ເພື່ອຄວາມໝັ້ນຄົງໃນພຣະປະທິນຍາ (#12781)

ຂໍຄວາມສັນລະເສີນຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນຣາຊາແຫ່ງນິລັນດອນການ ພຣະຜູ້ສ້າງຊາດທັງຫຼາຍ ພຣະຜູ້ອອກແບບກະດູກ ທີ່ຈະຕ້ອງເສື້ອມສະລາຍ! ຂ້າພະ ອົງຂໍອະທິຖານ ຕໍ່ພຣະນາມຂອງພຣະອົງ ທີ່ຊົງໃຊ້ຮຽກຮ້ອງມວນມະນຸດຊາດ ໃຫ້ມາຍັງຂອບຟ້າແຫ່ງຣາຊສັກດາແລະຄວາມຮຸ່ງເຮືອງຂອງພຣະອົງແລະນໍາທາງບັນດາຄົນຮັບໃຊ້ໄປຍັງຣາຊສໍານັກແຫ່ງພຣະກະລຸນາທິຄຸນຂອງພຣະອົງ ຂໍຊົງນັບຂ້າພະອົງ ເປັນພວກທີ່ປ່ອຍວາງຈາກທຸກສິ່ງ ນອກຈາກ ພຣະອົງ ຕັ້ງໝັ້ນໃນພຣະອົງ ແລະເມື່ອປະສົບກັບເຄາະກໍາທີ່ພຣະອົງປະກາສິດໄວ້ ກໍບໍ່ທໍ້ຖອຍ ແລະ ຍັງຫັນໄປຫາພຣະພອນຈາກພຣະອົງ.
      ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງຍຶດຖືຄວາມອາລີຂອງພຣະອົງ ແລະ ຍຶດສາຍເສື້ອຄຸມແຫ່ງກະລຸນາທິຄຸນຂອງພຣະອົງໄວ້ໝັ້ນ ຂໍເມກແຫ່ງຄວາມເອື້ອເຟື້ອຂອງພຣະອົງ ຫລັ່ງສິ່ງທີ່ຈະຊໍາລະຈິດໃຈຂອງຂ້າພະອົງ ບໍ່ໃຫ້ລະນຶກເຖິງຜູ້ໃດ ນອກຈາກພຣະອົງ ແລະ ເຮັດໃຫ້ຂ້າພະອົງສາມາດຫັນມາຫາພຣະອົງຜູ້ເປັນຈຸດໝາຍຂອງການບູຊາຂອງມວນມະນຸດຊາດຜູ້ຊົງຖືກຕໍ່ຕ້ານໂດຍກອງທັບຂອງຜູ້ປັ່ນປ່ວນຄວາມບໍ່ສະຫງົບ ທີ່ລະເມີດພຣະປະທິນຍາຂອງພຣະອົງ  ບໍ່ເຊື່ອໃນພຣະອົງ ແລະໃນສັນຍາລັກຂອງພຣະອົງ.
       ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງຢ່າປະຕິ ເສດບໍ່ໃຫ້ຂ້າພະອົງ ສູດສຸຄົນທະລົດ ຈາກພູສາຂອງພຣະ ອົງໃນຍຸກນີ້   ຂໍຊົງຢ່າພາກຂ້າພະອົງຈາກລົມຫາຍໃຈ   ແຫ່ງການເປີດເຜີຍພຣະທັມ  ເມື່ອແສງສະຫວ່າງຂອງພຣະອົງປະ ກົດຂຶ້ນມາ   ພຣະອົງຊົງອານຸພາບໃນການກະທໍາໃນສິ່ງທີ່ ພຣະອົງປາດຖະໜາ ບໍ່ມີສິ່ງໃດສາມາດຕ້ານທານ ພຣະ ປະສົງຂອງພຣະອົງ ຫລື ຂັດຂວາງສິ່ງທີ່ພຣະອົງຕັ້ງພຣະປະ ສົງໄວ້  ໂດຍອານຸພາບຂອງພຣະອົງ.
       ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ  ພຣະຜູ້ຊົງມະຫິທານຸພາບ   ພຣະຜູ້ຊົງອັດສະລິຍະພາບ.

