ເມື່ອປະສົບຄວາມຍາກລໍາບາກ (#12760)

ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ, ຂໍຊົງປັດເປົ່າຄວາມໂສກເສົ້າຂອງຂ້າພະອົງ  ດ້ວຍຄວາມອາລີທີ່ເອື້ອເຟື້ອຂອງພຣະອົງ ແລະ ຂໍຊົງຂັບໄລ່ຄວາມທຸກໂສກຂອງຂ້າພະອົງດ້ວຍອະທິປະໄຕ ແລະ ອໍານາດຂອງພຣະອົງ.  ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ  ພຣະອົງຊົງເຫັນແລ້ວ
ວ່າ, ຂ້າພະອົງຫັນມາຫາພຣະອົງ ໃນຍາມທີ່ຄວາມທຸກໂສກ ລຸມລ້ອມຂ້າພະອົງຢູ່ຮອບດ້ານ    ຂ້າແດ່ພຣະຜູ້ເປັນນາຍຂອງທຸກຊີວິດ ແລະ ຢູ່ເໜືອຮູປທັມ ແລະ ນາມທັມທັງປວງ ຂ້າພະອົງຂໍວິງວອນຕໍ່ພຣະນາມຂອງພຣະອົງ  ທີ່ຊົງໃຊ້ກໍາລາບຫົວໃຈ ແລະ ວິນຍານຂອງມະນຸດ  ຕໍ່ຄື້ນໃນມະຫາສະໝຸດແຫ່ງຄວາມປານີຂອງພຣະອົງ ແລະ ຄວາມສະຫ່ງາງາມ ຂອງດວງຕາເວັນແຫ່ງຄວາມອາລີຂອງພຣະອົງ  ຂໍຊົງນັບຂ້າ
ພະອົງເປັນພວກທີ່ບໍ່ມີສິ່ງໃດມາຢັບຢັ້ງ    ບໍ່ໃຫ້ຫັນມາຫາພຣະອົງ  ຂ້າແຕ່ພຣະຜູ້ເປັນນາຍແຫ່ງນາມທັງປວງ  ແລະເປັນພຣະຜູ້ສ້າງສະຫວັນທັງຫຼາຍ!

     ຂ້າແດ່ພຣະຜູ້ເປັນເຈົ້າ, ພຣະອົງຊົງເຫັນສິ່ງທີ່ບັງເກີດ ກັບຂ້າພະອົງໃນຍຸກຂອງພຣະອົງ,   ຂ້າພະອົງຂໍວິງວອນ ຕໍ່ບໍລົມພຣະສາດສະດາ ຜູ້ເປັນອະລຸໂນໄທແຫ່ງພຣະນາມ ແລະ ອຸໄທສະຖານແຫ່ງຄຸນລັກສະນະຂອງພຣະອົງ, ຂໍຊົງ ບັນຫຍັດສິ່ງທີ່ຈະຊ່ວຍໃຫ້ຂ້າພະອົງ ລຸກຂຶ້ນຮັບໃຊ້ພຣະອົງ  ແລະສະດຸດີຄຸນຄວາມດີຂອງພຣະອົງ. ແທ້ຈິງແລ້ວ, ພຣະອົງ ຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງອານຸພາບສູງສຸດ ພຣະຜູ້ຊົງຕອບຄໍາອະທິຖານ    ຂອງມະນຸດທຸກຄົນສະເໝີ!
    ແລະ ສຸດທ້າຍນີ້, ຂ້າພະອົງຂໍຮ້ອງຕໍ່ແສງສະຫວ່າງຂອງ ພຣະພັກຂອງພຣະອົງ ຂໍຊົງອວຍພອນກິດຈະການຂອງຂ້າ ພະອົງ ຂໍຊົງໄຖ່ຖອນໜີ້ສິນ ແລະ ກໍາຈັດຄວາມຂັດສົນ ຂອງຂ້າພະອົງ ພຣະອົງ ຄື ຜູ້ທີ່ທຸກຄົນຢືນຢັນອານຸພາບ ແລະ ອານາຈັກຂອງພຣະອົງ ແລະ ຫົວໃຈທີ່ຮູ້ແຈ້ງທຸກດວງ ຍອມຮັບຣາຊສັກດາ ແລະ ອະທິປະໄຕຂອງພຣະອົງ ບໍ່ມີ ພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ຊົງໄດ້ຍິນ ແລະ ພ້ອມທີ່ຈະຕອບ.

