ບົດອະທິຖານເພື່ອພັດທະນາຈິດໃຈ (#12790)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງເຮັດໃຫ້ ຫົວໃຈຂອງຂ້າພະອົງບໍລິສຸດ ຂ້າແດ່ພຣະຜູ້ເປັນຄວາມ ຫວັງຂອງຂ້າພະອົງ ຂໍຊົງຟື້ນມະໂນທັມໃນໃຈທີ່ສະຫງົບ ຂອງຂ້າພະອົງ ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງຂອງຂ້າພະອົງ ຂໍອານຸພາບຂອງພຣະອົງ ຄໍ້າຊູຂ້າພະອົງໃນສາສະໜາ ຂອງພຣະອົງ ຂ້າແດ່ພຣະຜູ້ເປັນທີ່ໝາຍປອງ ຂອງຂ້າພະ ອົງ ຂໍຄວາມຮຸ່ງເຮືອງຂອງພຣະອົງ ສາດແສງໃຫ້ຂ້າພະອົງ ເຫັນຫົນທາງຂອງພຣະອົງ ຂ້າແດ່ພຣະຜູ້ເປັນຕົ້ນກໍາເນີດ ແຫ່ງຊີວິດຂອງຂ້າພະອົງ ຂໍອານຸພາບແຫ່ງອໍານາດຂອງ ພຣະອົງຊູຂ້າພະອົງ  ຂຶ້ນສູ່ນະພາແຫ່ງຄວາມວິສຸດຂອງພຣະ
ອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍສາຍລົມ ແຫ່ງນິລັນດອນຂອງພຣະອົງ ພັດຄວາມເບີກບານມາໃຫ້ຂ້າ ພະອົງ ຂ້າແດ່ພຣະຜູ້ເປັນສະຫາຍຂອງຂ້າພະອົງ ຂໍດົນ ຕີອະນັນຂອງພຣະອົງ ກ່ອມໃຈຂອງຂ້າພະອົງໃຫ້ສະຫງົບ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍພຣະພັກທີ່ເບັ່ງ ບານຂອງພຣະອົງປົດປ່ອຍຂ້າພະອົງ ໃຫ້ເປັນອິດສະລະ ຈາກທຸກສິ່ງນອກຈາກພຣະອົງ ແລະ ຂໍໃຫ້ຂ່າວດີແຫ່ງການ ເປີດເຜີຍສາລະທີ່ບໍ່ເສື່ອມສະລາຍຂອງພຣະອົງ ຍັງຄວາມ ປິຕິໃຫ້ແກ່ຂ້າພະອົງ ຂ້າແດ່ພຣະຜູ້ຊົງຄວາມປະຈັກແຈ້ງ ທີ່ສຸດແລະເລັ້ນລັບທີ່ສຸດ.

-Bahá'u'lláh
-----------------------

ບົດອະທິຖານເພື່ອພັດທະນາຈິດໃຈ (#12791)

ພຣະອົງຄື ພຣະຜູ້ຊົງກະລຸນາ  ພຣະຜູ້ຊົງອາລີ!   ຂ້າແດ່   ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ!   ສຽງຮຽກ ຮ້ອງຂອງພຣະອົງໄດ້ດຶງດູດຂ້າພະອົງ ແລະ ນໍ້າສຽງຂອງ ປາກກາແຫ່ງຄວາມຮຸ່ງເຮືອງຂອງພຣະອົງ ໄດ້ປຸກຂ້າພະອົງ ສາຍທາລາແຫ່ງພຣະວັດຈະນະ  ອັນສັກສິດຂອງພຣະອົງຍັງ
ຄວາມປິຕິໃຫ້ແກ່ຂ້າພະອົງ ແລະ ອໍາມະລິດແຫ່ງແຮງ ບັນດານໃຈຈາກພຣະອົງ  ທໍາໃຫ້ຂ້າພະອົງ ເບີກບານ     ຂ້າແດ່ພຣະຜູ້ເປັນນາຍ ພຣະອົງຊົງເຫັນແລ້ວວ່າ ຂ້າພະອົງ ຕັດຄວາມຜູກພັນຈາກທຸກສິ່ງ ນອກຈາກພຣະອົງ ຢຶດໜຽວ ສາຍໃຍ ແຫ່ງຄວາມອາລີຂອງພຣະອົງ ປາດຖະໜາພຣະ ກະລຸນາອັນໜ້າພິດສະຫວົງຂອງພຣະອົງ ຂ້າພະອົງຂໍ  ຮ້ອງຕໍ່ຄື້ນແຫ່ງຄວາມເມດຕາຮັກໃຄ່ ອັນບໍ່ຮູ້ສິ້ນຂອງພຣະອົງ ຕໍ່ອາພາແຫ່ງການດູແລ ແລະ ກະລຸນາທິຄຸນຂອງພຣະອົງ ຂໍຊົງປະທານສິ່ງທີ່ຈະພາຂ້າພະອົງ ເຂົ້າໄປໃກ້ພຣະອົງ ແລະ ຂໍຊົງທໍາໃຫ້ຂ້າພະອົງມັ່ງຄັ່ງໃນພຣະອົງ  ວາຈາປາກກາ ແລະ ທັງຊີວິດຂອງຂ້າພະອົງ  ຂໍຢືນຢັນຕໍ່ອານຸພາບ  ອໍານາດພຣະ
ກະລຸນາ ແລະ ຄວາມອາລີຂອງພຣະອົງວ່າ  ບໍ່ມີພຣະຜູ້ເປັນ
ເຈົ້າອື່ນໃດ ນອກຈາກພຣະອົງ  ພຣະຜູ້ຊົງອານຸພາບ ພຣະຜູ້

-Bahá'u'lláh
-----------------------

