ້: ລະຫວ່າງທັງສອງມີສິ່ງຂວາງ ກັ້ນ ທີ່ລ່ວງລໍ້າບໍ່ໄດ້  ເຈົ້າຈະປະຕິເສດພຣະພອນໃດ  ຂອງພຣະຜູ້
ເປັນເຈົ້າ  ຫຼື ບໍ່?  ໃນແຕ່ລະທະເລນີ້ພຣະອົງຊົງເພາະລ້ຽງໄຂ່
ມຸກນ້ອຍ ໃຫຍ່”

ຂ້າແດ່ພຣະຜູ້ເປັນນາຍ ຜູ້ຊົງເມດຕາ ຂໍໃຫ້ການສົມລົດ ນີ້ ກໍ່ກໍາເນີດປະກາລັງ ແລະ ໄຂ່ມຸກ  ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະຜູ້ຊົງຄວາມຍິ່ງໃຫຍ່ ພຣະຜູ້ຊົງອະ ໄພສະເໝີ.

-`Abdu'l-Bahá
-----------------------

ບົດອະທິຖານສໍາລັບຄູ່ສົມລົດ (#12838)

ຂໍຄວາມຮຸ່ງເຮືອງຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ເຈົ້າຂອງຂ້າພະອົງ ແທ້ຈິງແລ້ວ ຄົນຮັບໃຊ້ຊາຍຍິງຄູ່ນີ້ ມາ ຢູ່ດ້ວຍກັນພາຍໃຕ້ຮົ່ມເງົາ ແຫ່ງຄວາມປານີຂອງພຣະອົງ ລວມເປັນໜຶ່ງດຽວກັນ ດ້ວຍພຣະກະລຸນາທິຄຸນ ແລະຄວາມ ເອື້ອເຟື້ອຂອງພຣະອົງ  ຂ້າແດ່ພຣະຜູ້ເປັນນາຍ!  ຂໍຊົງຊ່ວຍ
ເຫຼືອເຂົາທັງສອງໃນໂລກນີ້ ແລະ ໃນອານາຈັກຂອງພຣະອົງ ຂໍຄວາມອາລີ ແລະພຣະກະລຸນາຂອງພຣະອົງ ກໍານົດສິ່ງທີ່ດີ ງາມທຸກຢ່າງ ໃຫ້ແກ່ເຂົາທັງສອງ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຄໍ້າຊູເຂົາທັງສອງ ໃນການເປັນຄົນຮັບໃຊ້ ຂອງພຣະອົງ ຂໍຊົງໃຫ້ເຂົາທັງສອງໄດ້ເປັນເຄື່ອງໝາຍ  ແຫ່ງພຣະນາມໃນ
ພົບຂອງພຣະອົງ  ຂໍຊົງຄຸ້ມຄອງເຂົາທັງສອງ ດ້ວຍພຣະພອນ ອັນບໍ່ຮູ້ສິ້ນຂອງພຣະອົງ ໃນໂລກນີ້ ແລະ ໂລກໜ້າ  ຂ້າແດ່ ພຣະຜູ້ເປັນນາຍ! ຊາຍຍິງຄູ່ນີ້ ກໍາລັງວິງວອນອານາຈັກແຫ່ງ ຄວາມປານີ ແລະ ຂໍຮ້ອງຕໍ່ອານາຈັກແຫ່ງຄວາມເປັນໜຶ່ງ ຂອງພຣະອົງ ແທ້ຈິງແລ້ວ ທັງສອງສົມລົດກັນດ້ວຍຄວາມ ເຊື່ອຟັງບັນຊາຂອງພຣະອົງ ຂໍຊົງບັນດານໃຫ້ເຂົາທັງສອງ ເປັນສັນຍາລັກ ແຫ່ງຄວາມສາມັກຄີປອງດອງ ຕາບຈົນສິ້ນ ການເວລາ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບສູງ ສຸດ ພຣະຜູ້ຊົງສະຖິດຢູ່ທຸກແຫ່ງຫົນ ພຣະຜູ້ຊົງມະຫິທານຸ ພາບ!

-`Abdu'l-Bahá
-----------------------

ບົດອະທິຖານສໍາລັບຄູ່ສົມລົດ (#12839)

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າແດ່ພຣະຜູ້ ເປັນນາຍຂອງຂ້າພະອົງ! ຈັນທາທີ່ສຸກໃສສອງດວງນີ້ ສົມ ລົດກັນໃນຄວາມຮັກຂອງພຣະອົງ ກົມກຽວກັນເປັນຄົນຮັບ ໃຊ້ທໍລະນີປະຕູສັກສິດຂອງພຣະອົງ ສາມັກຄີກັນຮັບໃຊ້ສາ ສະໜາຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ພຣະຜູ້ຊົງປານີ ພຣະອົງຊົງບັນດານໃຫ້ການສົມລົດນີ້ເປັນ ດັ່ງດວງໄຟແຫ່ງກະລຸນາທິຄຸນ   ອັນລົ້ນເຫລືອຂອງພຣະອົງ ແລະເປັນລັງສີແຫ່ງພຣະພອນ ທີ່ຮຸ່ງເຮືອງຂອງພຣະອົງຂ້າ ແດ່ພຣະຜູ້ຊົງເມດຕາ ພຣະຜູ້ຊົງໃຫ້ສະເໝີ ເພື່ອວ່າຕົ້ນໄມ້ທີ່ ຍິ່ງໃຫຍ່ນີ້ ຈະແຕກກິ່ງທີ່ຂຽວສົດ ແລະ ງອກງາມໂດຍພຣະ ພອນທີ່ຫລັ່ງມາຈາກເມກ  ແຫ່ງຄວາມກະລຸນາຂອງພຣະອົງ.

ແທ້ຈິງແລ້ວ ພຣະອົງຄືພຣະຜູ້ຊົງເອື້ອເຟື້ອ ແທ້ຈິງແລ້ວ ພຣະອົງຄືພຣະຜູ້ຊົງມະຫິທານຸພາບ ແທ້ຈິງແລ້ວ ພຣະອົງ ຄືພຣະຜູ້ຊົງເຫັນໃຈ  ພຣະຜູ້ຊົງປານີ.

-`Abdu'l-Bahá
-----------------------

