ບົດອະທິຖານສໍາລັບຍິງຖືພາ (#12855)

ພຣະຜູ້ເປັນນາຍຂອງຂ້າພະອົງ! ພຣະຜູ້ເປັນນາຍ ຂອງຂ້າພະອົງ! ຂ້າພະອົງຂໍສັນລະເສີນ ແລະ ຂອບພຣະ ຄຸນສໍາລັບສິ່ງທີ່ພຣະອົງໂປດປານ ໃຫ້ຍິງຮັບໃຊ້ທີ່ຕໍ້າຕ້ອຍຜູ້ ນີ້ ຜູ້ເປັນຄົນຮັບໃຊ້ທີ່ວິງວອນພຣະອົງ ເພາະພຣະອົງຊົງນໍາ ທາງໃຫ້ຂ້າພະອົງມາສູ່ອານາຈັກຂອງພຣະອົງ ແລະ ບັນດານ
ໃຫ້ຂ້າພະອົງໄດ້ຍິນສົມໂພດ ອັນປະເສີດຂອງພຣະອົງ  ໃນໂລກທີ່ບໍ່ທ່ຽງໝັ້ນນີ້ ແລະໄດ້ເຫັນສັນຍາລັກທີ່ພິສູດການມາເຖິງຂອງຍຸກສະໄໝຂອງພຣະອົງ  ທີ່ມີໄຊເໜືອທຸກສັບພະສິ່ງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ   ຂ້າພະອົງຂໍອຸທິດທາລົກທີ່ຢູ່ໃນຄັນຂອງຂ້າພະອົງໃຫ້ແກ່ພຣະອົງ ຂໍຊົງ ບັນດານໃຫ້ທາລົກນີ້ ເຕີບໂຕເປັນເດັກທີ່ໜ້າສັນລະເສີນໃນ ອານາຈັກຂອງພຣະອົງ ເປັນຜູ້ໂຊກດີທີ່ໄດ້ຮັບພຣະກະລຸນາ ແລະຄວາມເອື້ອເຟື້ອຂອງພຣະອົງ ພັດທະນາແລະເຕີບໂຕ ພາຍໃຕ້ການອົບຮົມລ້ຽງດູຂອງພຣະອົງ ແທ້ຈິງແລ້ວ ພຣະ ອົງ ຄືພຣະຜູ້ຊົງກະລຸນາ! ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນ ນາຍແຫ່ງພຣະກະລຸນາທິຄຸນອັນຍິ່ງໃຫຍ່.

-`Abdu'l-Bahá
-----------------------

