ບົດອະທິຖານສໍາລັບເດັກແລະເຍົາວະຊົນ (#12845)

(ສໍາລັບເດັກທາລົກ)

ຂໍຄວາມສັນລະເສີນຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ ເປັນນາຍຂອງຂ້າພະອົງ! ຂໍຊົງລ້ຽງດູທາລົກນີ້ໄວ້ໃນອ້ອມ ອົກແຫ່ງຄວາມເມດຕາປານີ ແລະ ການຄຸ້ມຄອງດ້ວຍຄວາມ ຮັກຂອງພຣະອົງ ຂໍຊົງບໍາລຸງເຂົາດ້ວຍໝາກໄມ້ຈາກພຶກສາ ສະຫວັນຂອງພຣະອົງ ຂໍຊົງຢ່າມອບເຂົາໄວ້ໃນຄວາມດູ ແລຂອງຜູ້ໃດນອກຈາກພຣະອົງ ເນື່ອງດ້ວຍພຣະອົງເປັນຜູ້ ສ້າງເຂົາຂຶ້ນມາ ດ້ວຍອໍານາດຂອງພຣະປະສົງ ແລະ ອານຸ ພາບອັນຍິ່ງໃຫຍ່ທີ່ສຸດຂອງພຣະອົງ ບໍ່ມີພຣະຜູ້ເປັນເຈົ້າອື່ນ ໃດນອກຈາກພຣະອົງ ພຣະຜູ້ຊົງມະຫິທານຸພາບພຣະຜູ້ຊົງ ຮອບຮູ້.

ຂໍຄວາມສັນລະເສີນຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ ເປັນທີ່ຮັກຍິ່ງ ຂໍຊົງໂຊຍສຸຄົນທະລົດແຫ່ງຄວາມອາລີ ແລະ ພຣະພອນອັນບໍລິສຸດຂອງພຣະອົງມາໃຫ້ເຂົາ ຂ້າແດ່ພຣະຜູ້ ເຊິ່ງອານາຈັກແຫ່ງນາມ ແລະ ຄຸນລັກສະນະຢູ່ໃນກໍາມືຂອງ ພຣະອົງ ຂໍຊົງຊ່ວຍໃຫ້ເຂົາສະແຫວງຫາທີ່ກໍາບັງພາຍໃຕ້ ຮົ່ມເງົາ ແຫ່ງພຣະນາມອັນປະເສີດສຸດຂອງພຣະອົງ ແທ້ຈິງ ແລ້ວ ພຣະອົງຊົງອານຸພາບ ໃນການກະທໍາສິ່ງທີ່ພຣະອົງຊົງ ປາດຖະໜາ ແລະ ພຣະອົງຄືພຣະຜູ້ຊົງອໍານາດຢ່າງແທ້ຈິງ ພຣະຜູ້ຊົງປະເສີດ ພຣະຜູ້ຊົງອະໄພສະເໝີ ພຣະຜູ້ຊົງກະລຸ ນາ  ພຣະຜູ້ຊົງເອື້ອເຟື້ອ  ພຣະຜູ້ຊົງປານີ.

-Bahá'u'lláh
-----------------------

ບົດອະທິຖານສໍາລັບເດັກແລະເຍົາວະຊົນ (#12846)

ຂ້າແດ່ພຣະຜູ້ເປັນນາຍຜູ້ບໍ່ມີປຽບປານ! ຂໍຊົງລ້ຽງດູທາ ລົກທີ່ຍັງບໍ່ທັນອອກນົມນີ້ ໄວ້ໃນອ້ອມອົກແຫ່ງຄວາມເມດຕາ ຮັກໄຄ່ຂອງພຣະອົງ ຂໍຊົງປົກປ້ອງເຂົາໄວ້ໃນອູ່ທີ່ປອດໄພ ໃນຄວາມຄຸ້ມຄອງຂອງພຣະອົງ ແລະ ຂໍຊົງລ້ຽງດູເຂົາໄວ້ໃນ ອ້ອມແຂນແຫ່ງຄວາມຮັກ  ອັນຖະນຸຖະໜອມຂອງພຣະອົງ.

