ບົດອະທິຖານເພື່ອຂໍອະໄພ (#12796)

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງອະໄພ! ພຣະອົງຄືທີ່ກໍາບັງ ສໍາລັບຄົນຮັບໃຊ້ເຫລົ່ານີ້ຂອງພຣະອົງ ພຣະອົງຊົງຮູ້ຄວາມ ລັບແລະຊາບທຸກສິ່ງ ພວກຂ້າພະອົງທຸກຄົນຊ່ວຍເຫຼືອຕົນ ເອງບໍ່ໄດ້ ແລະພຣະອົງຄື ພຣະຜູ້ຊົງອໍານາດ ພຣະຜູ້ຊົງອານຸ ພາບສູງສຸດ ພວກຂ້າພະອົງລ້ວນເປັນຄົນບາບ ແລະພຣະ ອົງຄື ພຣະຜູ້ຊົງອະໄພບາບ ພຣະຜູ້ຊົງປານີ ພຣະຜູ້ຊົງເຫັນ ໃຈ ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງມອງຂ້າມຄວາມບົກ ພ່ອງຂອງພວກຂ້າພະອົງ  ຂໍຊົງປະຕິບັດຕໍ່ພວກຂ້າພະອົງດ້ວຍພຣະກະລຸນາ ແລະຄວາມອາລີຂອງພຣະອົງ  ພວກຂ້າ ພະອົງມີຄວາມບົກພ່ອງຫຼວງຫຼາຍ ແຕ່ມະຫາສະໝຸດແຫ່ງ ການອະໄພຂອງພຣະອົງນັ້ນບໍ່ຮູ້ສິ້ນ ພວກຂ້າພະອົງອ່ອນ ແອເຫຼືອເກີນ ແຕ່ຫຼັກຖານຂອງຄວາມຊ່ວຍເຫຼືອຈາກພຣະອົງ ນັ້ນຊັດເຈນ ຂໍຊົງປະທານພະລັງໃຈແລະຄວາມເຂັ້ມແຂງ ໃຫ້ແກ່ພວກຂ້າພະອົງ ຂໍຊົງຊ່ວຍໃຫ້ພວກຂ້າພະອົງທໍາໃນ ສິ່ງທີ່ຄູ່ຄວນກັບທໍລະນີປະຕູ  ອັນບໍລິສຸດຂອງພຣະອົງ  ຂໍຊົງເຮັດໃຫ້ຫົວໃຈຂອງພວກຂ້າພະອົງຜ່ອງໃສ  ຂໍຊົງປະທານດວງຕາທີ່ຢັ່ງເຫັນ ແລະ ຫູທີ່ໄດ້ຮັບຟັງໃຫ້ແກ່ພວກຂ້າພະອົງ
 ຂໍຊົງຟື້ນຊີວິດຄົນຕາຍ ແລະຮັກສາຜູ້ປ່ວຍ ຂໍຊົງປະທານ ຄວາມມັ່ງຄັ່ງໃຫ້ແກ່ຜູ້ຍາກໄຮ້ ຂໍຊົງທໍາໃຫ້ຜູ້ທີ່ຢ້ານກົວຮູ້ສຶກ ສະຫງົບແລະປອດໄພ ຂໍຊົງຍອມຮັບພວກຂ້າພະອົງໄວ້ ໃນອານາຈັກຂອງພຣະອົງ ແລະ ຊ່ວຍໃຫ້ພວກຂ້າພະອົງ ຕາສະຫວ່າງດ້ວຍແສງແຫ່ງການນໍາທາງ ພຣະອົງຄື ພຣະຜູ້ ຊົງອານຸພາບ ພຣະຜູ້ຊົງອໍານາດສູງສຸດ ພຣະຜູ້ຊົງເອື້ອເຟື້ອ  ພຣະຜູ້ຊົງເອັນດູ ພຣະຜູ້ຊົງເມດຕາ.

-`Abdu'l-Bahá
-----------------------

