ບົດອະທິຖານເພື່ອໄຊຊະນະຂອງສາສະໜາ (#12815)

ຂໍຄວາມສັນລະເສີນ ຈົ່ງມີແດ່ພຣະນາມ ຂອງພຣະອົງ  ຂ້າແດ່ພຣະຜູ້ເປັນນາຍ  ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ!   ຄວາມມືດມົນປົກຄຸມໄປທົ່ວທຸກດິນແດນ ແລະ ອໍານາດຊົ່ວ ຮ້າຍຫ້ອມລ້ອມທຸກຊາດ ຢ່າງໃດກໍ່ຕາມ ຂ້າພະອົງກໍມອງ ເຫັນຄວາມສະຫວ່າງສະໄຫວ ຂອງອັດສະລິຍະພາບ ແລະ ການຄຸ້ມຄອງຂອງພຣະອົງ.
ບັນດາຜູ້ທີ່ຖືກມ່ານປິດກັ້ນຈາກພຣະອົງ ຄິດວ່າພວກ ເຂົາສາມາດດັບແສງຂອງພຣະອົງ  ດັບໄຟຂອງພຣະອົງ  ແລະສະຫງົບສາຍລົມ ແຫ່ງພຣະກະລຸນາ ຂອງພຣະອົງ  ບໍ່ເລີຍ ອໍານາດຂອງພຣະອົງ ເປັນພະຍານໃຫ້ຂ້າພະອົງ!   ຫາກພຣະອົງບໍ່ໄດ້ໃຫ້ຄວາມທຸກທໍລະມານ ແຝງອັດສະລິຍະ ພາບຂອງພຣະອົງໄວ້ ແລະ ການທົດສອບອັນສາຫັດເປັນພາ ຫະນະຂອງການຄຸ້ມຄອງຂອງພຣະອົງ ຈະບໍ່ມີຜູ້ໃດບັງອາດ ມາຕໍ່ຕ້ານເຮົາ ແມ່ນວ່າອໍານາດຂອງໂລກ ແລະ ສະຫວັນ ຈະຮ່ວມກັນຕໍ່ຕ້ານເຮົາ ຫາກຂ້າພະອົງຄີ່ຄາຍຄວາມເລິກລັບອັນໜ້າພິດສະຫວົງ  ຂອງອັດສະລິຍະພາບຂອງພຣະອົງ  ທີ່ເປີດເຜີຍຕໍ່ຂ້າພະອົງ  ບັງຫຽນຂອງຜູ້ຂັດຄານຕໍ່ພຣະອົງ  ຈະຂາດສະບັ້ນ.

ຂໍຄວາມສັນລະເສີນຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ເຈົ້າຂອງຂ້າພະອົງ! ຂ້າພະອົງຂໍວິງວອນຕໍ່ພຣະນາມອັນ ຍິ່ງໃຫຍ່ທີ່ສຸດຂອງພຣະອົງ ຂໍຊົງຮວບຮວມບັນດາຜູ້ເປັນທີ່ ຮັກຂອງພຣະອົງໄວ້ຮອບກົດ ທີ່ຫຼັ່ງມາຈາກຄວາມຍິນດີຂອງ ພຣະປະສົງຂອງພຣະອົງ ຂໍຊົງປະທານສິ່ງທີ່ຈະເຮັດໃຫ້ ພວກເຂົາອຸ່ນໃຈ.

ພຣະອົງຊົງອໍານາດໃນການກະທໍາ ສິ່ງທີ່ພຣະອົງປາດ ຖະໜາ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຊ່ວຍເຫຼືອໃນໄພ ອັນຕະລາຍ  ພຣະຜູ້ຊົງດໍາລົງຢູ່ດ້ວຍພຣະອົງເອງ.

-Bahá'u'lláh
-----------------------

ບົດອະທິຖານເພື່ອໄຊຊະນະຂອງສາສະໜາ (#12816)

ຂໍຄວາມຮຸ່ງເຮືອງຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ນາຍ ພຣະຜູ້ບັນດານສັບພະສິ່ງທັງປວງ ໃຫ້ເກີດຂຶ້ນມາໂດຍ ອານຸພາບແຫ່ງໂອງການຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຊ່ວຍເຫຼືອບັນດາຜູ້ທີ່ປ່ອຍ ວາງຈາກທຸກສິ່ງນອກຈາກພຣະ ອົງຂໍຊົງໃຫ້ພວກຂ້າພະອົງ ປະສົບໄຊຊະນະອັນຍິ່ງໃຫຍ່   ຂ້າແດ່ພຣະຜູ້ເປັນນາຍ  ຂໍຊົງໃຫ້ເຫລົ່າເທບທິດາໃນສະຫວັນ ແລະໂລກ ລົງມາຊ່ວຍ ແລະເສີມກໍາລັງຄົນຮັບໃຊ້ຂອງພຣະອົງ   ຊ່ວຍໃຫ້ພວກຂ້າພະອົງ
ປະສົບຄວາມສໍາເລັດ  ຄໍ້າຈຸນພວກຂ້າພະອົງ ປະສາດຄວາມຮຸ່ງເຮືອງໃຫ້ແກ່ພວກຂ້າພະອົງ ປະທານກຽດ ແລະຄວາມປະເສີດໃຫ້ແກ່ພວກຂ້າພະອົງ  ບໍາລຸງພວກຂ້າພະອົງ ແລະເຮັດໃຫ້ພວກຂ້າພະອົງມີໄຊ  ຢ່າງໜ້າພິດສະຫວົງ.

