ເພື່ອການບໍລິຈາກໃຫ້ກອງທຶນສາສະໜາ (#12832)

ບັນດາສະຫາຍຂອງພຣະຜູ້ເປັນເຈົ້າ.. ຄວນບໍລິຈາກໃຫ້ ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ ແມ່ນວ່າຈໍານວນບໍລິຈາກຈະ ເລັກນ້ອຍພຽງໃດກໍຕາມ ພຣະຜູ້ເປັນເຈົ້າບໍ່ໃຫ້ຜູ້ໃດແບກພາ ລະເກີນຂີດຄວາມສາມາດຂອງຕົນ ການບໍລິຈາກຕ້ອງມາ ຈາກທຸກຊຸມຊົນແລະບາຮາຍທຸກຄົນ.. ດູກ່ອນສະຫາຍຂອງ ພຣະຜູ້ເປັນເຈົ້າ!  ເຈົ້າວາງໃຈໄດ້ວ່າ ການບໍລິຈາກນີ້ຈະໄດ້ ຮັບການຕອບແທນ ການກະສິກໍາ ອຸດສາຫະກໍາ ແລະການ ຄ້າຂາຍຂອງເຈົ້າ ຈະຈະເລີນຍິ່ງຂຶ້ນເປັນເທົ່າທະວີຄູນ ເປັນ ຂອງຂວັນທີ່ພຣະພອນປະທານມາໃຫ້ ຜູ້ທີ່ກະທໍາຄວາມດີ ງາມຢ່າງດຽວ ຈະໄດ້ຮັບລາງວັນຕອບແທນເປັນສິບເທົ່າ  ບໍ່ມີ ຂໍ້ສົງໄສວ່າ  ພຣະຜູ້ເປັນນາຍຈະປະສາດພອນຢ່າງລົ້ນເຫຼືອ ໃຫ້ກັບຜູ້ທີ່ໃຊ້ຈ່າຍຄວາມຮັ່ງມີຂອງຕົນ  ໃນວິຖີຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າ  ພຣະຜູ້ເປັນເຈົ້າຂອງຂ້າພະອົງ!  ຂໍຊົງໃຫ້ຄວາມສະຫວ່າງແກ່ໜ້າຜາກ ຂອງຄົນຮັກທີ່ແທ້ຈິງ ຂອງພຣະອົງ  ຂໍຊົງຄໍ້າຈຸນພວກຂ້າພະອົງດ້ວຍກອງທັບເທບທິດາແຫ່ງໄຊຊະນະ  ໃຫ້ເທົ້າຂອງພວກຂ້າພະອົງກ້າວໃນຫົນທາງທີ່ຊື່ຕົງຂອງພຣະອົງ   ຂໍຄວາມອາລີແຕ່ໂບລານນະການຂອງພຣະອົງ  ເປີດເຜີຍຄວາມບໍ່ຮູ້ສິ້ນ  ແຫ່ງພຣະພອນໃຫ້ແກ່ພວກຂ້າພະອົງ  ເພາະພວກຂ້າພະອົງກໍາລັງໃຊ້ຈ່າຍ
ຊັບສິນທີ່ພຣະອົງປະທານໃຫ້  ໃນວິຖີຂອງພຣະອົງ  ເພຶ່ອປົກປ້ອງສາສະໜາຂອງພຣະອົງ   ວາງໃຈໃນການລະລຶກເຖີງພຣະອົງ  ສະລະຫົວໃຈ  ເພື່ອຄວາມຮັກຂອງພຣະອົງ ແລະບໍ່ຫວງສົມບັດ  ເພຶ່ອຈະໄດ້ບູຊາຄວາມງາມຂອງພຣະອົງ ແລະສະແຫວງຫາຫົນທາງທີ່ຈະເຮັດໃຫ້ພຣະອົງຍິນດີ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂໍຊົງກໍານົດ ສ່ວນແບ່ງອັນມະຫາສານໄວ້ໃຫ້ພວກຂ້າພະອົງ  ໃຫ້ພວກຂ້າພະອົງໄດ້ຮັບການຊົດເຊີຍ ແລະ  ລາງວັນທີ່ແນ່ນອນ.

ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງຄໍ້າຈຸນ ພຣະຜູ້ຊົງ ຊ່ວຍເຫຼືອ ພຣະຜູ້ຊົງເອື້ອເຟື້ອ ພຣະຜູ້ຊົງອາລີ ພຣະຜູ້ ຊົງປະທານພອນສະເໝີ.

-`Abdu'l-Bahá
-----------------------

