ເພື່ອເອກກະພາບແລະຄວາມສາມັກຄີ (#12798)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າແດ່ພຣະຜູ້ ເປັນເຈົ້າຂອງຂ້າພະອົງ! ຂໍຊົງຮວບຮວມຈິດໃຈຄົນຮັບໃຊ້ ຂອງພຣະອົງໃຫ້ເປັນເອກະພາບ ຂໍຊົງເປີດເຜີຍພຣະປະສົງ ອັນຍິ່ງໃຫ່ຍຂອງພຣະອົງແກ່ພວກເຂົາ ຂໍໃຫ້ພວກເຂົາປະຕິ ບັດຕາມພຣະປະສົງຂອງພຣະອົງ ແລະຢຶດໝັ້ນໃນພຣະບັນ ຍັດຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຊ່ວຍເຫຼືອ ເກື້ອກຸນຄວາມພະຍາຍາມ ແລະປະທານກໍາລັງໃຫ້ພວກເຂົາ ຮັບໃຊ້ພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຢ່າໄດ້ລະຖິ້ມ ພວກເຂົາເຫຼົ່ານີ້ໄວ້ຕາມລໍາພັງ ຂໍຊົງນໍາທາງພວກເຂົາດ້ວຍ ແສງສະຫວ່າງແຫ່ງຄວາມຮອບຮູ້ຂອງພຣະອົງ ແລະ  ປະຄັບປະຄ້ອງຫົວໃຈຂອງພວກເຂົາ ດ້ວຍຄວາມຮັກຂອງພຣະອົງ ແທ້ຈິງແລ້ວ ພຣະອົງຄືພຣະຜູ້ຊົງຊ່ວຍເຫຼືອ ແລະເປັນພຣະຜູ້
ເປັນເຈົ້າຂອງພວກເຂົາ.

-Bahá'u'lláh
-----------------------

ເພື່ອເອກກະພາບແລະຄວາມສາມັກຄີ (#12799)

ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຄວາມຮຸ່ງເຮືອງ ຈົ່ງມີແດ່ ພຣະອົງ ທີ່ຊົງເຜີຍແຜ່ຄວາມຮັກມາໃຫ້ມະນຸດຊາດ! ຂ້າແດ່ ພຣະຜູ້ເປັນຊີວິດ ແລະ ແສງສະຫວ່າງຂອງພວກຂ້າພະອົງ ຂໍຊົງນໍາທາງໃຫ້ຄົນຮັບໃຊ້ໃນວິຖີຂອງພຣະອົງ ຂໍຊົງບັນດານ ໃຫ້ພວກຂ້າພະອົງອຸດົມຮັ່ງມີໃນພຣະອົງ ແລະເປັນອິດສະ ລະຈາກທຸກສິ່ງນອກຈາກພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂໍ ຊົງສອນຄວາມເປັນໜຶ່ງ ຂອງພຣະອົງໃຫ້ແກ່ພວກຂ້າພະອົົງ ຂໍຊົງໃຫ້ພວກຂ້າພະອົງສໍານຶກ ໃນເອກະພາບຂອງພຣະອົງ ເພື່ອວ່າພວກຂ້າພະອົງຈະບໍ່ເຫັນຜູ້ອື່ນໃດນອກຈາກ ພຣະອົງ    ພຣະອົງຄື ພຣະຜູ້ຊົງປານີ  ພຣະຜູ້ຊົງໃຫ້ອະໄພ.
        ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຈຸດເພີງແຫ່ງຄວາມຮັກ ລົງໃນຫົວໃຈຂອງຜູ້ທີ່ເປັນທີ່ຮັກຍິ່ງຂອງພຣະອົງ ເພື່ອວ່າເພີງ ນັ້ນຈະເຜົາຜານຄວາມຄິດເຖິງທຸກສິ່ງນອກຈາກພຣະອົງ. 
        ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງເປີດເຜີຍຄວາມເປັນອໍາ ມະຕະອັນປະເສີດຂອງພຣະອົງ ຊຶ່ງດໍາລົງຢູ່ຕັ້ງແຕ່ອາດີດ  ຈົນເຖິງອານາຄົດ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະ ອົງ ແທ້ຈິງແລ້ວ ພວກຂ້າພະອົງ ພົບຄວາມສຸກສະບາຍ ແລະຄວາມເຂັ້ມແຂງຢູ່ໃນພຣະອົງ.

-Bahá'u'lláh
-----------------------

ເພື່ອເອກກະພາບແລະຄວາມສາມັກຄີ (#12800)

ຂ້າແດ່ພຣະຜູ້ເປັນນາຍ ຂອງນາຍທັງຫຼາຍ!    ຂ້າພະ ອົງຂໍຢືນຢັນວ່າ ພຣະອົງຄື ພຣະຜູ້ເປັນນາຍຂອງທຸກສັບພະ ສິ່ງທັງປວງ ຄືຜູ້ອົບຮົມຊີວິດທັງປວງທີ່ມອງເຫັນ ແລະມອງ ເບິ່ງບໍ່ເຫັນ ຂ້າພະອົງຂໍເປັນພະຍານວ່າ ອານຸພາບຂອງ ພຣະອົງຫ້ອມລ້ອມຈັກກະວານທັງໝົດ ກອງທັບແຫ່ງພິພົບ ບໍ່ມີວັນທໍາໃຫ້ພຣະອົງຫວັ່ນກົວໄດ້ ອໍານາດຂອງປະຊາຊາດ ທັງປວງ ບໍ່ສາມາດຂັດຂວາງພຣະປະສົງຂອງພຣະອົງ ບໍ່ໃຫ້ ດໍາເນີນໄປ  ຂ້າພະອົງຂໍສາລະພາບວ່າ ພຣະອົງບໍ່ໄດ້ປາດ ຖະໜາສິ່ງໃດ ນອກຈາກຈະຟື້ນຊີວິດໃຫ້ທົ່ວພິພົບ ສະຖາປະ ນາຄວາມສາມັກຄີຂອງປະຊາຊົນ ແລະ ຊ່ວຍທຸກຄົນທີ່ອາ ໄສຢູ່ໃນໂລກໃຫ້ລອດພົ້ນ.