-Bahá'u'lláh
-----------------------

ເມື່ອປະສົບຄວາມຍາກລໍາບາກ (#12761)

ຂໍຄວາມສະດຸດີ ແລະ ສັນລະເສີນ ຈົ່ງມີແດ່ພຣະອົງ  ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ!  ຂ້າພະອົງຂໍວິງວອນຕໍ່ສຽງຖອນຫາຍໃຈ  ຂອງບັນດາຄົນຮັກຂອງພຣະອົງ  ຕໍ່ນໍ້າຕາຂອງບັນດາ ຜູ້ທີ່ປາດຖະໜາທີ່ຈະໄດ້ເຫັນພຣະອົງ ຂໍຊົງ ຢ່າພາກຄວາມເມດຕາປານີ   ໃນຍຸກຂອງພຣະອົງໄປເສັຽຈາກຂ້າພະອົງ ຫຼື  ພາກຂ້າພະອົງຈາກສຽງເພງຂອງນົກພິລາບສະຫວັນ  ທີ່ສະດຸດີຄວາມເປັນໜຶ່ງຂອງພຣະອົງ  ຕໍ່ແສງ
ສະຫວ່າງທີ່ສາຍມາຈາກພຣະພັກຂອງພຣະອົງ  ຂ້າແດ່ພຣະຜູ້ເປັນເຈົ້າ!  ຂ້າພະອົງຄືຜູ້ທີ່ຕົກຢູ່ໃນທຸກຂະເວດທະນາ  ຂໍຊົງເບີ່ງເຖີດວ່າ: ຂ້າພະອົງຢຶດໝັ້ນໃນພຣະນາມຂອງພຣະອົງ ພຣະຜູ້ຊົງຄອບຄອງທຸກສັບພະສິ່ງ   ຂ້າພະອົງຄືຜູ້ທີ່ຕ້ອງມະລາຍສິ້ນຢ່າງແນ່ນອນ ຂໍຊົງເບີ່ງເຖີດວ່າ:  ຂ້າພະອົງຢຶດໜ່ຽວພຣະນາມຂອງພຣະອົງ  ພຣະຜູ້ຊົງອໍາມະຕະ ຂ້າພະອົງຂໍວິງວອນຕໍ່ອັດຕະພາບຂອງພຣະອົງ  ພຣະຜູ້ຊົງຄວາມປະເສີດພຣະຜູ້ຊົງຄວາມສູງສົ່ງ  ຂໍຊົງຢ່າລະຖິ້ມຂ້າພະອົງໄວ້ກັບຕົວຂ້າພະອົງເອງ ແລະ ກິເລດທີ່ໃຝ່ຕໍ້າ  ຂໍພຣະອົງຊົງຈັບມືຂອງ ຂ້າພະອົງ ດ້ວຍພຣະຫັດແຫ່ງອານຸພາບຂອງພຣະອົງ ແລະ ດຶງຂ້າພະອົງ ຂຶ້ນມາຈາກກົ້ນບຶ້ງແຫ່ງຄວາມເພີ້ຝັນ ແລະ ຈິນຕະນາການອັນໄຮ້ສາລະຂອງຂ້າພະອົງ ແລະ ຊໍາລະຂ້າ ພະອົງໃຫ້ບໍລິສຸດ  ປາດສະຈາກສິ່ງທີ່ພຣະອົງຊົງລັງກຽດ.    
ຂໍຊົງດົນບັນດານໃຈໃຫ້ຂ້າພະອົງ ຫັນມາຫາພຣະອົງ ວາງໃຈໃນພຣະອົງ  ສະແຫວງຫາພຣະອົງ  ເປັນທີ່ເພິ່ງ  ແລະ
ເຂົ້າໄປຫາພຣະພັກຂອງພຣະອົງ  ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ກະທໍາຕາມທີ່ພຣະອົງປາດຖະໜາ ໂດຍອານຸພາບ ແລະ ອໍານາດຂອງພຣະອົງ ແລະ ບັນຊາຕາມທີ່ພຣະອົງ  ຕ້ອງການ  ໂດຍອານຸພາບຂອງພຣະປະສົງຂອງພຣະອົງ ບໍ່ມີຜູ້ໃດຕ້ານທານ ປະຕິບັດການ ຂອງປະກາສິດຂອງພຣະອົງ ໄດ້ ບໍ່ມີຜູ້ໃດບ່າຍບ່ຽງ ວິຖີຂອງໂອງການຂອງພຣະອົງໄດ້ ຄວາມຈິງແລ້ວ, ພຣະອົງຄື ພຣະຜູ້ຊົງມະຫິດທານຸພາບ ພຣະຜູ້ຊົງຄວາມຮຸ່ງເຮືອງ   ພຣະຜູ້ຊົງອາລີທີ່ສຸດ.

