ບົດອະທິຖານເພື່ອບິດາມານດາ (#12841)

ຂ້າແດ່ພຣະຜູ້ເປັນນາຍ  ພຣະອົງຊົງເຫັນແລ້ວວ່າ ມື ຂອງຂ້າພະອົງຍົກຂຶ້ນວິງວອນນະພາ       ແຫ່ງພຣະກະລຸນາ ແລະ ຄວາມອາລີຂອງພຣະອົງ   ຂໍໃຫ້ມືນີ້ໄດ້ຮັບສົມບັດຈາກ ຄວາມໂອບອ້ອມອາລີ ແລະ ພຣະກະລຸນາຂອງພຣະອົງ    ຂໍ ຊົງໃຫ້ອະໄພຂ້າພະອົງ ບິດາ ແລະ ມານດາ   ຂອງຂ້າພະອົງ ແລະ  ຂໍຊົງໃຫ້ຂ້າພະອົງສົມປາດຖະໜາ  ໃນສິ່ງທີ່ຂ້າພະອົງຕ້ອງການ   ຈາກມະຫາສະໝຸດແຫ່ງພຣະກະລຸນາ       ແລະ ຄວາມອາລີຂອງພຣະອົງ   ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງຂອງ ຫົວໃຈຂອງຂ້າພະອົງ   ຂໍຊົງຍອມຮັບວຽກງານທຸກຢ່າງ  ທີ່ ຂ້າພະອົງກະທໍາໃນວິຖີຂອງພຣະອົງ  ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບສູງສຸດ  ພຣະຜູ້ຊົງປະເສີດສຸດ  ພຣະຜູ້ບໍ່ ມີປຽບປານ  ພຣະຜູ້ເປັນໜຶ່ງ   ພຣະຜູ້ຊົງອະໄພ  ພຣະຜູ້ຊົງກະລຸນາ.

-Bahá'u'lláh
-----------------------

ບົດອະທິຖານເພື່ອບິດາມານດາ (#12842)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ  ຂ້າພະອົງຂໍການອະໄພຈາກພຣະອົງ  ວິງວອນຂໍອະໄພດ້ວຍກິລິຍາ   ທີ່ພຣະອົງຕ້ອງການ  ໃຫ້ຄົນຮັບໃຊ້ກະທໍາຕໍ່ພຣະອົງ  ຂ້າພະອົງຂໍຮ້ອງພຣະອົງ  ຂໍຊົງຊໍາລະບາບຂອງຂ້າພະອົງ ຕາມທີ່ຄູ່ຄວນກັບອັດສະລິຍະຂອງພຣະອົງ  ຂໍຊົງປະທານອະໄພແກ່ຂ້າພະອົງ  ແກ່ບິດາ-ມານດາຂອງຂ້າພະອົງ ແລະ  ແກ່ບັນດາຜູ້ທີ່ພຣະອົງຖືວ່າ ໄດ້ເຂົ້າມາອາໄສຢູ່ ໃນຄວາມຮັກຂອງພຣະອົງ ດ້ວຍກິລິຍາທີ່ຄູ່ຄວນກັບອະທິປະໄຕຂອງພຣະອົງ   ແລະຄວາມຮຸ່ງເຮືອງຂອງອານຸພາບ ສະຫວັນຂອງພຣະອົງ.


ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພຣະອົງຊົງບັນ ດານໃຈໃຫ້ວິນຍານຂອງຂ້າພະອົງ ວິງວອນພຣະອົງ ແລະ ຫາກບໍ່ແມ່ນເພາະພຣະອົງ ຂ້າພະອົງຍ່ອມບໍ່ວິງວອນພຣະ ອົງ ຂໍຄວາມສະດຸດີສັນລະເສີນຈົງມີແດ່ພຣະອົງ ຂ້າພະອົງ ຂໍສັນລະເສີນພຣະອົງ ທີ່ຊົງເປີດເຜີຍພຣະອົງເອງ ຕໍ່ຂ້າພະ ອົງ ແລະ ຂ້າພະອົງຂໍຮ້ອງພຣະອົງ ຂໍຊົງໃຫ້ອະໄພຂ້າພະ ອົງທີ່ບົກຜ່ອງຕໍ່ໜ້າທີ່ ໃນການຮູ້ຈັກພຣະອົງ ແລະ ບໍ່ໄດ້ເດີນ ໃນວິຖີແຫ່ງຄວາມຮັກຂອງພຣະອົງ.

-The Báb
-----------------------

ບົດອະທິຖານເພື່ອບິດາມານດາ (#12843)

ພຣະພອນຈົ່ງມີແດ່ຜູ້ທີ່ລະນຶກເຖິງບິດາມານດາຂອງຕົນຂະນະສົນທະນາກັບພຣະຜູ້ເປັນເຈົ້າ.

-The Báb
-----------------------

ບົດອະທິຖານເພື່ອບິດາມານດາ (#12844)

ຂ້າແດ່ພຣະຜູ້ເປັນນາຍ! ໃນຍຸກສາສະໜາທີ່ຍິ່ງໃຫຍ່ທີ່ ສຸດນີ້ ພຣະອົງຊົງຍອມຮັບການວິງວອນຂອງບຸດຫລານ ເພື່ອ ບິດາ-ມານດາຂອງຕົນ ນີ້ຄືໜຶ່ງໃນພຣະພອນອັນບໍ່ຮູ້ສິ້ນໃນ ຍຸກສາສະໜານີ້ ຂ້າແດ່ພຣະຜູ້ເປັນນາຍ ຜູ້ຊົງເມດຕາ ຂໍຊົງ ຍອມຮັບຄໍາຂໍຮ້ອງຂອງຄົນຮັບໃຊ້ຜູ້ນີ້ ນະທໍລະນີປະຕູແຫ່ງ ຄວາມເປັນໜຶ່ງຂອງພຣະອົງ ແລະ ຂໍຊົງໃຫ້ບິດາ-ມານດາ ຂອງຂ້າພະອົງ  ໄດ້ດໍາດິ່ງລົງສູ່ມະຫາສະໝຸດແຫ່ງຄວາມກະ
ລຸນາຂອງພຣະອົງ  ເນື່ອງດ້ວຍບຸດຄົນນີ້ໄດ້ລຸກຂຶ້ນຮັບໃຊ້ພຣະອົງ  ແລະ  ພະຍາຍາມຢູ່ທຸກເວລາໃນຫົນທາງແຫ່ງຄວາມຮັກຂອງພຣະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ໃຫ້ ພຣະຜູ້ຊົງອະໄພ  ພຣະຜູ້ຊົງເມດຕາ!

-`Abdu'l-Bahá
-----------------------