-Bahá'u'lláh
-----------------------

ເພື່ອຄວາມໝັ້ນຄົງໃນພຣະປະທິນຍາ (#12782)

ພຣະອົງຄື  ພຣະຜູ້ຊົງອໍານາດ  ພຣະຜູ້ຊົງອະໄພ  ພຣະຜູ້ຊົງເຫັນໃຈ!  ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ພຣະອົງຊົງເຫັນບັນດາຄົນຮັບໃຊ້ຂອງພຣະອົງ ຢູ່ໃນກົ້ນ ບຶຶ້ງແຫ່ງອະເວຈີ ແລະ ຄວາມຫລົງຜິດ  ຂ້າແດ່ພຣະຜູ້ເປັນ ຍອດປາດຖະໜາຂອງໂລກ ແສງສະຫວ່າງແຫ່ງການນໍາທາງ ຂອງພຣະອົງຢູ່ນະທີ່ໃດ?  ພຣະອົງຊົງຮູ້ວ່າພວກເຂົາອ່ອນແອ ແລະຊ່ວຍຕົວເອງບໍ່ໄດ້ ຂ້າແດ່ພຣະຜູ້ຊຶ່ງອານຸພາບຂອງສະຫວັນ ແລະ ໂລກຢູ່ໃນກໍາມືຂອງພຣະອົງ  ອານຸພາບຂອງພຣະອົງ ຢູ່ນະທີ່ໃດ?
        ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະ ອົງ! ຂ້າພະອົງຂໍຮ້ອງຕໍ່ແສງສະຫວ່າງ ຂອງດວງປະທິບແຫ່ງ ຄວາມເມດຕາຮັກໃຄ່ຂອງພຣະອົງ ຕໍ່ຄື້ນໃນມະຫາສະໝຸດ ແຫ່ງຄວາມຮູ້ຂອງພຣະອົງ ຕໍ່ພຣະວັດຈະນະທີ່ພຣະອົງໃຊ້ ປົກຄອງປະຊາຊົນ ໃນອານາຈັກຂອງພຣະອົງ ຂໍຊົງໃຫ້ຂ້າ ພະອົງໄດ້ເປັນໜຶ່ງໃນບັນດາ ຜູ້ທີ່ປະຕິບັດຕາມບັນຊາ ໃນ ພຣະຄໍາພີຂອງພຣະອົງ  ຂໍພຣະອົງຊົງບັນຍັດສໍາລັບຂ້າພະອົງ  ດ້ວຍສິ່ງທີ່ພຣະອົງບັນຍັດ  ສໍາລັບບັນດາຜູ້ທີ່ພຣະອົງໄວ້ໃຈ  ຜູ້ທີ່ໄດ້ດື່ມນໍ້າອໍາມະລິດ  ແຫ່ງການບັນດານໃຈ  ຈາກຖ້ວຍແຫ່ງຄວາມອາລີຂອງພຣະອົງ   ຮີບທໍາຕາມທີ່ພຣະອົງຍິນດີ ຍຶດຖືພຣະປະທິນຍາ ແລະ ພິໄນກໍາຂອງພຣະອົງ ພຣະອົງຊົງອານຸພາບ ໃນການທໍາຕາມທີ່ພຣະອົງປາຖະໜາ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ  ພຣະຜູ້ຊົງຮອບຮູ້   ພຣະຜູ້ຊົງອັດສະລິຍະພາບ.
        ຂ້າແດ່ພຣະຜູ້ເປັນນາຍ ຂໍຄວາມອາລີຂອງພຣະອົງປະ ກາສິດໃຫ້ແກ່ຂ້າພະອົງ   ດ້ວຍສິ່ງທີ່ຈະເຮັດໃຫ້ຂ້າພະອົງຮຸ່ງເຮືອງໃນໂລກນີ້ ແລະໂລກໜ້າ  ແລະພາຂ້າພະອົງເຂົ້າໄປຫາພຣະອົງ  ຂ້າແດ່ພຣະຜູ້ຊົງເປັນນາຍຂອງມວນມະນຸດ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງພຣະ ຜູ້ເປັນໜຶ່ງ ພຣະຜູ້ຊົງອໍານາດ   ພຣະຜູ້ເປັນທີ່ສັນລະເສີນ.

