ບົດອະທິຖານໃຫ້ຈິດໃຈໝັ້ນຄົງໃນສາສະໜາ (#12779)

ຂ້າແດ່ພຣະຜູ້ຊຶ່ງຄວາມໃກ້ຊິດຂອງພຣະອົງ ຄືຄວາມ ປາດຖະໜາຂອງຂ້າພະອົງ ການເຂົ້າເຝົ້າພຣະອົງຄືຄວາມ ຫວັງຂອງຂ້າພະອົງ ການລະນຶກເຖິງພຣະອົງ ຄືຄວາມຕ້ອງ ການຂອງຂ້າພະອົງ ຣາຊສໍານັກແຫ່ງຄວາມຮຸ່ງເຮືອງຂອງ ພຣະອົງ ຄືເປົ້າໝາຍຂອງຂ້າພະອົງ ທີ່ສະຖິດຂອງພຣະອົງ ຄືຈຸດໝາຍຂອງຂ້າພະອົງ ພຣະນາມຂອງພຣະອົງຄືການ ຮັກສາຂອງຂ້າພະອົງ ຄວາມຮັກຂອງພຣະອົງ ຄືຄວາມຜ່ອງ ໃສໃນຫົວໃຈຂອງຂ້າພະອົງ ການຮັບໃຊ້ພຣະອົງ ຄືຄວາມໃຝ່ ຝັນອັນສູງສຸດຂອງຂ້າພະອົງ!      ຂ້າພະອົງຂໍວິງວອນຕໍ່ພຣະ
ນາມຂອງພຣະອົງ  ທີ່ຊົງຊ່ວຍໃຫ້ບັນດາຜູ້ທີ່ຍອມຮັບພຣະ ອົງ ໄດ້ເຫີນຂຶ້ນສູ່ສຸດຍອດຂອງການຮູ້ຈັກພຣະອົງ ແລະ ເຕີມພະລັງໃຫ້ຜູ້ທີ່ບູຊາພຣະອົງ ດ້ວຍຄວາມສັດທາ ໄດ້ຂຶ້ນ ໄປສູ່ອານາບໍລິເວນ ຂອງຣາຊສໍານັກ ແຫ່ງກະລຸນາທິຄຸນ ອັນບໍລິສຸດຂອງພຣະອົງ  ຂໍຊົງຊ່ວຍໃຫ້ຂ້າພະອົງຫັນໜ້າ ມາຫາພຣະພັກຂອງພຣະອົງ ເພັ່ງສາຍຕາເບິ່ງພຣະອົງ ແລະ ກ່າວເຖິງ ຄວາມຮຸ່ງເຮືອງ ຂອງພຣະອົງ. 
       ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງຄື ຜູ້ທີ່ລືມທຸກສິ່ງນອກຈາກພຣະອົງ ແລະ ຫັນໜ້າມາຫາອະລຸ ໂນໄທແຫ່ງຄວາມກະລຸນາຂອງພຣະອົງ ລະຖິ້ມທຸກສິ່ງທຸກ ຢ່າງນອກຈາກພຣະອົງ ດ້ວຍຄວາມຫວັງທີ່ຈະເຂົ້າໃກ້ຣາຊ ສໍານັກຂອງພຣະອົງ ຂໍຊົງໄດ້ເບິ່ງເຖີດວ່າ ດວງຕາຂອງຂ້າ ພະອົງເຫລືອດຂຶ້ນເບີ່ງຕໍານັກ ທີ່ເຮືອງແສງດ້ວຍທ້ອງຟ້າ ຈາກພຣະພັກຂອງພຣະອົງ  ຂ້າແດ່ພຣະຜູ້ເປັນທີ່ຮັກຍິ່ງຂອງຂ້າພະອົງ  ຂໍຊົງປະທານສິ່ງທີ່ຈະຊ່ວຍໃຫ້ຂ້າພະອົງ  ໝັ້ນຄົງໃນສາສະໜາຂອງພຣະອົງ   ເພື່ອວ່າຄວາມສົງໃສຂອງພວກ
ທີ່ບໍ່ມີສາສະໜາ  ຈະຂັດຂວາງຂ້າພະອົງ  ບໍ່ໃຫ້ຫັນມາຫາພຣະອົງ.
       ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ເປັນເຈົ້າແຫ່ງອານຸພາບ ພຣະຜູ້ຊົງຊ່ວຍເຫລືອໃນໄພອັນຕະລາຍ ພຣະຜູ້ຊົງຄວາມຮຸ່ງເຮືອງ   ພຣະຜູ້ຊົງມະຫິທານຸພາບ.