ພຣະອົງຄື  ພຣະຜູ້ເປັນນາຍຂອງພວກຂ້າພະອົງ  ພຣະຜູ້ເປັນນາຍແຫ່ງສະຫວັນ ແລະໂລກ  ພຣະຜູ້ເປັນນາຍແຫ່ງພິພົບທັງປວງ  ຂ້າແດ່ພຣະຜູ້ເປັນນາຍ  ຂໍຊົງເສີມສາສະໜານີ້  ດ້ວຍພະລັງຂອງຄົນຮັບໃຊ້ເຫຼົ່ານີ້  ຂໍຊົງບັນດານໃຫ້ພວກຂ້າພະອົງມີໄຊ  ເໜືອປະຊາຊົນທັງປວງບົນພິພົບ  ເພາະຄວາມຈິງແລ້ວ  ພວກຂ້າພະອົງຄືຄົນຮັບໃຊ້ທີ່ຕັດຄວາມຜູກພັນຈາກທຸກສິ່ງ  ນອກຈາກພຣະອົງ ແລະ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຄຸ້ມຄອງສາສະນິກະຊົນທີ່ຊື່ສັດ.

ຂ້າແດ່ພຣະຜູ້ເປັນນາຍ ຂໍຄວາມຈົງຮັກພັກດີຕໍ່ສາສະ ໜາທີ່ລະເມີດບໍ່ໄດ້ນີ້  ເຮັດໃຫ້ຫົວໃຈຂອງພວກຂ້າພະອົງເຕີບໂຕແຂງແຮງຍິ່ງກວ່າສິ່ງໃດ ໃນສະຫວັນ ແລະໂລກແລະທີ່ຢູ່ລະຫວ່າງສະຫວັນ ແລະໂລກ ຂ້າແດ່ພຣະຜູ້ເປັນນາຍ  ຂໍຊົງປະທານພະລັງໃຫ້ແກ່ມື  ຂອງພວກຂ້າພະອົງດ້ວຍສັນຍາ
ລັກ  ແຫ່ງອານຸພາບອັນໜ້າພິດສະຫວົງຂອງພຣະອົງ  ເພື່ອວ່າ ພວກຂ້າພະອົງຈະໄດ້ສະແດງອານຸພາບຂອງພຣະອົງໃຫ້ປາກົດ  ຕໍ່ສາຍຕາຂອງມວນມະນຸດຊາດ.

-The Báb
-----------------------

ບົດອະທິຖານເພື່ອໄຊຊະນະຂອງສາສະໜາ (#12817)

ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງຈັດຫາສິ່ງຈໍາເປັນໃຫ້ ພຶກສາແຫ່ງເອກະພາບສະຫວັນຂອງພຣະອົງ ເຕີບໃຫຍ່ຢ່າງ ວ່ອງໄວ ຂໍຊົງຫົດນໍ້າພຶກສານີ້ດ້ວຍທາລາແຫ່ງອະພິລືດີຂອງ ພຣະອົງ ແລະພາຍໃຕ້ການຮັບປະກັນຈາກພຣະອົງ ຂໍຊົງບັນ ດານໃຫ້ພຶກສານີ້ອອກຜົນ ຕາມທີ່ພຣະອົງຕ້ອງການ ສໍາລັບ ການສະດຸດີຍົກຍ້ອງ ສັນລະເສີນ ແລະ ຂອບຄຸນພຣະອົງ ແລະໃຫ້ພຶກສານີ້ ສະດຸດີພຣະນາມຂອງພຣະອົງ ສັນລະເສີນ ຄວາມເປັນໜຶ່ງຂອງສາລະຂອງພຣະອົງ ບູຊາພຣະອົງ ເພາະ ທັງໝົດນີ້ຢູ່ໃນເອື້ອມມືຂອງພຣະອົງ ບໍ່ແມ່ນເອື້ອມມືຂອງຜູ້ ໃດ. 