-Bahá'u'lláh
-----------------------

ເພື່ອຄວາມໝັ້ນຄົງໃນພຣະປະທິນຍາ (#12783)

ຂ້າແດ່ພຣະຜູ້ເປັນເຈົ້າຜູ້ຊົງເຫັນໃຈ!  ຂໍຄວາມສັນລະ ເສີນຈົ່ງມີແດ່ພຣະອົງ   ທີ່ຊົງປຸກແລະທໍາໃຫ້ຂ້າພະອົງມີສະ ຕິ  ພຣະອົງຊົງປະທານດວງຕາທີ່ເຫັນແຈ້ງ ໃຫ້ແກ່ຂ້າພະອົງ  ຊົງປະທານຂ້າພະອົງດ້ວຍຫູທີ່ໄດ້ຮັບຟັງ ຊົງນໍາຂ້າພະອົງໄປ ສູ່ອານາຈັກ ແລະ  ວິຖີຂອງພຣະອົງ  ພຣະອົງຊົງສະແດງຫົນ ທາງທີ່ຖືກຕ້ອງໃຫ້ແກ່ຂ້າພະອົງ  ແລະຊົງດົນບັນ
ດານໃຫ້ຂ້າພະອົງເຂົ້າໄປໃນເຮືອ ແຫ່ງຄວາມລອດພົ້ນ ຂ້າ ຂ້າແດ່ພຣະຜູ້ເປັນເຈົ້າ! ຂໍຊົງທໍາໃຫ້ຂ້າພະອົງໝັ້ນຄົງ ແລະ  ຊື່ສັດ  ຂໍຊົງຄຸ້ມຄອງຂ້າພະອົງໃຫ້ພົ້ນ  ຈາກການທົດສອບທີ່ຮຸນແຮງ  ຂໍຊົງພິທັກ ແລະ ປົກປ້ອງຂ້າພະອົງໄວ້ໃນປະການອັນແຂງແກ່ນ  ແຫ່ງພຣະປະທິນຍາ  ແລະພິໄນກໍາຂອງພຣະອົງ  ພຣະອົງຄື  ພຣະຜູ້ຊົງອານຸພາບ  ພຣະອົງຄື   ພຣະຜູ້ຊົງເຫັນ  ພຣະອົງຄື  ພຣະຜູ້ຊົງໄດ້ຍິນ.
       ຂ້າແດ່ພຣະຜູ້ເປັນເຈົ້າ ຜູ້ຊົງເຫັນໃຈ ຂໍຊົງປະທານຫົວ ໃຈທີ່ປຽບເໝືອນແກ້ວໃຫ້ແກ່ຂ້າພະອົງ ຊຶ່ງຫົວໃຈນິ້ຈະປະ ກາຍແສງແຫ່ງຄວາມຮັກຂອງພຣະອົງ ແລະຂໍຊົງປະທານ ຄວາມຄິດໃຫ້ແກ່ຂ້າພະອົງ ຊຶ່ງຄວາມຄິດນີ້ຈະປ່ຽນໂລກນີ້ ໃຫ້ເປັນສວນກຸຫລາບ ໂດຍອາໄສການຫລັ່ງພຣະກະລຸນາ ສະຫວັນ.
      ພຣະອົງຄື  ພຣະຜູ້ຊົງເຫັນໃຈ  ພຣະຜູ້ຊົງປານີ  ພຣະຜູ້ເປັນເຈົ້າ ຜູ້ຊົງເມດຕາແລະຍິ່ງໃຫຍ່.

-`Abdu'l-Bahá
-----------------------

ເພື່ອຄວາມໝັ້ນຄົງໃນພຣະປະທິນຍາ (#12784)

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ພຣະຜູ້ເປັນ ຄວາມຫວັງຂອງຂ້າພະອົງ! ຂໍພຣະອົງຊົງຊ່ວຍໃຫ້ບັນດາຜູ້ ທີ່ພຣະອົງຮັກ  ໝັ້ນຄົງໃນພຣະປະທິນຍາອັນຍິ່ງໃຫຍ່ຂອງ ພຣະອົງ ຊື່ສັດຕໍ່ສາສະໜາທີ່ປະຈັກແຈ້ງ ຂອງພຣະອົງ ດໍາເນີນຕາມບັນຍັດ ທີ່ພຣະອົງລິຂິດໄວ້ ສໍາລັບພວກເຂົາ ໃນພຣະຄໍາພີແຫ່ງວິພາຂອງພຣະອົງ   ເພື່ອວ່າພວກເຂົາຈະກາຍເປັນທຸງແຫ່ງການນໍາທາງ   ເປັນຕາກຽງຂອງໝູ່ເທວັນເບື້ອງບົນ  ເປັນນໍ້າພຸແຫ່ງອັດສະລິຍະພາບ ອັນບໍ່ຮູ້ສິ້ນຂອງພຣະອົງ  ເປັນດວງດາລາທີ່ຄອຍນໍາທາງຢ່າງຖືກຕ້ອງ  ເມື່ອ ເຮືອງແສງມາຈາກທ້ອງຟ້າແຫ່ງສະຫວັນ.
ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ທີ່ບໍ່ມີໃຜເອົາຊະນະໄດ້ ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງອານຸພາບ.