-Bahá'u'lláh
-----------------------

ເມື່ອປະສົບຄວາມຍາກລໍາບາກ (#12762)

ຂ້າແດ່ພຣະຜູ້ຊຶ່ງ ການທົດສອບຂອງພຣະອົງ ຄືຢາຮັກ ສາປິ່ນປົວ ສໍາລັບຜູ້ທີ່ຢູ່ໃກ້ພຣະອົງ ດາບຂອງພຣະອົງເປັນທີ່ ປາດຖະໜາຢ່າງແຮງກ້າ ສໍາລັບທຸກຄົນທີ່ຮັກພຣະອົງ  ຄົມ  ອາວຸດຂອງພຣະອົງ ເປັນທີ່ຕ້ອງການສໍາລັບຫົວໃຈ ທີ່ໃຝ່ຫາ ພຣະອົງ ປະກາສິດຂອງພຣະອົງຄືຄວາມຫວັງດຽວເທົ່ານັ້ນ ສໍາລັບຜູ້ທີ່ຍອມຮັບສັດຈະທັມຂອງພຣະອົງ!  ຂ້າພະອົງ ຂໍວິງວອນຕໍ່ມະທຸລາສະຫວັນ  ແລະ ແສງສະຫວ່າງອັນຮຸ່ງ ເຮືອງຂອງພຣະພັກຂອງພຣະອົງ ຂໍຊົງປະທານສິ່ງທີ່ມາຈາກ ນິວາດເບື້ອງບົນຂອງພຣະອົງ ຊຶ່ງຈະຊ່ວຍໃຫ້ຂ້າພະອົງທັງ ຫຼາຍໃກ້ເຂົ້າໄປຫາພຣະອົງ ຂ້າແດ່ພຣະຜູ້ເປັນນາຍຂອງຂ້າ ພະອົງ ຂໍໃຫ້ຂ້າພະອົງທັງຫຼາຍກ້າວໝັ່ນ ໃນສາສະໜາ ຂອງພຣະອົງ ແລະ ຫົວໃຈຂອງຂ້າພະອົງທັງຫລາຍສະຫ່ວາງສະໄຫວຂຶ້ນດ້ວຍລັດສະໝີແຫ່ງພຣະນາມຂອງພຣະອົງ.

-Bahá'u'lláh
-----------------------

ເມື່ອປະສົບຄວາມຍາກລໍາບາກ (#12763)

ຂໍຄວາມຮຸ່ງເຮືອງຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ເຈົ້າຂອງຂ້າພະອົງ! ຫາກບໍ່ແມ່ນເພາະຄວາມທຸກຍາກທີ່ ເກີດຂຶ້ນໃນຫົນທາງຂອງພຣະອົງ ຈະຮູ້ໄດ້ຢ່າງໃດວ່າ ຜູ້ໃດຄື ຄົນຮັກທີ່ແທ້ຈິງຂອງພຣະອົງ ແລະ ຫາກບໍ່ແມ່ນເພາະຄວາມ ຫຍຸ້ງຍາກທີ່ທົດສອບຄວາມຮັກທີ່ມີຕໍ່ພຣະອົງ ຖານະຂອງຜູ້ ທີ່ປາດຖະໜາພຣະອົງ ຈະເປີດເຜີຍອອກມາໄດ້ຢ່າງໃດ? ອໍານາດຂອງພຣະອົງ ເປັນພະຍານໃຫ້ແກ່ຂ້າພະອົງ! ສະ ຫາຍຂອງທຸກຄົນທີ່ບູຊາພຣະອົງ   ຄືນໍ້າຕາທີ່ພວກເຂົາຫຼັ່ງອອກມາ ຜູ້ປອບໂຍນ ສໍາຫຼັບຜູ້ສະແຫວງຫາພຣະອົງ ຄືສຽງ ໂອດຄວນທີ່ພວກເຂົາເປັ່ງອອກມາ ແລະ ອາຫານສໍາລັບຜູ້ທີ່ ຮີບໄປຫາພຣະອົງ ຄືເສດຫົວໃຈທີ່ແຕກສະຫຼາຍ ຂອງພວກ ເຂົາ.
     ຄວາມຂົມຂື່ນຂອງຄວາມຕາຍໃນຫົນທາງຂອງພຣະອົງ ຊ່າງຫວານສໍາລັບຂ້າພະອົງພຽງໃດ  ແລະ  ເປັນສິ່ງທີ່ລໍ້າຄ່າພຽງໃດ  ສໍາລັບຂ້າພະອົງ   ເມື່ອໄດ້ປະເຊີນກັບຄົມອາວຸດຂອງຜູ້ປອງຮ້າຍ ເພື່ອຈະເຊີດຊູພຣະວັດຈະນະຂອງພຣະອົງ! ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງຂໍໃຫ້ຂ້າພະອົງໄດ້ດື່ມ ສິ່ງທີ່ພຣະອົງປາດຖະໜາ  ໃນສາສະໜາຂອງພຣະອົງ ຂໍຊົງ ປະທານທຸກສິ່ງທີ່ພຣະອົງບັນຍັດໃຫ້ແກ່ຂ້າພະອົງທັງຫຼາຍໃນ ຄວາມຮັກຂອງພຣະອົງ ຄວາມຮຸ່ງເຮືອງຂອງພຣະອົງເປັນ ພະຍານ!  ຂ້າພະອົງປາດຖະໜາແຕ່ສິ່ງ   ທີ່ພຣະອົງປາດຖະໜາ ແລະ  ຫວັງໃນສິ່ງທີ່ພຣະອົງຫວັງ    ຂ້າພະອົງວາງໃຈ 
ແລະ ໝັ່ນໃຈໃນພຣະອົງທຸກເວລາ. 
    ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂ້າພະອົງຂໍວິງວອນພຣະອົງ  ຂໍຊົງເຊີດຊູບັນດາຜູ້ທີ່ຈະມາຊ່ວຍສາສະໜານີ້  ຜູ້ເຊິ່ງຈະໄດ້ຮັບການນັບວ່າ ຄູ່ຄວນສໍາລັບພຣະນາມ ແລະ ອະທິປະໄຕຂອງພຣະອົງ  ເພື່ອວ່າພວກເຂົາຈະໄດ້ຈົດຈໍາຂ້າພະອົງ  ໃນໝູ່ປະຊາຊົນຂອງພຣະອົງ  ແລະປັກທຸງໄຊໃນດິນ
ແດນຂອງພຣະອົງ   ພຣະອົງຊົງອໍານາດໃນການກະທໍາ  ສິ່ງທີ່ພຣະອົງຊົງປາດຖະໜາ   ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ  ພຣະຜູ້ຊົງຊ່ວຍເຫຼືອໃນໄພອັນຕະລາຍພຣະຜູ້ຊົງດໍາລົງຢູ່ດ້ວຍ ພຣະອົງເອງ.

