ເພື່ອສັນລະເສີນແລະຂອບຄຸນພຣະຜູ້ເປັນເຈົ້າ (#12787)

ຂໍຄວາມສັນລະເສີນຈົ່ງມີແດ່ພຣະອົງ  ຂ້າແດ່ພຣະຜູ້ ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຄືໜຶ່ງໃນບັນດາຄົນ ຮັບໃຊ້ທີ່ເຊື່ອຟັງພຣະອົງ ແລະ ສັນຍາລັກຂອງພຣະອົງ  ພຣະອົງຊົງເຫັນແລ້ວວ່າ ຂ້າພະອົງໃຝ່ຫາປະຕູແຫ່ງຄວາມ ປານີຂອງພຣະອົງ ແລະ ຫັນມາຫາຄວາມເມດຕາຮັກໃຄ່ ຂອງພຣະອົງ ຂ້າພະອົງຂໍວິງວອນຕໍ່ພຣະນາມອັນວິເສດສຸດ ແລະຄຸນລັກສະນະອັນປະເສີດສຸດຂອງພຣະອົງ ຂໍຊົງເປີດ ປະຕູແຫ່ງພຣະພອນຂອງພຣະອົງ ຕໍ່ໃບໜ້າຂອງຂ້າພະອົງ ຂໍຊົງຊ່ວຍໃຫ້ຂ້າພະອົງກະທໍາແຕ່ສິ່ງທີ່ດີງາມ ຂ້າແດ່ພຣະ ຜູ້ເປັນຜູ້ຄອບຄອງພຣະນາມ ແລະ ຄຸນລັກສະນະທັງປວງ!
        ຂ້າແດ່ພຣະຜູ້ເປັນນາຍ ຂ້າພະອົງຍາກໄຮ້ ສ່ວນ ພຣະອົງນັ້ນອຸດົມຮັ່ງມີ ຂ້າພະອົງຕັ້ງຄວາມປາດຖະໜາ ໃນພຣະອົງ ແລະຕັດຄວາມຜູກພັນຈາກທຸກສິ່ງ ນອກຈາກ ພຣະອົງ ຂ້າພະອົງຂໍວິງວອນພຣະອົງ ຂໍຊົງຢ່າພາກຂ້າພະ ອົງ ຈາກສາຍລົມແຫ່ງຄວາມເມດຕາປານີ ແລະ ສິ່ງທີ່ພຣະ ອົງບັນຍັດໄວ້  ສໍາລັບຄົນຮັບໃຊ້ທີ່ພຣະອົງເລືອກສັນ.
        ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງກໍາຈັດມ່ານທີ່ບັງຕາຂ້າ ພະອົງ ເພື່ອວ່າຂ້າພະອົງຈະໄດ້ຍອມຮັບ ສິ່ງທີ່ພຣະອົງ ປາຖະໜາໃຫ້ແກ່ປະຊາຊົນຂອງພຣະອົງ  ແລະຄົ້ນພົບເດ ຊານຸພາບທີ່ເຊື່ອງຊ້ອນ ທີ່ຢູ່ໃນຫັດຖະກໍາ ຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂໍຊົງທໍາໃຫ້ວິນ ຍານຂອງຂ້າພະອົງເບີກບານ ດ້ວຍສັນຍາລັກອັນຍິ່ງໃຫຍ່ ທີ່ສຸດຂອງພຣະອົງ ແລະ ໂປດດຶງຂ້າພະອົງຂຶ້ນມາຈາກກົ້ນ ບຶ້ງແຫ່ງກິເລດອັນໂສມົມ ແລະ ຊົ່ວຮ້າຍ  ຂໍຊົງລີຂິດສີ່ງທີ່ດີ
ງາມໃນໂລກນີ້ ແລະໂລກໜ້າໃຫ້ແກ່ຂ້າພະອົງ   ບໍ່ມີພຣະຜູ້
ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊຶ່ງມວນມະນຸດລ້ວນສະແຫວງຫາ   ຄວາມຊ່ວຍເຫຼືອຈາກພຣະອົງ.
        ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ   ຂ້າພະອົງ ຂໍຂອບພຣະຄຸນ ທີ່ຊົງປຸກຂ້າພະອົງໃຫ້ຕື່ນຂຶ້ນ ແລະບັນ ດານໃຫ້ຂ້າພະອົງປາດຖະໜາຈະຢັ້ງຮູ້  ໃນສິ່ງທີ່ຄົນຮັບໃຊ້ສ່ວນໃຫ່ຍບໍ່ເຂົ້າໃຈ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ໂປດປະທານຄວາມສາມາດໃຫ້ຂ້າພະອົງ   ເຫັນສິ່ງທີ່ພຣະ
ອົງຕ້ອງການ  ເພື່ອເຫັນແກ່ຄວາມຮັກ  ແລະ   ຄວາມຍິນດີ ຂອງພຣະອົງ ພຣະອົງຄື ຜູ້ຊຶ່ງທຸກສັບພະສິ່ງຢືນຢັນອານຸ ພາບຂອງອໍານາດ ແລະ ອະທິປະໄຕຂອງພຣະອົງ.
       ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ ຊົງມະຫິທານຸພາບ ພຣະຜູ້ຊົງເມດຕາ.

