ບົດອະທິຖານເພື່ອມະນຸດຊາດ (#12803)

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ພຣະຜູ້ຊຶ່ງຂ້າ ພະອົງບູຊາແລະເທີດທູນ! ຂ້າພະອົງຂໍເປັນພະຍານຕໍ່ເອກະ ພາບ ແລະ ຄວາມເປັນໜຶ່ງຂອງພຣະອົງ ຍອມຮັບພຣະພອນ  ຂອງພຣະອົງທັງໃນອາດີດ ແລະ ປະຈຸບັນພຣະອົງຄື  ພຣະຜູ້ຊົງອາລີ  ຊຶ່ງຄວາມປານີອັນລົ້ນເຫຼືອຂອງພຣະອົງ ຫລັ່ງໄຫລລົງມາໃຫ້ທັງຜູ້ສູງສັກ ແລະ ຜູ້ຕໍ້າຕ້ອຍ  ແລະຄວາມກະລຸນາຂອງພຣະອົງ  ສາດລັດສະໝີມາໃຫ້ທັງຜູ້ທີ່ເຊື່ອຖື  ແລະຜູ້ທື່ບໍ່ເຊື່ອຖື.
       ຂ້າແດ່ພຣະຜູ້ເປັນເຈົ້າ ແຫ່ງຄວາມປານີ ພຣະຜູ້ຊຶ່ງສາ ລະແຫ່ງຄວາມປານີ ນ້ອມຄໍານັບຕໍ່ປະຕູຂອງພຣະອົງ ແລະ ແກ່ນແທ້ຂອງຄວາມເມດຕາຮັກໃຄ່ ຫ້ອມລ້ອມວິຫານແຫ່ງ ສາສະໜາຂອງພຣະອົງ  ພວກຂ້າພະອົງຂໍວິງວອນເປັນການ
ຂໍຮ້ອງພຣະກະລຸນາບໍລົມບູຮານ ແລະ ສະແຫວງຫາກະ ລຸນາທິຄຸນຂອງພຣະອົງ ຂໍພຣະອົງຊົງປານີຕໍ່ທຸກຄົນທີ່ເປັນ ສ່ວນໜຶ່ງຂອງໂລກທີ່ດໍາລົງຢູ່ ຂໍຊົງຢ່າປະຕິເສດບໍ່ໃຫ້ພວກ ຂ້າພະອົງໄດ້ຮັບ ການຫລັ່ງຄວາມກະລຸນາທິຄຸນ ໃນຍຸກຂອງ ພຣະອົງ.        
       ທຸກຄົນລ້ວນຍາກໄຮ້ ແລະ ຂັດສົນ ແລະ ແທ້ຈິງແລ້ວ ພຣະອົງຄື  ພຣະຜູ້ຊົງຄອບຄອງທຸກສັບພະສິ່ງ  ພຣະຜູ້ຊົງກໍາລາບ  ພຣະຜູ້ຊົງອານຸພາບ.

-Bahá'u'lláh
-----------------------

ບົດອະທິຖານເພື່ອມະນຸດຊາດ (#12804)

ຂ້າແດ່ພຣະຜູ້ເປັນນາຍ!     ຂໍຊົງຊ່ວຍໃຫ້ປະຊາຊົນທັງ ປວງໄດ້ເຂົ້າມາຍັງວິມານໃນສາສະໜາຂອງພຣະອົງ ເພື່ອ ວ່າຈະບໍ່ມີຜູ້ໃດ ຫ່າງໄກຈາກຄວາມຍິນດີຂອງພຣະອົງ ຕັ້ງ ແຕ່ບູຮານນະການ ພຣະອົງຊົງອານຸພາບໃນການທໍາສິ່ງທີ່ ພຣະອົງປາດຖະໜາ ແລະຢູ່ເໜືອສິ່ງໃດກໍຕາມ ທີ່ພຣະອົງ ຕ້ອງການ.