-`Abdu'l-Bahá
-----------------------

ບົດອະທິຖານສໍາລັບເດັກແລະເຍົາວະຊົນ (#12847)

ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງລ້ຽງດູທາລົກນີ້ໄວ້ໃນ ອ້ອມອົກແຫ່ງຄວາມຮັກຂອງພຣະອົງ ໃຫ້ເຂົາໄດ້ດື່ມນໍ້ານົມ ຈາກອົກແຫ່ງຄວາມຄຸ້ມຄອງຂອງພຣະອົງ ຂໍຊົງເພາະລ້ຽງ ພຶກສາທີ່ຫາກໍ່ງອກຂື້ນນີ້   ໄວ້ໃນສວນກຸຫລາບ ແຫ່ງຄວາມ
ຮັກຂອງພຣະອົງ ຂໍຊົງບັນດານໃຫ້ເຂົາເປັນເດັກໃນອານາຈັກ ສະຫວັນ ແລະ ນໍາເຂົາໄປສູ່ແດນທັມ ພຣະອົງຊົງອານຸພາບ ແລະຊົງເມດຕາ ພຣະອົງຄື ພຣະຜູ້ຊົງປະທານພອນ ພຣະຜູ້ ຊົງເອື້ອເຟື້ອ  ພຣະຜູ້ເປັນນາຍແຫ່ງຄວາມອາລີ.

-`Abdu'l-Bahá
-----------------------

ບົດອະທິຖານສໍາລັບເດັກແລະເຍົາວະຊົນ (#12848)

(ສໍາລັບເດັກນ້ອຍ)


ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງອົບຮົມເດັກເຫລົ່ານີ້ ເດັກເຫລົ່ານີ້ຄືພຶກສາຊາດ ໃນສວນໝາກໄມ້ຂອງພຣະອົງ ຄືບຸບຜາໃນທົ່ງຫຍ້າຂອງພຣະອົງ ຄືດອກກຸຫລາບໃນອຸດທະ ຍານຂອງພຣະອົງ ຂໍຊົງຫລັ່ງຝົນຂອງພຣະອົງມາໃຫ້ແກ່ ພວກເຂົາ ຂໍຊົງໃຫ້ດວງຕາເວັນແຫ່ງສັດຈະສ່ອງແສງມາຍັງ ພວກເຂົາ ຂໍຊົງໃຫ້ສາຍລົມຂອງພຣະອົງພັດຄວາມສົດຊື່ນ ມາໃຫ້ພວກເຂົາ ເພື່ອວ່າພວກເຂົາຈະໄດ້ຮັບການອົບຮົມຈະ ໄດ້ເຕີບໂຕ ພັດທະນາໃຫ້ປາກົດ ຂຶ້ນຢ່າງງົດງາມທີ່ສຸດ ພຣະ ອົງຄື ພຣະຜູ້ໃຫ້  ພຣະອົງຄື  ພຣະຜູ້ຊົງເຫັນໃຈ.

-`Abdu'l-Bahá
-----------------------

ບົດອະທິຖານສໍາລັບເດັກແລະເຍົາວະຊົນ (#12849)

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງເມດຕາ! ເດັກໜ້າຮັກ ເຫລົ່ານີ້ຄືງານຝິມືຂອງດັດສະນີແຫ່ງອໍານາດ ແລະຄືເຄື່ອງ ໝາຍ ອັນໜ້າພິດສະຫວົງ ຂອງຄວາມຍິ່ງໃຫຍ່ຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງຄຸ້ມຄອງເດັກເຫຼົ່ານີ້ ຂໍຊົງໃຫ້ ພວກເຂົາໄດ້ຮັບການອົບຮົມ ແລະ ຮັບໃຊ້ມະນຸດຊາດ ຂ້າແດ່ພຣະຜູ້ເປັນເຈົ້າ! ເດັກເຫຼົ່ານີ້ຄືໄຂ່ມຸກ ຂໍຊົງໃຫ້ພວກ ເຂົາໄດ້ຮັບການລ້ຽງດູໃນເປືອກຫອຍ ແຫ່ງຄວາມເມດຕາ ຮັກແພງ ຂອງ ພຣະອົງ.

ພຣະອົງຄື ພຣະຜູ້ຊົງອາລີ ພຣະຜູ້ຊົງປ່ຽມໄປດ້ວຍ ຄວາມຮັກ.

-`Abdu'l-Bahá
-----------------------

ບົດອະທິຖານສໍາລັບເດັກແລະເຍົາວະຊົນ (#12850)

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງເຮັດໃຫ້ເດັກເຫຼົ່ານີ້ເປັນ ພຶກສາທີ່ລໍ້າເລີດ ໃຫ້ພວກເຂົາເຕີບໂຕແລະພັດທະນາໃນອຸດ ທະຍານແຫ່ງພຣະປະທິນຍາຂອງພຣະອົງ ຂໍກ້ອນເມກ ແຫ່ງອານາຈັກອັບຮາຫຼັ່ງຄວາມສົດຊື່ນ ແລະ ຄວາມງົດງາມ ມາໃຫ້ພວກເຂົາ.