-Bahá'u'lláh
-----------------------

ເມື່ອປະສົບຄວາມຍາກລໍາບາກ (#12764)

ຂໍຄວາມສະດຸດີຈົ່ງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ມະນຸດທຸກຄົນຜູ້ມີທັມ ທັດສະນະຍອມຮັບອະທິປະໄຕຂອງພຣະອົງ ແລະ ດວງຕາ ເຫັນແຈ້ງທຸກດວງ ແລເຫັນຄວາມຍິ່ງໃຫຍ່ຂອງຣາຊສັກດາ ແລະ ອານຸພາບບີບບັງຄັບຂອງພຣະອົງ ພາຍຸແຫ່ງການທົດ ສອບບໍ່ສາມາດຢຸດຢັ້ງ ຜູ້ທີ່ຍິນດີຕໍ່ການເຂົ້າໃກ້ພຣະອົງ ບໍ່ໃຫ້ ຫັນໜ້າ ມາຫາຂອບຟ້າແຫ່ງຄວາມຮຸ່ງເຮືອງ ຂອງພຣະອົງ ແລະພາຍຸແຫ່ງຄວາມຍາກລໍາບາກບໍ່ສາມາດ ໜ່ວງໜ່ຽວ ຫຼື ຂັດຂວາງຜູ້ອຸທິດຕົນຕໍ່ພຣະປະສົງຂອງພຣະອົງ ບໍ່ໃຫ້ເຂົ້າ ໄປຫາຣາຊສໍານັກຂອງພຣະອົງ.
    ຂ້າພະອົງຄິດວ່າ ຕາກຽງແຫ່ງຄວາມຮັກ ຂອງພຣະອົງ ກໍາລັງລຸກຢູ່ໃນຫົວໃຈຂອງພວກເຂົາ ແລະປະທີບແຫ່ງຄວາມ ເມດຕາຂອງພຣະອົງ ຖືກຈູດຂຶ້ນໃນຫົວໃຈ ຂອງພວກເຂົາ ເຄາະຮ້າຍບໍ່ສາມາດ ທໍາໃຫ້ພວກເຂົາໝາງເມີນສາສະໜາ ຂອງພຣະອົງ  ການປ່ຽນແປງຂອງໂຊກຊະຕາ ບໍ່ສາມາດ ເຮັດໃຫ້ພວກເຂົາ   ຫຼົງອອກໄປຈາກຄວາມເປັນທີ່ຍິນດີຂອງ
ພຣະອົງ.
     ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ຂ້າພະອົງຂໍວິງ ວອນຕໍ່ພວກເຂົາ ແລະ ຕໍ່ສຽງຖອນຫາຍໃຈຈາກຫົວໃຈຂອງ ພວກເຂົາ ເພາະວ່າພາກຈາກພຣະອົງ ຂໍຊົງຄຸ້ມຄອງໃຫ້ ພວກເຂົາປອດໄພ  ຈາກການປອງຮ້າຍຂອງຜູ້ຂັດຂືນຕໍ່ພຣະ
ອົງ  ຂໍຊົງຫຼໍ່ລ້ຽງວິນຍານຂອງພວກເຂົາ ດ້ວຍສິ່ງທີ່ພຣະອົງ ຊົງບັນຍັດໄວ້ ສໍາລັບຜູ້ເປັນທີ່ຮັກຂອງພຣະອົງ ຜູ້ເຊິ່ງບໍ່ເຄີຍ ຢ້ານກົວ ແລະ ບໍ່ເຄີຍເສົ້າໂສກ.

