ບົດອະທິຖານເພື່ອການເຜີຍແຜ່ສາສະໜາ (#12807)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນ ລະເສີນຈົ່ງມີແດ່ພຣະອົງ ຜູ້ຊົງເປັນບໍ່ເກີດຂອງຄວາມຮຸ່ງ ເຮືອງ ແລະ ຣາຊສັກດາທັງປວງ ເປັນບໍ່ເກີດຂອງຄວາມຍິ່ງ ໃຫຍ່ ກຽດຕິສັກອະທິປະໄຕ ແລະ ອານາຈັກຄວາມສູງສົ່ງ ແລະ ຄວາມກະລຸນາ ຄວາມໜ້າເກງຂາມ ແລະ ອານຸພາບ ຜູ້ໃດກໍຕາມທີ່ພຣະອົງປະສົງ   ພຣະອົງຊົງດົນບັນດານໃຫ້ໃກ້ເຂົ້າມາຍັງມະຫາສະມຸດ ອັນຍິ່ງໃຫຍ່ທີ່ສຸດຂອງພຣະອົງ  ແລະ ຜູ້ໃດກໍຕາມທີ່ພຣະອົງປາດຖະໜາ  ພຣະອົງກໍຊົງປະ ທານກຽດຂອງການໄດ້ຍອມຮັບ ພຣະນາມທີ່ບູຮານທີ່ສຸດ ຂອງ  ພຣະອົງ  ທຸກຄົນທີ່ຢູ່ໃນສະຫວັນ ແລະໂລກບໍ່ສາມາດຕ້ານທານ   ປະຕິບັດການຂອງພຣະປະສົງອັນຍິ່ງໃຫຍ່ຂອງພຣະອົງ  ພຣະອົງຊົງປົກຄອງສັບພະສິ່ງທັງປວງ ມາແຕ່ນິລັນດອນການ ແລະ ພຣະອົງກໍຈະໃຊ້ອໍານາດປົກຄອງທຸກສັບພະສິ່ງຕະຫຼອດໄປ   ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ   ພຣະຜູ້ຊົງມະຫິທານຸພາບ    ພຣະຜູ້ຊົງປະເສີດສຸດ   ພຣະຜູ້ຊົງອານຸພາບ   ພຣະຜູ້ຊົງອັດສະລິຍະພາບ. 
        ຂ້າແດ່ພຣະຜູ້ເປັນາຍ ຂໍຊົງສາດແສງທັມມາທີ່ໃບໜ້າ ຂອງພວກເຂົາ ເພື່ອວ່າ ພວກເຂົາຈະໄດ້ເຫັນພຣະອົງ   ຂໍຊົງຊໍາລະຫົວໃຈຂອງພວກເຂົາ ເພື່ອວ່າພວກເຂົາຈະໄດ້ ຫັນມາທີ່ຣາຊສໍານັກ ແຫ່ງກະລຸນາທິຄຸນຂອງພຣະອົງ ແລະ ຍອມຮັບບໍລົມພຣະສາສະດາ   ຜູ້ເປັນຕົວແທນຂອງພຣະອົງ
ແລະ ເປັນອະຣຸໂນໄທແຫ່ງສາລະຂອງພຣະອົງ  ແທ້ຈິງແລ້ວພຣະອົງຄື ພຣະຜູ້ເປັນນາຍແຫ່ງພົບທັງປວງ ບໍ່ມີພຣະຜູ້ເປັນ ເຈົ້າອື່ນໃດ  ນອກຈາກພຣະອົງ   ພຣະຜູ້ຊົງຢູ່ນອກເໜືອອໍານາດ ບັງຄັບໃດໆ   ພຣະຜູ້ຊົງກໍາລາບ.