-Bahá'u'lláh
-----------------------

ບົດອະທິຖານໃຫ້ຈິດໃຈໝັ້ນຄົງໃນສາສະໜາ (#12780)

ຂໍຄວາມສະດຸດີ  ຈົ່ງມີແດ່ພຣະອົງ    ຂ້າແດ່ ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ!  ຂ້າພະອົງຂໍວິງວອນຕໍ່ບໍລົມພຣະສາສະດາ ຜູ້ຊົງໄວ້ຊຶ່ງພຣະນາມອັນຍິ່ງໃຫ່ຽທີ່ສຸດຂອງພຣະອົງ  ຜູ້ຖືກທໍລະມານຢ່າງເຈັບປວດ ໂດຍປະຊາຊົນທີ່ປະຕິເສດ ສັດຈະທັມຂອງພຣະອົງ ແລະ ຖືກຫອ້ມລ້ອມດ້ວຍຄວາມທຸກໂສກ ຈົນບໍ່ມີວາຈາໃດພັນລະນາໄດ້  ຂໍຊົງໃຫ້ຂ້າພະອົງ ໄດ້ລະນຶກເຖິງພຣະອົງ ແລະສັນລະເສີນພຣະອົງໃນຍຸກນີ້ ຊຶ່ງເປັນຍຸກທີ່ທຸກຄົນໄດ້ເມີນຄວາມງາມຂອງພຣະອົງ ໂຕ້ຖຽງກັບພຣະອົງ ເມີນບໍລົມພຣະສາສະດາຜູ້ເປີດເຜີຍສາສະໜາຂອງພຣະອົງ ຢ່າງໝິ້ນປະໝາດ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ບໍ່ມີຜູ້ໃດທີ່ຈະຊ່ວຍພຣະອົງນອກຈາກພຣະອົງເອງ ບໍ່ມີອານຸພາບໃດ ທີ່ຈະຊ່ວຍພຣະອົງ ນອກຈາກອານຸ ພາບຂອງພຣະອົງເອງ.
      ຂ້າພະອົງຂໍວິງວອນ ພຣະອົງ    ຂໍຊົງຊ່ວຍໃຫ້ຂ້າພະອົງຢຶດໝັ້ນໃນຄວາມຮັກ ແລະ ການລະນຶກເຖິງພຣະອົງ ແທ້ຈິງແລ້ວ ສິ່ງນີ້ບໍ່ເກີນຄວາມສາມາດຂອງຂ້າພະອົງ ແລະພຣະອົງຄື ຜູ້ທີ່ຮູ້ທຸກຢ່າງໃນຕົວຂ້າພະອົງ ຄວາມຈິງແລ້ວພຣະອົງຄືຜູ້ທີ່ຮູ້ທຸກສັບພະສິ່ງ   ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ  ຂໍຊົງຢ່າພາກຂ້າພະອົງ ຈາກແສງສະຫວ່າງຂອງພຣະພັກຂອງພຣະອົງ ຊຶ່ງຄວາມເຈີດຈ້າຂອງແສງນັ້ນ ໄດ້ເຮັດໃຫ້ທົ່ວພິພົບສະຫວ່າງສະໄຫວ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງອານຸພາບສູງສຸດ  ພຣະຜູ້ຊົງຄວາມຮຸ່ງເຮືອງ  ພຣະຜູ້ຊົງອະໄພສະເໝີ

-Bahá'u'lláh
-----------------------