-Bahá'u'lláh
-----------------------

ເມື່ອປະສົບຄວາມຍາກລໍາບາກ (#12765)

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະອົງຊົງຮູ້ດີວ່າ ຄວາມທຸກທໍລະມານ ເທລົງມາຍັງຂ້າພະອົງ ຈາກທຸກ ສາລະທິດ ແລະ ບໍ່ມີຜູ້ໃດປັດເປົ່າ ຫຼື ຜັນປ່ຽນຄວາມທຸກທໍລະ ມານເຫລົ່ານີ້ໄດ້ນອກຈາກພຣະອົງ ແລະ ພຣະອົງບໍ່ເຄີຍ ໃຫ້ຄວາມທຸກທໍລະມານບັງເກີດກັບຜູ້ໃດ ນອກຈາກວ່າ ພຣະ ອົງຕ້ອງການເຊີດຊູຖານະຂອງຂ້າພະອົງ  ໃນສະຫວັນຂອງພຣະອົງ  ຄໍ້າຈຸນຫົວໃຈຂອງຂ້າພະອົງໃນຊີວິດນີ້  ດ້ວຍອານຸພາບບີບບັງຄັບຂອງພຣະອົງ   ເພື່ອວ່າຫົວໃຈຂອງຂ້າພະອົງຈະບໍ່ໂນ້ມອຽງເຂົ້າຫາສິ່ງໄຮ້ສາລະໃນໂລກນີ້   ແທ້ຈິງແລ້ວພຣະອົງຮູ້ດີວ່າ ໃນທຸກສະພາບການ   ຂ້າພະອົງຖະໜອມ
ການລະນຶກເຖິງພຣະອົງ  ຍິ່ງກວ່າການເປັນເຈົ້າຂອງທຸກສັບພະສິ່ງທີ່ຢູ່ໃນສະຫວັນ ແລະ ໃນໂລກ.
     ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ຂໍຊົງທໍາໃຫ້ຫົວໃຈ ຂອງຂ້າພະອົງເຂັ່ມແຂງ ໃນການເຊື່ອຟັງ ແລະໃນຄວາມຮັກຂອງພຣະອົງ  ຂໍຊົງທໍາໃຫ້ຂ້າພະອົງປອດຈາກເຫຼົ່າບັນດາຜູ້ທີ່ຫັວງປອງຮ້າຍທັງປວງຂອງພຣະອົງ  ແທ້ຈິງແລ້ວ  ຂ້າພະອົງທັງຫຼາຍ  ຂໍປະຕິຍານຕໍ່ຄວາມຮຸ່ງເຮືອງຂອງພຣະອົງວ່າຂ້າພະອົງບໍ່ປາດຖະໜາສິ່ງໃດ ນອກຈາກພຣະອົງ  ບໍ່ຕ້ອງການສິ່ງໃດ ນອກຈາກຄວາມປານີຂອງພຣະອົງ  ບໍ່ຫວັ່ນກົວສິ່ງໃດ ນອກຈາກຄວາມຍຸຕິທັມຂອງພຣະອົງ  ຂ້າພະອົງຂໍຮ້ອງພຣະອົງ  ຂໍຊົງອະໄພຂ້າພະອົງ  ແລະບັນດາຜູ້ທີ່ພຣະອົງຮັກ  ຕາມທີ່ພຣະອົງປາດຖະໜາ  ແທ້ຈິງແລ້ວ
ພຣະອົງຄື  ພຣະຜູ້ຊົງມະຫິທານຸພາບ   ພຣະຜູ້ຊົງອາລີ.
     ຂ້າແດ່ພຣະຜູ້ເປັນນາຍແຫ່ງສະຫວັນ  ແລະໂລກ  ພຣະອົງຊົງຄວາມປະເສີດ  ເໜືອການສັນລະເສີນຂອງມວນມະນຸດ  ຂໍສັນຕິສຸກສະຖິດຢູ່ກັບບັນດາ  ຄົນຮັບໃຊ້ທີ່ຊື່ສັດຂອງພຣະອົງ  ຂໍຄວາມຮຸ່ງເຮືອງຈົ່ງມີແດ່ພຣະຜູ້ເປັນເຈົ້າ  ພຣະຜູ້ເປັນນາຍ ແຫ່ງພົບທັງປວງ.