-Bahá'u'lláh
-----------------------

ເພື່ອເອກກະພາບແລະຄວາມສາມັກຄີ (#12801)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າແດ່ພຣະ ຜູ້ເປັນເຈົ້າຂອງຂ້າພະອົງ! ແທ້ຈິງແລ້ວ ຂ້າພະອົງຂໍຮ້ອງ ພຣະອົງ ແລະວິງວອນຕໍ່ທໍລະນີປະຕູຂອງພຣະອົງ ຂໍຊົງປານີ ຕໍ່ຜູ້ຄົນເຫຼົ່ານີ້ ຂໍຊົງຕຽມພວກເຂົາສໍາລັບພຣະກະລຸນາທິຄຸນ ແລະສັດຈະທັມຂອງພຣະອົງ.
       ຂ້າແດ່ພຣະຜູ້ເປັນນາຍ! ຂໍຊົງປະສານແລະຜູກຫົວໃຈ ພວກຂ້າພະອົງທັງຫຼາຍເຂົ້າໄວ້ດ້ວຍກັນ   ຂໍສັນຍາລັກແຫ່ງຄວາມບໍລິສຸດ ແລະ  ຄວາມເປັນໜຶ່ງຂອງພຣະອົງ  ບັນດານໃຫ້ມະນຸດທັງຫຼາຍກົມກຽວກັນ ແລະ ເບີກບານໃຈຂ້າແດ່ພຣະຜູ້ເປັນນາຍ!  ຂໍຊົງທໍາໃຫ້້ໃບໜ້າເຫຼົ່ານີ້ສົດໃສດ້ວຍແສງແຫ່ງຄວາມເປັນໜຶ່ງຂອງພຣະອົງ ຂໍຊົງປະທານຄວາມເຂັ້ມແຂງໃຫ້ແກ່ເຫຼົ່າບໍລິວານ ທີ່ຮັບໃຊ້ໃນອານາຈັກຂອງພຣະອົງ.
       ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ຊົງຄອບຄອງຄວາມ ປານີອັນບໍ່ຮູ້ສິ້ນ!   ຂ້າແດ່ພຣະຜູ້ເປັນນາຍ ແຫ່ງການອະໄພ!   ຂໍຊົງອະໄພບາບຂອງພວກຂ້າພະອົງ ຂໍຊົງຍົກໂທດໃນຂໍ້ ບົກພ່ອງຂອງພວກຂ້າພະອົງ ຂໍຊົງດົນບັນດານໃຫ້ພວກ ຂ້າພະອົງ ຫັນໄປຫາອານາຈັກ ແຫ່ງຄວາມເມດຕາຂອງ ພຣະອົງ ວິງວອນອານາຈັກແຫ່ງອໍານາດ ແລະ ອານຸພາບ ຖ່ອມຕົວ ນະພຣະສະຖູບຂອງພຣະອົງ   ແລະ ໝອບກາບຕໍ່
ຄວາມຮຸ່ງເຮືອງຂອງຫຼັກຖານຂອງພຣະອົງ.
       ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າ! ຂໍຊົງບັນດານ ໃຫ້ພວກຂ້າພະອົງເປັນຄື້ນໃນທະເລດຽວກັນ ເປັນດອກໄມ້ ໃນສວນດຽວກັນ ສາມັກຄີແລະພ້ອມພຽງກັນ ດ້ວຍພຣະ ພອນຈາກຄວາມຮັກຂອງພຣະອົງ ຂ້າແດ່ພຣະຜູ້ເປັນນາຍ! ຂໍສັນຍາລັກ ແຫ່ງຄວາມເປັນໜຶ່ງຂອງພຣະອົງ ເຮັດໃຫ້ຫົວ ໃຈທັງຫລາຍເບີກບານ ຂໍຊົງທໍາໃຫ້ມວນມະນຸດຊາດເປັນ ເໜືອນດັ່ງດາລາ ທີ່ເຮືອງແສງມາຈາກຍອດແຫ່ງຄວາມຮຸ່ງ ເຮືອງດຽວກັນ ເປັນເໜືອນດັ່ງໝາກໄມ້ທີ່ຫອມຫວານ ປົ່ງ  ມາຈາກພຶກສາຊາດ ແຫ່ງຊິວິດຂອງພຣະອົງ. 
        ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງດໍາລົງຢູ່ດ້ວຍພຣະອົງເອງ ພຣະຜູ້ໃຫ້ ພຣະຜູ້ຊົງ ອະໄພ  ພຣະຜູ້ຊົງຮອບຮູ້  ພຣະຜູ້ສ້າງ   ຜູ້ເປັນໜຶ່ງ.

-Bahá'u'lláh
-----------------------

