ບົດອະທິຖານເພື່ອປະເທດຊາດ (#12802)

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງອະໄພ!     ຄົນຮັບໃຊ້ເຫຼົ່າ ນີ້ກໍາລັງຫັນມາຫາອານາຈັກຂອງພຣະອົງ ແລະສະແຫວງ ຫາພຣະກະລຸນາແລະຄວາມອາລີຂອງພຣະອົງ ຂ້າແດ່ພຣະ ຜູ້ເປັນເຈົ້າ!  ຂໍຊົງເຮັດໃຫ້ພວກເຂົາມີຫົວໃຈທີ່ງົດງາມ  ແລະ ບໍລິສຸດ ເພື່ອວ່າ ພວກເຂົາຈະຄູ່ຄວນກັບຄວາມຮັກຂອງພຣະອົງ ຂໍຊົງຊໍາລະວິນຍານຂອງພວກເຂົາ ໃຫ້ບໍລິສຸດ ເພື່ອວ່າ ແສງຂອງດວງອາທິດແຫ່ງສັດຈະທັມ ຈະໄດ້ສ່ອງສະຫວ່າງ ມາຍັງພວກເຂົາ  ຂໍຊົງຊໍາລະດວງຕາຂອງພວກເຂົາ ເພື່ອວ່າ ພວກເຂົາຈະໄດ້ມອງເຫັນແສງທັມ   ຂໍຊົງຊໍາລະຫູຂອງພວກ ເຂົາ  ເພື່ອວ່າ ພວກເຂົາຈະໄດ້ຍິນສຽງຮຽກຮ້ອງຈາກອານາ ຈັກຂອງພຣະອົງ.
        ຂ້າແດ່ພຣະຜູ້ເປັນນາຍ! ແທ້ຈິງແລ້ວ ພວກຂ້າພະອົງ ອ່ອນແອແຕ່ພຣະອົງຊົງອໍານາດ ແທ້ຈິງແລ້ວ ພວກຂ້າພະ ອົງຍາກໄຮ້ ແຕ່ພຣະອົງອຸດົມຮັ່ງມີ   ພວກຂ້າພະອົງຄືຜູ້ ສະແຫວງຫາ ແລະ ພຣະອົງຄືຜູ້ເປັນທີ່ໃຝ່ຫາ   ຂ້າແດ່ພຣະຜູ້ ເປັນນາຍ! ຂໍຊົງເຫັນໃຈ ແລະໃຫ້ອະໄພຂ້າພະອົງ ຂໍຊົງປະ ທານຄວາມສາມາດ ໃຫ້ໃຈຂອງພວກຂ້າພະອົງເປີດຮັບທັມມະ ເພື່ອວ່າ ພວກຂ້າພະອົງຈະໄດ້ຄູ່ຄວນກັບກະລຸນາທິຄຸນ ຂອງພຣະອົງ ໃຝ່ຫາອານາຈັກຂອງພຣະອົງ ຈະໄດ້ດື່ມອໍາ ມະລິດແຫ່ງຊີວິດ ຈະລຸກດ້ວຍໄຟແຫ່ງຄວາມຮັກຂອງພຣະ ອົງ ແລະໄດ້ຮັບຊີວິດໃໝ່ຈາກລົມຫາຍໃຈຂອງພຣະວິນຍານ ບໍລິສຸດ  ໃນສັດຕະວັດທີ່ຮຸ່ງເຮືອງນີ້. 
        ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະ ອົງ! ຂໍຊົງທອດສາຍພຣະເນດ ແຫ່ງຄວາມເມດຕາຮັກໃຄ່ ມາຍັງທີ່ຊຸມນຸມນີ້ຂໍຊົງຄຸ້ມຄອງທຸກຄົນໄວ້ໃນການດູແລ ແລະ ການປົກປ້ອງຂອງພຣະອົງ ຂໍຊົງປະທານພອນໃຫ້ແກ່ວິນ ຍານເຫຼົ່ານີ້ ຂໍຊົງໃຫ້ພວກເຂົາດໍາດິ່ງລົງສູ່ມະຫາສະໝຸດ ແຫ່ງ ຄວາມປານີຂອງພຣະອົງ ຂໍຊົງກະຕຸ້ນພວກເຂົາດ້ວຍ ສາຍ ລົມ ຂອງພຣະວິນຍານບໍລິສຸດ.        
ຂ້າແດ່ພຣະຜູ້ເປັນນາຍ!  ຂໍຊົງຊ່ວຍເຫຼືອແລະຄໍ້າຊູລັດຖະບານທີ່ຍຸຕິທັມນີ້  ປະເທດນີ້ຢູ່ພາຍໃຕ້ຮົ່ມເງົາແຫ່ງຄວາມຄຸ້ມຄອງຂອງພຣະອົງ ແລະ ປະຊາຊົນໃນຊາດນີ້ ໃຫ້ການຮັບໃຊ້ພຣະອົງ  ຂ້າແດ່ພຣະຜູ້ເປັນນາຍ!  ຂໍຊົງໂອບອ້ອມອາລີຕໍ່ພວກເຂົາ ແລະ ຫລັ່ງຄວາມກະລຸນາທິຄຸນຂອງພຣະອົງໃຫ້
ຢ່າງລົ້ນເຫຼືອ  ຂໍຊົງໃຫ້ຊາດທີ່ໜ້ານັບຖືນີ້ເຮືອງກຽດ  ຂໍຊົງຮັບຊາດນີ້ໄວ້ໃນອານາຈັກຂອງພຣະອົງ.
        ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະຜູ້ຊົງອໍານາດສູງ ສຸດ ພຣະຜູ້ຊົງປານີ ແລະ ພຣະອົງຄື ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງເມດຕາ ພຣະຜູ້ເປັນນາຍ  ຜູ້ຊົງກະລຸນາຢ່າງລົ້ນ ເຫລືອ.

-`Abdu'l-Bahá
-----------------------