-The Báb
-----------------------

ເມື່ອປະສົບຄວາມຍາກລໍາບາກ (#12766)

ມີຜູ້ກໍາຈັດຄວາມຫຍຸ້ງຍາກ ອື່ນໃດອີກຫຼື ນອກຈາກ ພຣະຜູ້ເປັນເຈົ້າ  ຈົ່ງກ່າວວ່າ: ຄວາມສັນລະເສີນຈົ່ງເປັນຂອງ ພຣະຜູ້ເປັນເຈົ້າ ພຣະອົງຄື ພຣະຜູ້ເປັນເຈົ້າ ທຸກຄົນເປັນຄົນ ຮັບໃຊ້ຂອງພຣະອົງ ແລະ ທຸກຄົນຢູ່ໃຕ້ພຣະບາລະມີຂອງ ພຣະອົງ.

-The Báb
-----------------------

ເມື່ອປະສົບຄວາມຍາກລໍາບາກ (#12767)

ພຣະຜູ້ເປັນເຈົ້າ ຊົງພຽງພໍສໍາລັບທຸກສິ່ງ ຢູ່ເໜືອທຸກສິ່ງ ບໍ່ມີສິ່ງໃດໃນສະຫວັນ ຫຼື ໃນໂລກ ນອກຈາກພຣະຜູ້ເປັນເຈົ້າ ທີ່ພຽງພໍ  ແທ້ຈິງແລ້ວ,  ພຣະອົງຄື ພຣະຜູ້ຊົງຮອບຮູ້   ພຣະຜູ້
ຊົງຄໍ້າຈຸນ   ພຣະຜູ້ຊົງອໍານາດສູງສຸດ.

-The Báb
-----------------------

ເມື່ອປະສົບຄວາມຍາກລໍາບາກ (#12768)

ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ ພຣະຜູ້ເປັນຮົ່ມໄມ້ຊາຍຄາຂອງຂ້າພະອົງ ໃນຍາມທຸກລະ ທົມ! ພຣະຜູ້ເປັນເກາະ ແລະ ທີ່ກໍາບັງໃຫ້ແກ່ຂ້າພະອົງ ໃນຍາມເຄາະຮ້າຍ!  ເປັນທີ່ລີ້ໄພ ແລະ ທີ່ເພິ່ງຂອງຂ້າພະອົງ ເມື່ອເຖິງຄາວຈໍາເປັນ ແລະ ເປັນສະຫາຍ ໃນຍາມທີ່ຂ້າພະ ອົງຢູ່ດຽວດາຍ! ພຣະອົງເປັນຜູ້ປອບໂຍນໃນຍາມທີ່ຂ້າພະອົງເຈັບປວດເປັນມິດທີ່ຮັກໃຄ່ໃນຍາມທີ່ຂ້າພະອົງໂດດດ່ຽວ ພຣະອົງເປັນຜູ້ກໍາຈັດຄວາມທຸກໂສກ  ອັນເຈັບປວດຂອງຂ້າພະອົງ ແລະ ເປັນຜູ້ອະໄພບາບຂອງຂ້າພະອົງ.
   ຂ້າພະອົງຫັນມາຫາພຣະອົງຢ່າງໝົດໃຈ ວິງວອນພຣະ ອົງດ້ວຍຫົວໃຈ ຈິດໃຈ ແລະ ວາຈາທັງໝົດຂອງຂ້າພະອົງ ຂໍຊົງຄຸ້ມຄອງຂ້າພະອົງ ໃຫ້ພົ້ນຈາກທຸກສິ່ງ ທີ່ຂັດກັບພຣະ ປະສົງຂອງພຣະອົງ ໃນວັດຕະຈັກແຫ່ງເອກະພາບສະຫວັນ ຂອງພຣະອົງນີ້ ຂໍຊົງຊໍາລະຂ້າພະອົງໃຫ້ປອດຈາກມົນທິນ ທັງປວງທີ່ຂັດຂວາງບໍ່ໃຫ້ຂ້າພະອົງ ສະແຫວງຫາຮົ່ມເງົາ ຂອງພຶກສາແຫ່ງພຣະກະລຸນາ ຂອງພຣະອົງ.
     ຂ້າແດ່ພຣະຜູ້ເປັນນາຍ ຂໍຊົງປານີຕໍ່ຜູ້ອ່ອນແອ ຂໍຊົງ ຊ່ວຍໃຫ້ຜູ້ປ່ວຍຟື້ນ ຂໍຊົງດັບກະຫາຍທີ່ຮ້ອນແຮງ ຂໍຊົງປະ ໂລມອ້ອມອົກ ທີ່ມີໄຟແຫ່ງຄວາມຮັກ ຂອງພຣະອົງສຸມຢູ່ ຂໍຊົງຈຸດໄຟນັ້ນໃຫ້ລຸກຂຶ້ນ ດ້ວຍແປວແຫ່ງຄວາມຮັກ ແລະ ວິນຍານຂອງພຣະອົງ.
     ຂໍຊົງສວມເທບມົນທຽນ ແຫ່ງເອກກະພາບສະຫວັນ ດ້ວຍ ພູສາ ແຫ່ງຄວາມວິສຸດ ແລະ ສວມມົງກຸດແຫ່ງຄວາມໂປດ ປານຂອງພຣະອົງ   ເທິງກະໝ່ອມຂອງຂ້າພະອົງ.
    ຂໍຊົງສາດແສງລັດສະໝີຂອງດວງອາທິດແຫ່ງຄວາມອາລີ ຂອງພຣະອົງ ມາຍັງໃບໜ້າຂອງຂ້າພະອົງ ໂປດຊ່ວຍເຫຼືອ ຂ້າພະອົງໃນການຮັບໃຊ້   ນະທໍລະນີປະຕູອັນສັກສິດຂອງພຣະອົງ.
     ຂໍຊົງທໍາໃຫ້ຫົວໃຈຂອງຂ້າພະອົງ ປ່ຽມໄປດ້ວຍຄວາມ ຮັກສໍາລັບປະຊາຊົນຂອງພຣະອົງ ແລະ ຂໍຊົງໃຫ້ຂ້າພະອົງ ໄດ້ກາຍເປັນເຄື່ອງໝາຍ ແຫ່ງຄວາມປານີ ແລະ ສັນຍາລັກ ແຫ່ງຄວາມກະລຸນາຂອງພຣະອົງ ເປັນຜູ້ສົ່ງເສີມຄວາມປອງ ດອງໃນໝູ່ຊົນທີ່ພຣະອົງຮັກ ອຸທິດຕົນຕໍ່ພຣະອົງ ເອີ່ຍຄໍາລະ ລຶກເຖິງພຣະອົງ ບໍ່ຄິດເຖິງຕົນເອງ ແລະ ມີສະຕິຢູ່ກັບສິ່ງທີ່ ເປັນຂອງພຣະອົງສະເໝີ.
     ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພະອົງ!  ຂໍຊົງຢ່າຢຸດສາຍລົມທີ່ພັດການອະໄພ ແລະ ຄວາມກະລຸນາ ຂອງພຣະອົງມາຍັງຂ້າພະອົງ ແລະ ຂໍຊົງຢ່າພາກຂ້າພະ ອົງຈາກນໍ້າພຸ ທີ່ຫລັ່ງຄວາມຊ່ວຍເຫຼືອ ແລະ ກະລຸນາທິຄຸນ ຂອງພຣະອົງ.
     ຂໍໃຫ້ຂ້າພະອົງໄດ້ນອນແນບກາຍ ພາຍໃຕ້ຮົ່ມເງົາຂອງ ປີກແຫ່ງຄວາມຄຸ້ມຄອງຂອງພຣະອົງ ແລະ ຂໍຊົງເບິ່ງຂ້າ ພະອົງດ້ວຍດວງຕາທີ່ສອດສ່ອງດູແລຂອງພຣະອົງ.
     ຂໍໃຫ້ລີ້ນຂອງຂ້າພະອົງ ສະດຸດີພຣະນາມ ຂອງພຣະອົງ ທ່າມກາງປະຊາຊົນໄດ້ຢ່າງຄ່ອງແຄ້ວ ເພື່ອວ່ານໍ້າສຽງ ຂອງຂ້າພະອົງ ຈະໄດ້ເປັ່ງອອກມາໃນທີ່ປະຊຸມອັນກຽງໄກ ແລະ ກະແສແຫ່ງຄວາມສັນລະເສີນພຣະອົງ ຈະຫລັ່ງຈາກ ປາກຂອງຂ້າພະອົງ.
     ຄວາມຈິງແລ້ວ, ພຣະອົງຄື ພຣະຜູ້ຊົງກະລຸນາ  ພຣະຜູ້ ເປັນທີ່ສັນລະເສີນ ພຣະຜູ້ຊົງອໍານາດ ພຣະຜູ້ຊົງອານຸພາບ ສູງສຸດ.