-`Abdu'l-Bahá
-----------------------

ເພື່ອຄວາມໝັ້ນຄົງໃນພຣະປະທິນຍາ (#12785)

ຂ້າແດ່ພຣະຜູ້ເປັນນາຍ   ຂໍຊົງຊ່ວຍໃຫ້ພວກຂ້າພະ ອົງທັງຫຼາຍ ກ້າວໝັ້ນໃນວິຖີຂອງພຣະອົງ ຂໍພຣະອົງຊົງຊ່ວຍ ໃຫ້ກໍາລັງໃຈແກ່ພວກຂ້າພະອົງ ໃນການເຊື່ອຟັງພຣະອົງ ຂໍຊົງບັນດານໃຫ້ພວກຂ້າພະອົງ ຫັນໜ້າມາຫາຄວາມງາມ ຂອງພຣະອົງ ຂໍຊົງທໍາໃຫ້ໃຈຂອງພວກຂ້າພະອົງເບີກບານ ດ້ວຍສັນຍາລັກ ແຫ່ງເອກະພາບສະຫວັນຂອງພຣະອົງ ຂໍຊົງ ປະດັບກາຍຂອງພວກຂ້າພະອົງ ດ້ວຍເສື້ອຄຸມແຫ່ງຄວາມ ອາລີຂອງພຣະອົງ ຂໍຊົງກໍາຈັດມ່ານທີ່ບັງຕາພວກຂ້າພະອົງ ແລະ  ຂໍຊົງໃຫ້ຖ້ວຍແຫ່ງພຣະກະລຸນາຂອງພຣະອົງ  ແກ່ ພວກຂ້າພະອົງ ເພື່ອວ່າສາລະຂອງທຸກຊີວິດ ຈະໄດ້ຮ້ອງ ເພງສັນລະເສີນ ຕໍ່ຈິນຕະນາພາບ ແຫ່ງຄວາມໂອລານຂອງ ພຣະອົງ ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງເປີດເຜີຍພຣະອົງ ໂດຍພຣະວັດຈະນະແຫ່ງຄວາມປານີ ແລະຄວາມເລິກລັບ ແຫ່ງພາວະຂອງພຣະອົງ  ເພື່ອວ່າຄວາມປິຕິຂອງການອະທິ
ຖານຈະອາບວິນຍານຂອງພວກຂ້າພະອົງ   ເປັນການອະທິຖານທີ່ລໍ້າເລິກກວ່າຖ້ອຍຄໍາ ແລະ ພະຍັນຊະນະ ແລະ ຢູ່ເໜືອກວ່າພະຍາງ ແລະ ນໍ້າສຽງ   ເພື່ອວ່າທຸກສິ່ງຈະເລື່ອນຫາຍໄປຕໍ່  ການເປີດເຜີຍວິພາຂອງພຣະອົງ.
        ຂ້າແດ່ພຣະຜູ້ເປັນນາຍ! ບຸກຄົນເຫລົ່ານີ້ຄືຄົນຮັບໃຊ້ ທີ່ໝັ້ນຄົງໃນພຣະປະທິນຍາ ແລະ ພິໄນກໍາຂອງພຣະອົງ  ຍຶດໜ່ຽວສາຍໃຍແຫ່ງຄວາມບໍ່ຜັນແປ ໃນສາສະໜາຂອງ ພຣະອົງ ແລະ ຢຶດສາຍເສື້ອຄຸມແຫ່ງຄວາມໂອລານຂອງ ພຣະອົງ  ຂ້າແດ່ພຣະຜູ້ເປັນນາຍ   ຂໍຊົງຊ່ວຍເຫລືອພວກຂ້າພະອົງ  ດ້ວຍພຣະກະລຸນາຂອງພຣະອົງ   ຂໍອານຸພາບຂອງພຣະອົງ  ເຮັດໃຫ້ພວກຂ້າພະອົງໜັກແໜ້ນ ແລະ ຂໍຊົງຊ່ວຍ
ໃຫ້ພວກຂ້າພະອົງເຂັ້ມແຂງ  ໃນການເຊື່ອຟັງພຣະອົງ  ພຣະອົງຄື  ພຣະຜູ້ຊົງອະໄພ   ພຣະຜູ້ຊົງກະລຸນາ.

-`Abdu'l-Bahá
-----------------------

