ບົດອະທິຖານໃນທີ່ປະຊຸມຫລືທີ່ຊຸມນຸມ (#12821)

ຂ້າແດ່ພຣະຜູ້ເປັນນາຍແຫ່ງອານາຈັກສະຫວັນ!ແມ່ນວ່າ ຮ່າງກາຍຂອງພວກຂ້າພະອົງ!  ຊຸມນຸມກັນຢູ່ໃນທີ່ນີ້  ແຕ່ຫົວໃຈຂອງພວກຂ້າພະອົງທັງຫຼາຍ   ຖືກສະກົດດ້ວຍມົນຮັກຂອງພຣະອົງ ແລະ ລອຍໄປກັບລັງສີຂອງພຣະພັກທີ່ສ່ອງແສງຂອງພຣະອົງ ແມ່ນວ່າ ພວກຂ້າພະອົງອ່ອນແອ ພວກຂ້າພະອົງກໍລໍຄອຍ  ການສະແດງອໍານາດ ແລະ ອານຸພາບຂອງພຣະອົງ ແມ່ນວ່າ ພວກຂ້າພະອົງທຸກຍາກ ຂັດສົນ ບໍ່ມີຊັບສິນ ຫລື ສົມບັດ  ພວກຂ້າພະອົງກໍອຸດົມດ້ວຍຊັບສົມບັດຂອງອານາຈັກຂອງພຣະອົງ  ແມ່ນວ່າ  ພວກຂ້າພະອົງເປັນຢອດນໍ້າ   ພວກຂ້າພະອົງກໍ່ໄດ້ຮັບສາຍທາລາຈາກມະຫາສະໝຸດຂອງພຣະອົງ  ແມ່ນວ່າ  ພວກຂ້າພະອົງເປັນຜົງທຸລີ  ພວກຂ້າພະອົງກໍ່ຮຸ່ງເຮືອງດ້ວຍແສງ   ແຫ່ງຄວາມຮຸ່ງເຮືອງຂອງດວງຕາເວັນຂອງພຣະອົງ.

ຂ້າແດ່ພຣະຜູ້ຊົງເປັນຜູ້ຈັດຫາໄວ້ໃຫ້ແກ່ພວກຂ້າພະອົງ! ຂໍຊົງຊ່ວຍເຫລືອພວກຂ້າພະອົງ  ເພື່ອວ່າ  ແຕ່ລະຄົນຊຸມນຸມກັນໃນທີ່ນີ້  ຈະກາຍເປັນທຽນທີ່ສະຫວ່າງສະໄຫວ  ເປັນສູນກາງດຶງດູດທີ່ຮ້ອງຮຽກຜູ້ຄົນ   ໃຫ້ເຂົ້າມາຍັງອານາຈັກຂອງພຣະອົງ  ຈົນກະທັ້ງໂລກນີ້  ກາຍເປັນພາບສະທ້ອນຂອງສະຫວັນ ຂອງພຣະອົງ ໃນທີ່ສຸດ.

-`Abdu'l-Bahá
-----------------------

ບົດອະທິຖານໃນທີ່ປະຊຸມຫລືທີ່ຊຸມນຸມ (#12822)