-The Báb
-----------------------

ບົດອະທິຖານເພື່ອມະນຸດຊາດ (#12805)

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງເຫັນໃຈ ພຣະຜູ້ຊົງເອື້ອ ເຟື້ອແລະສາມາດ! ພວກຂ້າພະອົງຄືຄົນຮັບໃຊ້ທີ່ພຣະອົງ ຄອຍປົກປ້ອງແລະຄຸ້ມຄອງ ຂໍພຣະອົງຊົງເອັນດູພວກຂ້າ ພະອົງດ້ວຍຄວາມໂປດປານ ຂໍຊົງໃຫ້ດວງຕາຂອງພວກ ຂ້າພະອົງຮັບແສງ ຫູຂອງພວກຂ້າພະອົງໄດ້ຍິນ ແລະ ຫົວໃຈຂອງພວກຂ້າພະອົງ ມີຄວາມຮັກ ແລະ ເຂົ້າໃຈ ຂໍຂ່າວດີຂອງພຣະອົງ ເຮັດໃຫ້ວິນຍານຂອງພວກຂ້າພະອົງ ເບີກບານແລະເປັນສຸກ  ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງນໍາ ທາງໄປສູ່ອານາຈັກຂອງພຣະອົງ ຂໍຊົງຟື້ນຊີວິດຂອງພວກ ຂ້າພະອົງທຸກຄົນ ດ້ວຍລົມຫາຍໃຈ ຂອງພຣະວິນຍານບໍລິ ສຸດ ຂໍຊົງປະທານຊີວິດນິລັນດອນ ແລະກຽດຕິຍົດອະນັນໃຫ້ ແກ່ພວກຂ້າພະອົງ ຂໍຊົງປະສານສາມັກຄີມະນຸດຊາດ ແລະ ໃຫ້ຄວາມສະຫ່ວາງແກ່ພວກຂ້າພະອົງ  ຂໍໃຫ້ພວກຂ້າພະອົງທຸກຄົນໄດ້ເດີນໃນວິຖີຂອງພຣະອົງ    ປາດຖະໜາຄວາມຍິນ
ດີຂອງພຣະອົງ ແລະ ສະແຫວງຫາຄວາມເລິກລັບໃນອານາຈັກຂອງພຣະອົງ  ຂ້າແດ່ພຣະຜູ້ເປັນເຈົ້າ!  ຂໍຊົງທໍາໃຫ້ພວກຂ້າພະອົງສາມັກຄີກັນ ແລະ ຂໍຊົງເຊື່ອມຫົວໃຈຂອງພວກຂ້າພະອົງ  ດ້ວຍພັນທະນາການທີ່ບໍ່ມີແຕກສະລາຍ  ຂອງພຣະອົງ ແທ້ຈິງແລ້ວ ພຣະອົງຄືພຣະຜູ້ໃຫ້  ພຣະອົງຄືພຣະຜູ້ຊົງ
ເມດຕາ ແລະ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ.

-`Abdu'l-Bahá
-----------------------

ບົດອະທິຖານເພື່ອມະນຸດຊາດ (#12806)

