ບົດອະທິຖານໃຫ້ສາມີ (#12863)

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຍິງຮັບໃຊ້ຂອງພຣະອົງຜູ້ນີ້  ກໍາລັງອ້ອນວອນພຣະອົງ  ວາງໃຈໃນພຣະອົງ ຫັນໜ້າມາຫາພຣະອົງ ວິງວອນພຣະອົງ ຂໍຊົງແຜ່ເມດຕາມາໃຫ້ແກ່ເຂົາ ເປີດເຜີຍຄວາມເລິກລັບ ຂອງທັມມະຂອງພຣະອົງໃຫ້ແກ່ເຂົາ ແລະ ສາດລັດສະໝີ ແຫ່ງຄວາມເປັນເຈົ້າ ຂອງພຣະອົງມາໃຫ້ແກ່ເຂົາ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂໍຊົງຊ່ວຍໃຫ້ ສາມີຂອງຂ້າພະອົງຕາສະຫວ່າງ ຂໍຊົງໃຫ້ຫົວໃຈຂອງເຂົາ ເບີກບານດ້ວຍແສງທັມທີ່ຈະນໍາໄປສູ່ພຣະອົງ   ຂໍຊົງດຶງດູດຈິດໃຈຂອງເຂົາ   ເຂົ້າຫາຄວາມງາມອັນຮຸ່ງເຮືອງຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂໍຊົງກໍາຈັດ ມ່ານທີ່ບັງຕາຂອງເຂົາ ຂໍຊົງຫລັ່ງພຣະພອນອັນລົ້ນເຫລືອ ໃຫ້ແກ່ເຂົາ ໃຫ້ເຂົາຍິນດີດ້ວຍນໍ້າອໍາມະລິດແຫ່ງຄວາມຮັກ ທີ່ມີຕໍ່ພຣະອົງ ຂໍຊົງບັນດານໃຫ້ເຂົາເປັນໜຶ່ງໃນເທບທັງ ຫລາຍທີ່ເດີນຢູ່ເທິງພິພົບນີ້ ແມ່ນວ່າວິນຍານຂອງເຂົາ ກໍາລັງເຫີນໃນນະພາສະຫວັນ ຂໍຊົງບັນດານໃຫ້ເຂົາເປັນຕາ ກຽງທີ່ສະຫວ່າງສະໄຫວ ທີ່ເຮືອງແສງແຫ່ງອັດສະລິຍະພາບ ຂອງພຣະອົງ  ໃນໝູ່ປະຊາຊົນ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງລໍ້າຄ່າ ພຣະຜູ້ຊົງ ປະທານພອນສະເໝີ  ພຣະຜູ້ຊົງຍື່ນມືມາໃຫ້.

-`Abdu'l-Bahá
-----------------------