ຂ້າແດ່ພຣະຜູ້ຊົງເຫັນໃຈ  ພຣະຜູ້ຊົງມະຫິທານຸພາບ !ພວກຂ້າພະອົງທັງຫລາຍທີ່ຊຸມນຸມກັນຢູ່ນີ້  ໄດ້ຫັນໜ້າມາວິງວອນພຣະອົງ   ພວກຂ້າພະອົງຫັນມາຍັງອານາຈັກສະຫວັນ ແລະ ຂໍການອະໄພຈາກພຣະອົງ  ດ້ວຍຄວາມໝອບກາບ ແລະຖ່ອມຕົວທີ່ສຸດ  ຂ້າແດ່ພຣະຜູ້ເປັນເຈົ້າ!  ຂໍຊົງດົນບັນດານໃຫ້ທີ່ຊຸມນຸມນີ້  ເປັນທີ່ຮັກຂອງພຣະອົງ  ຂໍຊົງຊໍາລະດວງວິນຍານເຫລົ່ານີ້ໃຫ້ບໍລິສຸດ ແລະ ທອດລັງສີຂອງພຣະອົງ  ມານໍາທາງໃຫ້ພວກຂ້າພະອົງ  ຂໍຊົງເຮັດໃຫ້ຫົວໃຈຂອງພວກຂ້າພະອົງຜ່ອງໃສ ແລະ ວິນຍານຂອງພວກຂ້າພະອົງເບີກບານ ດ້ວຍຂ່າວດີຂອງພຣະອົງ  ຂໍຊົງຮັບພວກຂ້າພະອົງທຸກຄົນໄວ້ໃນອານາຈັກ  ອັນບໍລິສຸດຂອງພຣະອົງ   ຂໍຊົງປະທານຄວາມອາລີ  ອັນບໍ່ຮູ້ສິ້ນຂອງພຣະອົງ  ໃຫ້ແກ່ພວກຂ້າ
ພະອົງ  ຂໍຊົງທໍາໃຫ້ພວກຂ້າພະອົງມີຄວາມສຸກ  ທັງໃນໂລກນີ້ ແລະໂລກໜ້າ.

-`Abdu'l-Bahá
-----------------------

ບົດອະທິຖານໃນທີ່ປະຊຸມຫລືທີ່ຊຸມນຸມ (#12823)

ຂ້າແດ່ພຣະຜູ້ເປັນເຈົ້າ! ແທ້ຈິງແລ້ວ  ພວກຂ້າພະອົງຊຸມນຸມກັນຢູ່ນີ້  ດ້ວຍສຸຄົນທະລົດ ແຫ່ງຄວາມຮັກຂອງພຣະອົງ  ພວກຂ້າພະອົງຫັນມາຫາອານາຈັກຂອງພຣະອົງ ໂດຍບໍ່ສະແຫວງຫາສິ່ງໃດ ນອກຈາກພຣະອົງ  ບໍ່ປາດຖະໜາສິ່ງໃດ  ນອກຈາກຄວາມຍິນດີຂອງພຣະອົງ  ຂ້າແດ່ພຣະຜູ້ເປັນເຈົ້າ!  ຂໍຊົງໃຫ້ອາຫານນີ້  ເປັນອາຫານທິບຈາກສະຫວັນ  ຂໍຊົງດົນບັນດານໃຫ້ທີ່ຊຸມນຸມນີ້  ເປັນທີ່ຊຸມນຸມຂອງດວງວິນຍານ ທີ່ບໍລິສຸດ  ຂໍຊົງໃຫ້ພວກຂ້າພະອົງເປັນເຫດ ແຫ່ງຄວາມຮັກທີ່ກະຕຸ້ນມວນມະນຸດຊາດ  ເປັນແຫ່ລງກໍາເນີດຂອງແສງທັມສໍາລັບມະນຸດຊາດ  ຂໍຊົງໃຫ້ພວກຂ້າພະອົງເປັນເຄື່ອງມືທີ່ພຣະອົງໃຊ້ນໍາທາງໃຫ້ພິພົບນີ້   ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບ  ພຣະອົງຄື ພຣະຜູ້ຊົງປະທານພອນ ພຣະອົງຄື  ພຣະຜູ້ຊົງອະໄພ ແລະ ພຣະອົງຄື  ພຣະຜູ້ຊົງມະຫິທານຸພາບ.