ພຣະພອນນັ້ນຍິ່ງໃຫຍ່ ສໍາລັບຜູ້ທີ່ພຣະອົງເລືອກໃຊ້ໂລ ຫິດຂອງເຂົາ ຫົດນໍ້າໃຫ້ແກ່ພຶກສາທີ່ພຣະອົງຢືນຢັນ ເພື່ອ ເປັນການເຊີດຊູ ພຣະວັດຈະນະສັກສິດ  ທີ່ບໍ່ປ່ຽນແປງຂອງພຣະອົງ.

-The Báb
-----------------------

ບົດອະທິຖານເພື່ອໄຊຊະນະຂອງສາສະໜາ (#12818)

ຂ້າແດ່ພຣະຜູ້ເປັນນາຍ!  ຂໍຊົງມອບໄຊຊະນະທີ່ຄູ່ຄວນກັບຄົນຮັບໃຊ້ ທີ່ອົດກັ້ນໃນຍຸກຂອງພຣະອົງ ເພາະພວກ ເຂົາຂໍສະລະຊີວິດໃນວິຖີຂອງພຣະອົງ ຂໍຊົງປະທານສິ່ງທີ່ ຈະເຮັດໃຫ້ຈິດໃຈຂອງພວກເຂົາຜ່ອນຄາຍ ເຮັດໃຫ້ວິນຍານ ຂອງພວກເຂົາເບີກບານ ເຮັດໃຫ້ພວກເຂົາອຸ່ນໃຈ ແລະກາຍ ສະຫງົບ ຊ່ວຍໃຫ້ວິນຍານຂອງພວກເຂົາ ຂຶ້ນໄປສູ່ທີ່ສະຖິດ ຂອງພຣະຜູ້ເປັນເຈົ້າ ພຣະຜູ້ຊົງປະເສີດສຸດ ແລະໄດ້ໄປເຖິງ ສະຫວັນຊັ້ນສູງສຸດ ແລະທີ່ພັກອັນຮຸ່ງເຮືອງ ທີ່ພຣະອົງກໍານົດໄວ້ສໍາລັບຜູ້ມີປັນຍາ  ແລະຄຸນນະທັມທີ່ແທ້ຈິງ  ແທ້ຈິງແລ້ວ
ພຣະອົງຊົງຮູ້ທຸກສັບພະສິ່ງ ແລະ  ພວກຂ້າພະອົງເປັນພຽງຄົນຮັບໃຊ້ ເປັນບໍລິວານ ແລະ ຜູ້ໜ້າສົງສານຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ  ພຣະຜູ້ເປັນນາຍຂອງຂ້າພະອົງ  ບໍ່ມີພຣະຜູ້ເປັນນາຍອື່ນໃດ  ນອກຈາກພຣະອົງ  ທີ່ຂ້າພະອົງ  ຂໍຮ້ອງ  ຂ້າແດ່ພຣະຜູ້ເປັນເຈົ້າ  ແຫ່ງຄວາມປານີຂອງໂລກນີ້ແລະໂລກໜ້າ  ບໍ່ມີຜູ້ໃດນອກຈາກພຣະອົງ  ທີ່ຂ້າພະອົງວິງວອນ  ຂໍພຣະພອນ ແລະ ຄວາມກະລຸນາ  ພວກຂ້າພະອົງ
ເປັນພຽງຕົວຢ່າງ  ຂອງຄວາມຍາກຈົນ  ສູນຍະພາບ  ຊ່ວຍຕົວເອງບໍ່ໄດ້ ແລະ ຈົມຢູ່ໃນອະເວຈີ  ຂະນະທີ່ພຣະອົງເປັນ
ສັນຍາລັກແຫ່ງຄວາມມັ່ງຄັ່ງ  ຄວາມບໍ່ຂຶ້ນກັບຜູ້ໃດ  ຄວາມຮຸ່ງເຮືອງ  ຣາຊະສັກດາ ແລະ ຄວາມກະລຸນາອັນບໍ່ຮູ້ສິ້ນ.

ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງຕອບແທນພວກຂ້າພະອົງ ດ້ວຍສິ່ງທີ່ດີງາມ ທີ່ຄູ່ຄວນກັບພຣະອົງ ໃນໂລກນີ້ ແລະໂລກໜ້າ ດ້ວຍພຣະພອນອະເນກອະນັນ ທີ່ແຜ່ຈາກເບື້ອງບົນ ລົງມາສູ່ພົບເບື້ອງລ່າງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນນາຍ ພຣະຜູ້ເປັນ ນາຍ  ຂອງທຸກສັບພະສິ່ງ   ພວກຂ້າພະອົງຍອມຈໍານົນຢູ່ໃນ
ເອື້ອມມືຂອງພຣະອົງ ແລະໃຝ່ຫາສິ່ງທີ່ກ່ຽວພັນກັບພຣະອົງ.

-The Báb
-----------------------