-Bahá'u'lláh
-----------------------

ເພື່ອສັນລະເສີນແລະຂອບຄຸນພຣະຜູ້ເປັນເຈົ້າ (#12778)

ຂໍຄວາມສະດຸດີ ຈົ່ງມີແດ່ພຣະນາມຂອງພຣະອົງ ຂ້າແດ່ ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະ ອົງຂໍວິງວອນຕໍ່ອານຸພາບຂອງພຣະອົງ ທີ່ຫ້ອມລ້ອມທຸກສັບ ພະສິ່ງ ຕໍ່ອະທິປະໄຕຂອງພຣະອົງ ທີ່ຢູ່ເໜືອສັບພາວະ ຕໍ່ ພຣະວັດຈະນະທີ່ຊ້ອນເລັ້ນ ຢູ່ໃນອັດສະລິຍະພາບຂອງພຣະ ອົງ ທີ່ຊົງໃຊ້ສ້າງສະຫວັນແລະໂລກ ຂໍຊົງຊ່ວຍໃຫ້ພວກຂ້າ ພະອົງໝັ້ນຄົງ  ໃນຄວາມຮັກທີ່ມີຕໍ່ພຣະອົງ ແລະ ເຊື່ອຟັງສີ່ງທີ່ພຣະອົງຍີນດີ  ແລະ ພິສູດພຣະພັກຂອງພຣະອົງ ແລະສັນລະເສີນຄວາມຮຸ່ງເຮືອງຂອງພຣະອົງ  ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງເຕີມພະລັງໃຫ້ຂ້າພະອົງທັງຫລາຍ ແຜ່ກະຈາຍສັນຍາ ລັກຂອງພຣະອົງ ໄປກວ້າງໄກໃນໝູ່ປະຊາຊົນ ຂໍຊົງອະ ພິບານສາສະໜາໃນອານາຈັກຂອງພຣະອົງ ພຣະອົງດໍາລົງ ຢູ່ສະເໝີ ໂດຍບໍ່ຂຶ້ນກັບການກ່າວເຖິງຂອງປະຊາຊົນ ແລະ ຈະດໍາລົງຢູ່ຕໍ່ໄປຊົ່ວນິລັນດອນ.
       ຂ້າພະອົງໝັ້ນໃຈໃນພຣະອົງ ໂດຍບໍລິບູນ   ຫັນໜ້າ ເຂົ້າຫາພຣະອົງ ຍຶດໜ່ຽວສາຍໃຍແຫ່ງການບໍລິບານ  ດ້ວຍ ຄວາມຮັກຂອງພຣະອົງ ແລະ ຮີບຟ້າວໄປສູ່ຮົ່ມເງົາ ແຫ່ງ ຄວາມປານີຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າ ພະອົງ  ຂໍຊົງຢ່າພັກໄສຂ້າພະອົງ ດັ່ງເຊັ່ນຄົນທີ່ຜິດຫວັງ ໃຫ້ໄປຈາກປະຕູຂອງພຣະອົງ ເພາະພຣະອົງເທົ່ານັ້ນ ທີ່ຂ້າ ພະອົງສະແຫວງຫາ ບໍ່ມີຜູ້ເປັນເຈົ້າອື່ນໃດ  ນອກຈາກພຣະ
ອົງ  ພຣະຜູ້ຊົງອະໄພສະເໝີ  ພຣະຜູ້ຊົງອາລີທີ່ສຸດ.
      ຂໍຄວາມສັນລະເສີນຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ທີ່ຮັກຍິ່ງ  ຂອງບັນດາຜູ້ທີ່ຮູ້ຈັກພຣະອົງ!

-Bahá'u'lláh
-----------------------