-`Abdu'l-Bahá
-----------------------

ເມື່ອປະສົບຄວາມຍາກລໍາບາກ (#12769)

ພຣະອົງຄືພຣະຜູ້ຊົງເຫັນໃຈ ພຣະຜູ້ຊົງອາລີ!  ຂ້າແດ່ ພຣະຜູ້ເປັນເຈົ້າ  ພຣະຜູ້ເປັນເຈົ້າຂອງຂ້າພະອົງ!   ພຣະອົງຊົງເຫັນຂ້າພະອົງ  ພຣະອົງຊົງຮູ້ຈັກຂ້າພະອົງ   ພຣະອົງຊົງເປັນຮົ່ມໄມ້ຊາຍຄາ  ແລະ  ເປັນທີ່ເພິ່ງຂອງຂ້າພະອົງ  ຂ້າພະອົງບໍ່ເຄີຍ  ແລະ  ຈະບໍ່ສະແຫວງຫາຜູ້ໃດ
ນອກຈາກພຣະອົງ  ຂ້າພະອົງບໍ່ເຄີຍ ແລະຈະບໍ່ຢໍ້າຢູ່ໃນຫົນທາງໃດ  ນອກຈາກຫົນທາງແຫ່ງຄວາມຮັກຂອງພຣະອົງ ໃນຍາມຄໍ້າຄືນທີ່ມືດມິດ ແລະ ສິ້ນຫວັງ  ດວງຕາຂອງຂ້າພະອົງ  ເຝົ້າຄອຍຮຸ່ງເຊົ້າແຫ່ງກະລຸນາທິຄຸນ ອັນບໍ່ຮູ້ສິ້ນຂອງພຣະອົງ ດ້ວຍຄວາມຫວັງ ແລະ ໃນຍາມຮຸ່ງອາລຸນ ວິນຍານທີ່ອ່ອນລ້າຂອງຂ້າພະອົງ ກັບສົດຊື່ນ ແລະ ເຂັ້ມແຂງດ້ວຍການລະນຶກເຖິງຄວາມງາມ ແລະ ຄວາມສົມບູນເລີດຂອງພຣະອົງ  ຜູ້ທີ່ໄດ້ຮັບ
ຄວາມຊ່ວຍເຫຼືອ   ໂດຍຄວາມກະລຸນາປານີຂອງພຣະອົງ ແມ່ນວ່າເຂົາເປັນພຽງຢອດນໍ້າ ກໍຈະກາຍເປັນມະ ຫາສະໝຸດອັນບໍ່ຮູ້ສິ້ນ ແລະ ແມ່ນຈະເປັນພຽງອາຕອມ ແຕ່ເມື່ອຄວາມເມດຕາຮັກໃຄ່ຂອງພຣະອົງ   ຫຼັ່ງລົງມາຊ່ວຍເຫຼືອ  ກໍ່ຈະເຮືອງແສງປະດຸດດັ່ງດວງຕາເວັນອັນເຈີດຈ້າ.                                               ຂ້າແດ່ພຣະຜູ້ເປັນດວງວິນຍານອັນບໍລິສຸດ  ພຣະຜູ້ເປັນຜູ້ຈັດຫາ  ຜູ້ຊົງອາລີ  ຂໍຊົງປົກປ້ອງຄົນຮັບໃຊ້  ທີ່ໃຈລະທຶກ ແລະ ຫຼົງໄຫຼໃນພຣະອົງຜູ້ນີ້  ໄວ້ໃນຄວາມຄຸ້ມຄອງຂອງພຣະອົງ   ຂໍຊົງຊ່ວຍເຫຼືອເຂົາໃຫ້ໝັ່ນຄົງໃນຄວາມຮັກຂອງພຣະອົງໃນໂລກນີ້  ແລະ ໃຫ້ນົກປີກຫັກນີ້ໄດ້ບິນໄປເຖິງທີ່ພັກອາໃສ ແລະ  ຮັງຂອງພຣະອົງທີ່ຢູ່ເທິງພຶກສາສະຫວັນ.

-`Abdu'l-Bahá
-----------------------