-`Abdu'l-Bahá
-----------------------

ບົດອະທິຖານໃນທີ່ປະຊຸມຫລືທີ່ຊຸມນຸມ (#12824)

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງເມດຕາ! ພວກຂ້າພະອົງຄືຄົນຮັບໃຊ້ຂອງພຣະອົງ ແລະຊຸມນຸມກັນໃນທີ່ປະຊຸມແຫ່ງນີ້  ໄດ້ຫັນມາຫາອານາຈັກຂອງພຣະອົງ ແລະມີຄວາມຈໍາເປັນ  ຕ້ອງໄດ້ຮັບພຣະພອນຈາກພຣະອົງ  ຂ້າແດ່ພຣະຜູ້ເປັນເຈົ້າ!  ຂໍຊົງສະແດງສັນຍາລັກ ແຫ່ງຄວາມເປັນໜຶ່ງຂອງພຣະອົງ  ຊຶ່ງຢູ່ໃນແກ່ນແທ້ຂອງຊີວິດ ໃຫ້ເປັນທີ່ປະຈັກແຈ້ງ  ຂໍຊົງເປີດເຜີຍຄຸນນະທັມທີ່ພຣະອົງປະສິດປະສາດ ແລະ ແຝງໄວ້ໃນ ແກ່ນແທ້ຂອງຄວາມເປັນມະນຸດ.

ຂ້າແດ່ພຣະຜູ້ເປັນເຈົ້າ!  ພວກຂ້າພະອົງເປັນເໝືອນດັ່ງຕົ້ນໄມ້ ແລະ ຄວາມອາລີຂອງພຣະອົງ  ເປັນເໝືອນດັ່ງນໍ້າຝົນ  ຂໍຊົງບັນດານໃຫ້້ຕົ້ນໄມ້ເຫລົ່ານີ້  ສົດຊື່ນແລະເຕີບໃຫຍ່ດ້ວຍພຣະພອນຂອງພຣະອົງ   ພວກຂ້າພະອົງຄືຄົນຮັບໃຊ້ຂອງພຣະອົງ  ຂໍຊົງໃຫ້ພວກຂ້າພະອົງ  ເປັນອິດສະລະຈາກພັນທະນາການແຫ່ງໂລກວັດຖຸ   ພວກຂ້າພະອົງດ້ອຍປັນຍາ ຂໍຊົງປະທານສະຕິປັນຍາໃຫ້ແກ່ພວກຂ້າພະອົງ,  ພວກຂ້າພະອົງໄຮ້ຊີວິດ   ຂໍຊົງຟື້ນຊີວິດໃຫ້ແກ່ພວກຂ້າພະອົງ, ພວກຂ້າພະອົງໝົກມຸ່ນທາງໂລກ  ຂໍຊົງປະສາດພະລັງທັມໃຫ້ແກ່ພວກຂ້າພະອົງ  ພວກຂ້າພະອົງມືດມົນ   ຂໍຊົງໃຫ້ພວກຂ້າພະອົງເຂົ້າເຖິງຄວາມເລິກລັບຂອງພຣະອົງ  ພວກຂ້າພະອົງ
ທຸກຍາກແລະຂັດສົນ ຂໍຊົງປະທານພອນ ແລະ ຄວາມອຸດົມ ຮັ່ງມີ ຈາກຄັງ ອັນບໍ່ຮູ້ສິ້ນຂອງພຣະອົງ ໃຫ້ແກ່ພວກຂ້າພະອົງ   ຂ້າແດ່ພຣະຜູ້ເປັນເຈົ້າ!  ຂໍຊົງຟື້ນຊີວິດ ຂອງພວກຂ້າພະອົງ ຂໍຊົງດົນບັນດານໃຫ້ພວກຂ້າພະອົງຫູຕາສະຫວ່າງ   ຂໍຊົງໃຫ້ພວກຂ້າພະອົງເຂົ້າເຖິງຄວາມເລິກລັບຂອງຊີວິດ   ເພື່ອວ່າຄວາມລັບຂອງອານາຈັກຂອງພຣະອົງ   ຈະເປີດເຜີຍຕໍ່ພວກຂ້າພະອົງໃນໂລກນີ້ ແລະ  ພວກຂ້າພະອົງຈະໄດ້ຍອມຮັບຄວາມເປັນໜຶ່ງຂອງພຣະອົງ   ພຣະພອນທັງປວງມາຈາກພຣະອົງ ແລະ ພຣະອົງເປັນພຣະຜູ້ຊົງປະທານໃຫ້.