-Bahá'u'lláh
-----------------------

ບົດອະທິຖານເພື່ອການເຜີຍແຜ່ສາສະໜາ (#12808)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຄວາມສັນ ລະເສີນຈົ່ງມີແດ່ພຣະນາມຂອງພຣະອົງ ທີ່ຊົງບັນດານໃຫ້ ຍຸກໃໝ່ມາເຖິງ ເປັນຍຸກຊຶ່ງເປັນຣາຊາ ແຫ່ງຍຸກທັງຫຼາຍ ເປັນຍຸກທີ່ພຣະອົງ ປະກາດໄວ້ ຕໍ່ພຣະສາສະດາທັງຫຼາຍ ແລະ ບັນດາຜູ້ທີ່ພຣະອົງເລືອກສັນ ໃນທັມມະຈາລຶກອັນ ວິເສດສຸດຂອງພຣະອົງ ເປັນທີ່ພຣະອົງ ສາດລັດສະໝີແຫ່ງ ຄວາມຮຸ່ງເຮືອງ ຂອງພຣະນາມທັງໝົດຂອງພຣະອົງ ມາຍັງ ທຸກສັບພະສິ່ງ ພຣະພອນນັ້ນຍິ່ງໃຫຍ່ ສໍາລັບຜູ້ທີ່ຕັ້ງໝັ້ນໃນ ພຣະອົງ  ໄດ້ເຂົ້າເຝົ້າພຣະອົງ ແລະໄດ້ຍິນສໍານຽງຂອງພຣະ
ອົງ.
        ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງ ຂໍວິງວອນຕໍ່ ພຣະນາມຂອງບໍລົມພຣະສາສະດາ  ທີ່ອານາຈັກແຫ່ງນາມຂອງພຣະອົງ   ຫ້ອມລ້ອມບູຊາ  ຂໍພຣະອົງຊົງຊ່ວຍບັນດາຜູ້ທີ່ເປັນທີ່ຮັກຂອງພຣະອົງ  ໃຫ້ສັນລະເສີນພຣະວັດຈະນະຂອງພຣະອົງ  ໃນໝູ່ຄົນຮັບໃຊ້  ແລະ ສະດຸດີພຣະອົງໄປກວ້າງໄກໃນໝູ່ປະຊາຊົນ  ເພື່ອວ່າ  ການເປີດເຜີຍພຣະທັມຂອງພຣະອົງ ຈະອາບຄວາມສຸກໃຫ້ແກ່ວິນຍານ ຂອງທຸກຄົນທີ່ອາໃສຢູ່ໃນໂລກ.
       ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ເນື່ອງດ້ວຍພຣະ ອົງ ຊົງນໍາທາງພວກຂ້າພະອົງ ໄປທີ່ທາລາແຫ່ງຊີວິດ ທີ່ຫລັ່ງມາຈາກພຣະກະລຸນາຂອງພຣະອົງ ຂໍຊົງເມດຕາຢ່າໃຫ້ພວກເຂົາທັງຫລາຍ  ຖືກພາກຈາກພຣະອົງ ແລະ ເນື່ອງດ້ວຍພຣະອົງຮຽກເອີ້ນພວກເຂົາທັງຫຼາຍ  ມາຍັງທີ່ສະຖິດຂອງບັນລັງຂອງພຣະອົງ  ຂໍຊົງເມດຕາຢ່າພັກໄສພວກເຂົາໄປ  ຂໍຊົງປະທານສິ່ງທີ່ຈະຕັດຄວາມຜູກພັນຂອງພວກເຂົາຈາກທຸກຢ່າງນອກຈາກພຣະອົງແລະທໍາໃຫ້ພວກເຂົາສາມາດເຫີນໃນບັນຍາກາດແຫ່ງຄວາມໃກ້ຊິດພຣະອົງ   ຈົນອໍານາດຂອງຜູ້ກົດຂີ່  ແລະ ການຊັກຊວນຂອງບັນດາຜູ້ທີ່ບໍ່ເຊື່ອ  ໃນອັດຕະພາບທີ່ກຽງໄກ ແລະ ຍິ່ງໃຫຍ່ທີ່ສຸດຂອງພຣະອົງ ກໍບໍ່ສາມາດພາກພວກເຂົາຈາກພຣະອົງ.

-Bahá'u'lláh
-----------------------

ບົດອະທິຖານເພື່ອການເຜີຍແຜ່ສາສະໜາ (#12809)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງຊ່ວຍໃຫ້ ຄົນຮັບໃຊ້ເຊີດຊູພຣະວັດຈະນະ ພິສູດສິ່ງທີ່ໄຮ້ສາລະ ແລະບໍ່ ຈິງໃຫ້ປະຈັກ ແພ່ກະຈາຍບົດກອນສັກສິດໄປກວ້າງໄກ ເປີດ ເຜີຍຄວາມຮຸ່ງເຮືອງ ແລະ ເຮັດໃຫ້ແສງອຸສາຮຸ່ງອາລຸນໃນຫົວ
ໃຈ ຂອງຜູ້ທີ່ຊອບທັມ.
        ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງ ອະໄພ.

-`Abdu'l-Bahá
-----------------------

ບົດອະທິຖານເພື່ອການເຜີຍແຜ່ສາສະໜາ (#12810)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ    ພຣະອົງຊົງ ເຫັນຂ້າພະອົງ ນ້ອມກາຍດ້ວຍຄວາມຕໍ້າຕ້ອຍ ຖ່ອມຕົນຕໍ່ ພຣະບັນຍັດຂອງພຣະອົງ ໝອບກາບຕໍ່ອະທິປະໄຕຂອງ ພຣະອົງສັ່ນສະທ້ານ  ຕໍ່ອໍານາດແຫ່ງອານາຈັກຂອງພຣະອົງ   ໜີຄວາມພິໂລດຂອງພຣະອົງ ວິງວອນພຣະກະລຸນາຂອງ ພຣະອົງ ຝາກຄວາມຫວັງໄວ້ກັບການອະໄພຂອງພຣະອົງ   ເກງຂາມຕໍ່ຄວາມພິໂລດຂອງພຣະອົງ ຂ້າພະອົງຂໍວິງ ວອນພຣະອົງ ດ້ວຍຫົວໃຈທີ່ລະທຶກ ດ້ວຍນໍ້າຕາທີ່ຫຼັ່ງໄຫລ ແລະວິນຍານທີ່ໃຝ່ຫາ ແລະ ດ້ວຍການຕັດຄວາມຜູກພັນ ຈາກທຸກສິ່ງໂດຍສິ້ນເຊີງ ຂໍຊົງບັນດານໃຫ້ຄົນຮັກຂອງພຣະ ອົງເປັນດັ່ງໜຶ່ງລັງສີ ທີ່ທອດລັດສະໝີໄປທົ່ວອານາຈັກຂອງ ພຣະອົງ ຂໍຊົງຊ່ວຍໃຫ້ຄົນຮັບໃຊ້ທີ່ ພຣະອົງເລືອກສັນ ເຊີດຊູພຣະວັດຈະນະຂອງພຣະອົງ ເພື່ອວ່າໃບໜ້າຂອງ ພວກເຂົາຈະງົດງາມແລະສົດໃສ  ຫົວໃຈຂອງພວກເຂົາຈະ ປ່ຽມໄປດ້ວຍຄວາມເລິກລັບ ແລະ ວິນຍານທຸກດວງຈະໄດ້ ປົດເປຶ້ອງບາບຂອງຕົນ ຂໍຊົງຄຸ້ມຄອງພວກເຂົາໃຫ້ປອດ ໄພຈາກຜູ້ຮຸກຮານ ແລະ ຜູ້ທິ່ດູໝິ່ນສາສະໜາ ແລະ ກະທໍາ

-`Abdu'l-Bahá
-----------------------