ຂ້າແດ່ພຣະຜູ້ເປັນນາຍ! ພຣະອົງຊົງສ້າງມວນມະນຸດ ຈາກຕົ້ນຕະກຸນດຽວກັນ ພຣະອົງຊົງປະກາສິດໄວ້ວ່າ ທຸກຄົນ ຈະເປັນສະມາຊິກຄອບຄົວດຽວກັນ ພວກເຂົາທຸກຄົນເປັນ ຄົນຮັບໃຊ້ ຢູ່ເບື້ອງພຣະພັກອັນສັກສິດ ຂອງພຣະອົງ    ແລະມວນມະນຸດຊາດ ຢູ່ພາຍໃຕ້ທີ່ອາໄສ ຂອງເທບມົນທຽນ   ຂອງພຣະອົງ      ທຸກຄົນໄດ້ມາຮ່ວມໂຕະແຫ່ງຄວາມອາລີ ຂອງພຣະອົງ ແລະທຸກຄົນໄດ້ຖືກຈູດໃຫ້ຮຸ່ງຂຶ້ນ ດ້ວຍແສງ ສະຫວ່າງແຫ່ງພຣະກະລຸນາຂອງພຣະອົງ ຂ້າແດ່ພຣະຜູ້ເປັນ ເຈົ້າ! ພຣະອົງຊົງເມດຕາຕໍ່ທຸກຄົນ ພຣະອົງຊົງຈັດຫາສິ່ງຈໍາ ເປັນສໍາລັບທຸກຄົນ ຊົງຄຸ້ມຄອງທຸກຄົນ ຊົງປະທານຊີວິດໃຫ້ ແກ່ທຸກຄົນ ພຣະອົງຊົງປະສາດທຸກຄົນດ້ວຍພອນສະຫວັນ ແລະຄວາມສາມາດ ແລະ ທຸກຄົນດໍາດິ່ງຢູ່ໃນມະຫາສະມຸດ ແຫ່ງຄວາມປານີຂອງພຣະອົງ. 
        ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງເມດຕາ!      ຂໍຊົງເຮັດໃຫ້ ມະນຸດຊາດສາມັກຄີກັນ ຂໍໃຫ້ສາສະໜາທັງຫຼາຍປອງດອງ ກັນ ໃຫ້ຊາດທັງຫຼາຍເປັນໜຶ່ງດຽວກັນ ເພື່ອວ່າພວກເຂົາຈະ ຖືກັນ ແລະ ກັນເປັນດັ່ງຄອບຄົວດຽວກັນ ຂໍໃຫ້ພວກເຂົາອາ ໄສຢູ່ດ້ວຍກັນຢ່າງປອງດອງ.
       ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງເຊີດຊູທຸງແຫ່ງຄວາມເປັນ ອັນໜຶ່ງອັນດຽວກັນຂອງມະນຸດຊາດ.
        ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງເຊື່ອມຫົວໃຈທັງຫຼາຍ ເຂົ້າດ້ວຍກັນ  ຂ້າແດ່ພຣະຜູ້ເປັນບິດາ  ຜູ້ຊົງເມດຕາ ພຣະຜູ້ເປັນເຈົ້າ!   ຂໍຊົງທໍາໃຫ້ຫົວໃຈຂອງພວກຂ້າພະອົງທັງຫຼາຍເບີກບານດ້ວຍສຸຄົນທະລົດ ແຫ່ງຄວາມຮັກຂອງພຣະອົງ    ຂໍຊົງເຮັດໃຫ້ດວງຕາ ຂອງພວກຂ້າພະອົງທັງຫຼາຍ  ສະຫວ່າງສະໄຫວ ດ້ວຍແສງແຫ່ງການນໍາທາງຂອງພຣະອົງ ຂໍຊົງເຮັດໃຫ້ຫູຂອງຂ້າພະອົງ ຊື່ນຊົມຍິນດີ ກັບສຽງອອນຊອນຈາກ ພຣະວັດຈະນະຂອງພຣະອົງ ແລະ ຊົງປົກປ້ອງຄຸ້ມຄອງ   ຂ້າພະອົງທັງຫຼາຍໄວ້ໃນທີ່ໝັ້ນ ແຫ່ງພຣະກະລຸນາຂອງ ພຣະອົງ ພຣະອົງຄື ພຣະຜູ້ຊົງອໍານາດ ແລະ ຊົງອານຸພາບ ພຣະອົງຄື ພຣະຜູ້ຊົງອະໄພ ແລະ ພຣະອົງຄື ພຣະຜູ້ຊົງ ມອງຂ້າມ  ຄວາມບົກພ່ອງຂອງມະນຸດຊາດທັງມວນ.

-`Abdu'l-Bahá
-----------------------