ພຣະອົງຊົງອໍານາດ ພຣະອົງຊົງອານຸພາບ ພຣະອົງຄື ພຣະຜູ້ໃຫ້ ແລະ ພຣະອົງຄື ພຣະຜູ້ຊົງເມດຕາອາລີສະເໝີ.

-`Abdu'l-Bahá
-----------------------

ບົດອະທິຖານໃນທີ່ປະຊຸມຫລືທີ່ຊຸມນຸມ (#12825)

ຂ້າແດ່ພຣະຜູ້ເປັນເຈົ້າຜູ້ຊົງຄຸ້ມຄອງ! ທີ່ຊຸມນຸມນີ້ປະ ກອບດ້ວຍສະຫາຍ ທີ່ໃຝ່ຫາຄວາມງາມຂອງພຣະອົງ ແລະ ລຸກດ້ວຍໄຟແຫ່ງຄວາມຮັກຂອງພຣະອົງ ຂໍຊົງບັນດານໃຫ້ ດວງວິນຍານທີ່ຊຸມນຸມນີ້ ກາຍເປັນເທບແຫ່ງສະຫວັນ ຂໍຊົງ ຟື້ນຊີວິດຂອງພວກຂ້າພະອົງ ດ້ວຍລົມຫາຍໃຈແຫ່ງພຣະວິນ ຍານບໍລິສຸດ ຂໍຊົງໃຫ້ພວກຂ້າພະອົງມີຄາລົມຄົມຄາຍ ແລະ ຫົວໃຈທີ່ເດັດດ່ຽວ ຂໍຊົງປະທານອານຸພາບສະຫວັນ ແລະ ໃຫ້ພວກຂ້າພະອົງມີໃຈປານີ   ຂໍຊົງບັນດານໃຫ້ພວກຂ້າ ພະອົງ  ເປັນຜູ້ເຜີຍແຜ່ຄວາມເປັນ  ອັນໜຶ່ງອັນດຽວກັນຂອງ ມະນຸດຊາດ  ເປັນເຫດແຫ່ງຄວາມຮັກ  ແລະ ປອງດອງຂອງ ມວນມະນຸດ  ເພື່ອວ່າ ອະຄະຕິທີ່ເປັນໄພມືດຈະຖືກແທນທີ່ ດ້ວຍແສງສະຫວ່າງຈາກດວງອາທິດແຫ່ງທັມ ໂລກທີ່ເຊື່ອມ ຊືມນີ້ຈະສົດໃສ  ອານາຈັກແຫ່ງວັດຖຸນີ້  ຈະດູດຊືມລັງສີ ຂອງອານາຈັກແຫ່ງທັມ  ສີທີ່ຕ່າງກັນເຫຼົ່ານີ້ຈະກົມກືນເປັນສີ ດຽວກັນ  ແລະທໍານອງເພງສະຫວັນຈະກ້ອງຂຶ້ນ ໄປເຖິງອາ ນາຈັກ  ແຫ່ງຄວາມບໍລິສຸດຂອງພຣະອົງ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງອານຸພາບສູງສຸດ ພຣະຜູ້ຊົງມະຫິດທານຸພາບ!

-`Abdu'l-Bahá
-----------------------

ບົດອະທິຖານໃນທີ່ປະຊຸມຫລືທີ່ຊຸມນຸມ (#12826)

ຂ້າແດ່ພຣະຜູ້ເປັນນາຍຜູ້ຊົງປານີ!  ຂ້າແດ່ພຣະຜູ້ຊົງອໍາ ນາດແລະຊົງອານຸພາບ!  ຂ້າແດ່ພຣະບິດາ ຜູ້ຊົງເມດຕາ ທີ່ສຸດ!  ຄົນຮັບໃຊ້ເຫຼົ່ານີ້ຊຸມນຸມກັນ ແລະ ຕັ້ງຈິດສູ່ພຣະອົງ  ວິງວອນຕໍ່ທໍລະນີປະຕູຂອງພຣະອົງ ປາດຖະໜາພຣະພອນ ອັນບໍຮູ້ສິ້ນ ຈາກຄວາມແນ່ນອນອັນຍິ່ງໃຫຍ່ ຂອງພຣະອົງ  ພວກຂ້າພະອົງບໍ່ມີຈຸດປະສົງອື່ນໃດ  ນອກຈາກຈະໄດ້ເປັນທີ່ ຍິນດີຂອງພຣະອົງ  ບໍ່ມີເຈດຕະນາອື່ນໃດນອກຈາກ  ຈະຮັບ ໃຊ້ມະນຸດຊາດ.