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງເມດຕາ! ຂ້າພະອົງເປັນ ເດັກນ້ອຍ ຂໍຊົງອຸ້ມຊູໃຫ້ຂ້າພະອົງ ໄດ້ເຂົ້າໄປໃນອານາຈັກ ຂອງພຣະອົງ   ຂ້າພະອົງຕິດຢູ່ກັບໂລກ  ຂໍຊົງໃຫ້ຂ້າພະ ອົງເຫີນສູ່ສະຫວັນ ຂ້າພະອົງເປັນຊາວໂລກ ຂໍຊົງໃຫ້ຂ້າ ພະອົງເປັນຊາວສະຫວັນ ຂ້າພະອົງບໍ່ແຈ່ມໃສ ຂໍຊົງເຮັດ ໃຫ້ຂ້າພະອົງສົດໃສ ຂ້າພະອົງໝົກມຸ່ນທາງໂລກ ຂໍຊົງ ໃຫ້ຂ້າພະອົງຝັກໃຝ່ໃນທັມ ຂໍຊົງໃຫ້ຂ້າພະອົງສະແດງພຣະ ພອນ  ອັນບໍ່ຮູ້ສິ້ນຂອງພຣະອົງໃຫ້ແຈ່ມແຈ້ງ.

ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະຜູ້ຊົງປ່ຽມໄປດ້ວຍ ຄວາມຮັກ.

-`Abdu'l-Bahá
-----------------------

ບົດອະທິຖານສໍາລັບເດັກແລະເຍົາວະຊົນ (#12851)

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂ້າແດ່ພຣະຜູ້ ເປັນນາຍຂອງຂ້າພະອົງ! ຂ້າພະອົງເປັນເດັກທີ່ເຍົາໄວ ຂໍຊົງ ລ້ຽງດູຂ້າພະອົງໄວ້ກັບອົກ   ແຫ່ງຄວາມປານີຂອງພຣະອົງຂໍຊົງຝຶກຝົນຂ້າພະອົງໃນອ້ອມອົກ ແຫ່ງຄວາມຮັກຂອງພຣະ ອົງ  ຂໍຊົງອົບຮົມຂ້າພະອົງໃນໂຮງຮຽນ  ແຫ່ງການນໍາທາງ
ຂອງພຣະອົງ ຂໍຊົງພັດທະນາຂ້າພະອົງພາຍໃຕ້ຮົ່ມເງົາ ແຫ່ງ ຄວາມອາລີຂອງພຣະອົງ  ຂໍຊົງປົດປ່ອຍຂ້າພະອົງອອກຈາກຄວາມມືດ ໃຫ້ຂ້າພະອົງໄດ້ເປັນປະທີບທີ່ສະຫວ່າງສະໄຫວ ຂໍຊົງຢ່າໃຫ້ຄວາມທຸກມາພົບພານຂ້າພະອົງ  ຂໍຊົງທໍາໃຫ້ຂ້າພະອົງເປັນບຸບຜາໃນສວນກຸຫລາບ  ໃຫ້ຂ້າພະອົງເປັນຄົນຮັບໃຊ້ນະທໍລະນີປະຕູຂອງພຣະອົງ  ໃຫ້ຂ້າພະອົງມີໃຈທີ່ຊອບທັມ  ຂໍຊົງໃຫ້ຂ້າພະອົງເປັນເຫດ  ແຫ່ງຄວາມອາລີສໍາລັບຊາວໂລກ  ຂໍຊົງສວມຫົວຂອງຂ້າພະອົງດ້ວຍມົງກຸດແຫ່ງຊີວິດນິລັນດອນ.

ແທ້ຈິງແລ້ວ ພຣະອົງຄືພຣະຜູ້ຊົງອານຸພາບ ພຣະຜູ້ຊົງ ອໍານາດ  ພຣະຜູ້ຊົງເຫັນ  ພຣະຜູ້ຊົງໄດ້ຍິນ.

