ບົດອະທິຖານໃນທີ່ປະຊຸມທັມມະສະພາ (#12819)

*ເມື່ອເຈົ້າເຂົ້າໄປໃນຫ້ອງປະຊຸມທັມມະສະພາ ຈົງສວດບົດອະ ທິຖານນີ້ດ້ວຍຫົວໃຈທີ່ເຕັ້ນແຮງ ໃນຄວາມຮັກຂອງພຣະຜູ້ເປັນເຈົ້າ ແລະດ້ວຍລີ້ນທີ່ບໍລິສຸດ ພົ້ນຈາກສິ່ງທັງປວງ ນອກຈາກການລະນຶກ ເຖິງພຣະອົງ ເພື່ອວ່າ ພຣະຜູ້ຊົງອານຸພາບຈະຊ່ວຍເຫລືອ ໃຫ້ເຈົ້າ ໄດ້ຮັບໄຊຊະນະສູງສຸດ.


ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພວກຂ້າພະອົງຄືຄົນຮັບໃຊ້ຂອງພຣະອົງ ອຸທິດຕົນຕັ້ງຈິດສູ່ ພຣະພັກອັນບໍລິສຸດຂອງພຣະອົງ ຕັດຄວາມຜູກພັນຈາກທຸກ ສິ່ງ ນອກຈາກພຣະອົງ ໃນຍຸກອັນຮຸ່ງເຮືອງນີ້  ພວກຂ້າພະອົງ
ຊຸມນຸມກັນໃນທັມມະສະພານີ້  ເພື່ອລວມທັດສະນະ ແລະ ຄວາມຄິດໃຫ້ເປັນໜຶ່ງດຽວກັນ ດ້ວຍຈຸດປະສົງອັນກົມກຽວ  ທີ່ຈະເຊີດຊູ ພຣະວັດຈະນະຂອງພຣະອົງ  ໃນໝູ່ມະນຸດຊາດ  ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງພວກຂ້າພະອົງ!
ຂໍຊົງດົນບັນດານໃຫ້ພວກຂ້າພະອົງ     ເປັນເຄື່ອງໝາຍແຫ່ງ
ການນໍາທາງຂອງພຣະອົງເປັນທຸງແຫ່ງສາສະໜາຂອງພຣະອົງ ທາ່ມກາງມວນມະນຸດ  ເປັນຜູ້ຮັບໃຊ້ພຣະປະທິນຍາອັນ ຍິ່ງໃຫຍ່ຂອງພຣະອົງ  ຂ້າແດ່ພຣະຜູ້ເປັນນາຍຂອງພວກຂ້າ ພະອົງ ຜູ້ຊົງຄວາມສູງສົ່ງ ຂໍຊົງດົນບັນດານໃຫ້ພວກຂ້າພະອົງສະແດງອອກຊື່ງເອກະພາບສະຫວັນແຫ່ງອານາຈັກອາ ພາຂອງພຣະອົງ  ເປັນດວງດາລາທີ່ຮຸ່ງເຮືອງສ່ອງແສງໄປທົ່ວ ທຸກດິນແດນ  ຂ້າແດ່ພຣະຜູ້ເປັນນາຍ!  ຂໍຊົງດົນບັນດານໃຫ້ ພວກຂ້າພະອົງ  ເປັນທະເລທີ່ຊັດສາດດ້ວຍຄື້ນແຫ່ງພຣະກະ ລຸນາຂອງພຣະອົງ ເປັນສາຍທາລາທີ່ຫລັ່ງໄຫລລົງມາຈາກ ຍອດແຫ່ງຄວາມຮຸ່ງເຮືອງຂອງພຣະອົງ ເປັນໝາກໄມ້ງາມຢູ່ ເທິງພຶກສາຊາດ ແຫ່ງສາສະໜາຂອງພຣະອົງ ເປັນໝູ່ໄມ້ທີ່ ແກວ່ງໄກວຢູ່ໃນສວນສະຫັວນ ດ້ວຍສາຍລົມແຫ່ງຄວາມອາ ລີຂອງພຣະອົງ  ຂ້າແດ່ພຣະຜູ້ເປັນເຈົ້າ!ຂໍຊົງດົນບັນດານໃຫ້ວິນຍານຂອງພວກຂ້າພະອົງຢຶດຖືແຕ່ພຣະທັມຄໍາສອນແຫ່ງເອກະພາບສະຫວັນຂອງພຣະອົງ  ໃຫ້ຫົວໃຈຂອງພວກ ຂ້າພະອົງເບີກບານດ້ວຍ ພຣະກະລຸນາຂອງພຣະອົງທີ່ຫລັ່ງ ໄຫລລົງມາເພື່ອວ່າ  ພວກຂ້າພະອົງຈະສະໝັກສະໝານສາ ມັກຄີເໝືອນດັ່ງຄື້ນໃນທະເລດຽວກັນກົມກຽວເຂົ້າກັນເໝືອນດັ່ງລັງສີ  ຂອງລັດສະໝີອັນເຈີດຈ້າຂອງພຣະອົງເພື່ອວ່າຄວາມຄິດທັດສະນະຄວາມຮູ້ສຶກ ຂອງພວກຂ້າພະອົງຈະ ກາຍເປັນອັນໜຶ່ງອັນດຽວກັນແລະສະແດງພະລັງແຫ່ງຄວາມ ສາມັກຄີໃຫ້ປາກົດທົ່ວໂລກ ພຣະອົງຄື  ພຣະຜູ້ຊົງກະລຸນາ  ພຣະຜູ້ຊົງເມດຕາອາລີ ພຣະຜູ້ຊົງປະທານພອນ  ພຣະຜູ້ຊົງ ອານຸພາບ  ພຣະຜູ້ຊົງປານີພຣະຜູ້ຊົງເຫັນໃຈ.

-`Abdu'l-Bahá
-----------------------