ຂ້າແດ່ພຣະຜູ້ເປັນເຈົ້າ!  ຂໍຊົງເຮັດໃຫ້ທີ່ຊຸມນຸມນີ້ສົດໃສ ໃຫ້ທຸກຄົນມີໃຈປານີ ຂໍຊົງປະທານພອນຂອງພຣະວິນຍານ ບໍລິສຸດ ແລະ ປະສາດພວກຂ້າພະອົງ      ດ້ວຍອານຸພາບສະຫວັນ  ຂໍຊົງອວຍພອນພວກຂ້າພະອົງ  ໃຫ້ມີໃຈເປັນທັມ ແລະ ນໍ້າໃສໃຈຈິງທີ່ມີຢູ່ທະວີຂຶ້ນ ເພື່ອວ່າ ພວກຂ້າພະອົງຈະຫັນມາຍັງອານາຈັກຂອງພຣະອົງ  ດ້ວຍຄວາມຖ່ອມຕົນ ແລະສໍານຶກຜິດດ້ວຍຄວາມເສັຽໃຈ  ແລະປະຕິບັດຮັບໃຊ້ ມະນຸດຊາດ  ຂໍຊົງໃຫ້ພວກຂ້າພະອົງແຕ່ລະຄົນ  ກາຍເປັນ ທຽນທີ່ສະຫວ່າງສະໄຫວ  ເປັນດວງດາວທີ່ສົດໃສ  ເປັນສີສັນ ທີ່ງົດງາມ ແລະ ກະຈາຍກິ່ນຫອມ   ທີ່ຊວນໃຫ້ລະນຶກເຖິງ ສຸຄົນທະລົດ  ໃນອານາຈັກຂອງພຣະຜູ້ເປັນເຈົ້າ.

ຂ້າແດ່ພຣະບິດາຜູ້ຊົງເມດຕາ!  ຂໍຊົງປະທານພອນ  ຂໍຊົງຢ່າຖືຄວາມບົກພ່ອງຂອງພວກຂ້າພະອົງ   ຂໍຊົງປົກປ້ອງພວກຂ້າພະອົງໄວ້ໃນຄວາມຄຸ້ມຄອງຂອງພຣະອົງ  ຂໍຊົງຢ່າຈົດຈໍາບາບຂອງພວກຂ້າພະອົງ  ຂໍຊົງຮັກສາພວກຂ້າພະອົງ
ດ້ວຍຄວາມປານີຂອງພຣະອົງ ພວກຂ້າພະອົງອ່ອນແອ ສ່ວນພຣະອົງຊົງອໍານາດ  ພວກຂ້າພະອົງຍາກໄຮ້ ສ່ວນພຣະອົງຮັ່ງມີ  ພວກຂ້າພະອົງເຈັບປ່ວຍ   ສ່ວນພຣະອົງຄືແພດສະຫວັນ  ພວກຂ້າພະອົງຂັດສົນ   ສ່ວນພຣະອົງຊົງໂອບອ້ອມອາລີທີ່ສຸດ.

ຂ້າແດ່ພຣະຜູ້ເປັນເຈົ້າ!  ຂໍຊົງຮັກສາປິ່ນປົວພວກຂ້າພະອົງ ພຣະອົງຄື ພຣະຜູ້ຊົງອານຸພາບ ພຣະອົງຄື ພຣະຜູ້ໃຫ້ ພຣະອົງຄື  ພຣະຜູ້ຊົງເມດຕາ.

-`Abdu'l-Bahá
-----------------------