-`Abdu'l-Bahá
-----------------------

ບົດອະທິຖານສໍາລັບເດັກແລະເຍົາວະຊົນ (#12852)

ຂ້າແດ່ພຣະຜູ້ເປັນນາຍຜູ້ບໍ່ມີປຽບປານ! ຂໍພຣະອົງຊົງ ເປັນທີ່ກໍາບັງໃຫ້ແກ່ເດັກທີ່ໜ້າສົງສານນີ້ ແລະ ເປັນພຣະຜູ້ ເປັນນາຍທີ່ໃຫ້ອະໄພ ແລະ ເມດຕາຕໍ່ຜູ້ທີ່ຫຼົງຜິດ ແລະ ໄຮ້ ຄວາມສຸກນີ້  ຂ້າແດ່ພຣະຜູ້ເປັນນາຍ!  ແມ່ນວ່າ ພວກຂ້າພະອົງເປັນພຽງພືດທີ່ໄຮ້ຄ່າ   ແຕ່ພວກຂ້າພະອົງກໍ່ຢູ່ໃນສວນກຸຫລາບຂອງພຣະອົງ ແມ່ນວ່າ ພວກຂ້າພະອົງເປັນຕົ້ນອ່ອນທີ່ໄຮ້ໃບ ແລະ ດອກ ແຕ່ຂ້າພະອົງກໍ່ເປັນສ່ວນໜຶ່ງຂອງສວນໝາກໄມ້ຂອງພຣະອົງ   ຂໍຊົງໃຫ້ເມກແຫ່ງຄວາມເມດຕາປານີຂອງພຣະອົງ   ຫຼັ່ງຝົນມາໃຫ້ພືດຕົ້ນນີ້   ຂໍຊົງເຮັດໃຫ້ຕົ້ນອ່ອນນີ້  ສົດຊື່ນດ້ວຍລົມຫາຍໃຈຟື້ນຊີວິດ ແຫ່ງວະສັນຕະລະດູຂອງພຣະອົງ   ຂໍຊົງໃຫ້ພວກຂ້າພະອົງເປັນຜູ້ທີ່ມີສະຕິ-ມີປັນຍາ ແລະ ປະເສີດ  ໃຫ້ພວກຂ້າພະອົງ   ໄດ້ບັນລຸເຖິງຊີວິດນິລັນດອນ ແລະອາໄສໃນອານາຈັກຂອງພຣະອົງໄປຕະຫຼອດກາລະນານ.

-`Abdu'l-Bahá
-----------------------

ບົດອະທິຖານສໍາລັບເດັກແລະເຍົາວະຊົນ (#12853)

ຂ້າແດ່ພຣະຜູ້ເປັນເຈົ້າ  ຂໍຊົງນໍາທາງແກ່ຂ້າພະອົງ ຂໍຊົງຄຸ້ມຄອງຂ້າພະອົງ    ຂໍຊົງບັນດານໃຫ້ຂ້າພະອົງ ເປັນຕາກຽງ ທີ່ສະຫວ່າງສະໄຫວ ແລະ ດວງດາວທີ່ສົດໃສ  ພຣະອົງຄືພຣະຜູ້ຊົງອານຸພາບ   ຊົງພະລານຸພາບ.

-`Abdu'l-Bahá
-----------------------

ບົດອະທິຖານສໍາລັບເດັກແລະເຍົາວະຊົນ (#12854)

(ສໍາລັບເຍົາວະຊົນ)


ຂ້າແດ່ພຣະຜູ້ເປັນນາຍ!  ຂໍຊົງບັນດານໃຫ້ເຍົາວະຊົນ ຜູ້ນີ້ຮຸ່ງເຮືອງ ຂໍຊົງປະທານພອນໃຫ້ແກ່ເຍົາວະຊົນຜູ້ອ່ອນ ແອນີ້   ຂໍຊົງປະທານຄວາມຮູ້ ແລະ  ເພີ້ມພູນກໍາລັງໃຫ້ແກ່ເຂົາທຸກຮຸ່ງອາລຸນ  ຂໍຊົງປົກປ້ອງເຂົາໄວ້ໃນທີ່ກໍາບັງແຫ່ງຄວາມຄຸ້ມຄອງຂອງພຣະອົງ  ເພື່ອວ່າ  ເຂົາຈະບໍ່ໄດ້ຫຼົງຜິດ
ຈະອຸທິດຕົນຮັບໃຊ້ສາສະໜາຂອງພຣະອົງ   ຊີ້ແນະຜູ້ທີ່ມີທິດຖິ  ນໍາທາງຜູ້ເຄາະຮ້າຍ  ປົດປ່ອຍຜູ້ຖືກຄຸມຂັງ ປຸກຜູ້ປະໝາດໃຫ້ມີສະຕິ  ເພື່ອວ່າ ທຸກຄົນຈະໄດ້ຮັບພຣະພອນດ້ວຍ ການສັນລະເສີນ ແລະ ລະນຶກເຖິງພຣະອົງ  ພຣະອົງຄືພຣະ ຜູ້ຊົງອໍານາດ ພຣະຜູ້ຊົງອານຸພາບ.

-`Abdu'l-Bahá
-----------------------

